ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດຕິຕຽນໄທ ເລື້ອງອົບພະຍົບມຽນມາ


ຊາວອົບພະຍົບມຽນມາ ທີ່ຫລົບໜີເຂົ້າໄປໄທ ກັບຄືນເມືອຮອດບ້ານ ທີ່ເມືອງເມຍວະດີ
ຊາວອົບພະຍົບມຽນມາ ທີ່ຫລົບໜີເຂົ້າໄປໄທ ກັບຄືນເມືອຮອດບ້ານ ທີ່ເມືອງເມຍວະດີ

ອົງການຂ້າຫຼວງໃຫຍ່ອົບພະຍົບຂອງສະຫະປະຊາຊາດຫຼື
UNHCR ໄດ້ຕຳໜິຕິຕຽນປະເທດໄທຢ່າງແຮງ ທີ່ໄດ້
ບັງຄັບໃຫ້ອົບພະຍົບມຽນມາກຸ່ມນຶ່ງກັບຄືນປະເທດໃນ
ສັບປະດາແລ້ວ ຫຼັງຈາກພວກເຂົາເຈົ້າໄດ້ຫຼົບໜີເຂົ້າໄປ
ໃນໄທ ລຸນຫຼັງທີ່ ໄດ້ເກີດການສູ້ລົບກັນ ຢູ່ທີ່ບ້ານຂອງ
ພວກເຂົາເຈົ້າ.

ອົງການຂ້າຫຼວງໃຫຍ່ອົບພະຍົບຂອງສະຫະປະຊາຊາດ
ທີ່ມີສຳນັກງານຕັ້ງຢູ່ທີ່ ນະຄອນເຈນີວາກ່າວວ່າເຈົ້າໜ້າທີ່
ໄທໄດ້ສັ່ງໃຫ້ພວກຜູ້ຊາຍ ແມ່ຍິງແລະເດັກ ນ້ອຍມຽນມາ
166 ຄົນ ອອກໄປຈາກສູນອົບພະຍົບແຫ່ງນຶ່ງໃນຈັງຫວັດຕາກ ທາງພາກເໜືອຂອງໄທ ຕິດກັບຊາຍແດນມຽນມານັ້ນ ໃນມື້ວັນເສົາແລ້ວ. ອົງການ UNHCR ​ເວົ້າ​ວ່າ ພວກອົບພະ
ຍົບມຽນມາໄດ້ແຈ້ງໃຫ້ຕົນຊາບວ່າ ພວກເຂົາເຈົ້າຍັງບໍ່ທັນພ້ອມເທື່ອທີ່ຈະກັບຄືນພູມີ​ລໍາ​ເນົາ​
ຂອງ​ເຂົາ​ເຈົ້າ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງມຽນມານັ້ນ ຍ້ອນມີຄວາມວິຕົກກັງວົນ
ໃນດ້ານຄວາມປອດໄພ.

ໃນເດືອນນີ້ ໄດ້ເກີດການສູ້ລົບກັນຫຼາຍໆຄັ້ງຢູ່ໃນເຂດດັ່ງກ່າວຂອງມຽນມາ ລະຫວ່າງ
ກຳລັງທະຫານລັດຖະບານແລະພວກກະບົດຊົນກຸ່ມນ້ອຍ.

ເຈົ້າໜ້າທີ່ອົງການ UNHCR ໄດ້ຕຳໜິຕິຕຽນ ການຜັກດັນອົບພະຍົບມຽນມາຂອງໄທ
ໂດຍກ່າວວ່າ ບໍ່ໄດ້ມາດຕະຖານຂອງອົງການສະຫະປະຊາຊາດກ່ຽວກັບການສະມັກໃຈ
ແລະການເດີນທາງກັບຄືນປະເທດດ້ວຍຄວາມປອດໄພຂອງ ພວກອົບພະຍົບ. ແຕ່ໃນ
ຂະນະດຽວກັນ ອົງການ UNHCR ກໍເວົ້າວ່າ ຕົນຂໍ ສະແດງຄວາມຊົມເຊີຍເປັນຢ່າງຍິ່ງ ຕໍ່ນະໂຍບາຍຂອງໄທທີ່ອະນຸຍາດໃຫ້ຊາວມຽນມາເຂົ້າໄປຫຼົບໄພຢູ່ໃນດິນແດນຂອງຕົນ
ເວລາເກີດການສູ້ລົບກັນຂຶ້ນ. ໄທ ຍັງບໍ່ທັນສະແດງປະຕິກິລິຍາໃດໆເທື່ອ ຕໍ່ການໃຫ້ທັດ
ສະນະຄວາມເຫັນດັ່ງກ່າວຂອງ UNHCR.

XS
SM
MD
LG