ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດກ່າວວ່າ ນະຄອນຫຼວງຂອງປະເທດໄທ
ແລະກໍາປູເຈຍແມ່ນຕົກຢູ່ໃນຄວາມສ່ຽງທີ່ຈະຖືກນໍ້າຖ້ວມ ໃນຂະນະທີ່ໄພນໍ້າຖ້ວມ
ຮ້າຍແຮງໃນຍຸກສະໄໝໃໝ່ ພວມເກີດຂຶ້ນຢູ່ໃນທົ່ວພາກພື້ນເຂດອ່າງນໍ້າຂອງ.
ທ່ານນາງ Kirsten Mildren ໂຄສົກຂອງອົງການຊ່ອຍເຫຼືອທາງດ້ານມະນຸດ
ສະທຳຂອງສະຫະປະຊາຊາດໄດ້ກ່າວຕໍ່ VOA ໃນວັນອັງຄານມື້ນີ້ວ່າ ພວກເຈົ້າໜ້າ
ທີ່ໃນບາງກອກແມ່ນໄດ້ເອົາມາດຕະການປ້ອງກັນແລະຕຽມພ້ອມທີ່ຈະຮັບມືກັບ
ສະຖານະການ ຂະນະທີ່ລະດັບນໍ້າຖ້ວມຖ້ວມໄດ້ກົດດັນເພີ່ມຂຶ້ນຕໍ່ນະຄອນຫຼວງ
ຂອງໄທ.
ທ່ານນາງ Mildren ຍັງກ່າວວ່າ ລະດັບນໍ້າແມ່ນຍັງເພີ່ມຂຶ້ນຢູ່ເລື້ອຍໆທີ່ກໍາປູເຈຍ
ຊຶ່ງນະຄອນຫຼວງພະນົມເປັນພວມຖືກຂົ່ມຂູ່ໃນເວລານີ້. ໄດ້ມີ 183 ຄົນແລ້ວເສຍຊີວິດ
ໃນທົ່ວປະເທດຕັ້ງແຕ່ເດືອນສິງຫາເປັນຕົ້ນມາ ແລະທົ່ງນາເກືອບ 1 ແສນ ເຮັກຕາ
ແມ່ນໄດ້ຮັບຄວາມເສຍຫາຍຫຼືບໍ່ກໍຖືກທໍາລາຍ.
ໃນທົ່ວຂົງເຂດແລ້ວ ທ່ານນາງ ກ່າວວ່າ ມີຢ່າງນ້ອຍ 500 ໄດ້ເສຍຊີວິດໄປແລະມີ
ປະຊາຊົນຈໍານວນນັບເປັນລ້ານໆຄົນໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມດັ່ງກ່າວນີ້
ທັງຢູ່ໃນໄທ, ກໍາປູເຈຍ, ລາວ ແລະຫວຽດນາມນໍາ.