ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປູເຈຍຮ້ອງຂໍໃຫ້ອາຊ່ຽນ ສົ່ງເຈົ້າໜ້າທີ່ ໄປສັງເກດການ


ລົດຫຸ້ມເກາະລຳລຽງພົນຂອງກຳປູເຈຍ ທີ່ທາງສາຍນຶ່ງ ໃນເມືອງກຳປົງທົມ ປະມານ 168 ຫຼັກກິໂລແມັດ ຫ່າງຈາກນະຄອນຫຼວງພະນົມເປັນ ໄປທາງທິດເໜືອ (14 ກຸມພາ 2011)
ລົດຫຸ້ມເກາະລຳລຽງພົນຂອງກຳປູເຈຍ ທີ່ທາງສາຍນຶ່ງ ໃນເມືອງກຳປົງທົມ ປະມານ 168 ຫຼັກກິໂລແມັດ ຫ່າງຈາກນະຄອນຫຼວງພະນົມເປັນ ໄປທາງທິດເໜືອ (14 ກຸມພາ 2011)

ກຳປູເຈຍກ່າວວ່າ ຕົນຈະຮ້ອງຂໍໃຫ້ສະມາຄົມອາຊ່ຽນ
ສົ່ງຄະນະສັງເກດການ ໄປຍັງບໍລິເວນຊາຍແດນ ທີ່ມີ
ການຂັດແຍ້ງລະຫວ່າງໄທກັບກຳປູເຈຍ ບ່ອນທີ່​ໄດ້ມີ
ຢ່າງນ້ອຍ 10 ຄົນແລ້ວເສຍຊີວິດໃນການຍິງປືນໃຫຍ່
ໂຈມຕີກັນຂ້າມ​ຊາ​ຍແດນ ໃນເດືອນນີ້.

ລັດຖະມົນຕີການຕ່າງປະເທດກຳປູເຈຍ ທ່ານ Hor
Namhong ກ່າວໃນມື້ວັນພຸດວານນີ້ວ່າ ປະເທດໄທ
ບໍ່ເອົາຫົວຊາຕໍ່ຄຳຮຽກຮ້ອງເມື່ອໄວໆມານີ້ຂອງສະພາ
ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ໃຫ້ໃຊ້
ຄວາມຢັບຢັ້ງ ໃນບໍລິເວນໃກ້ໆວັດ ຂະແມຮິນດູໂບ
ຮານອາຍຸ 900 ປີ ທີ່ຖືກປະກາດໃຫ້ເປັນສະຖານທີ່
ມໍລະດົກໂລກນັ້ນ.

ປະເທດໄທຍັງບໍ່ທັນຕອບຮັບຢ່າງເປັນການເປີດເຜີຍ
ກ່ຽວ​ກັບຂໍ້ສະເໜີຂອງກໍາປູ​ເຈຍຕໍ່ສະມາຄົມອາຊ່ຽນນັ້ນ
ແຕ່ລັດຖະບານໄທ ໄດ້ກ່າວຊໍ້າແລ້ວຊໍ້າອີກວ່າ ບັນຫາຂັດແຍ້ງທີ່ວ່ານີ້ ຄວນຈະໄດ້ຮັບການ
ແກ້ໄຂ ໂດຍການເຈລະຈາລະຫວ່າງສອງຝ່າຍ ແລະໄດ້ຕ້ານຢັນຕໍ່ການຮຽກຮ້ອງຂໍຄວາມ ຊ່ອຍເຫຼືອຈາກພາຍນອກ.

ໃນມື້ວັນຈັນຜ່ານມານີ້ ລັດຖະມົນຕີການຕ່າງປະເທດທັງຂອງໄທແລະກຳປູເຈຍ ໄດ້ນໍາ
ສະເໜີກໍລະນີການຂັດແຍ້ງດັ່ງກ່າວ ຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ຊຶ່ງໃນເວລາຕໍ່ມາ ປະທານວຽນປະຈຳເດືອນນີ້ ຂອງສະພາຄວາມໝັ້ນຄົງ ຄື ທ່ານນາງ
Maria Luiza Ribeiro Viotti ຈາກບຣາຊີລ ໄດ້ຮຽກຮ້ອງໃຫ້ທັງສອງຝ່າຍຈັດໃຫ້ມີ
ການຢຸດຍິງຢ່າງເປັນການຖາວອນ. ​ແຕ່​ວ່າບໍ່ເທົ່າໃດຊົ່ວໂມງຕໍ່ມາການສູ້ລົບກັນຮອບໃໝ່
ກໍໄດ້ລະເບີດ ຂຶ້ນອີກໃກ້ໆບໍລິເວນວັດດັ່ງກ່າວ.

XS
SM
MD
LG