ການດຳເນີນຄະດີ ຜູ້ຊາຍສອງຄົນ ທີ່ຖືກກ່າວຫາວ່າ ເປັນຜູ້ວາງລະເບີດ ເມື່ອເດືອນ
ສິງຫາ ປີ 2015 ຢູ່ທີ່ສານເຈົ້າແຫ່ງໜຶ່ງທີ່ມີຄົນນິຍົມໄປສັກກາລະ ໃນປະເທດໄທ ໄດ້ເລີ່ມຕົ້ນຂຶ້ນ ຫຼັງຈາກທີ່ໄດ້ເລື່ອນເວລາອອກໄປ ຍ້ອນຄວາມຂັດແຍ່ງ ກ່ຽວກັບ ນາຍພາສາທີ່ໄດ້ ສະໜອງໃຫ້ແກ່ພວກຈຳເລີຍທັງສອງ.
ທ້າວ Bilal Mohammed ແລະ ທ້າວ Mieraili Yusufu ກຳລັງປະເຊີນໜ້າກັບ
ຂໍ້ຫາ 10 ກະໂທງ ປະກອບດ້ວຍຂໍ້ຫາ ຄາດຕະກຳ ແລະ ມີດິນລະເບີດ ໃນຄອບຄອງ ຢ່າງຜິດກົດໝາຍ ທີ່ມີສ່ວນກ່ຽວຂ້ອງກັບເຫດລະເບີດ ຢູ່ທີ່ສານເຈົ້າເອຣະວັນ ຢູ່
ບາງກອກ ຊຶ່ງໄດ້ສັງຫານ 20 ຄົນ. ພວກເຂົາເຈົ້າໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.
ບຸກຄົນທັງສອງ ເປັນຄົນຈີນເຜົ່າວີເກີ້ ແລະ ບໍ່ຍອມຮັບເອົານາຍພາ ສາສອງຄົນ ທີ່ສະໜອງໃຫ້ໂດຍສະຖານທູດຈີນ ຍ້ອນພວກເຂົາກ່າວວ່າ ຈີນບໍ່ນັບຖືຊາວວີເກີ້
ຢູ່ແລ້ວ. ສານໄທໄດ້ປະຕິເສດ ຕໍ່ຄວາມກັງວົນຂອງພວກຈຳເລີຍທັງສອງ.
ເຂດ Xinjiang ຂອງຈີນເປັນຖິ່ນຖານບ້ານເກີດ ຂອງພວກຊົນກຸ່ມນ້ອຍ ເຜົ່າວີເກີ້ ຊຶ່ງພວກເຂົາເຈົ້າຫຼາຍຄົນ ຈົ່ມວ່າ ຖືກກົດຂີ່ ແລະໄດ້ຖືກປາບປາມຢ່າງໜັກ ໃນການ ຕໍ່ຕ້ານການກໍ່ການຮ້າຍ ໂດຍປັກກິ່ງ.
ບັນດາເຈົ້າໜ້າທີ່ຂອງໄທ ກ່າວວ່າ ການວາງລະເບີດ ໄດ້ດຳເນີນໄປ ເພື່ອເປັນການ ລ້າງແຄ້ນ ສຳລັບການປາບປາມ ຕໍ່ເຄືອຂ່າຍຂອງພວກລັກລອບຄົນຂ້າມຊາຍແດນ.