ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ແທນໄທອ້າງວ່າ ຕົນມີເຈດຕະນາ ຢາກຊ່ອຍເຫລືອ ຊາວບ້ານເທົ່ານັ້ນ


ທ່ານພານິດ ວິກິດເສຣດ ສະມາຊິກສະພາແຫ່ງຊາດໄທ ໃນສານເທດສະບານ ທີ່ກຸງພະນົມເປັນ, ວັນທີ 6 ມັງກອນ 2011.
ທ່ານພານິດ ວິກິດເສຣດ ສະມາຊິກສະພາແຫ່ງຊາດໄທ ໃນສານເທດສະບານ ທີ່ກຸງພະນົມເປັນ, ວັນທີ 6 ມັງກອນ 2011.

ທ່ານ​ພານິດ ວິ​ກິດ​ເສຣດ ສະມາຊິກ​ສະພາ​ຜູ້​ແທນ​ລາດ​ສະ​ດອນ​ໄທ ກ່າວ​ໃນ​ວັນ​ຈັນມື້​ນີ້​ວ່າ ​ທ່ານ​ພຽງ​ແຕ່​ພະຍາຍາມ​ຊ່ອຍ​ເຫລືອ​ພວກ​ຊາວບ້ານ​ຢູ່​ໃນ​ເຂດ​ຊາຍ​ແດນ​ທີ່ເປັນບັນ ຫາໂຕ້​ແຍ່ງ​ກັນ​ເທົ່າ​ນັ້ນ ​ເວລາ​ທ່ານ​ແລະເພື່ອ​ນຝູງ​ ອີກ 6 ຄົນ ​ຖືກ​ພວກ​ທະຫານ​ກໍາປູ​ເຈຍ ຈັບ​ໃນ​ເດືອນ​ແລ້ວ​ນີ້.

ໃນ​ການ​ຖະ​ແຫລ​ງຕໍ່​ພວກນັກ​ຂ່າວ​ທີ່ບາງກອກນັ້ນ ທ່ານ​ພານິດ​ຍັງ​ໄດ້​ກ່າວ​ເຊ່ນ​ກັນ ວ່າ ທ່ານ​ຫວັງວ່າ​ຈະ​ກັບ​ຄືນ​ໄປ​ຍັງ​ສະພາ​ໃນ​ສັບປະດາ​ນີ້ ຫລັງ​ຈາກ​ຖືກ​ຄຸມ​ຂັງ​ຢູ່​ໃນ​ກໍາປູ​ເຈຍ​ເປັນ​ເວລາ​ເກືອບ 1 ​ເດືອນ​ນັ້ນ.

ທ່ານ​ພານິດ​ແລະ​ເຈົ້າ​ໜ້າ​ທີ່​ໄທ​ອີກ 4 ຄົນ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​
ວັນ​ສຸກ​ແລ້ວ​ນີ້ ຫລັງ​ຈາກຖືກ​ຕັດສິນ​ຝາກ​ໂທ​ດ​ໃນ​ຂໍ້​ຫາ​ຖານ
ຂ້າມ​ຊາຍ​ແດນ​ເຂົ້າ​ກໍາປູ​ເຈຍ​ຢ່າງ​ຜິດ​ກົດໝາຍ. ທ່ານ​ວີຣະ
ສົມ​ຄວາມ​ຄິດ ຜູ້​ນໍາ​ພວກຫົວນິຍົມ​ຊາດ​ ​ແລະ​ເລຂາ​ຂອງ
ທ່ານ ຍັງ​ຖືກ​ຄຸມຂັງ​ຢູ່​ໃນ​ກໍາປູ​ເຈຍ ລໍຖ້າ​ການ​ດໍາ​ເນີນ​ຄະດີ
ໃນ​ຂໍ້ຫາ​ທໍາ​ການ​ຈາຣະກໍາ ທີ່​ກໍານົດຈະ​ມີ​ຂຶ້ນ​ໃນ ວັນ​ທີ 1 ​ກຸມພາ​ ເ​ດືອນໜ້າ​ນີ້.

XS
SM
MD
LG