ການພັດທະນາດ້ານອຸດສາຫະກໍາຂອງໄທໄດ້ປະເຊີນກັບຄໍາຮຽກຮ້ອງຄັ້ງໃໝ່ວ່າ
ໃຫ້ປະຊາຄົມໃນທ້ອງຖິ່ນ ມີສ່ວນຮ່ວມຫລາຍຂຶ້ນ ໃນການແກ້ໄຂຂໍ້ຫຍຸ້ງຍາກຂອງ
ມົນລະພິດໃນສິ່ງແວດລ້ອມ ໂດຍສະເພາະແມ່ນຢູ່ໃນລາຍງານທີ່ແນເປົ້າໃສ່ການ
ຜະລິດມົນລະພິດທີ່ເປັນອັນຕະລາຍຂອງອຸດສະຫະກໍາ.
ການຫັນເປັນປະເທດໄປຫາການຜະລິດສິນຄ້າແບບອຸດສາຫະກໍາ ໄດ້ເປັນຫລັກຂອງ
ຄວາມກ້າວໜ້າທາງເສດຖະກິດຂອງໄທ ຢູ່ໃນໄລຍະສາມທົດສະວັດຜ່ານມາ ຊຶ່ງປະ
ເທດດັ່ງກ່າວໄດ້ຫັນຈາກການພັດທະນາດ້ານກະສິກໍາ ໄປຫາການພັດທະນາດ້ານອຸດ
ສາຫະກໍາ ແລະການພັດທະນາການຜະລິດສິນຄ້າ.
ການລົງທຶນໃນອຸດສາຫະກໍາເຄມີ ແລະການຜະລິດໄດ້ຮັບຄວາມເຂັ້ມແຂງຂຶ້ນຍ້ອນ
ການຄ້າ ຂາຍທີ່ດິນອຸດສາຫະກໍາ ໂດຍສະເພາະຢູ່ໃນເຂດແຄມຝັ່ງທະເລ ພາກຕາ
ເວັນອອກ ທີ່ຫ່າງຈາກນະຄອນບາງກອກ ປະມານ 150 ກິໂລແມັດ.
ລັດຖະບານທະຫານ ປັດຈຸບັນ ກໍາລັງຫາທາງຂະຫຍາຍການພັດທະນາດ້ານອຸດສາຫະ
ກໍາ ເພື່ອເພີ້ມທະວີການຂະຫຍາຍໂຕທາງເສດຖະກິດຢູ່ໃນເຂດເສດຖະກິດພິເສດ 10
ແຫ່ງ ຢູ່ທົ່ວປະເທດ ແລະລົງທຶນເພີ້ມຂຶ້ນຢູ່ໃກ້ບາງກອກ ຢູ່ຕາມທາງເສດຖະກິດ ເຂດ
ພາກຕາເວັນອອກ ຫລື Eastern Economic Corridor ທີ່ເອື້ນຫຍໍ້ວ່າ EEC ນັ້ນ.
ແຕ່ວ່າການຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວຂອງໄທ ໄດ້ເຮັດໃຫ້ຄວາມເປັນຫ່ວງຂອງ
ປະຊາຄົມໃນທ້ອງຖິ່ນເພີ້ມຂຶ້ນ ເຖິງແມ່ນວ່າຈະມີການຄວບຄຸມ ແລະມີນິຕິກໍາຄຸ້ມຄອງ
ກໍຕາມ.
ຢູ່ໃນບົດລາຍງານຂອງຕົນນັ້ນ ກົມຄວບຄຸມມົນລະພິດຂອງໄທ ຫລື PCD ໄດ້ຄາດຄະເນ
ວ່າ ມີການສ້າງສິ່ງເສດເຫລືອທົ່ວປະເທດຢູ່ປະມານ 37.4 ລ້ານໂຕນ ໃນປີ 2015 ຊຶ່ງໃນ
ນັ້ນ 2.8 ລ້ານໂຕນ ຫລື 7.5 ເປີເຊັນຂອງຈໍານວນທັງໝົດ ເປັນສິ່ງເສດເຫລືອຈາກອຸດ
ສາຫະກໍາທີ່ເປັນອັນຕະລາຍ.
ພ້ອມກັນນັ້ນສິ່ງເສດເຫລືອຈາກອຸດສາຫະກໍາທີ່ເປັນອັນຕະລາຍ ແມ່ນກວາມເອົາສິ່ງ
ເສດເຫລືອທັງໝົດຈາກປະຊາຄົມ, ກິດຈະກໍາທາງດ້ານອຸດສາຫະກໍາ ແລະສິ່ງເສດເຫລືອ
ທີ່ຕິດເຊື້ອ ຊຶ່ງຕົກເປັນ 3.45 ລ້ານໂຕນ ແລະເພີ້ມຂຶ້ນ 28 ເປີເຊັນຈາກຈໍານວນຂອງ
ສິ່ງເສດເຫລືອດັ່ງກ່າວໃນປີກ່ອນໜ້ານັ້ນ.
PCD ເວົ້າວ່າ “ການຜະລິດ ແລະການໃຊ້ສານອັນຕະລາຍຢູ່ໃນປະເທດ ໄດ້ເຮັດໃຫ້
ເກີດມົນລະພິດ ຍ້ອນວ່າມີສານອັນຕະລາຍປ່ອຍອອກມາສູ່ສະພາບແວດລ້ອມ ແລະ
ອາດຈະພາໃຫ້ມີສິ່ງເຈືອປົນ ຫລືສິ່ງຕົກຄ້າງຢູ່ໃນສະພາບແວດລ້ອມ."