ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັດໄທເກົ່າແກ່ອາຍຸຫລາຍຮ້ອຍປີ ທີ່ຈັງຫວັດອະຍຸດທະຍາ ຖືກນໍ້າຖ້ວມ (ເບິ່ງວີດີໂອກັບຮູບສະໄລດ໌)


ວັດໄທເກົ່າແກ່ອາຍຸຫລາຍຮ້ອຍປີ ທີ່ຈັງຫວັດອະຍຸດທະຍາ ຖືກນໍ້າຖ້ວມ (ເບິ່ງວີດີໂອກັບຮູບສະໄລດ໌)
ວັດໄທເກົ່າແກ່ອາຍຸຫລາຍຮ້ອຍປີ ທີ່ຈັງຫວັດອະຍຸດທະຍາ ຖືກນໍ້າຖ້ວມ (ເບິ່ງວີດີໂອກັບຮູບສະໄລດ໌)

ໄພນໍ້າຖ້ວມໃນໄທ ໄດ້ຍັງຜົນໃຫ້ມີຜູ້ເສຍຊີວິດໄປແລ້ວ ຫລາຍກວ່າ 250 ຄົນ ພ້ອມກັບ ທໍາລາຍພື້ນທີ່ປູກຝັງ ແລະບັງຄັບ​ໃຫ້ປະຊາຊົນຫລາຍພັນຄົນ ຕ້ອງໄດ້ຍົກຍ້າຍໜີຈາກຖິ່ນຢູ່ ອາໃສທີ່ເປັນເຂດທີ່ຮາບຕໍ່າ ​ໃກ້​​ແມ່ນໍ້າຕ່າງໆ ນັ້ນ. ລະດັບນໍ້າທີ່ສູງຂຶ້ນນັບມື້ ແມ່ນໄດ້ເປັນ ໄພຂົ່ມຂູ່ຕໍ່ເມືອງໂບຮານອະຍຸດທະຍາ ອັນເປັນທີ່ຕັ້ງຂອງ​ພວກ​ວັດວາ​ເກົ່າ​ແກ່ ​ທີ່​ເປັ​ນມໍລະ ດົກໂລກຂອງອົງ ການ​ສະຫະ​ປະຊາ​ຊາດ​​ນັ້ນ ຊຶ່ງພວກເຈົ້າໜ້າທີ່ເປັນຫ່ວງວ່າ ມັນອາດສ້າງ ຄວາມເສຍຫາຍໃຫ້ແກ່ສະຖານທີ່ແຫ່ງນີ້ຢ່າງຖາວອນໄດ້. ນັກ​ຂ່າວ​ວີ​ໂອ​ເອ Daniel Schearf ລາຍ​ງານ​ມາ​ຈາກ​ອະ​ຍຸດ​ທະຍາ ຊຶ່ງດາຣາຈະ​ນໍາ​ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ

ວີດີໂອລາຍງານພາສາອັງກິດຂ້າງເທິງ ແມ່ນກົງກັນກັບບົດລາຍງານພາສາລາວຂ້າງລຸ່ມ

ແມ່ຕູ້ຊະບາ ອາຍຸເຈັດສິບປີ ຕ້ອງ​ໄດ້​ຢືມເຮືອນ້ອຍ ມາ​ພາຍ​ເມືອ​ບ້ານ​. ລາວ​ກັບ​ສະມາຊິກ
ຄອບຄົວ 20 ຄົນ​ແມ່ນອັດ​ແອ​ແຫຍ້​ກັນຢູ່​ເທິງ​ຊັ້ນ​ສອງຂອງ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ ​ເພາະ
ວ່າ​ນໍ້າ​ໄດ້​ຖ້ວມຊັ້ນ​ພື້ນ​ດິນ​ໝົດ​ແລ້ວ.

ເພື່ອຈະ​ໄປຮັບເອົາອາຫານແລະນໍ້າມາ​ກິນ ມື້ລະສາມເທື່ອນັ້ນ ພວກເຂົາເຈົ້າຕ້ອງ​ໄດ້ອອກ
ຈາກ​ຄຸ້ມ​ບ້ານ ໄປ​ຍັງບ່ອນຕູບຜ້າໃບບັນເທົາທຸກຊົ່ວຄາວ.

ແມ່ຕູ້ຊາບະ​ເວົ້າວ່າ “ຂ້ອຍມີຄອບຄົວໃຫຍ່ ດັ່ງນັ້ນການຢູ່ອາໃສກໍລໍາບາກ ຫລາຍ
ຂ້ອຍບໍ່ມີເຮືອ ແລະຈໍາເປັນຕ້ອງລອຍນໍ້າເພື່ອມາບ່ອນນີ້. ພວກ​ຂ້ອຍເກືອບບໍ່ມີ
ອາຫານກິນແລ້ວ ແລະນໍ້າກໍ​ບໍ່​ມີ​ແລ້ວ.”

ບ້ານ​ເຮືອນແລະທຸລະກິດຫລາຍຮ້ອຍ​ແຫ່ງໃນອະຍຸດທະຍາ​ໄດ້ຖືກນໍ້າຖ້ວມ ຫລັງຈາກຝົນທີ່
ຕົກລົງ​ມາ​ຢ່າງໜັກ ​ເຮັດ​ໃຫ້​ນໍ້າລົ້ນຝັ່ງແມ່ນໍ້າເຈົ້າພະຍາ.

ວັດໄຊວັດທະນາຣາມ ຊຶ່ງເປັນວັດເກົ່າແກ່ອາຍຸຫລາຍຮ້ອຍປີ ​ໄດ້​ກາຍ​ມາ​ເປັນສະ​ອາບນໍ້າ​ໄປ.

ທ່ານ ​ໄຊ​ຍະ​ນັນ ບຸດສະຢາຣັດ ຜູ້ອໍານວຍການສວນປະວັດສາດອະຍຸດທະຍາ ກ່າວວ່າ
ສິ່ງ​ດຽວ​ທີ່​ພວ​ກ​ເພິ່ນ​ເຮັດ​ໄດ້​ໃນ​ເວລາ​ນີ້ ກໍ​ຄື​ລໍຖ້າ​ໃຫ້​ນໍ້າ​ລົດ​ລົງ ​ເພື່ອ​ຈະ​ໄດ້​ຊັ່ງຊາ​ຕີ​ລາຄາ​ຄ
ວາມ​ເສຍ​ຫາຍ.

ທ່ານ​ໄຊ​ຍະ​ນັນ​ເວົ້າ​ວ່າ “ພວກ​ຂ້ອຍ​ເຊົາ​ ບໍ່ເຮັດ​ຫຍັງອີກແລ້ວ ​ເພາະວ່າ​ບໍ່​ສາມາດ​
ດໍາ​ເນີນ​ການ​ໃດໆ​ໄດ້. ຫລັງ​ຈາກ​ສະຖານະ​ການ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ແລ້ວ
ພວກ​ຂ້ອຍ​ຈຶ່ງ​ຈະ​ເບິ່ງ​ວ່າ ຄວາມ​ເສຍ​ຫາຍ​ມີ​ໜ້ອຍ​ຫລາຍ​ສໍ່າ​ໃດ ​ແລະ​ຊອກ​ຫາ
ມາດຕາ​ການ​ໄລຍະ​ຍາວ​ບາງ​ຢ່າງ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເລື່ອງ​ແບບນີ້​ຂຶ້ນ​ອີກ​
ໃນ​ອະນາຄົດ.”

ອົງການວັດທະນະທໍາສະຫະປະຊາຊາດ ຫລືຢູເນສໂກ ກ່າວວ່າ ຖ້າຫາກ ນໍ້າຖ້ວມຊໍ້າຮ້າຍ
ໄປກວ່ານີ້ແລ້ວ ສະຖານທີ່ມໍລະດົກໂລກແຫ່ງນີ້ຂອງເມືອງອະຍຸດທະຍາ ກໍຈະຕົກ​ຢູ່​ໃນ​ອັນ
ຕະລາຍ​ຂອງ​ການຖືກທໍາລາຍຢ່າງ​ສິ້ນ​ເຊີງ.

ກອງທັບລາດ​ຊະນາ​ວີ​ໄທ ໄດ້ສັ່ງ​ໃຫ້ເຮືອໃຫຍ່ໆທີ່ຢູ່ໃນ​ແມ່​ນໍ້າ​ເຈົ້າ​ພະຍາ ຕິດຈັກໄວ້ເກືອບ
ໝົດມື້ ເພື່ອຊ່ວຍເປັ່ງນໍ້າອອກສູ່ທະເລ.

ພົນເຮືອ​ໂທ ທະວີວັດ ພົງພິພັດ ກ່າວວ່າ ພວກເຂົາເຈົ້າກໍາລັງເປັ່ງນໍ້າ ອອກຈາກແມ່ນໍ້າ​ເຈົ້າ
ພະຍາ​ ​ໃນ​ປະລິມາ​ນເພີ່ມ​ຕື່ມ ປະມານຫ້າລ້ານ ແມດກ້ອນຕໍ່ມື້.

ພົນເຮືອ​ໂທ ທະວີວັດ ກ່າວ​ວ່າ “ຖ້າຝົນຕົກລົງມາອີກ ກໍອາດມີບັນຫາອີກ ເພາະວ່າ
ຖ້າຝົນຕົກອີກ ກໍໝາຍເຖິງຈະມີນໍ້ານອງອີກ. ພວກເຮົາ​ກໍໄດ້ແຕ່ ສວດມົນພາວະ
ນາ ສວດມົນ ບໍ່ໃຫ້ຝົນຕົກມາອີກ.”

ແຕ່ພວກພະຍາກອນອາກາດຂອງໄທກ່າວວ່າ ຄາດວ່າຈະມີຝົນອີກໃນ ຫລາຍມື້ຕໍ່ໜ້ານີ້ ແລະສະຖານະການກໍມີແຕ່ຈະຊໍ້າຮ້າຍລົງໄປອີກ.

XS
SM
MD
LG