ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມູນ​ຄ່າ​ ການ​ຄ້າ​ຊາຍ​ແດນ​ ຂອງ​ໄທ ກັບ​ປະ​ເທດ​ເພື່ອນ​ບ້ານ ​ຈະ​ເພີ້ມ​ຂຶ້ນ 15 ເປີ​ເຊັນ


ທ່ານ​ອະ​ດຸນ ໂຊດ​ນິ​ສາ​ກອນ ອະ​ທິ​ບໍ​ດີກົມ​ການ​ຄ້າ​ຕ່າງ​ປະ​ເທດ ກະ​ຊວງ​ການ​ຄ້າໄທ.
ທ່ານ​ອະ​ດຸນ ໂຊດ​ນິ​ສາ​ກອນ ອະ​ທິ​ບໍ​ດີກົມ​ການ​ຄ້າ​ຕ່າງ​ປະ​ເທດ ກະ​ຊວງ​ການ​ຄ້າໄທ.

ມູນ​ຄ່າ​ການ​ຄ້າ​ຊາຍ​ແດນ​ຂອງ​ໄທ ກັບ​ປະ​ເທດ​ເພື່ອນ​ບ້ານ​ຈະ​ເພີ້ມ​ຂຶ້ນເຖິງ 15 ເປີ​ເຊັນ
ໃນ​ຕະ​ຫຼອດ​ປີ 2018 ໃນ​ຂະ​ນະ​ທີ່​ການ​ສົ່ງອ​ອກຂອງ​ລາວ​ໄປ​ຈີນ ຍັງ​ຫລຸດ​ລົງ​ຢ່າງ​ຕໍ່​
ເນື່ອງ ເພາະ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ ຊຶ່ງ​ຊົງ​ລິດ ໂພ​ນ​ເງິນ ນັກ​ຂ່​າວ ວີ​ໂອ​ເອ ມີ​ລາຍ​
ງານ​ຈາກ​ບາງກອກ.

ທ່ານ​ອະ​ດຸນ ໂຊດ​ນິ​ສາ​ກອນ ອະ​ທິ​ບໍ​ດີກົມ​ການ​ຄ້າ​ຕ່າງ​ປະ​ເທດ ກະ​ຊວງ​ການ​ຄ້າ​ຂອງ
​ໄທ​ຖະ​ແຫຼງວ່າ ການ​ຄ້າ​ຊາຍ​ແດນ​ລ​ະ​ຫວ່າງ​ໄທ​ກັບ​ລ​າວ ມຽນ​ມາ ກຳ​ກຳ​ປູ​ເຈຍ ຫວຽດ
​ນາມ ມາ​ເລເຊຍ ສິງ​ກະ​ໂປ ແລະ​ແຂວງ​ຢູ​ນານ​ຂອງ​ຈີນ​ໃນ​ປີ 2017 ຜ່ານ​ມາ​ມີ​ມູນ​ຄ່າ
​ລວມ 1​.32 ລ້ານ ລ້ານບາດ ຫຼື 40,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ສ່ວນ​ໄລ​ຍ​ະ 7 ເດືອນ
​ຂອງ​ປີ 2018 ນີ້ ກໍ​ປາ​ກົດ​ວ່າ​ການ​ຄ້າ​ຊາຍ​ແດນ​ຂອງ​ໄທ​ກັບ​ປະ​ເທດ​ເພື່ອນ​ບ້ານ​ດັ່ງ​ກ່າວ
ມີ​ມູນ​ຄ່າ​ລວມເກີນກວ່າ 8 ແສນ​ລ້ານ​ບາດ ຫຼື​ເພີ້ມ​ຂຶ້ນ​ຈາກ​ລະ​ຍະ​ດຽວ​ກັນ​ໃນ​ປີ 2017
ຄຶດ​ເປັນ​ອັດ​ຕາ​ສະ​ເລ່ຍ 7.14 ເປີ​ເຊັນ ດັ່ງ​ນັ້ນຈຶ່ງ​ເຊື່ອ​ວ່າ ການ​ຄ້າ​ຊາຍ​ແດນ​ຂອງ​ໄທ​ໃນ
​ຕະ​ຫຼອດ​ປີ 2018 ນີ້​ຈະ​ມີ​ມູນ​ຄ່າ​ລວມ​ເຖິງ 1.5 ​ລ້ານ​ ລ້ານບາດ ​ຫຼື 45,455 ລ້ານ​ໂດ​ລາ
ສ​ະ​ຫະ​ລັດ ດັ່ງ​ທີ​ທ່ານ​ອະ​ດຸນ ໃຫ້​ການ​ຢືນ​ຢັນ​ວ່າ :

“ຄ້າ​ຊາຍ​ແດນ​ປີ​ທີ່​ແລ້ວ ມູນ​ຄ່າ​ຢູ່​ທີ່ 1.32 ລ້ານ ລ້ານ​ບາດ ນີ້​ຄື​ສາ​ເຫດ​ທີ່​ເຮົາ​ເບິ່ງ​
ຈາກ​ແນວ​ໂນ້ມ​ຕ່າງໆ ຄວນ​ໜ້າ​ຈ​ະ​ເປັນ​ອັນ​ນີ້ ເຮົາ​ເລີຍ​ໄດ້​ຕັ້ງ​ກຳ​ໜົດ​ເປົ້າໝາຍ​ວ່າ​
ໃນ​ປີ 2561 ຫຼື 2018 ທັງ​ປີ​ນີ້​ໜ້າ​ຈະ​ເພີ້ມ​ຂຶ້ນໄດ້​ອີ​ກ 15 ເປີ​ເຊັນ ມູນ​ຄ່າ​ຢູ່​ທີ່ 1.5
ລ້ານ​ ລ້ານບາດ.”

ໂດຍ​ການ​ຄ້າ​ລະ​ຫວ່າງໄທກັ​ບ​ລ​າວ ໃນ​ຊ່ວງ​ເດືອນ​ມັງ​ກອນ ຫາ​ເດືອນ​ສິງ​ຫາ 2018 ນີ້
​ມີ​ມູນ​ຄ່າ​ລວມ 144,223.46 ລ້ານ​ບາດ ຫຼື 4,376 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພີ້ມ​ຂຶ້ນ​ຈາກ
​ລະ​ຍະ​ດຽວ​ໃນ​ປີ 2017 ຄຶດ​ເປັນ​ອັດ​ຕາ​ສະ​ເລ່ຍ 5.71 ເປີ ເຊັນ ໃນ​ນີ້​ກໍ​ເປັນ​ການ​ນຳ​ສິນ
​ຄ້າ​ໄທ​ເຂົ້າ​ມາ​ລາວ 89,838.83 ລ້ານ​ບາດ ແລະ​ລາວ​ສົ່ງ​ສິ​ນ​ຄ້າ​ໄປ​ໄທ 54,384.63
ລ້ານ​ບາດ ເຮັດ​ໃຫ້​ລາວ​ຂາດ​ດຸນ​ການ​ຄ້າ​ຕໍ່​ໄທ ໃນ​ມູນ​ຄ່າ 35,454.2 ລ້ານ​ບາດ ຫາກ​
ແຕ່​ກໍ​ເປັນ​ສະ​ພາ​ວະ​ການ​ຂາດ​ດຸນ​ການ​ຄ້າ ທີ່​ຫລຸດ​ລົງເຖິງ 9.68 ເປີ​ເຊັນ ທຽບ​ໃສ່​ລ​ະ​
ຍະ​ດ​ຽວ​ກັນ​ໃນ​ປີ 2017 ທີ່​ຜ່ານ​ມາ.

ທັງ​ນີ້​ໂດຍ​ສິນ​ຄ້າທີ່​ລາວນຳ​ເຂົ້າ​ຈາກ​ໄທ​ຫຼາຍ​ທີ່​ສຸດກໍ​ຄື ສິນ​ຄ້າ​ອຸບ​ປະ​ໂພກ​ບໍ​ລະ​ໂພກ\
ນ້ຳ​ມັນ​ເຊື້ອ​ໄຟ ແລະ​ສິນ​ຄ້າ​ກະ​ສິ​ກຳ​ແປ​ຮູບ​ຕາມ​ລະ​ດັບ ໂດຍ​ສະ​ເພາະ​ແມ່ນ​ສິນ​ຄ້າ​ອຸບ
​ປະ​ໂພກ​ບໍ​ລິ​ໂພກ​ນັ້ນ​ຖືເປັນພາກ​ສ່ວນ​ທີ່ເຮັດ​ໃຫ້​ລາວ​ຕ້ອງ​ຂາດ​ດຸນ​ການ​ຄ້າ​ຕໍ່​ໄທ​ຫຼາຍ
​ທີ່​ສຸດ ເພາະ​ການ​ຜະ​ລິດ​ສິນ​ຄ້າ​ໃນ​ລາວ​ຍັງ​ບໍ່​ທັນ​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ ທີ່​ເປັນ​ຈິງ​
ທັງ​ຍັງ​ມີ​ຄຸນ​ນະ​ພາບ​ຕ່ຳ ແຕ່​ກັບ​ມີ​ລາ​ຄາ​ສູງກວ່າ​ສິນ​ຄ້າ​ໄທ​ດ້ວຍ ຈຶ່ງ​ເຮັດ​ໃຫ້​ຄົນ​ລາວ​ພາ
​ກັນ​ນິ​ຍົມ​ໃຊ້​ສິນ​ຄ້າ​ໄທ​ຫຼາກວ່າ​ສິນ​ຄ້າ​ລາວ.

ທາງ​ດ້ານ​ທ່ານ​ສຸ​ລິນ​ທອນ ເລືອງ​ຄຳ​ສິງ ນັກ​ວິ​ຊາ​ການ​ອາ​ວຸ​ໂສ​ດ້ານ​ເສດ​ຖະ​ກິດ​ຂອງ​ທະ
​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ສຳ​ນັກ​ງານ​ປະ​ຈຳ ສ​ປ​ປ ລາວ ຢືນ​ຢັນ​ວ່າ ການ​ຂາດ
​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ເກີດ​ບັນ​ຫາ​ການ​ຕົກ​ຕ່ຳ​ລົງ​ຂອງ​
ຄ່າ​ເງິນ​ກີບ ແລະ​ອັດ​ຕາ​ເງິນ​ເຟິ້​ທີ່​ປັບ​ໂຕ​ສູງ​ຂຶ້ນ​ເທົ່າ​ນັ້ນ ແຕ່​ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຖິງ
​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລາວ ທີ່​ມີທ່າ​ອ່ຽງຫລຸດລົງ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ
ເພາະ​ວ່າ​ການ​ຂາ​ດດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ເຮັດ​ໃຫ້​ລາວ​ຕ້ອງ​ໃຊ້​ເງິນ​ຕາ​ຕ່າງ​ປະ​ເທດ​
ຈຳ​ນວນ​ຫຼາຍ​ເພື່ອ​ຊຳ​ລະ​ລາ​ຄາ​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈ​າກ​ຕ່າງ​ປະ​ເທດ​ນັ້ນ​ເອງ.

ແຕ່​ຢ່າງ​ໃດ​ກໍ​ຕາມ ດ້ວຍ​ການ​ສົ່ງ​ອອກ​ກະ​ແສ​ໄຟ​ຟ້າ​ຂອງ​ລ​າວ​ໃນ​ປີ 2018 ທີ່​ຄາດ​ວ່າ
​ຈະ​ເພີ້ມ​ຂຶ້ນ​ເຖິງ 8 ເປີ​ເຊັນ ທຽບ​ໃສ່​ປີ 2017 ກໍ​ຈະ​ມີ​ສ່ວນ​ຢ່າງ​ສຳ​ຄັນ​ໃນ​ການ​ຫລຸດ
​ຜ່ອນ​ການ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລ​າວ ໃຫ້​ເບົາ​ບາງ​ລົງ​ໄດ້​ໃນ​ປີ​ນີ້ ແຕ່​ວ່າ​
ດ້ວຍ​ເຫດ​ເຂື່ອນ​ເຊ​ປຽນ ເຊ​ນ້ຳ​ນ້ອຍ​ແຕກ ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ດຳ​ເນີນ​ການ
ກວດ​ກາ​ເຂື່ອນ ທີ່​ກຳ​ລັງ​ກໍ່​ສ້າງ​ໃນ​ທົ່ວ​ປະ​ເທດ​ນັ້ນ​ຍ່ອມ​ຈະສົ່ງ​ຜົນກະ​ທົບ​ຕໍ່​ການ​ສົ່ງ​ອອກ
​ກະ​ແສ​ໄຟ​ຟ້າ​ຂອງ​ລາວ​ໃນ​ປີ 2019 ຢ່າງ​ຫລີກ​ລ່ຽງ​ບໍ່​ໄດ້.

ທັງ​ນີ້ ລັດ​ຖະ​ບານ​ລາວ​ໄດ້​ວາງ​ແຜນ​ການ​ຄວບ​ຄຸມ​ການ​ນຳ​ເຂົ້າ​ສິນ​ຄ້າ​ໃຫ້​ບໍ່​ເກີນ
4,978 ລ້ານໂດ​ລາສະ​ຫະ​ລັດ ແລ​ະ​ຊຸກຍູ້​ການ​ສົ່ງ​ອອກ​ໃຫ້​ໄດ້​ເຖິງ 5,015 ລ້ານ​ໂດ​ລາ​
ສະ​ຫະ​ລັດ ໃນ​ຕະ​ຫຼອດ​ປີ 2018 ນີ້ ໂດຍ​ປະ​ເທດ​ທີ່​ເປັນ​ເປົ້າ​ໝາຍ​ສຳ​ຄັນ​ໃນ​ການ​ສົ່ງ
​ອອກ​ຂອງ​ລາວ​ກໍ​ຄື​ຈີນ ຊຶ່ງ​ເຄີຍ​ມີ​ມູນ​ຄາ​ການ​ຄ້າ​ກັບ​ລາວ 3,614 ລ້ານ​ໂດ​ລາ​ສະ​ຫະ​ລັດ
ໃນ​ປີ 2014 ແຕ່​ກໍຫລຸດ​ລົງຢາງ​ຕໍ່​ເນື່ອງ ໂດຍ​ມີ​ມູນ​ຄ່າ​ລວມ​ພຽງ 2,047 ລ້ານໂດ​ລາ
ສະ​ຫະ​ລັດ​ເທົ່າ​ນັ້ນ​ໃນ​ປີ 2017 ແຕ່​ລັດ​ຖະ​ບານ​ລາວ​ຄາດ​ວ່າ​ການ​ຄ້າ​ລາວ ຈີນ ຈະ​ເພີ້ມ
​ຂຶ້ນເປັນ 2,340 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ລາວ​ສົ່ງ​ສິນ​ຄ້າ​ໄປ​ຈີນ​ໄດ້​ເຖິງ 1,350
ລ້ານໂດ​ລາ​ສະ​ຫະ​ລັດໃນ​ປີ​ນີ້.

XS
SM
MD
LG