ປະເທດໄທ ກໍາລັງຜັກດັນໃຫ້ຫຼຸດລະດັບສະຖານະການຂອງໂຣກລະບາດ ພາຍໃນໄລຍະເວລາສາມເດືອນຂ້າງໜ້ານີ້ ລຸນຫຼັງທີ່ມີການຍົກເລີກບາງຂໍ້ຈໍາກັດກ່ຽວກັບໄວຣັສໂຄໂຣນາ ສຳລັບການທ່ອງທ່ຽວ ເມື່ອໄວໆມານີ້.
ການກວດ PCR ສໍາລັບນັກທ່ອງທ່ຽວກ່ອນເດີນທາງໄປເຖິງປະເທດໄທນັ້ນ ໄດ້ມີການຍົກເລີກ ເມື່ອອາທິດແລ້ວນີ້ ເພື່ອເປັນການສົ່ງເສີມ ການທ່ອງທ່ຽວ.
ຢ່າງໃດກໍຕາມ ພວກນັກຊ່ຽວຊານຕ່າງກໍໄດ້ເຕືອນວ່າ ດ້ວຍຈໍານວນຂອງຜູ້ຕິດ ເຊື້ອທີ່ເພີ້ມຂຶ້ນຢ່າງໄວວາ ແລະຄວາມກັງວົນຂອງປະຊາຊົນທົ່ວໄປ ສາມາດປ້ອງກັນການປ່ຽນແປງ ໄປສູ່ເຊື້ອໂຣກພາຍໃນທ້ອງຖິ່ນຢ່າງງ່າຍດາຍໄດ້.
ທາງກະຊວງສາທາລະນະສຸກຂອງໄທໄດ້ກ່າວໃນຕົ້ນເດືອນນີ້ວ່າ ການລະບາດໃຫຍ່ຂອງໄວຣັສໂຄໂຣນາພາຍໃນປະເທດ ອາດຈະຖືກລະບຸວ່າເປັນພະຍາດປະຈໍາທ້ອງຖິ່ນ ພາຍໃນເດືອນກໍລະກົດນີ້, ເຊິ່ງຈະຊ່ວຍເຮັດໃຫ້ກັບມາໃຊ້ “ຊີວິດທີ່ເປັນປົກກະຕິ” ຄືນໃໝ່ໄດ້.
ທ່ານໝໍ ອານັນ ຈົງແກ້ວວັດທະນາ, ເຊິ່ງເປັນນັກຄົ້ນຄວ້າ ແລະນັກໄວຣັສວິທະ ຍາ ທີ່ສູນວິໄຈທາງພັນທຸກໍາ ທາງດ້ານວິສະວະກໍາ ແລະເທັກໂນໂລຈີຊີວະພາບໃນປະເທດໄທ ກ່າວເຕືອນວ່າ ຍັງຄົງຈໍາເປັນໃນການຮັກສາຄວາມລະມັດລະວັງກ່ຽວກັບໄວຣັສໂຄໂຣນາ, ເຖິງແມ່ນວ່າທາງເຈົ້າໜ້າທີ່ຂອງກະຊວງສາທາລະນະ ສຸກຈະຕັດສິນໃຈ ຫຼຸດສະຖານະພາບຂອງພະຍາດດັ່ງກ່າວ ລົງແລ້ວກໍຕາມ.
ທ່ານກ່າວຕໍ່ VOA ວ່າ “ພວກເຮົາຕ້ອງເຮັດໃຫ້ມັນແຈ່ມແຈ້ງວ່າ ໂຣກປະຈໍາທ້ອງຖິ່ນນັ້ນ ບໍ່ໄດ້ໝາຍຄວາມວ່າພະຍາດຈະຫຼຸດຄວາມຮ້າຍແຮງລົງມາເໝືອນດັ່ງປະສົບການທີ່ພວກເຮົາໄດ້ຮັບໃນຊ່ວງການລະບາດໃຫຍ່ຂອງພະຍາດໂຄວິດ-19. ສໍາລັບຂ້າພະເຈົ້າແລ້ວ, ໂຣກປະຈໍາທ້ອງຖິ່ນ ມີຄວາມໝາຍພຽງແຕ່ວ່າ ປະເທດໄທຈະສາມາດຄວບຄຸມສະຖານະການໄດ້ໃນລະດັບໃດລະດັບນຶ່ງທີ່ບໍ່ສ້າງຄວາມເສຍຫາຍຕໍ່ລະບົບການແພດຂອງປະເທດ.”
ປະເທດໄທ ຍັງຄົງຕໍ່ສູ້ກັບການເພີ້ມຂຶ້ນຂອງຈໍານວນຜູ້ປ່ວຍໂຄວິດ-19, ເຊິ່ງໄດ້ຮັບຜົນກະທົບໂດຍສາຍພັນໂອມາຍຄຣອນ, ແລະມີລາຍງານຜູ້ຕິດເຊື້ອໃໝ່ລາຍວັນທີ່ສູງເປັນປະຫວັດການເຖິງ 27,071 ຄົນໃນວັນສຸກແລ້ວນີ້.