ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດຢູ່ໄທ


ຕຳຫຼວດຄົນນຶ່ງທີ່ບາງກອກ ຢືນຢູ່ທາງນອກ ບໍລິເວນຫໍພັກ ທີ່ເກີດເຫດລະເບີດ (6 ຕຸລາ 2010)
ຕຳຫຼວດຄົນນຶ່ງທີ່ບາງກອກ ຢືນຢູ່ທາງນອກ ບໍລິເວນຫໍພັກ ທີ່ເກີດເຫດລະເບີດ (6 ຕຸລາ 2010)

ເຈົ້າໜ້າທີ່ໄທກ່າວວ່າ ມີ 3 ຄົນແລ້ວທີ່ໄດ້ຮັບການຢືນຢັນ ວ່າເສຍຊີວິດໃນເຫດລະເບີດຂະໜາດແຮງທີ່ອາຄານຫໍພັກ ໃຫຍ່ແຫ່ງນຶ່ງ ຢູ່ທີ່ບາງກອກ ໃນວັນອັງຄານວານນີ້.

ນອກນັ້ນແລ້ວຍັງມີ 9 ຄົນໄດ້ຮັບບາດເຈັບໃນເຫດລະເບີດ ທີ່ໄດ້ສ້າງຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ອາຄານຫໍພັກ ຫຼາຍຊັ້ນໃນເຂດຊານເມືອງຂອງບາງກອກ. ເຈົ້າໜ້າທີ່ເວົ້າ ວ່າ ເຫດລະເບີດໃນຄັ້ງນີ້ ອາດເກີດຈາກລະເບີດຂະໜາດ ໃຫຍ່ຫລືວັດຖຸເຮັດລະເບີດ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງໄທ ນາຍພົນປຣະ ວິດ ວົງສຸວັນ ກ່າວຕໍ່ອົງການຂ່າວຝຣັ່ງວ່າ ເປັນທີ່ຈະແຈ້ງ ວ່າ ພວກວາງລະເບີດໃນຄັ້ງນີ້ ແມ່ນເປັນພວກປະທ້ວງ ເສື້ອແດງ ຊຶ່ງທ່ານໝາຍເຖິງ ພວກປະທ້ວງຕໍ່ຕ້ານລັດຖະ ບານ ທີ່ໄດ້ຈັດການໂຮມຊຸມປະທ້ວງຂະໜາດໃຫຍ່ ທີ່ບາງ ກອກໃນຕົ້ນປີນີ້.

ລາຍງານກ່ອນນີ້ແຈ້ງວ່າ ເຈົ້າໜ້າທີ່ເຊື່ອວ່າ ເຫດລະເບີດໃນຄັ້ງນີ້ ອາດມີສ່ວນພົວພັນກັບ ພວກກະບົດມຸສລິມຢູ່ໃນເຂດພາກໃຕ້ຂອງໄທ ບ່ອນທີ່ມີຫຼາຍກວ່າ 4 ພັນຄົນແລ້ວໄດ້ເສຍ ຊີວິດ ນັບແຕ່ປີ 2004 ເປັນຕົ້ນມາ.

XS
SM
MD
LG