ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານສູງສຸດ ສປຊ ໄຂການຮັບຟັງ ຄະດີວັດພະວິຫານ


ຄົນຍາມຮັກສາຄວາມປອດໄພ ຢືນຍາມວັດພະວິຫານ ຢູ່ກໍາປູເຈຍໃນວັນທີ 18 ກໍລະກົດ 2012.
ຄົນຍາມຮັກສາຄວາມປອດໄພ ຢືນຍາມວັດພະວິຫານ ຢູ່ກໍາປູເຈຍໃນວັນທີ 18 ກໍລະກົດ 2012.
ສານສູງສຸດຂອງສະຫະປະຊາຊາດ ໄດ້ໄຂການຮັບຟັງຄະດີ
ເປັນເວລານຶ່ງອາທິດກ່ຽວກັບບັນຫາຜິດຖຽງກັນເລື້ອງດິນແດນ
ລະຫວ່າງໄທ ແລະກໍາປູເຈຍ ທີ່ຄ້າງຄາມາເປັນເວລາດົນນານ ແລະເຮັດໃຫ້ສາຍສໍາພັນຂອງສອງປະເທດບາດໝາງລົງ.

ກໍາປູເຈຍແມ່ນເປັນຝ່າຍທີ່ນໍາເອົາຄະດີຂອງຕົນ ຂຶ້ນໄປສານ
ຍຸຕິທໍາສາກົນ ຢູ່ນະຄອນ Hague ກ່ອນ ກ່ຽວກັບຂໍ້ຜິດຖຽງ
ກັນເລື້ອງກໍາມະສິດທີ່ດິນໃນ ເຂດວັດພະວິຫານ ຢູ່ຊາຍແດນ
ລະຫວ່າງໄທແລະກໍາປູເຈຍນັ້ນ.

ການຮັບຟັງຄະດີທີ່ດໍາເນີນໄປໝົດມື້ ແມ່ນເປັນການຮັບຟັງຄະດີ
ໃນລະດັບຕໍ່າ ແລະໃນທາງເທັກນິກ ໂດຍທີ່ພວກທະນາຍຄວາມ
ຂອງກໍາປູເຈຍ ໄດ້ທໍາການອ້າງເຫດຜົນທາງປະຫວັດສາດ ແລະ
ທາງກົດໝາຍ ໃນການແປຄໍາຕັດສິນເມື່ອ 50 ປີກ່ອນ ກ່ຽວກັບ
ວັດດັ່ງກ່າວ ໂດຍສານກຸງ Hague ນັ້ນ.

ບັນຫາກໍຄື ສະຖານະພາບຂອງວັດທີ່ມີອາຍຸ 900 ປີ ແລະຂອບ
ເຂດຂອງບໍລິເວນວັດດັ່ງກ່າວ ຊຶ່ງຕັ້ງຢູ່ເທິງໜ້າຜາແຫ່ງນຶ່ງຂອງກໍາປູເຈຍ ແຕ່ວ່າມີທາງ ເຂົ້າ
ຫາໄດ້ງ່າຍກວ່າຫລາຍ ຢູ່ໃນຟາກຊາຍແດນຂອງໄທ. ໃນປີ 1962 ສານກຸງ Hague ໄດ້
ຕັດສິນວ່າ ທີ່ຈິງແລ້ວວັດນັ້ນແມ່ນຕັ້ງຢູ່ໃນກໍາປູເຈຍ ແຕ່ຝ່າຍໄທໂຕ້ແຍ້ງວ່າ ຄໍາຕັດສິນ
ດັ່ງກ່າວບໍ່ໄດ້ລະບຸຂອບເຂດຂອງວັດຢ່າງຈະແຈ້ງ.

ກອງທັບຈາກສອງປະເທດໄດ້ປະທະກັນ ຊໍ້າແລ້ວຊໍ້າອີກ ຢູ່ເຂດໃກ້ວັດດັ່ງກ່າວ ຊຶ່ງເປັນ
ສະຖານທີ່ມໍລະດົກໂລກຂອງອົງການ UNESCO. ໃນປີ 2011 ສານໄດ້ ຕັ້ງເຂດປອດ
ທະຫານຂຶ້ນ ໃນຂົງເຂດນັ້ນ.

ກໍລະນີຂັດແຍ້ງກັນດັ່ງກ່າວນີ້ແມ່ນສໍາຄັນຫລາຍ ສໍາລັບຝ່າຍໄທ ທີ່ຖ່າຍທອດການຮັບ
ຟັງຄະດີນີ້ຂອງສານກຸງ Hague ອອກອາກາດທາງໂທລະພາບແຫ່ງຊາດ. ແລະບໍ່ດົນກ່ອນ
ໜ້າການຮັບຟັງຄະດີເລີ້ມຕົ້ນຂຶ້ນນັ້ນ ທ່ານ Hor Namhong ຮອງນາຍົກລັດຖະມົນຕີ ແລະ
ລັດຖະມົນຕີກະຊວງການຕ່າງ ປະເທດຂອງກໍາປູເຈຍເວົ້າວ່າ ການຕັດສິນທີ່ຈະແຈ້ງຂອງ
ສານ ແມ່ນສໍາຄັນຫລາຍ ເພື່ອຈະເຮັດໃຫ້ສອງປະເທດສືບຕໍ່ມີສາຍສໍາພັນທີ່ສະຫງົບ ແລະ
ເປັນ ມິດກັນໄດ້.

ຄາດກັນວ່າ ຄໍາຕັດສິນຂອງສານ Hague ຈະບໍ່ມີຂຶ້ນເປັນເວລາອີກຫລາຍເດືອນ. ຄໍາຕັດ
ສິນຂອງສານດັ່ງກ່າວ ຈະເປັນຄໍາຕັດສິນຂັ້ນເດັດຂາດແລະມີອໍານາດຜູກມັດທາງກົດໝາຍ.
XS
SM
MD
LG