ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການ ຈຳນຳເຂົ້າ ສ່ຽງຕໍ່ການ ເຮັດໃຫ້ ພັກລັດຖະບານ ຂອງໄທ ເສຍຊື່ສຽງ (ວີດີໂອ)


ການ​ເລືອກ​ຕັ້ງ​ທີ່ບໍ່ເສັດ​ສິ້ນ​ລົງຢ່າງ​ສົມບູນ​ຂອງໄທ ໝາຍ​ຄວາມ​
ວ່າ ລັດຖະບານ​ຮັກສາ​ການ​ຊົ່ວຄາວ​ໃນ​ປັດຈຸບັນ ຈະບໍ່​ສາ​ມາດ​
ກູ້​ຢືມ​ເງິນຫລື​ສ້າງ ໜີ້​ສິນ​ກ້ອນໃໝ່ໃດໆ​ໄດ້ ​ເພື່ອ​ເອົາ​ມາ​ຈ່າຍ​
ໃຫ້​ພວກ​ຊາວນາ ທີ່​ເອົາ​ເຂົ້າ​ມາ​ຈຳນຳລັດຖະບານ ​ເປັນ​ມູນ​ຄ່າ​
ຫຼາຍ​ຕື້ໂດ​ລາ ​ອັນ​ເປັນ​ພາກສ່ວນ​ນຶ່ງຂອງໂຄງການເກື້ອ​ກູນຊາວ
ນາ ​ທີ່​ສິ້ນເປືອງງົບປະມານຢ່າງມະຫາສານ​ແລະເປັນ​ບັນຫາ​ໂຕ້
​ແຍ້​ງກັນ. ພັກຂອງລັດຖະບານ​ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​
ຕັ້ງກໍຍ້ອນ ການໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ບົນແຜນການເກື້ອ​
ກຸນຊາວ​ນາ​ດັ່ງ​ກ່າວ ຊຶ່ງ​ບັດ​ນີ້​ພວກ​ນັກວິເຄາະ​ເວົ້າວ່າ ໄດ້ກາຍ​
ມາ​ເປັນຄວາມ​ລົ້ມ​ແຫຼວ​ຢ່າງ​ໃຫຍ່. Daniel Schearf ຜູ້​ສື່​ຂ່າວ​
ວີ​ໂອ​ເອ ມີ​ລາຍ​ງານ ​ມາ​ຈາກ​ບາງກອກ​ ຊຶ່ງສິງ ​ຈະ​ນຳ​ມາສະ​ເໜີ​
ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ລັດຖະບານ​ໄທ​ທີ່​ກຳລັງ​ປະ​ສົບ​ກັບ​ບັນຫາໜັກ​ຢູ່​ໃນ​ເວລາ​ນີ້ ຂຶ້ນ​
ມາ​ກຳ​ອຳນາດ​ໂດຍ​ໃຫ້​ຄຳໝັ້ນ​ສັນຍາ​ວ່າ​ ຈະ​ເພີ້​ມລາຍ​ຮັບ​ຂອງ​
ພວກ​ກະສິກອນຂຶ້ນຜ່ານ​ໂຄງການ​ນຶ່ງ​ຊຶ່ງ​ຈະ​ຈ່າຍ​ລາຄາ​ເຂົ້າສູງ
ເຖິງ 40 ​ເປີ​ເຊັນ​ ຂອງ​ລາຄາ​ໃນ​ທ້ອງ​ຕະຫຼາດ ​ສຳລັບ​ເຂົ້າສານ​
ທຸກ​ຊະນິດ​ທີ່​ພວກ​ຊາວນາ ​ສາມາດຂາຍໄດ້​ນັ້ນ.

​ໂຄງການ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັບ​ຊື້​ເຂົ້າ​ທີ່​ວ່າ​ນີ້​ ໄດ້​ສົ່ງ​ເສີມ​ໃຫ້​ມີ​ການ​ຜະລິດ​ເຂົ້າ​ຫຼາຍເກີນ
ຄວາມຕ້ອງການ​ໃນ​ຕະຫຼາດ ​ແລະ​ເຮັດ​ໃຫ້​ເຂົ້າ​ໄທມີລາຄາ​ແພງ ແຂ່ງຂັນ​ກັບ​ເຂົ້າຂອງປະ​
ເທດອື່ນໆ​ບໍ່​ໄດ້ ​ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ຖີບຂຶ້ນ​ຫຼາຍ​ພັນ​ລ້ານ​ໂດ​ລາ ​ແລະ​ມີ​
ເຂົ້າ​ກອງ​ເປັນ​ພູ ​ຢູ່​ໃນ​ສາງ​ເກັບ​ມ້ຽນ​ເຂົ້າ​.

ແລະປາກົດວ່າ ໂຄງການ​ດັ່ງກ່າວ​ເຕັມ​ໄປ​ດ້ວຍ​ການ​ທຸດຈະລິດ​ສໍ້​ໂກງ ອີງ​ຕາມ​ທ່ານ Ammar Siamwalla ຈາກສະ​ຖາ​ບັນ​ຄົ້ນຄວ້າ​ການ​ພັດທະນາຂອງ​ໄທ.

​ ທ່ານ Ammar ​ເວົ້າວ່າ “ມັນ​ຄຸມ​ເຄືອ​ຫຼາຍ ​ແລະ​ສ່ວນ​ໃຫຍ່​ແມ່ນໃນເລື້ອງ​ການ​ຈ່າຍ​
ເຂົ້າ​ອອກ…ຄືໃນ​ການ​ຂາຍ​ເຂົ້າ ​ແລະມັນ​ບໍ່​ແມ່ນ​ຄຸມ​ເຄືອ​ຊໍ້າ ມັນມືດ​ຮອບດ້ານບໍ່​ມີ
ຫຍັງ​ໂປ່​ງ​ໃສ​ເລີຍ ​ເພາະວ່າ​ບໍ່ມີ​ການ​ເປີດ​ເຜີຍ​ໂຕ​ເລກໃດໆຈັກ​ເທື່ອ
.”

ຄະນະ​ກຳມະການ​ປາບ​ການ​ທຸດຈະລິດ​ແຫ່ງ​ຊາດ​ຂອງ​ໄທ ກຳລັງ​ທຳ​ການ​ສອບ​ສວນກ່ຽວ​ກັບ
​ບົດບາດ​ຂອງ​ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ​ ໃນ​ໂຄງການຈຳນຳ​ເຂົ້າທີ່ອາດ​ສາມາດ
​ເຫັນ​ທ່ານ​ນາງ​ຖືກ​ຟ້ອງ​ຮ້ອງ​ໄດ້.

​ໂຄງການ​ຈຳນຳເຂົ້າ​ນີ້ ​ແມ່ນຂະ​ຫຍາ​ຍ​ອອກ​ມາ​ຈາກໂຄງການ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຂອງທ່ານ​
ທັກສິນ ຊິນນະ​ວັດ ອ້າຍ​ຂອງ​ທ່ານ​ນາງ​ ທີ່​ໃຫ້​ຜູ້​ຄົນ​ກູ້​ຢືມ​ເງິນ​ໃນ​ອັດຕາ​ດອກເບ້ຍ​ຕໍ່າ ແລະ​
ໂຄງການ​ຮັກສາ​ສຸຂະພາບ​ສຳລັບ​ພວກ​ປະຊາຊົນ​ໃນ​ເຂດ​ຊົນນະບົດ​ນັ້ນ.

ທ່ານ Ammar Siamwalla ​ເວົ້າວວ່າ ພວກ​ນະ​ໂຍບາຍ​ໃໝ່ໆ ທີ່​ຮວມທັງ​ການ​ແຈກ​ຢາຍ
ຄອມ​ພີ​ວ​ເຕີນ້ອຍ ປະ​ເພດ tablet ​ໃຫ້​ພວກ​ເດັກນ້ອຍ​ນັກຮຽນ ​ແລະ​ການ​ບໍ່​ເກັບພາສີ​ພວກ
ທີ່​ຊື້​ລົດ​ຄັນ​ທຳ​ອິດນັ້ນ​ ໃຫ້​ຜົນ ທັງ​ດີ​ແລະ​ບໍ່​ດີ.

ທ່ານ Ammar ​ເວົ້າ​ຕື່ມ​ວ່າ “​ໂຄ​ງການ​ຮັກສາ​ສຸຂະພາບ ອາດ​ແມ່ນນະໂຍບາຍ​ດີ​ທີ່​ສຸດ
ທີ່​ລັດຖະບານ​ໄທ ລັດຖະບານ​ຊຸດ​ໃດໆ​ຂອງ​ໄທ​ ​ໄດ້ເຄີຍ​ຈັດ​ຕັ້ງ​ປະຕິບັດ​ມາ​ ​ເທົ່າໆ​
ກັນ​ກັບ​ທີ່​ ໂຄງການ​ໃຫ້​ຄຳ​ໝັນ​ສັນຍາ​ຮັບ​ຊື້​ເຂົ້າ ຄື​ໂຄງການ​ຈຳ ນຳ​ເຂົ້າ​ໃນ​ປັດຈຸ
ບັນ​ນີ້ເປັນ​ນະ​ໂຍບາຍທີ່ຂີ້ຮ້າຍ​ທີ່​ສຸດ ທີ່ລັດຖະບານ​ໄທ​ຊຸດ​ໃດ​ ໄດ້ຈັດ​ຕັ້ງ​ປະຕິບັດ​
ມາ
.”

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄທ ອ້າງເຖິງໂຄງການ​ຈຳນຳ​ເຂົ້າ​ນີ້ວ່າ ​ເປັນ ຄວາມ​ລົ້ມ​ແຫຼວ​
ອັນ​ນຶ່ງ​ຂອງ​ພັກໄທ​ເພື່ອ​ໄທ ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ແລະ​ຊັກ​ຊວນ​ໃຫ້ພວກ​ກະສິກອນ​
ເຂົ້າ​ຮ່ວມ​ກັບເຂົາ​ເຈົ້າ ​ໃນ​ການ​ສະໜັບສະ​ໜຸນກນນ​ຈັດ​ຕັ້ງ​ສະພາປະຕິ​ຮູບ​ ທີ່​ບໍ່​ແມ່ນ​ປະຊາຊົນ
ເລືອກ​ຕັ້ງ​ເອົາ​ນັ້ນ.

ບັນຫາ​ການ​ເລືອກ​ຕັ້ງທີ່​ແກ້​ໄຂ​ກັນ​ບໍ່​ໄດ້​ນີ້ ໝາຍ​ຄວາມ​ວ່າ ພວກ​ຊາວນາໄທ ທີ່​ບໍ່​ຮັບ​ເງິນຄ່າ​
ຈຳນຳເຂົ້າ​ມາ​ຫຼາຍ​ເດືອນ​ແລ້ວ​ນັ້ນ ອາດ​ຈະ​ຕ້ອງ​ລໍຖ້າ​ໄປ​ຕື່ມ​ອີກ​ຫຼາຍ​ເດືອນ ​ແຕ່​ວ່າ ສ່ວນ
ໃຫຍ່​ກໍ​ຍັງ​ບໍ່ເຕັມ​ໃຈ​ທີ່​ຈະຫັນ​ໄປ​ຕໍ່ຕ້ານພວກ​ນັກ​ການ ​ເມືອງ​ທີ່ເຄີຍ​ສະໜັບສະໜຸນ​ພວກ​ເຂົາ​
ເຈົ້າ​ນັ້ນ.

ນາງທິຕິ​ຢາ ບຸນແກ່ນ ​ເວົ້າ​ວ່າ ລັດຖະບານ​ຕິດ​ໜີ້ຄ່າ​ເຂົ້າ​ລາວ​ຢູ່ 6 ພັນ​ໂດ​ລາ ​ແລະ​ເວລາ​ນີ້
ນາງຕ້ອງ​ໄດ້​ຂາຍ​ເສື້ອ​ຍືດ T-shirts ປະ​ທ້ວງ ​ເພື່ອ​ຫາລາຍ​ໄດ້​ມາ​ລ້ຽງ​ຊີບ.

ນາງທິຕິ​ຢາ ​ເວົ້າ​ວ່າ “ຂ້ອຍ​ເປັນ​ກາງ ຂ້ອຍ​ບໍ່​ເຂົ້າ​ຂ້າງ​ກັບ​ຝ່າຍ​ໃດ. ຂ້ອຍຢາກ​ໃຫ້
ທັງ​ສອງ​ຝ່າຍທຳ​ການ​ໂອ້​ລົມ​ກັນ ​ແລະເຂົ້າ​ໃຈກັນ. ປັດຈຸບັນ​ນີ້​ພວກ​ຊາວນາ​
ພວມ​ປະ​ເຊີນ​ກັບ​ຄວາມ​ລຳບາກ​ຍາກ​ແຄ້ນ​ຢ່າງ​ຫຼວງ​ຫຼາຍ ເພາະ​ວ່າ​ພວກ​ເຮົາ
​ຍັງ​ບໍ່​ທັນ​ໄດ້​ຮັບ​ເງິນ​ໃດໆ​ຈາກ​ໂຄງການ​ຈຳນຳ​ເຂົ້າ​ນີ້
​.”

ມີ​ຮ່ອງຮອຍຫຼາຍ​ຢ່າງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ກະສິກອນ​ກຳລັງ​ຈະ​ໝົດຄວາມອົດທົນ
ໂດຍ​ພາກັນ​ອອກ​ມາ​ຕັນຖະ​ໜົນຫົນທາງ ​ແລະ​ຮ້ອງຮຽນ​ໄປ​ຍັງລັດຖະ ບານ​ ​ແລະຮ້ອງ​ຮຽນ​
ໄປ​ຮອດກະສັດ​ໄທ ​ໃຫ້ການ​ຊ່ອຍ​ເຫຼືອກ່ຽວ​ກັບ​ເລື້ອງ​ນີ້.

​ແຕ່​ມາ​ຮອດ​ປັດຈຸບັນ ​ພວກ​ກະສິກອນ​ເຫຼົ່າ​ນີ້​ ຍັງມີຈຳນວນ​ນ້ອຍ​ຢູ່.

ນາຍົກລັດຖະມົນຕີ ​ຍິ່ງ​ລັກ ກ່າວ​ວ່າ ຖ້າ​ທ່ານ​ນາງຖືກ​ເລືອກ​ຕັ້ງ​ອີກ ທ່ານ​ນາງ​ຈະ​ແກ້​ໄຂ​
ໂຄງການ​ຈຳນຳ​ເຂົ້າ​ນີ້ໃໝ່​ ​ແຕ່​ທ່ານ​ນາງ​ຍັງ​ບໍ່​ທັນ​ໄດ້​ເວົ້າ​ຫຍັງ​ເທື່ອ​ກ່ຽວ​ກັບ​ ຈະປ່ຽນ​ແປງ​
ໂຄງການນີ້ໄປ​ແບບ​ໃດ​ນັ້ນ.
XS
SM
MD
LG