ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ຍິ່ງລັກ ຫລົບໜີໄປ ດູບາຍ ກ່ອນໜ້າການຕັດສິນຄະດີ


ພວກສະໜັບສະໜູນ ອະດີດນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັດ ຊິນນະວັດ ພາກັນຟ້ອນຢູ່ນອກສານສູງສຸດ ພາຍຫລັງທີ່ທ່ານນາງ ບໍ່ໄດ້ໄປປະກົດຕົວຢູ່ສານ ເພື່ອຟັງຄໍາຕັດສິນກ່ຽວກັບຄະດີຂອງທ່ານນາງຢູ່ບາງກອກໃນວັນທີ 25 ສິງຫາ 2017.
ພວກສະໜັບສະໜູນ ອະດີດນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັດ ຊິນນະວັດ ພາກັນຟ້ອນຢູ່ນອກສານສູງສຸດ ພາຍຫລັງທີ່ທ່ານນາງ ບໍ່ໄດ້ໄປປະກົດຕົວຢູ່ສານ ເພື່ອຟັງຄໍາຕັດສິນກ່ຽວກັບຄະດີຂອງທ່ານນາງຢູ່ບາງກອກໃນວັນທີ 25 ສິງຫາ 2017.

ມີ​ລາຍ​ງານ​ວ່າ ທ່ານ​ນາງ​ຍິ່ງ​ລັກ ຊິນນະ​ວັດ ອະດີດ​ນາຍົກລັດຖະມົນຕີ​ໄທ ໄດ້​ຫລົບໜີ
​ໄປ​ Dubai ກ່ອນ​ໜ້າການ​ຕັດສິນ​ຂອງ​ສານ​ສູງ​ສຸດ​ໃນຄະດີ​ປ່ອຍປະ​ລະ​ເລີຍຕໍ່ໜ້າທີ່.

ທ່ານ​ນາງ​ຍິ່ງລັກຢູ່​ໃສ​ແທ້ນັ້ນ ຍັງບໍ່ມີ​ຢັ້ງຢືນຢ່າງ​ເປັນ​ທາງການເທື່ອ ​ແຕ່ລາຍ​ງານ​ຈາກ​
ສື່​ມວນ​ຊົນ​ທ້ອງ​ຖິ່ນ ເວົ້າວ່າ​ສະມາຊິກ​ພັກ​ເພື່ອ​ໄທ​ຂອງທ່ານນາງໄດ້ເວົ້າ​ວ່າ ທ່ານ​ນາງ​
ໄດ້​ເດີນທາ​ງ​ໂດຍ​ທາງ​ລົດ​ໄປ​ກຳປູ​ເຈຍ ​ແລ້ວກໍ​ບິນ​ໄປຈາກທີ່ນັ້ນໄປ​ຍັງ​ Dubai ​ເພື່ອ
ໄປຫາ​ອ້າຍ​ຂອງທ່ານ​ນາງ ຄືທ່ານ​ທັກສິນ ຊິນນະ​ວັດ ​ອະ​ດີດ​ນາຍົກລັດຖະມົນຕີອີກ
ຄົນໜຶ່ງທີ່ລີ້​ໄພ​ ຢູ່ຕ່າງປະເທດ ແລະກໍຖືກໂຄ່ນ​ລົ້ມລົງໂດຍການ​ລັດຖະປະຫານ
​ຂອງທະຫານ.

ທ່ານ​ນາງ​ຍິ່ງລັກ​ໄດ້​ຖືກ​ກ່າ​ວຫາວ່າລະເລີຍຕໍ່ໜ້າທີ່ ທີ່​ກ່ຽວພັນ​ກັບໂຄງການ​ການຊ່ວຍ
​ເຫລືອເຂົ້າ​ແກ່​ພວກ​ຊາວນາ ທີ່ເປັນໂຄງການສ້າງ​ຄວາມ​ເສຍ​ຫາຍ​ແກ່​ລັດຖະບານ
​ຫລາຍ​ພັນ​ລ້ານ​ໂດ​ລານັ້ນ.​ ທ່ານ​ນາງ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາດັ່ງກ່າວ.

ສານ​ສູງ​ສຸດ​ປະ​ເທ​ດ​ໄທ​ໄດ້​ອອກ​ໝາຍ​ຈັບ​ທ່ານ​ນາງ​ຍິ່ງ​ລັກ ພາຍຫລັງທີ່​ທ່ານ​ນາງ​ບໍ່​ໄປ
ປາກົດ​ໂຕ​ຢູ່​ສານ​ເພື່ອ​ຟັງ​ການ​ຕັດສິນ. ພວກ​ທະນາ​ຍຄວາມ​ຂອງ​ທ່ານ​ນາງ​ກ່າວ​ວ່າ
ທ່ານ​ນາງ​ບໍ່​ສະບາຍ​ໜັກ​ຈຶ່ງບໍ່ໄປ​ສານໄດ້.

ສານ​ໄດ້​ກໍານົດເອົາ​ວັນ​ທີ 27 ​ເດືອນ​ກັນ​ຍາທີ່​ຈະ​ມາ​ເຖິງ​ນີ້ ວ່າເປັນມື້ທໍາ​ການ​ຕັດສິນ
ຄັ້ງຕໍ່ໄປ. ຄໍາຖະ​ແຫລ​ງການຂອງ​ສານສູງ​ສຸດ​ໄດ້​ກ່າວວ່າ “ພວກ​ເຮົາ​ຄິດ​ວ່າ​ໂຈດ​ກຳລັງ​
ໄປລີ້ ຫລື​ໄດ້​ຫລົບໜີໄປແລ້ວ”.

ທ່ານນາຍົກປະຢຸດ ຈັນໂອຊາ ຜູ້ບັນຊາການທະຫານທີ່ໄດ້​ໂຄນ​ລົ້ມ​ລັດຖະບານຂອງ
ທ່ານ​ນາງ​ຍິ່ງ​ລັກລົງໃນ​ການ​ເຮັດ​ລັດຖະປະຫານ​ໃນ​ປີ 2014 ນັ້ນ ໄດ້ກ່າວຢູ່ນະຄອນ
ບາງກອກ ວ່າ ທ່ານບໍ່ຮູຈັກວ່າດຽວນີ້ທ່ານນາງຢູ່ໃສ ແຕ່ວ່າລັດຖະບານກໍກໍາລັງ
ຊອກຫາທ່ານນາງຢູ່.

ໃນຕອນບ່າຍວັນສຸກມື້ນີ້ ສານບາງກອກແຫ່ງນຶ່ງໄດ້ຕັດສິນລົງໂທດ ອະດີດລັດຖະມົນ
ຕີ ກະຊວງການຄ້າໄທ ໃຫ້ຖືກຈໍາຄຸກເປັນເວລາ 42 ປີ ທີ່ກ່ຽວພັນກັບການໃຫ້ການຊ່ວຍ ເຫລືອດ້ານເຂົ້າ ທີ່ເປັນຂ່າວນອງນັນນັ້ນ. ອະດີດຮອງລັດຖະມົນຕີກະຊວງການຄ້າໄທ
ກໍຖືກ ຕັດສິນໃຫ້ຈໍາຄຸກເປັນເວລາ 36 ປີ ທີ່ໄດ້ເຮັດບົດບາດໃນການປອມແປງຢູ່ໃນການ
ຂາຍ ເຂົ້າຂອງລັດຖະບານໃຫ້ລັດຖະບານຈີນ.

ການ​ຊ່ວຍ​ເຫລືອ​ເຂົ້າຂອງ​ລັດຖະບານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ແກ່​ພວກ​ຊາວນາຢູ່ໃນໄລ
ຍະການ​ເລືອກ​ຕັ້ງ​ປີ 2011 ນັ້ນ ໄດ້​ຊ່ວຍໃຫ້​ພັກ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຊະນະ​ການ​ລົງ​
ຄະແນນ​ສຽງ.

ພວກ​ຝ່າຍຄ້ານ​ໄດ້​ກ່າວ​ວ່າ ການເຮັດແນວນັ້ນ ເປັນວິທີການຊື້ຄະແນນສຽງທີ່ມີປະສິດ
ທິ​ຜົນດີ​ໃນຂະນະ​ທີ່ຜູ້​ສະໜັບສະໜຸນ​ທ່ານນາງ​ຍິ່ງ​ລັກ ຍິນ​ດີກັບ​ການ​ຊ່ວ​ຍ​ເຫລືອດັ່ງ
ກ່າວ ​ແລະ​ໄດ້​ກ່າວ​ວ່າ ​ຄະດີທີ່ມີຕໍ່​ທ່ານ​ນາງແມ່ນ​ເປັນ​ເລື່ອງ​ການ​ເມືອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG