ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດໄທ ກຳລັງຍັບໃກ້ເຂົ້າ ການແຕ່ງງານລະຫວ່າງ ເພດດຽວກັນ ທີ່ຖືກຕ້ອງຕາມກົດໝາຍ


ແຟ້ມພາບ - ພວກຄົນທີ່ເຂົ້າຮ່ວມໃນຂະບວນແຫ່ທີ່ເອີ້ນວ່າ Pride Parade ໃນບາງກອກພາກັນຈັບທຸງຫຼາຍສີທີ່ເປັນສັນຍາລັກ ຂອງກຸ່ມ LGBT, ຢູ່ປະເທດໄທ, ເມື່ອວັນທີ 4 ມິຖຸນາ 2023.
ແຟ້ມພາບ - ພວກຄົນທີ່ເຂົ້າຮ່ວມໃນຂະບວນແຫ່ທີ່ເອີ້ນວ່າ Pride Parade ໃນບາງກອກພາກັນຈັບທຸງຫຼາຍສີທີ່ເປັນສັນຍາລັກ ຂອງກຸ່ມ LGBT, ຢູ່ປະເທດໄທ, ເມື່ອວັນທີ 4 ມິຖຸນາ 2023.

ຢູ່ປະເທດໄທ ໃນວັນພະຫັດວານນີ້ ໄດ້ຫຍັບເຂົ້າໃກ້ການເປັນປະເທດທຳອິດໃນ ເອເຊຍຕາເວັນອອກສຽງໃຕ້ ທີ່ຈະຍອມຮັບການແຕ່ງດອງລະຫວ່າງເພດດຽວກັນ ເມື່ອຮ່າງກົດໝາຍເພື່ອປ່ຽນກົດໝາຍທີ່ມີຢູ່ແລ້ວນັ້ນ ໄດ້ຜ່ານການພິຈາລະນາ ຄັ້ງທຳອິດຢ່າງບໍ່ມີບັນຫາໃດໆເລີຍ, ຊຶ່ງເປັນຄວາມກ້າວໜ້າທີ່ໄດ້ກະຕຸ້ນໃຫ້ນາ ຍົກລັດຖະມົນຕີ ເສດຖາ ທະວີສິນ ກ່າວວ່າ ທ່ານເຊື່ອວ່າ ຄວາມຮັກຈະ “ມີໄຊຊະນະໃນທີ່ສຸດ.”

ຮ່າງກົດໝາຍວ່າດ້ວຍຄວາມສະເໝີພາບໃນດ້ານການແຕ່ງງານສີ່ສະບັບໄດ້ຖືກນຳມາອະພິປາຍ ໂດຍບັນດາສະມາຊິກສະພາຕ່ຳທີ່ຖືກເລືອກຕັ້ງມາຢູ່ໃນສະພາ ແຫ່ງຊາດຂອງໄທ ແລະທັງໝົດນັ້ນ ໄດ້ຜ່ານການລົງຄະແນນສຽງຢ່າງງ່າຍດາຍ ດ້ວຍຄະແນນສຽງ 360 ຕໍ່ 10, ຊຶ່ງກຳລັງເຄື່ອນໄປຕາມຂັ້ນຕອນຕໍ່ໄປ ໃນການພິຈາລະນາອີກສອງຄັ້ງ. ນຶ່ງໃນສີ່ຮ່າງກົດໝາຍນັ້ນ ເປັນໄປໄດ້ສູງທີ່ຈະ ຖືກເລືອກສຳ​ລັບການພະຣາຊະຍິນຍອມ, ອັນເປັນຂັ້ນຕອນສຸດທ້າຍສຳລັບຮ່າງ ກົດໝາຍທີ່ຈະກາຍເປັນກົດໝາຍຢ່າງສົມບູນ.

ຖ້າຫາກຮ່າງກົດໝາຍເຫຼົ່ານັ້ນຜ່ານການຮັບຮອງ ແລະໄດ້ຮັບພະຣາຊະຍິນຍອມ ປະເທດໄທອາດເຂົ້າຮ່ວມກັບປະເທດເນປານ ແລະ ໄຕ້ຫວັນ ໃນໄວໆນີ້ ກໍຈະກາຍເປັນນຶ່ງໃນພຽງ​ສອງ​ສາມລັດຖະບານໃນເອເຊຍ ທີ່ຮັບຮອງການແຕ່ງ ງານຂອງພວກຊາວກະເທີຍ.

ເພື່ອຊ່ວຍ​ຮັບ​ຜ່ານຮ່າງກົດໝາຍດັ່ງກ່າວ ພວກນັກການເມືອງຂອງໄທ ໄດ້ທຳ​ການ​ປຸ້ມ​ລຸມສາມັກຄີທີ່ຫາໄດ້ຍາກນັ້ນ. ຮ່າງກົດໝາຍດັ່ງກ່າວ ເຫັນດີນຳກັນວ່າ ຈະເຮັດໃຫ້ການແຕ່ງດອງລະຫວ່າງເພດດຽວກັນຖືກຕ້ອງຕາມກົດໝາຍ ໂດຍການເອົາຄຳວ່າ “ຊາຍ” ແລະ “ຍິງ” ອອກຈາກເອກະສານຮັບຮອງການ ແຕ່ງງານ​ທີ່ຖືກຕ້ອງຕາມກົດໝາຍ ແທນທີ່ຈະອະທິບາຍວ່າເປັນການຮວມຕົວ ກັນລະຫວ່າງ “ບຸກຄົນ”.

Thailand on Thursday edged closer to becoming the first Southeast Asian nation to recognize same-sex unions when bills to change an existing law cruised through their first reading, progress that prompted Prime Minister Srettha Thavisin to say he believes love will "finally triumph."

Four marriage equality bills were debated by the elected Lower House in Thailand's parliament, and all were easily passed in 360-10 vote, moving them along to the next two readings. One of four bills is likely to be selected for royal assent — the final step for a bill to become law.

If the bills are passed and receive royal assent, Thailand could soon join Nepal and Taiwan to become one of the few governments in Asia to endorse gay marriage.

XS
SM
MD
LG