ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄທຊື້ໄຟຟ້າຈາກລາວຫຼາຍກວ່າ 33.7 ຕື້ບາດ ໃນ 7 ເດືອນຕົ້ນປີ, ເພີ້ມຂຶ້ນ 4.45 ເປີເຊັນ ແລະທັງໝົດປີນີ້ ຈະບໍ່ຊື້ ເກີນ 57.8 ຕື້ບາດ


ລົດບັນທຸກສິນຄ້າຈາກໄທຂ້າມຊາຍແດນລາວເຂົ້າມາລາວ
ລົດບັນທຸກສິນຄ້າຈາກໄທຂ້າມຊາຍແດນລາວເຂົ້າມາລາວ

ໄທນຳເຂົ້າໄຟຟ້າຈາກລາວຄິດເປັນມູນຄ່າຫຼາຍກວ່າ 33,700 ລ້ານບາດໃນ 7 ເດືອນຂອງຕົ້ນປີ 2021 ໂດຍ ຄາດວ່າໄທຈະນຳເຂົ້າພະລັງງານໄຟຟ້າຈາກລາວເກີນ 57,800 ລ້ານບາດ ໃນຕະຫລອດປີນີ້. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ຢືນຢັນວ່າການນໍາເຂົ້າພະລັງງານໄຟຟ້າຈາກລາວໃນປີ 2021 ນີ້ຈະເພີ່ມຂຶ້ນຈາກປີ 2020 ໃນອັດຕາສະເລ່ຍບໍ່ເກີນ 5 ເປີເຊັນ ເທົ່ານັ້ນ ດັ່ງຈະເຫັນໄດ້ຈາກໃນໄລຍະເວລາ 7 ເດືອນ ໃນຕົ້ນປີ 2021 ທີ່ໄທໄດ້ນຳເຂົ້າພະລັງງານໄຟຟ້າຈາກລາວ ຄິດເປັນມູນຄ່າລວມ 33,754.22 ລ້ານບາດ ຫຼືເພີ່ມຂຶ້ນ 4.45 ເປີເຊັນ ທຽບໃສ່ກັບໄລຍະດຽວກັນໃນປີ 2020 ທີ່ຜ່ານມາ ຈຶ່ງເຮັດໃຫ້ລາວສາມາດຄາດຫວັງໄດ້ວ່າໄທຈະນຳເຂົ້າໄຟຟ້າຈາກລາວ ຄິດເປັນມູນຄ່າລວມທັງບໍ່ເກີນ 57,865 ລ້ານບາດໃນຕະຫລອດປີ 2021 ນັ້ນເອງ.

ສ່ວນກະຊວງການຄ້າຂອງໄທລາຍງານວ່າການຄ້າຊາຍແດນລະຫວ່າງໄທກັບລາວ ໃນຊ່ວງ 7 ເດືອນຕົ້ນປີ 2021 ຜ່ານມາ ມີມູນຄ່າລວມ 122,214.46 ລ້ານບາດ ເພີ້ມຂຶ້ນ 14.7 ເປີເຊັນທຽບກັບຊ່ວງດຽວກັນໃນປີ 2020 ໂດຍທີ່ລາວຍັງເປັນຝ່າຍຂາດດຸນການຄ້າຕໍ່ໄປໃນມູນຄ່າລວມ 21,433.29 ລ້ານບາດ ເພີ້ມຂຶ້ນເກີນ 49 ເປີເຊັນ ຈຶ່ງຄາດວ່າການຄ້າຊາຍແດນໄທກັບລາວຈະມີມູນຄ່າລວມເກີນກວ່າ 216,530 ລ້ານບາດໃນຕະຫລອດປີ 2021 ແລະລາວຈະຂາດດຸນການຄ້າຕໍ່ໄທຫລາຍກວ່າ 36,740 ລ້ານບາດ.

ສ່ວນກະຊວງອຸດສາຫະກໍາ ແລະການຄ້າຂອງລາວລາຍງານວ່າໃນ 7 ເດືອນຕົ້ນປີ 2021 ການຄ້າຕ່າງ ປະເທດຂອງລາວມີມູນຄ່າທັງໝົດ 6,692 ລ້ານໂດລາ, ໃນນັ້ນເປັນການສົ່ງອອກ 3,254 ລ້ານໂດລາ ແລະ ນໍາເຂົ້າ 3,439 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າ 185 ລ້ານໂດລາ ຊຶ່ງເມື່ອສົມທົບດ້ວຍການຂາດດຸນບັນຊີເງິນຕາຕ່າງປະເທດໃນອັດຕາ 9,4 ເປີເຊັນ ຂອງລວມຍອດຜະລິດຕະພັນລວມພາຍໃນ (GDP) ນັບຕັ້ງແຕ່ປີ 2020 ເປັນຕົ້ນມາກໍຍັງເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດຂອງລາວເຫຼືອພຽງ 1,108 ລ້ານໂດລາເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມຕ່າງປະເທດເພື່ອດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ເຊິ່ງຈະເຮັດໃຫ້ລັດຖະບານລາວມີໜີ້ສິນຕ່າງປະເທດສະສົມເພີ່ມຂຶ້ນຈາກ 13,491 ລ້ານໂດລາ ຄິດເປັນ 68 ເປີເຊັນ ຂອງ GDP ໃນປີ 2020, ເປັນຫຼາຍກວ່າ 15,491 ລ້ານໂດລາ ຫຼື ເກີນກວ່າ 70 ເປີເຊັນຂອງ GDP ໃນປີ 2021 ນີ້.

ແຕ່ຢ່າງ​ໃດກໍຕາມ​ ມູນຄ່າການສົ່ງອອກຂອງລາວດັ່ງກ່າວ ຍັງບໍ່ລວມເອົາມູນຄ່າສົ່ງອອກພະລັງງານໄຟຟ້າແຕ່ຢ່າງ ໃດເພາະເຂື່ອນສ່ວນໃຫຍ່ນັ້ນເປັນການສຳປະທານຂອງກຸ່ມລົງທຶນຕ່າງປະເທດ ທີ່ໄດ້ກູ້ຢືມເງິນໃນຕ່າງປະເທດຈຶ່ງບໍ່ຈຳເປັນຕ້ອງໂອນລາຍຮັບຈາກການສົ່ງອອກພະລັງງານໄຟຟ້າດັ່ງກ່າວກັບຄືນມາລາວ ແຕ່ຢ່າງໃດ ເພາະຈະຕ້ອງຊໍາລະໜີ້ໃນຕ່າງປະເທດ. ໃນປັດຈຸບັນລາວມີແຫຼ່ງຜະລິດພະລັງງານໄຟຟ້າ 81 ແຫ່ງ ຊຶ່ງໃນນີ້ 10 ແຫ່ງ ເປັນຂອງ EDLແຕ່ທາງການລາວກໍເຊື່ອວ່າ ຈະສົ່ງຜົນດີຕໍ່ການພັດທະນາລາວ ໃນໄລຍະຍາວ ດັ່ງທີີ່ທ່ານຈັນທະບຸນ ສຸກອາລຸນຢືນຢັນວ່າ:
ການເປີດໃຫ້ນັກລົງທຶນເຂົ້າມາເຮັດເຂື່ອນ ແລະຂາຍໄຟຟ້າ ບໍ່ວ່າຈະຂາຍໄຟໄປຕ່າງ
ປະ
ເທດ ຫຼືຂາຍໄຟໃຫ້ໄຟຟ້າລາວ ມັນເປັນທາງອອກ ລະກະທາງເລືອກທີ່ດີທີ່ສຸດສຳ
ລັບປະ
ເທດກຳລັງພັດທະນາ ລະກະຂາດທຶນຮອນຄຶປະເທດລາວເຮົານີ້ ການໃຫ້ສຳປະ
ທານມັນ
ກະມີອາຍຸແຕ່ 25 ປີ 30 ປີ ຫຼັງຈາກໝົດອາຍຸສຳປະທານແລ້ວເຂື່ອນດັ່ງກ່າວ
ກໍຈະໄດ້
ມອບໂອນຄືນໃຫ້ກັບລັດຖະບານເຂື່ອນກັບມາເປັນຂອງລັດຖະບານແລ້ວ 90
ເປີເຊັນຂອງການຂາຍໄຟຟ້າທັງໝົດຈະຖືວ່າເປັນເງິນສົດໆ ທີ່ລັດຖະບານໄດ້ຮັບໂດຍ
ທີ່ວ່າ
ໂຕເອງ ບໍ່ໄດ້ລົງທຶນຈັກກີບ ສະນັ້ນອັນນີ້ແມ່ນການສ້າງຊັບສິນໄວ້ໃຫ້ເຮົາໃນອະ
ນາຄົດ.

ໂດຍແຫລ່ງຜະລິດໄຟຟ້າທັງ 81 ແຫ່ງມີກຳລັງຕິດຕັ້ງລວມ 10,328 ເມກາວັດ ທີ່ສາມາດ
ຜະລິດໄຟຟ້າໄດ້ລວມກັນ 53,640 ລ້ານກິໂລວັດ/ໂມງ ຕໍ່ປີ ແລະ ກຳລັງດຳເນີນການກໍ່
ສ້າງເຂື່ອນອີກ 19 ໂຄງການ ທີີ່ມີກຳນົດຈະແລ້ວເສັດໃນປີ 2021 ນີ້ ຊຶ່ງຈະເຮັດໃຫ້ລາວ
ມີແຫຼ່ງຜະລິດໄຟຟ້າເຖິງ 100 ແຫ່ງ ມີກຳລັງ ຕິດຕັ້ງລວມເຖິງ 13,000 ເມກາວັດ ຜະລິດ
ໄຟຟ້າໄດ້ເຖິງ 67,000 ລ້ານກິໂລ ວັດ/ໂມງ ຕໍ່ປີ ໃນນີ້ 85 ເປີເຊັນ ຈະສົ່ງອອກໄປຕ່າງ
ປະເທດ ຄິດເປັນມູນຄ່າ ລວມເຖິງ 2,000 ລ້ານໂດລາ ໃນປີ 2021 ແລະ 2,980 ລ້ານ
ໂດລາ ໃນປີ 2022.

XS
SM
MD
LG