ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກເດັກນ້ອຍ ທັງໝົດ 12 ຄົນ ແລະ ຄູຝຶກ ໄດ້ຖືກຊ່ອຍ ອອກມາຈາກຖ້ຳ ແລ້ວ


ພວກກູ້ໄພ ຍ່າງເຂົ້າໄປໃນຖ້ຳຫລວງ ໃນລະຫວ່າງ ພາລະກິດ ການຊ່ອຍນຳເອົາ ພວກທີມນັກເຕະບານ ໜຸ່ມນ້ອຍທີ່ຕົກຄ້າງຢູ່ໃນຖ້ຳດັ່ງກ່າວ ໃນຈັງຫວັດ ຊຽງຣາຍ ຂອງໄທ, ວັນທີ 9 ກໍລະກົດ 2018, ພາບນີ້ນຳມາຈາກສື່ສັງຄົມ.
ພວກກູ້ໄພ ຍ່າງເຂົ້າໄປໃນຖ້ຳຫລວງ ໃນລະຫວ່າງ ພາລະກິດ ການຊ່ອຍນຳເອົາ ພວກທີມນັກເຕະບານ ໜຸ່ມນ້ອຍທີ່ຕົກຄ້າງຢູ່ໃນຖ້ຳດັ່ງກ່າວ ໃນຈັງຫວັດ ຊຽງຣາຍ ຂອງໄທ, ວັນທີ 9 ກໍລະກົດ 2018, ພາບນີ້ນຳມາຈາກສື່ສັງຄົມ.

ພວກນັກເຕະບານເດັກ ທັງ 12 ຄົນ ພ້ອມດ້ວຍຄູຝຶກເຂົາເຈົ້າໄດ້ຖືກຊ່ອຍອອກມາຈາກ
ຖ້ຳ ທີ່ຖືກນ້ຳຖ້ວມ ຢູ່ໃນພາກເໜືອຂອງໄທ ມາດົນກວ່າ 2 ອາທິດແລ້ວນັ້ນ ອີງຕາມ
ໜ່ວຍກູ້ໄພເນວີຊີລ ຂອງໄທ.

ການລົງຂ່າວທາງເຟສບຸກ ກ່າວຕື່ມວ່າ “ເດັກນ້ອຍທັງ 12 ຄົນ ແລະຄູຝຶກໄດ້ຖືກຊ່ອຍ
ອອກມາຈາກຖ້ຳແລ້ວ”
ແລະກ່າວຕື່ມວ່າ ທັງໝົດແມ່ນປອດໄພດີ ແລະໄດ້ລົງທ້າຍ ວ່າ
“ຮູຢາ.”

ການກູ້ໄພໃນມື້ນີ້ ມີຂຶ້ນເປັນມື້ທີ 3 ລຽນຕິດ ຊຶ່ງເປັນຄວາມພະຍາຍາມເທື່ອທີສາມ
ເພື່ອຊ່ອຍເອົາພວກນັກເຕະບານເດັກນ້ອຍທີ່ຍັງເຫຼືອຢູ່ແລະຄູຝຶກເຂົາເຈົ້າ ທີ່ຕົກຄ້າງ
ຢູ່ໃນຖ້ຳຫຼວງ ນັບແຕ່ທ້າຍເດືອນມິຖຸນາ. ມີພວກເດັກ ນ້ອຍ 4 ຄົນໄດ້ຖືກຊ່ອຍອອກມາ
ໃນມື້ວັນອາທິດ ແລະ 4 ຄົນ ໃນວັນຈັນ ວານນີ້ ໄດ້ຖືກຊ່ອຍນຳພາອອກມາຈາກຖ້ຳຫຼວງ
ດ້ວຍຄວາມປອດໄພ.

ລັດຖະມົນຕີກະຊວງສາທາລະນະສຸກຂອງໄທ ທ່ານເຈດສະດາ ໂຊກດຳຣົງສຶກ ກ່າວຕໍ່
ພວກນັກຂ່າວ ໃນວັນອັງຄານມື້ນີ້ວ່າ ພວກເດັກນ້ອຍ 2 ຄົນ ໃນຈຳນວນ 8 ຄົນ ທີ່ຖືກ
ຊ່ອຍອອກມາແລ້ວນັ້ນ ມີອາການຕິດເຊື້ອຢູ່ປອດ ແຕ່ໂດຍທົ່ວໄປແລ້ວ ທັງໝົດແມ່ນມີ
ສຸຂະພາບແລະຈິດໃຈເຂັ້ມ ແຂງດີ ທັງນີ້ກໍເນື່ອງມາຈາກ ພວກເຂົາເຈົ້າ ມີ “ພູມຕ້ານ
ທານສູງ”
ຍ້ອນພວກເຂົາເຈົ້າເປັນນັກເຕະບານ.

ທ່ານເຈດສະດາກ່າວວ່າ ພວກເດັກນ້ອຍໄດ້ຖືກຫ້າມຢ້ຽມໂດຍສະມາຊິກໃນຄອບຄົວ
ເພື່ອປ້ອງກັນບໍ່ໃຫ້ພວກເຂົາເຈົ້າຕິດເຊື້ອ. ທ່ານກ່າວຕື່ມວ່າ ພວກເຂົາເຈົ້າມີທ່າທາງ ວ່າ
ອາດຈະໄດ້ຢູ່ໂຮງໝໍຢ່າງນ້ອຍນຶ່ງອາທິດ.

ການພະຍາຍາມຊ່ອຍເອົາພວກເດັກນ້ອຍອອກມາໃນມື້ວານນີ້ ໃຊ້ເວລາ 9 ຊົ່ວໂມງ ຄື
2 ຊົ່ວໂມງໜ້ອຍກວ່າ ການພະຍາຍາມເທື່ອທຳອິດ ໃນວັນອາທິດທີ່ຜ່ານມາ ຍ້ອນພວກ
ເຈົ້າໜ້າທີ່ ແລະພວກກູ້ໄພ ມີຄວາມເຊື່ອໝັ້ນຫຼາຍຂຶ້ນວ່າ ພວກເຂົາ ສາມາດຊ່ອຍເອົາ
ພວກເຕະບານເດັກນ້ອຍທີ່ຍັງເຫຼືອຢູ່ ພ້ອມດ້ວຍຄູຝຶກອາຍຸ 25 ປີ ອອກມາໄດ້ຢ່າງ
ປອດໄພ.

Rescuers Walk in Thai Cave to Carry Out Evacuation
please wait

No media source currently available

0:00 0:01:10 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG