ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ໄທ ຮັບຮອງເອົາ ລັດຖະທຳມະນູນ ທີ່ໜູນຫຼັງໂດຍ ທະຫານ


ປະທານຄະນະຄຳມະທິການ ການເລືອກຕັ້ງ ໄທ ທ່ານ ສຸພະໄຊ ສົມຈະເລີນ (ກາງ) ສະແດງທ່າທີໃນການເວົ້າລົມ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ຫ້ອງການຄະນະ
ກຳມະທິການ ການເລືອກຕັ້ງໃນ ບາງກອກ, 7 ສິງຫາ, 2016.
ປະທານຄະນະຄຳມະທິການ ການເລືອກຕັ້ງ ໄທ ທ່ານ ສຸພະໄຊ ສົມຈະເລີນ (ກາງ) ສະແດງທ່າທີໃນການເວົ້າລົມ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ທີ່ຫ້ອງການຄະນະ ກຳມະທິການ ການເລືອກຕັ້ງໃນ ບາງກອກ, 7 ສິງຫາ, 2016.

ປະຊາຊົນ ໄທ ໄດ້ລົງຄະແນນສຽງໃນວັນອາທິດວານນີ້ ເພື່ອຮັບຮອງລັດຖະທຳມະນູນ ທີ່ ຖືກໜູນຫຼັງໂດຍລັດຖະບານທະຫານ, ເຊິ່ງບັນດາຜູ້ນຳທະຫານຂອງປະເທດກ່າວວ່າ ເປັນ ການເປີດທາງໃຫ້ແກ່ການເລືອກຕັ້ງຄັ້ງໃໝ່, ແຕ່ພວກນັກວິຈານ ເຫັນມັນວ່າເປັນການ ເຮັດໃຫ້ບົດບາດຂອງທະຫານໃນລັດຖະບານ ມີຄວາມຖືກຕ້ອງຕາມກົດໝາຍສຳລັບຫຼາຍ ປີທີ່ຈະມາເຖິງນີ້.

ຜົນທີ່ອອກມາສຸດທ້າຍ ຈະບໍ່ຖືກຮັບຮູ້ສຳລັບສອງສາມມື້ນີ້, ແຕ່ຜົນເບື້ອງຕົ້ນໃນວັນອາ ທິດວານນີ້ ໄດ້ສະແດງໃຫ້ເຫັນ 62 ເປີເຊັນຂອງພວກຜູ້ລົງຄະແນນສຽງ ໃຫ້ການຮັບຮອງ ລັດຖະທຳມະນູນດັ່ງກ່າວ.

ບັນດາຜູ້ລົງຄະແນນສຽງໄດ້ຖືກຂໍໃຫ້ຕອບຄຳຖາມ 2 ຂໍ້. ດ້ວຍຄຳວ່າແມ່ນ ຫຼື ບໍ່ແມ່ນ ເພື່ອ ສະໜັບສະໜູນຮ່າງກົດບັດ ແລະ ພ້ອມກັບອະນຸຍາດໃຫ້ມີການເລືອກຕັ້ງເອົານາຍົກລັດ ຖະມົນຕີຄົນໃໝ່ ດ້ວຍການປະຊຸມຮ່ວມກັນຂອງບັນດາສະມາຊິກສະພາສູງທີ່ຖືກແຕ່ງຕັ້ງ 250 ຄົນ ກັບ ສະມາຊິກຂອງສະພາຕ່ຳທີ່ໄດ້ຖືກເລືອກເອົາ 500 ຄົນ.

ນັກວິຈານກ່າວວ່າ ການປະຊຸມຮ່ວມກັນເພື່ອເລືອກຕັ້ງເອົາຜູ້ນຳຄົນໃໝ່ ເປັນການເປີດ ທາງສຳລັບນາຍົກລັດຖະມົນຕີທີ່ບໍ່ໄດ້ຖືກເລືອກເອົາ ໃນລັດຖະບານທີ່ຈະມີຂຶ້ນໃນອະນາ ຄົດ.

ລັດຖະບານໄດ້ຄວບຄຸມການໂຕ້ຖຽງກັນຢ່າງເຂັ້ມງວດ ກ່ອນການລົງຄະແນນສຽງທີ່ນຳໄປ ສູ່ການຈັບກຸມ ຂອງບັນດາຜູ້ໂຄສະນາຫາສຽງ ແລະ ພວກນັກຮຽນ, ທີ່ຖືກໜູນຫຼັງໂດຍກົດ ໝາຍອັນເຂັ້ມງວດ ແລະ ການປັບໄໝ ແລະ ຂັງຄຸກຍາວເຖິງ 10 ປີ.

ອົງການນິລະໂທດກຳສາກົນ ກ່າວວ່າ ການລົງຄະແນນສຽງໄດ້ເກີດຂຶ້ນ ໃນສາກເບື້ອງຫຼັງ ຂອງ “ການລະເມີດສິດທິມະນຸດເຊິ່ງກະຈາຍໄປທົ່ວປະເທດ.” ເຊິ່ງກໍ່ໃຫ້ເກີດ “ສະພາບ ທີ່ບໍ່ເປັນມິດ.”

ບັນດາຜູ້ລົງຄະແນນສຽງໄດ້ວິຈານ ກ່ຽວກັບ ຂໍ້ມູນທີ່ຂາດໄປ ແລະ ການປຶກສາຫາລືໃນ ກົດບັດ ທີ່ນຳໄປສູ່ຄວາມລັງເລໃຈຂອງຜູ້ລົງຄະແນນສຽງຈຳນວນຫຼາຍ ໃນການຢັ່ງຫາງ ສຽງກ່ອນລົງປະຊາມະຕິ.

ຫ້ອງການຂອງນາຍົກລັດຖະມົນຕີ ທ່ານ ປຣາຢຸດ ຈັນໂອຊາ ກ່າວວ່າ ໃນການຖະແຫຼງ ການຕອນແລງຂັນວັນອາທິດວານນີ້ ການລົງປະຊາມະຕິ “ໄດ້ຖືກດຳເນີນໄປດ້ວຍ ຄວາມໂປ່ງໄສທີ່ມີລະດັບສູງ ແລະ ມີຄວາມເປີດໂປ່ງ ກ່ຽວກັບ ພາກສ່ວນຂອງລັດຖະ ບານ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Thais Voting on Junta-Backed Constitution
please wait

No media source currently available

0:00 0:02:00 0:00

XS
SM
MD
LG