ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກເສື້ອເຫລືອງປະທ້ວງ ຢູແນສໂກ ທີ່ບາງກອກ (ເບິ່ງວີດິໂອ)


ວັດ Preah Vihear ຂອງກໍາປູເຈຍ(ຫລືພະວິຫານຂອງໄທ) ທີ່ໄດ້ຮັບສະຖານະພາບເປັນສະຖານທີ່ມູນມໍລະດົກ ໂລກ ຈາກອົງການຢູແນສໂກ, ຕັ້ງຢູ່ໃນແຂວງ Preah Vihear ຂອງກໍາປູເຈຍ, ປະມານ 245 ຫລັກຫ່າງຈາກ ນະຄອນຫລວງພະນົມເປັນ ໄປທາງທິດເໜືອ, ຮູບຖ່າຍເມື່ອວັນທີ 9 ກຸມພາ 2011 (file photo)
ວັດ Preah Vihear ຂອງກໍາປູເຈຍ(ຫລືພະວິຫານຂອງໄທ) ທີ່ໄດ້ຮັບສະຖານະພາບເປັນສະຖານທີ່ມູນມໍລະດົກ ໂລກ ຈາກອົງການຢູແນສໂກ, ຕັ້ງຢູ່ໃນແຂວງ Preah Vihear ຂອງກໍາປູເຈຍ, ປະມານ 245 ຫລັກຫ່າງຈາກ ນະຄອນຫລວງພະນົມເປັນ ໄປທາງທິດເໜືອ, ຮູບຖ່າຍເມື່ອວັນທີ 9 ກຸມພາ 2011 (file photo)

ພວກເສື້ອເຫລືອງຊຶ່ງເປັນກຸ່ມທີ່ຈົ່ງຮັກພັກດີຕໍ່ກະສັດຂອງໄທ ໄດ້ພາກັນໄປປະທ້ວງຢູ່ນອກ ສໍານັກງານອົງການວັດທະນະທໍາຂອງອົງການສະຫະປະຊາຊາດ ທີ່ນະຄອນຫລວງບາງກອກ ຮຽກຮ້ອງໃຫ້ຖອນສະຖານະພາບການເປັນມໍລະດົກໂລກຂອງວັດໂບຮານຂະເໝນ ທີ່ເປັນຂໍ້ ຂັດແຍ້ງກັນນັ້ນ. ນອກນີ້ ພວກພວກເສື້ອແດງຍັງພາກັນເດີນຂະບວນຜ່ານຕົວເມືອງຫລວງ ບາງກອກ ຊັກຊວນປະຊາຊົນບໍ່ໃຫ້ໄປປ່ອນບັດໃນການເລືອກຕັ້ງທົ່ວປະເທດ ໃນວັນທີ 3 ກໍລະກົດ ເດືອນໜ້ານີ້. ຜູ້ສື່ຂ່າວວີໂອເອ Daniel Schearf ລາຍງານມາຈາກບາງກອກວ່າ ຂະບວນການພວກຊາດນິຍົມດັ່ງກ່າວ ໄດ້ຢຸດເຊົາໃຫ້ການສະໜັບສະໜຸນລັດຖະບານຊຸດປັດ ຈຸບັນແລ້ວ ໂດຍກ່າວວ່າ ລັດຖະບານຊຸດນີ້ອ່ອນແອເກີນໄປ ກ່ຽວກັບການແກ້ໄຂບັນຫາຂັດ ແຍ້ງກັບກໍາປູເຈຍຢູ່ຊາຍແດນນັ້ນ. ດາຣາມີລາຍລະອຽດ ມາສະເໜີທ່ານ.

ພວກປະທ້ວງໃສ່ເສື້ອເຫລືອງຢ່າງນ້ອຍ 2,000 ຄົນ ໄດ້ພາກັນ​ໂຮມ​ຊຸມນຸມປະທ້ວງຢູ່ນອກ
ອົງການສຶກສາ, ວິທະຍາສາດ ແລະວັດທະນະທໍາ ຂອງອົງການສະຫະປະຊາຊາດ ຫລື
ຢູແນສໂກ ທີ່ບາງກອກ ໃນວັນສຸກ ອາທິດແລ້ວນີ້.

ພວກຫົວຊາດນິຍົມ​ເຫລົ່າ​ນັ້ນ ຢາກໃຫ້ຄະນະກໍາມະການມໍລະດົກໂລກຂອງ ຢູແນສໂກ ທີ່ມີກໍານົດປະຊຸມກັນໃນວັນອາທິດຜ່ານມາ ຢູ່ນະຄອນຫລວງປາຣີນັ້ນ ຖອນວັດໂບຮານ
ແຫ່ງນຶ່ງໃນກໍາປູເຈຍ ຢູ່ໃກ້ໆເຂດຊາຍແດນທີ່ ເປັນຫົວຂໍ້ຂັດແຍ້ງກັນນັ້ນ ອອກຈາກບັນຊີ ສະຖານທີ່ມູນມໍລະດົກໂລກ.

ວັດໂບຮານຮິນດູທີ່ມີອາຍຸ 900 ປີ ທີ່ເອີ້ນກັນວ່າ ວັດພຣະວິເຮຍໃນກໍາປູເຈຍ ແລະວັດເຂົາ
ພະວິຫານ ໃນໄທນັ້ນ ໄດ້ຖືກປະກາດໃຫ້ເປັນມໍລະດົກ ໂລກ ໃນປີ 2008.

ການສະຖາປະນາວັດດັ່ງກ່າວໃຫ້ເປັນມໍລະດົກໂລກ ໄດ້ສ້າງຄວາມຮູ້ສຶກຊາດນິຍົມຂຶ້ນມາຢ່າງ
ແຮງກ້າໃນທັງສອງຟາກຊາຍແດນ ແລະສົ່ງຜົນໃຫ້ເກີດການປະທະກັນເປັນຄັ້ງເປັນຄາວ ຮຸນ
ແຮງເຖິງຂັ້ນເສຍຊີວິດກໍມີ ລະຫວ່າງກໍາລັງທະຫານໄທແລະກໍາປູເຈຍ.

ຜູ້ປະທ້ວງຄົນນຶ່ງ ຊື່ນາງ ວິພາດາ ໄທສະຫວັດ ກ່າວວ່າ ກໍາປູເຈຍກໍາລັງໃຊ້ສະຖານະພາບ
ການເປັນມໍລະດົກໂລກ ເພື່ອບຸກລຸກດິນແດນໄທ. ຄືກັນກັບພວກຫົວຊາດນິຍົມອື່ນໆ ນາງ
ອ້າງວ່າ ວັດດັ່ງກ່າວແມ່ນຢູ່ໃນດິນແດນຂອງໄທ. ນາງວິພາດາ ເວົ້າວ່າ

“Actually, temple back to Thailand...ທີ່ຈິງແລ້ວ ການຈະເອົາວັດມອບຄືນໃຫ້
ໄທ ຫລືບໍ່ນັ້ນ ມັນ
ບໍ່ແມ່ນເລື່ອງສໍາຄັນ. ເລື່ອງທີ່ສໍາຄັນໃນເວລານີ້ ກໍແມ່ນວ່າ ກໍາ
ປູເຈຍຢາກໄດ້ດິນດອນ ຢູ່
ອ້ອມແອ້ມວັດເຂົາພະວິຫານ ເພື່ອລົງທະບຽນເປັນມໍລະ
ດົກໂລກ
ທີ່ຢູ່ພາຍໃຕ້ກໍາປູເຈຍ ຊຶ່ງເຮົາຈະປ່ອຍໃຫ້ເປັນເຊັ່ນນັ້ນບໍ່ໄດ້.

ກໍາປູເຈຍໄດ້ສະເໜີແຜນການໃຫ້ຄຸ້ມຄອງບໍລິເວນວັດດັ່ງກ່າວຮ່ວມກັນ ຊຶ່ງຄະນະກໍາມະການ
ມໍລະດົກໂລກ ກໍກໍາລັງສຶກສາເບິ່ງຂໍ້ສະເໜີດັ່ງກ່າວ ແລະອາດຈະຕັດສິນໃຈໃນອາທິດນີ້.

ທາງຝ່າຍໄທນັ້ນ ໄດ້ຮຽກຮ້ອງໃຫ້ໂຈະແຜນການດັ່ງກ່າວເອົາໄວ້ກ່ອນ ຈົນກວ່າໄດ້ມີການ
ຕັດສິນໃຈ ກ່ຽວກັບດິນດອນຢູ່ອ້ອມແອ້ມວັດ ທີ່ທັງສອງຝ່າຍຕ່າງກໍອ້າງເອົາກໍາມະສິດນັ້ນ.

ໃນເດືອນແລ້ວນີ້ ກໍາປູເຈຍໄດ້ຮ້ອງຮຽນໄປຍັງສານຍຸຕິທໍານາໆຊາດ ທີ່ຕັ້ງຢູ່ນະຄອນຫລວງ
Hague ປະເທດເນເທີແລນດ໌ ໃຫ້ຕັດສິນກ່ຽວກັບດິນດອນ ເນື້ອທີ່ 4.6 ກິໂລເມດມົນທົນ ອ້ອມແອ້ມບໍລິເວນວັດນັ້ນ.

ໃນປີ 1962 ສານຍຸຕິທໍານາໆຊາດ ຫລື ສານໂລກ ICJ ໄດ້ຕັດສິນວ່າ ວັດດັ່ງກ່າວຕັ້ງຢູ່
ໃນດິນກໍາປູເຈຍ ແຕ່ບໍ່ໄດ້ຕັດສິນກ່ຽວກັບດິນດອນອ້ອມແອ້ມວັດ. ຄາດວ່າການຕັດສິນຂອງ
ສານໂລກກ່ຽວກັບເລື້ອງນີ້ ຈະມີຂື້ນ ຍາມໃດຍາມນຶ່ງ ໃນຕົ້ນປີໜ້ານີ້.

ພວກເສື້ອເຫລືອງເດີນຂະບວນປະທ້ວງລັດຖະບານ ຢູ່ບາງກອກ, ວັນທີ 17 ມີຖຸນາ 2011.
ພວກເສື້ອເຫລືອງເດີນຂະບວນປະທ້ວງລັດຖະບານ ຢູ່ບາງກອກ, ວັນທີ 17 ມີຖຸນາ 2011.

ເມື່ອວັນສຸກຜ່ານມາ ພວກກຸ່ມ
ເສື້ອເຫລືອງໄດ້ພາກັນເດີນຂະ
ບວນຈາກຕຶກສໍານັກງານຂອງ
ອົງການຢູແນສໂກ ຜ່ານນະ
ຄອນຫລວງບາງກອກ ພ້ອມ
ກັບຮ້ອງໂຮສະແດງຄວາມໂກດ
ແຄ້ນຂອງພວກເຂົາເຈົ້າໃສ່ພວກ ນັກການເມືອງໄທ.

ສຽງ​ພວກ​ປະ​ທ້ວງ​ຮ້ອງ​ວ່າ
“ຢ່າ​ບ່ອນ​ບັດ” ​ເປັນ​ພາສາ​
ອັງກິດ

ພວກປະທ້ວງເສື້ອເຫລືອງຮຽກ
ຮ້ອງໃຫ້ປະຊາຊົນໄທ ບໍ່ຕ້ອງ
ອອກໄປປ່ອນບັດ ໃນວັນເລືອກ
ຕັ້ງທີ 3 ເດືອນໜ້ານີ້ ໂດຍກ່າວ
ວ່າບໍ່ມີພັກການເມືອງພັກໃດເລີຍ
ທີ່ຖືຜົນປະໂຫຍດຂອງປະເທດໄທເປັນໃຫຍ່ຢ່າງຈິງໃຈ ໂຮມທັງພັກປະຊາທິປັດທີ່ປົກຄອງປະ
ເທດຢູ່ໃນເວລານີ້ ແລະເປັນພັກທີ່ພວກເຂົາເຈົ້າເຄີຍໃຫ້ການສະໜັບສະໜຸມມາກ່ອນນັ້ນ.

ພວກເສື້ອເຫລືອງກ່າວວ່າ ລັດຖະບານຊຸດນີ້ແມ່ນອ່ອນແອຫລາຍໃນການ ແກ້ໄຂບັນຫາຂໍ້
ຂັດແຍ້ງຢູ່ເຂດຊາຍແດນກັບກໍາປູເຈຍ ແລະຮຽກຮ້ອງໃຫ້ ລັດຖະບານຢຸດເຊົາໃຫ້ຄວາມຮ່ວມ
ໄມ້ຮ່ວມມື ກັບອົງການຢູແນສໂກ ແລະ ພະນົມເປັນ.

ທາງລັດຖະບານໄທນັ້ນ ຜ່ານມາແມ່ນບໍ່ໄດ້ເອົາທ່າທີຢ່າງຈິງໆຈັງໆຫລືວ່າ ເດັດຂາດກ່ຽວກັບ
ວ່າຕົນຢາກໃຫ້ຖອນສະຖານະພາບມໍລະດົກໂລກຂອງວັດນັ້ນ ຫລືບໍ່? ແຕ່ວ່າໃນຂະນະດຽວ
ກັນ ກໍບໍ່ໄດ້ເອົາຫົວຊານໍາຄໍາຮຽກຮ້ອງຂອງພວກເສື້ອເຫລືອງ.

ໃນລະຫວ່າງນີ້ ສະຖານະການຢູ່ເລະເຂດຊາຍແດນທີ່ເປັນຂໍ້ຂັດແຍ້ງກັນນັ້ນ ກໍຍັງມີຄວາມ
ເຄັ່ງຕຶງສືບຕໍ່ມາ ພ້ອມກັບກໍາລັງທະຫານທັງສອງຝ່າຍຢູ່ໃນທ່າກຽມພ້ອມ ມີສະຕິລະວັງໂຕ ສູງ.

ການປະທະກັນຫລາຍໆບັ້ນລະຫວ່າງທັງສອງຝ່າຍ ໃນເດືອນກຸມພາທີ່ຜ່ານມາ ໄດ້ຍັງຜົນ
ໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນແລະອີກ 18 ຄົນເສຍຊີວິດ ໃນການສູ້ລົບກັນໃນເດືອນ
ເມສາ ຢູ່ໃກ້ບໍລິເວນວັດໂບຮານອີກແຫ່ງນຶ່ງ ໄກອອກໄປທາງຕິດຕາເວັນຕົກ ປະມານ 150 ຫລັກກິໂລແມດ.

ທັງສອງຝ່າຍຕ່າງກໍຖິ້ມໂທດໃສ່ກັນແລະກັນ ວ່າອີກຝ່າຍນື່ງເປັນຜູ້​ເລີ້ມ​ຕົ້ນການສູ້ລົບຂຶ້ນ ກ່ອນ.

ເບິ່ງວີດິໂອການປະທ້ວງ

XS
SM
MD
LG