ເກືອບ 5 ປີມາແລ້ວ ນັບຕັ້ງແຕ່ຝ່າຍທະຫານໄດ້ຂຶ້ນມາກຳອຳນາດ ດ້ວຍການເຮັດລັດຖະປະຫານອີກຄັ້ງນຶ່ງ ໃນທີ່ສຸດໄທກໍປະກາດວັນທີ່ຈະຈັດການເລືອກຕັ້ງຂຶ້ນ ຢ່າງເປັນທາງການຂຶ້ນ ໃນທ້າຍເດືອນມີນາຈະມາເຖິງນີ້.
ມັນມາກັບການຕໍ່ຕ້ານທີ່ເພີ້ມຂຶ້ນ ຕໍ່ການຄວບຄຸມຢ່າງເຄັ່ງຄັດຂອງທະຫານໃນການສ້າງສິດເສລີພາບໃນການປາກເວົ້າ ໃນຂະນະທີ່ພວກນັກເຄື່ອນໄຫວ ແລະນັກສິນລະປິນ ມີຄວາມສ່ຽງຕໍ່ການຖືກນາບຂູ່ຫລາຍຂຶ້ນວ່າ ຈະຖືກຄຸກ ໃນການຮ້ອງຂໍແບບເປີດເຜີຍວ່າ ໃຫ້ຈັດການປ່ອນບັດເລືອກຕັ້ງຂຶ້ນ.
ປະທານກຳມາທິການເລືອກຕັ້ງຂອງໄທ, ທ່ານ ອິດທິພອນ ບຸນປຣະຈົງ (Ittiporn Boonpracong) ກ່າວຢູ່ກອງປະຊຸມຖະແຫລງຂ່າວໃນວັນພຸດຜ່ານມາວ່າ ການເລືອກຕັ້ງນີ້ ມີກຳນົດຈະຈັດຂຶ້ນໃນວັນທີ 24 ມີນາ.
ທ່ານກ່າວວ່າ "ນັ້ນຄືວັນທີ ທີ່ມີຄວາມຍືດຍຸ່ນພໍສົມຄວນ ແລະໜ້າຈະເປັນປະໂຫຍດໃຫ້ແກ່ທຸກຄົນທີ່ມີສ່ວນກ່ຽວຂ້ອງ. ນັ້ນຄືເຫດຜົນທີ່ພວກເຮົາເລືອກເອົາວັນນັ້ນ."
ຄວາມບໍ່ພໍໃຈຂອງປະຊາຊົນໄດ້ມີຂຶ້ນເມື່ອ ມີການປະກາດເມື່ອບໍ່ນານມານີ້ວ່າ ການປ່ອນບັດທີ່ສັນຍາວ່າຈະມີຂຶ້ນແຕ່ດົນນານນັ້ນ ໄດ້ຖືກເລື່ອນໄປເປັນຄັ້ງທີ 6 ແລ້ວ ຍ້ອນເປັນຫ່ວງວ່າ ວັນເລືອກຕັ້ງທີ່ກຳນົດວ່າຈະຈັດຂຶ້ນໃນວັນທີ 24 ກຸມພາທີ່ຈະມາເຖິງນີ້ ອາດຈະຂັດກັນກັບພິທີຣາຊາພິເສກຂອງກະສັດ ມະຫາ ວາຈີຣະລົງກອນ ທີ່ຈະມີຂຶ້ນໃນເດືອນພຶດສະພານີ້.
ເບິ່ງດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ
ຂໍ້ແກ້ຕົວດັ່ງກ່າວເຮັດໃຫ້ຫລາຍຄົນມີຄວາມງຶນງົງຢູ່ ໃນຂະນະທີ່ວ່າ ການເລື່ອນວັນເລືອກຕັ້ງອອກໄປ ມັນກໍຍິ່ງຈະເຮັດໃຫ້ຍັບເຂົ້າໄປໃກ້ກັບການທີ່ຈະຂັດກັບວັນຈັດພິທີຣາຊາພິເສກ ຫລາຍຂຶ້ນກວ່າເກົ່າ.
ກຸ່ມທີ່ນິຍົມຣາຊາທີ່ສຳຄັນກຸ່ມນຶ່ງ ໄດ້ທຳການປະທ້ວງຢູ່ນອກຫ້ອງການຄະນະກຳມາທິການໂດຍກົງເລີຍ ເພື່ອຄັດຄ້ານວັນປ່ອນບັດທີ່ຈະມີຂຶ້ນກ່ອນວັນຈັດພິທີຣາຊາພິເສກໃນທັນທີທັນໃດ ພາຍຫລັງມີການປະກາດວັນເລືອກຕັ້ງດັ່ງກ່າວໃນວັນພຸດຜ່ານມາ.
ບັນດາພັກທີ່ນ້ອຍກວ່າ ທີ່ຢູ່ໃນເວທີສະເພາະ ບັດນີ້ ມີກຳນົດທີ່ຈະເຂົ້າແຂ່ງຂັນກັນ ຢູ່ໃນການເລືອກຕັ້ງທີ່ຢູ່ໃນບັນຍາກາດການເມືອງທີ່ມີລັກສະນະຂ້ອນຂ້າງເປີດກວ້າງ ນັບແຕ່ ລັດຖະບານທະຫານໄດ້ຜ່ອນຜັນການຫ້າມເຄື່ອນໄຫວທາງການເມືອງໃນລະດັບກວ້າງຂວາງຂຶ້ນ ໃນເດືອນທັນວາທີ່ຜ່ານມາ.