ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ໄທ ພົບເຫັນ ຫລາຍສິບສົບ ຢູ່ໃນຄ້າຍພັກ ຂອງພວກແກ໊ງຄ້າມະນຸດ


ພວກຄົນງານ ຫາມສົບຂອງເຫຍື່ອການຄ້າມະນຸດຄົນໜຶ່ງ ທີ່ຖືກພົບເຫັນ ຢູ່ຈັງຫວັດສົງຂະຫລາ ພາກໃຕ້ຂອງໄທ, ວັນທີ 1 ພືດສະພາ 2015.
ພວກຄົນງານ ຫາມສົບຂອງເຫຍື່ອການຄ້າມະນຸດຄົນໜຶ່ງ ທີ່ຖືກພົບເຫັນ ຢູ່ຈັງຫວັດສົງຂະຫລາ ພາກໃຕ້ຂອງໄທ, ວັນທີ 1 ພືດສະພາ 2015.

ຕຳຫລວດ​ແລະ​ທະ​ຫານ​ໃນ​ພາກ​ໃຕ້​ຂອງ​ໄທ ​ໄດ້​ກູ້​ເອົາ​ຊາກ​ສົບ​
ມາ​ໄດ້ 30 ກ່ວາ​ສົບ ຈາກ​ຂຸມ​ຝັງ​ສົບ​ຕື້ນໆ ຢູ່ຄ້າຍແຫ່ງ​ໜຶ່ງໃນ​ປ່າ
ດົງ​ຫ່າງ​ໄກ​ ທີ່ຮູ້​ກັນ​ວ່າ ​ເປັນ​ຄ້າຍ​ທີ່​ພວກ​ແກ໊ງລັກລອບຂົນ​ສົ່ງ​ຄົນ
ແລະ​ຄ້າ​ມະນຸດ​ເຄີຍໃຊ້​. Ron Corben ນັກ​ຂ່າວ​ວີ​ໂອ​ເອ ທີ່​ບາງ
ກອກ ລາຍ​ງານ​ວ່າ ການ​ຄົ້ນ​ພົບ​ຄ້າຍ​ແຫ່ງ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ທັງ
​ປະ​ເທດ​ໄທ ​ແລະ​ມາ​ເລເຊຍ ພາກັນ​ເພີ້​ມທະວີ​ຄວາມ​ພະຍາຍາມ
​ຂຶ້ນ ​ເພື່ອ​ຢຸດ​ກິດຈະການ​ອັນ​ຊົ່ວ​ຮ້າຍດັ່ງກ່າວ​ຂອງ​ພວກ​ແກ໊ງອາ​ຊະ
​ຍາກ​ອນນັ້ນ. ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ພະນັກງານ​ທະຫານ​ແລະ​ຕຳຫລວດ ປະມານ 200 ຄົນ ​ໄດ້​ກູ້​ເອົາ​ສົບ​ເຫລົ່ານັ້ນ ຂຶ້ນ​ມາ​ຂຸມ​ຫລາຍໆ​ແຫ່ງ ຢູ່​ໃນ​ຄ້າຍແຫ່ງ​ໜຶ່ງ​ໃນເຂດປ່າ​ດົງ​ໃກ້​ກັບ​ຊາຍ​ແດນ​ມາ​ເລ​ເຊຍ. ​ເຈົ້າ​ໜ້າ​ທີ່
​ກ່າວ​ວ່າ ເປັນ​ທີ່​ເຊື່ອ​ກັນ​ວ່າ​ພວກ​ເຄາະ​ຮ້າຍ ສ່ວນ​ໃຫຍ່ແມ່ນຊາວອົບ​ພະຍົບ​ມຸສລິ​ມ​ໂຣຮິງ
ຢາ ທີ່​ເດີນທາງ​ໂດຍ​ທາງ​ເຮືອ ມາ​ຈາກ​ມຽນມາ​ແລະ​ບັງ​ກະລາ​ແດ​ສ.

ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ຄົນ​ສັນຊາດ​ບັງ​ກະລາ​ແດ​ສ ຖື​ກພົບ​ເຫັນ​ຍັງ​ມີ​ຊີວິດ​ຢູ່ ​ແຕ່ວ່າ​ອ່ອນ​ເພຍ​ຫລາຍ ຍ້ອນ​ໄດ້​ປະສົບ​ກັບ​ຄວາມອຶດ​ຢາກ​ ຫລັງ​ຈາກພວກລັກລອບ​ຄ້າ​ມະນຸດ​ໄດ້​ປະ​ຖີ້ມ
ຄ້າຍ​ນັ້ນ​ໄປ.

ຄ້າຍ​ດັ່ງກ່າວ ຢູ່​ໃນ​ເຂດ​ຊາຍ​ແດນ​ຕິດ​ກັບ​ມາ​ເລ​ເຊຍ ​ແມ່ນ​ໜຶ່ງ​ໃນ​ຫລາຍໆ​ຄ້າຍ​ທີ່​ພວກ​ແກ໊ງ​
ໃຊ້​ເປັນບ່ອນ​ກັກ​ຄົນ​ໄວ້ ກ່ອນ​ທີ່​ຈະ​ລັກລອບສົ່ງ​ເຂົາ​ເຈົ້າຂ້າມ​ຊາຍ​ແດນ​ໄປ.

ທ່ານ​ນາງ Chris Lewa ​ເປັນ​ຜູ້​ປະສານ​ງານ​ຂ​ອງ​ໂຄງການ Arakan ທີ່​ຕິດຕາມ​ເບິ່ງການ​ລັກລອບ​ຂົນ​ສົ່ງ​ຄົນ ​ຈາກ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ ​ແລະຈາກ​ບັງ​ກະລາ​ແດ​ສ. ທ່ານນາງ
Lewa ກ່າວ​ວ່າ ການເສຍ​ຊີວິດ​ຂອງ​ຄົນ ເຫລົ່ານັ້ນ​ເນ້ນ​ໃຫ້​ເຫັນ​ເຖິງ ຊະ​ຕາ​ກຳ​ອັນ​ຮ້າຍ​ແຮງ
​ທີ່​ພວກ​ອົບ​ພະຍົບທາງ​ເຮື​ອສືບ​ຕໍ່​ປະ​ເຊີນ ຢູ່​ໃນ​ກຳມື​ຂອງ​ຂອງ​ພວກ​ແກ໊ງລັກ​ລອບຂົນ​ສົ່ງຄົນ​
ແລະ​ຄ້າ​ມະນຸດ.

ທ່ານ​ນາງ Lewa ກ່າວ​ວ່າ “​ເລື້ອງ​ແບບ​ນີ້ ​ແມ່ນ​ໄດ້​ມີ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ.
ຖ້າ​ພວກ​ຄົນ​ເຫລົ່າ​ນັ້ນ​ບໍ່​ສາມາດ​ຈ່າຍ​ເງິນ​ໃຫ້​ພວກ​ເຂົາ ​ເຂົາ​ເຈົ້າ​ກໍ​ຈະ​ຖື​ກກັກ​ໂຕ​ໄວ້​
ເປັນ​ເວລາ​ຫລາຍໆ​ເດືອນ ​ເດື​ອນ​ແລ້ວ​ເດືອນ​ເຫລົ່າ ​ແລະ​ບາງ​ຄົນ​ກໍ​ຮອດ​ການ​ເປັນ​
ເປ້​ຍລ່ອຍ ​ຍ້ອນ​ໂຣກຂາດໄວ​ຕະມິນ​ບີ ​ເປັນ​ມຶນ​ໄປ ບໍ່​ສາມາດ​ເຄື່ອນ​ໄຫວ​ໄປມາ​ໄດ້
ແລະ​ກໍ​ຕາຍ​ໄປ ສ່ວນ​ໃຫຍ່ແມ່ນ​ຍ້ອນ​ເຈັບ​ປ່ວຍ ​ແລະ​ຈິ​ງໆ​ແລ້ວ ບາງ​ເທື່ອ​ກໍ​ຍ້ອນ​

ຖືກ​ຂ້າ ຖ້າ​ເຂົາ​ເຈົ້າ​ພະຍາຍາມ​ຈະ​ລັກ​ໜີ ​ແຕ່​ໂດຍ​ທົ່ວ​ໄປ​ແລ້ວ ມັນ​ແມ່ນ​ໄລຍະ​
ເວລາ​ທີ່ພວກ​ເຂົາ​ເຈົ້າ​ຖືກ​ກັກ​ໂຕ​ໄວ້ ​ແລະ​ຕ້ອງ​ມີຊີວິດ​ຢູ່​ໃນ​ສະພາບ​ແບບ​ນັ້ນ.”

ບັນດາ​ເຈົ້າ​ໜ້າ​ທີີ່ກ່າວ​ວ່າ ຄຳ​ບອກ​ເລົ່າ​ຂອງ​ຕຳຫລວດ​ທ້ອງ​ຖິ່ນ​ຄົນ​ໜຶ່ງ ​ໄດ້​ພາ​ເຂົາ​ເຈົ້າ​ໄປ​
ຍັງ​ຄ້າຍ​ແຫ່ງ​ນັ້ນ. ພາບ​ຂອງ​ສື່​ມວນ​ຊົນ​ສະ​ແດງ​ໃຫ້​ເຫັນຕູບຫລາຍໆ​ຫລັງທີ່ເຮັດດ້ວຍຫຍ້າ ທີ່ສາມາດກັກໂຕຄົນໄວ້ໄດ້ ຮອດ 300 ຄົນ. ທ່ານ​ນາງ Lewa ກ່າວວ່າ ພວກທີ່ອົບ​ພະຍົບ
ມາທາງເຮືອ ຕາມປົກກະຕິແລ້ວ ມັກຈະຖືກຍ້າຍໜີຢ່າງໄວ ແຕ່ວ່າ ຜູ້ທີ່ບໍ່ສາມາດຈ່າຍເງິນ
ໃຫ້​ພວກ​ແກ໊ງຂົນ​ສົ່ງ ຈຳນວນປະມານ $2,000 ແມ່ນຈະຖືກທຸບຕີ.

ທ່ານ​ນາງ Lewa ກ່າວ​ວ່າ “​ແມ່ນ​ຕອນ​ທີ່​ພວກ​ເຂົາ​ເຈົ້າ​ເດີນທາງ​ມາ​ຮອ​ດປະ​ເທດ​
ໄທ​ແລ້ວ​ເທົ່າ​ນັ້ນ ​ເຂົາ​ເຈົ້າ​ຈຶ່ງ​ຈະ​ຖືກ​ກັກ​ໂຕ​ໄວ້ຢູ່ໃນ​ປ່າ ​ແລະ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຈ່າຍ​
ເງິນ​ໃຫ້​ພວກ​ລັກລອບ​ເອົາ​ເຂົາ​ເຈົ້າ​ມາ​ນັ້ນ ​ໃນ​ລາ​ຄາ​ເຕັມ ຄື​ປະມານ
60,000 ບາດ
ຫລື​ປະມານ $1,800. ບາງ​ຄັ້ງ ກໍ​ຫລາຍ​ກ່ວາ​ນັ້ນໜ້ອຍ​ໜຶ່ງ ​ແຕ່​ໂດຍ​ສະ​ເລ່ຍ​ແລ້ວ​
ແມ່ນ​ 60,000 ບາດ. ພວກ​ທີ່​ຕົກ​ຄ້າງ​ຢູ່​ຫັ້ນ​ແມ່ນ​ພວກ​ທີ່​ບໍ່​ໄດ້​ຈ່າຍ​ເງິນ​ໃຫ້​ເຂົາ ​ແລະ
​ກໍ​ຈະ​ຖືກທຸບ​ຕີ​ຢ່າງ​ຮຸນ​ແຮງ ​ເພາະ​ພວກ​ນາຍ​ໜ້າ​ຄິດ​ວ່າ ມັນ​ແມ່ນ​ວິທີ​ກົດ​ດັນ​ພວກ​
ອົບ​ພະຍົບ ​ແລະ​ກົດ​ດັນ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ ໃຫ້ຈ່າຍ​ເງິນ.”

ນັບ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ ​ໄດ້​ມີ​ຊາວ​ມຸສລິ​ມ​ໂຣຮິງ​ຢາທີ່​ໄຮ້​ລັດ​ຢູ່ ​ເດີນທາງມາ​ໂດຍທາງ
ເຮືອ​ທີ່​ອັນຕະລາຍນັ້ນ ຈຳນວນ​ຫລາຍ​ກ່ວາ 100,000 ຄົນ ​ໂດຍ​ຫວັງ​ຈະ​ໄປໃຫ້​ຮອດ​ມາ​
ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ ​ເພື່ອ​ຫລົບໜີ​ຄວາມ​ຮຸນແຮງ ​ແລະ​ຄວາມທຸກ​ຍາກ​ຢູ່​ໃນ​ມຽນມາ. ການ​ໂຈມ​ຕີ​ຕໍ່​ພວກຊາວ​ມຸສລິ​ມ​ໂຣຮິງ​ຢາ ຢູ່​ໃນ​ລັດອາຣາການ​ຂອງ​ມຽນມາ ​ໄດ້​ເພີ້​ມທະວີ
ຂຶ້ນ ​ໃນ​ໄລຍະ​ຫລາຍໆ​ປີຜ່ານມາ​ໄວໆ​ນີ້ ຊຶ່ງ​ໄດ້​ບີບ​ບັງຄັບໃຫ້​ຫລາຍ​ໝື່ນ​ຄົນ ຕ້ອງ​ໄດ້​ຫລົບ
ໜີ​ເຂົ້າ​ໄປ​ຢູ່​ໃນ​ຄ້າຍອົບ​ພະຍົບ.

ປະ​ເທ​ດ​ໄທ​ແລະ​ມາ​ເລ​ເຊຍ ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນຂອງ​ນາ​ໆ​ຊາດ ​ຫລາຍ​ຂຶ້ນ
ເລື້ອຍໆ ​ເພື່ອ​ໃຫ້ຍັບ​ຍັ້ງ​ກິດຈະການ​ລັກລອບ​ຂົນ​ສົ່ງ​ຄົນ ​ແລະ​ຄ້າ​ມະນຸດ​ນັ້ນ.

ຢູ່​ໄທ ທາງການ​ໄດ້​ຮັ​ດ​ເຄັ່ງ​ກົດໝາຍ​ປາບ​ປາມ​ ພວກ​ແກ໊ງລັກລອບ​ຂົນ​ສົ່ງຄົນ​ຫລາຍ​ຂຶ້ນ​ ​
ໂດ​ຍໄດ້​ພາ​ໃຫ້​ມີ​ການ​ຈັບ​ກຸມຄົນ​ໄທ​ຫລາຍໆ​ຄົນ ທີ່​ມີສ່ວນພົວພັນນຳ​ການ​ລັກ​ລອບ​ຄ້າ
ມະນຸດ.

ຢູ່ມາ​ເລ​ເຊຍນັ້ນ ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸມ​ຫົວໜ້າ​ຫລາຍໆ​ຄົນ​ຂອງ​ພວກ​ແກ໊ງລັກລອບ​ຂົນ​ສົ່ງ
ຊາວ​ໂຣຮິງ​ຢາ. ທ່ານ Lewa ກ່າວ​ວ່າ ຍ້ອນ​ການກວດ​ລ້າງ​ປາບ​ປາມ​ດັ່ງກ່າວ​ນັ້ນ ບັດ​ນີ້
ພວກ​ແກ໊ງຄ້າ​ມະນຸດຈຶ່ງ​ພາກັນກັກ​ຕົວ​ພວກ​ອົບ​ພະຍົບ​ໄວ້ ​ເທິງ​ເຮືອຢູ່​ກາງ​ທະ​ເລ ຫລາຍ
ກ່ວາຈະ​ພາໄປ ກັກ​ຕົວ​ໄວ້​ຢູ່​ໃນ​ຄ້າຍ​ກາງ​ປ່າ.

ທ່ານ​ນາງ Lewa ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ມີ​ໃນ​ລະຫວ່າງ 7 ຫາ 8 ພັນ​ຄົນ​ພຸ້ນ
ແຫລະ ທີ່​ຕົກຄ້າງ​ຢູ່​ກາງ​ທະ​ເລ. ພວກ​ເຂົາ​ເຈົ້າ​ຖືກ​ກັກ​ໄວ້​ຢູ່​ເທິງ​ເຮືອ​ທີ່​ເຂົາ​ເຈົ້າ​ຂີ່​ມາ
ບັດ​ນີ້​ເຮືອ​ຂອງ​ເຂົາ​ເຈົ້າ​ແມ່ນ​ຄ້າຍອົບ​ພະ​ຍົບ ​ແຕ່​ວ່າ​ຢູ່​ໃນ​ເຂດ​ນ່ານນ້ຳ​ສາກົນ. ​ເບິ່ງ​
ຄື​ວ່າໃນ​ໄລຍະ​ສອງ​ອາທິດ​ຜ່າ​ນມາ​ນີ້ ​ໄດ້​ມີ​ການຈັດ​ສົ່ງແບບ​ງຽບໆ ​ແລະ​ບາງ​ຄົນ​ກໍ​ສາມາດ​ເຂົ້າ​ມາ​ໃນ​ໄທ​ໄດ້ ​ແຕ່​ຈຳນວນ​ໜຶ່ງຜ່ານ​ມາ​ເລ​ເຊຍ​ເຂົ້າ​ມາ​ໂດຍ​ກົງ ​ແຕ່​ບໍ່​
ໄດ້​ຖືກ​ສົ່ງ​ໄປ​ຢູ່​ຄ້າຍກັກ​ກັນ.”

​ໃນ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ໄວໆ​ມາ​ນີ້ ຫ້ອງການ​ປາບ​ປາມ​ຢາ​ເສບ​ຕິດ
ແລະ​ອາ​ຊະ​ຍາ​ກຳ​ຂອງ​ສະຫະ​ປະຊາ​ຊາດ ຫລື UNODC ປະ​ເມິີນວ່າ ທຸລະ​ກິດ​ລັກລອບ
ຂົນ​ສົ່ງ​ພວກ​ຄົນ​ອົບ​ພະຍົບ ​ຢູ່​ໃນເອ​ເຊຍ​ນັ້ນ ສ້າງ​ລາຍ​ຮັບ​ຫລາຍ​ເຖິງ 2 ພັນ​ລ້ານ​ດອລລ່າ
ຕໍ່​ປີ ​ ໃຫ້​ພວກ​ແກ໊ງອາ​ຊະ​ຍາກ​ອນ ທີ່​ໄດ້​ມີ​ສ່ວນ​ພົວພັນນຳ​ການ​ຕາຍ​ແລະ ການລະ​ເມີດ​ສິດທິ​ຂອງ​ຫລາຍໆ​ຄົນ. ອົງການ UNODC ກ່າວ​ວ່າ ພວກ​ແກ໊ງ​ແບບ​ນັ້ນ​ແມ່ນ​ເປັນ “ໄພ​ຄຸກ​ຄາມ​ທີ່​ສຳຄັນ” ຕໍ່​ຂົງ​ເຂດ.

ອົງການ UNODC ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຮັດ​ເຄັ່ງ​ຂຶ້ນ ​ໃນ​ດ້ານສະຖິ ຕິແລະ​ກົດໝາຍ​ຂອງ
ປະ​ເທດ ຕະຫລອດ​ທັງ​ໃນ​ການ​ລະບຸ​ຕົວ​ພວກ​ຕາ ໜ່າງລັກລອບ​ຂົນ​ສົ່ງ​ຄົນ ​ກັບ​ທັງ​ໃຫ້ການ
ປົກ​ປ້ອງ​ຄຸ້ມ​ຄອງຫລາຍ​ຂຶ້ນ ​ແກ່ສິດທິ​ຂອງ​ພວກ​ຄົນ​ງານ​ຕ່າງ​ດ້າວ ​ແລະ​ພວກ​ຕົກ​ເປັນ
ເຫຍື່ອຂອງ​ການ​ຄ້າ​ມະ​ນຸດ.

ເບິ່ງລາຍງານຂ່າວເພີ້ມຕື່ມ ກ່ຽວກັບເລື້ອງນີ້:

Mass Grave Exposes Entrenched Trafficking in Thailand
please wait

No media source currently available

0:00 0:02:26 0:00

XS
SM
MD
LG