ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກດໍານໍ້າໄທ ໄດ້ເຂົ້າໄປໃນ ຖໍ້າຫລວງ ແຕ່ຍັງ ບໍ່ຮູ້ທິດທາງ ທີ່ຈະຊອກຫາ ເດັກນ້ອຍແລະ ຄູຝຶກ ຂອງພວກເຂົາ


ພວກນັກກູ້ໄພ ພາກັນເຂົ້າໄປໃນປາກຖໍ້າ ທີ່ເດັກໄວໜຸ່ມ 12 ຄົນແລະຄູຝຶກເຕະບານຂອງພວກເຂົາໄດ້ຫາຍສາບສູນໄປ
ໃນ ເມືອງແມ່ສາຍ, ແຂວງຊຽງຮາຍ ທາງພາກເໜືອປະເທດໄທ ໃນວັນອາທິດ ທີ 1 ກໍລະກົດ 2018.
ພວກນັກກູ້ໄພ ພາກັນເຂົ້າໄປໃນປາກຖໍ້າ ທີ່ເດັກໄວໜຸ່ມ 12 ຄົນແລະຄູຝຶກເຕະບານຂອງພວກເຂົາໄດ້ຫາຍສາບສູນໄປ ໃນ ເມືອງແມ່ສາຍ, ແຂວງຊຽງຮາຍ ທາງພາກເໜືອປະເທດໄທ ໃນວັນອາທິດ ທີ 1 ກໍລະກົດ 2018.

ທີ​ມທະຫານ​ມຸດ​ນໍ້າ ຂອງ​ໜ່ວຍກ້າຕາຍຂອງ​ກອງທັບເຮືອ​ໄທ ​ໄດ້​ໄປ​ເຖິງ​ຈຸດ​ທີ່ ຫຍຸ້ງຍາກ​
ໃນ​ການ​ເລືອກທາງ​ເຂົ້າ​ໄປ​ໃນ​ຍ່ານ​ຂອງ​ຖໍ້າຂອງໄທ ​ທີ່​ມີ​ນໍ້າ​ຖ້ວມ ​ຊຶ່ງເດັກໄວໜຸ່ມ​ເຕະບານ
12 ຄົນ ພ້ອມ​ກັບ​ຄູ​ຝຶກ​ຂອງ​ພວກ​ເຂົາ​ເຈົ້າ​ຖືກ​ຂັງ​ຢູ່​ໃນ​ຫັ້ນ ​ເປັນ​ເວລາ 9 ມື້ແລ້ວນັ້ນ.

ພວກ​ເຈົ້າໜ້າທີ່​ເວົ້າວ່າ ພວກ​ດໍາ​ນໍ້າດັ່ງກ່າວ ​ໄດ້​ໄປ​ເຖິງ​ຈຸດທາງ​ແຍກ ​ຢູ່​ໃນ​ໝູ່ຖໍ້າ​ຫລວງຢູ່
​ໃນ​ແຂວງ​ຊຽງຮາຍ ທາງ​ພາກ​ເໜືອຂອງ​ປະ​ເທດ​ ໃນ​ເຊົ້າວັນ​ຈັນ​ມື້ນີ້ ​ເມື່ອພົບ​ວ່າ ​ທາງ​ເຂົ້າ
ໄດ້​ແຍກ​ອອກເປັນສອງ​ເສັ້ນ​ໄປ​ຄົນ​ລະ​ທິດ. ພວກ​ນັກ​ດໍາ​ນໍ້າ​ດັ່ງກ່າວ​ ຈະ​ເລີ້ມພາກັນ​ໄປ​
ຍັງ​ບ່ອນ​ທີ່ເປັນ​ເນີນ​ສູງ ທີ່​ມີ​ຊື່​ຫລິ້ນວ່າ "ຫາດ​ຊາຍ​ພັດທະຍາ" ຊຶ່ງ​ເປັນ​ຊື່​ຂອງ​ບ່ອນ​ທ່ອງ​
ທ່ຽວທີ່​ມີ​ຊື່ສຽງຂອງປະ​ເທດ ​ດ້ວຍ​ຄວາມ​ຫວັງ​ວ່າ ພວກ​ເດັກ​ນ້ອຍ​ເຫລົ່ານັ້ນ ​ແລະ​ຄູ​ຝຶກ​
ຂອງ​ພວກເຂົາ​ເຈົ້າ ຈະ​ພາກັນ​ໄປ​ຫລົບ​ຢູ່​ທີ່​ນັ້ນ.

ທີມ​ເຕະບານ​ດັ່ງກ່າວ ​ໄດ້​ຫາຍ​ສາບ​ສູນ​ໄປ​ຕັ້ງ​ແຕ່​ວັນ​ທີ 23 ມິຖຸນາຜ່ານ​ມາ, ຕອນ​ທີ່​ບໍ່​ເຫັນ
​ເຂົາເຈົ້າກັບ​ຄືນ​ບ້ານ​ພາຍຫລັງ​ສິ້ນສຸດ​ການ​ຝຶກ​ຊ້ອມ​ແລ້ວ. ສິ່ງ​ທີ່​ເຮັດ​ໃຫ້​ສາມາດຕິດຕາມ​
ເບິ່ງຮ່ອງ​ຮອຍ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ ກໍ​ມີ​ແຕ່ ລົດ​ຖີບ ​ແລະ​ເສົາ​ມັດ​ຕາໜ່າງໂກນ​ເຕະບານ​
ທີ່​ປະ​ໄວ້ຢູ່ນອກ​ທາງ​ເຂົ້າປາກ​ຖໍ້າ ແລະ​ລາຍ​ມື ​ທີ່​ຂຽ​ນ​ໃສ່​ຝາ​ຂອງ​ຖໍ້າເທົ່າ​ນັ້ນ. ຝົນຕົກໜັກ​
ທີ່ເຮັດ​ໃຫ້​ມີນໍ້າ​ຖ້ວມ​ຢ່າງ​ແຮງ​ເປັນ​ເວລາ​ຫລາຍ​ວັນນັ້ນ ​ໄດ້ເຮັດໃຫ້ການ​ດໍາ​ເນີນ​ຄວາມ​
ພະຍາຍາມ​ຂອງພວກ​ດໍາ​ນໍ້າ ​ໄປ​ເຖິງ​ທີ​ມດັ່ງກ່າວ ຊັກ​ຊ້າ.

ນັກ​ຊ່ຽວຊານ​ສາກົນ​ຈາກ​ສະຫະລັດ, ອອສ​ເຕຣ​ເລຍ, ຈີນ ​ແລະ​ອັງກິດ​ໄດ້​ໃຫ້​ຄວາມ​ຊ່ວຍ
​ເຫລືອແກ່​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ຊອກ​ຫາ ​ແລະ​ກູ້​ໄພ​ດັ່ງກ່າວ.

ຍ່ານ​ຖໍ້າ​ຫລວງ​ມັກ​ມີ​ນໍ້າ​ຖ້ວມ ​ໃນ​ລະດູຝົນຢູ່ໄທ ທີ່​ເລີ້ມຕົ້ນຕັ້ງ​ແຕ່​ເດືອນ​ມິຖຸນາ​ໄປ​ຈົນ​ເຖິງ
​ເດື​ອນຕຸລາ.

XS
SM
MD
LG