ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໜ່ວຍ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ ໄທ ເພີ່ມ​ຄວາມ​ເຂັ້ມ​ງວດ ສຳ​ລັບ​ ການ​ເຄື່ອນ​ໄຫວ ຂອງ​ຊາວ​ໜຸ່ມ ລາວ ໃນ ໄທ


ສະ​ມາ​ຊິກ​​ຂະ​ບວນ​ການ​ຊາວໜຸ່ມ​ເພື່ອ​ເສ​ລີ​ພາບ ແລະ ສິດ​ທິ​ມະ​ນຸດ​ໃນ ລາວ ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ປະ​ເທດ ໄທ.
ສະ​ມາ​ຊິກ​​ຂະ​ບວນ​ການ​ຊາວໜຸ່ມ​ເພື່ອ​ເສ​ລີ​ພາບ ແລະ ສິດ​ທິ​ມະ​ນຸດ​ໃນ ລາວ ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ປະ​ເທດ ໄທ.

ໜ່ວຍ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ ໄທ ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ເພື່ອ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ໃນ​ປະ​ເທດ ໄທ ຂອງ​ບັນ​ດາ​ສະ​ມາ​ຊິກ​ຂະ​ບວນ​ການ​ຊາວ​ໜຸ່ມ​ເພື່ອ​ເສ​ລີ​ພາບ ແລະ ສິດ​ທິ​ມະ​ນຸດ​ໃນ ລາວ.


ສະ​ມາ​ຊິກ​ໃນ​ຂະ​ບວນ​ການ​ຊາວໜຸ່ມ​ເພື່ອ​ເສ​ລີ​ພາບ ແລະ ສິດ​ທິ​ມະ​ນຸດ​ໃນ ລາວ ທີ່​ເຄື່ອນ​ໄຫວ​ຢູ່​ໃນ​ປະ​ເທດ ໄທ ເປີດ​ເຜີຍ​ວ່າ​ໜ່ວຍ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ ໄທ ໄດ້​ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ໃນ​ການ​ຄວບ​ຄຸມ ແລະ ສັ່ງ​ຫ້າມບໍ່​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຢູ່​ໃນ ໄທ ຂອງ​ບັນ​ດາ​ສະ​ມາ​ຊິກ​ຂະ​ບວນ​ການ​ຊາວ​ໜຸ່ມ​ເພື່ອ​ເສ​ລີ​ພາບ ແລະ ສິດ​ທິ​ມະ​ນຸດ​ໃນ ລາວ ນັບ​ແຕ່​ຊ່ວງ​ກ່ອນ​ໜ້າ​ທີ່​ຈະ​ເກີດ​ກໍ​ລະ​ນີ​ການ​ຫາຍ​ຕົວ​ໄປ​ຂອງ​ທ້າວ ອັອດ ໄຊ​ຍະ​ວົງ ໃນ​ວັນ​ທີ 26 ສິງ​ຫາ 2019 ທີ່​ຜ່ານ​ມາ​ແລ້ວ ໂດຍ​ເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ ໄທ ໄດ້​ໃຫ້​ເຫດ​ຜົນ​ວ່າ​ເປັນ​ຍ້ອນ​ທາງ​ການ ລາວ ໄດ້​ຂໍ​ໃຫ້​ທາງ​ການ ໄທ ຊ່ວຍ​ເຫຼືອ​ດ້ວຍ​ການ​ສະ​ກັດ​ກັ້ນ​ບໍ່​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ​ຊາວ​ໜຸ່ມ ລາວ ໃນ ໄທ ໂດຍ​ຄຳ​ນຶງ​ເຖິງ​ການ​ພົວ​ພັນ​ອັນ​ດີ ແລະ ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ລະ​ຫວ່າງ ລາວ-ໄທ ເປັນ​ສຳ​ຄັນ ດັ່ງ​ທີ່​ສະ​ມາ​ຊິກ​ຂະ​ບວນ​ຊາວ​ໜຸ່ມ ລາວ ໃນ​ ໄທ ໄດ້​ໃຫ້​ການ​ຢືນ​ຢັນ​ກັບ​ວີ​ໂອ​ເອ ພາຍຫຼັງ​ການ​ຫາຍ​ຕົວ​ໄປ​ຂອງ​ທ້າວ ອັອດ ໄຊ​ຍະ​ວົງ​ ວ່າ

"ຫຼັງ​ຈາກ​ນັ້ນ​ກະ​ເຮົາ​ກະ​ກັງ​ວົນ​ຢູ່ ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ເຕືອນ​ມາຫຼາຍ​ຄັ້ງ​ແລ້ວ​ເນາະ ຄັ້ງ​ສຸດ​ທ້າຍ​ກໍ ອັອດ ກະ​ຖືກ​ອູ້ມ​ຫາຍ​ໄປ ບໍ່​ໄດ້​ສົງ​ໄສ​ໃຜ​ໃດ ກໍ​ສົງ​ໄສ​ເຂົ້າ​ມີ​ຂໍ້​ແລກ​ປ່ຽນ​ກັນ​ຫັ່ນ​ແຫຼະ​ລະ​ຫວ່າງ​ຝັ່ງ​ນັ້ນ ກັບ​ຝັ່ງ​ນີ້ ເພາະ​ວ່າ​ເຂົາ​ມີ​ຜົນ​ປະ​ໂຫຍດຫຼາຍ​ເນາະ ເຂົາ​ກໍ​ເຄີຍ​ເຕືອນ​ວ່າ​ໃຫ້​ຢຸດ​ໃຫ້​ເຊົາ​ເຄື່ອນ​ໄຫວ ເຂົາ​ວ່າ​ຄັນ​ນາຍ​ສັ່ງ​ແນວ​ໃດ​ເຂົາ​ກໍ​ຕ້ອງ​ເຮັດ​ແບບ​ນັ້ນ​ເຂົາ​ວ່າ ພວກ​ນ້ອງ​ຫັ້ນ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ໃດໆ ກ່ຽວ​ກັບ​ການ​ພົວ​ພັນ​ເລື່ອງ​ຄ້າ​ຢາ​ເສບ​ຕິດ ມີ​ແຕ່​ເລື່ອງ​ການ​ເມືອງ 100 ເປີ​ເຊັນ ອັອດ ຫາຍ​ໄປ​ນີ້​ກະ​ເລື່ອງ​ການ​ເມືອງ 100 ເປີ​ເຊັນ."

ກ່ອນ​ໜ້ານີ້ ອົງ​ການ​ສິດ​ທິ​ມະ​ນຸດ Human Rights Watch ໃນ​ປະ​ເທດ ໄທ ໄດ້​ຖະ​ແຫຼງ​ການ​ຮຽກ​ຮ້ອງ​ຕໍ່​ທາງ​ການ ໄທ ເພື່ອ​ຂໍ​ໃຫ້​ດຳ​ເນີນ​ການ​ສືບ​ສວນ​ສອບ​ສວນ ເພື່ອ​ຄົ້ນ​ຫາ​ຄວາມ​ຈິງ ກ່ຽວ​ກັບ ການ​ຫາຍ​ຕົວ​ໄປ ທ້າວ ອັອດ ໄຊ​ຍະ​ວົງ ແຮງ​ງານ​ສັນ​ຊາດ ລາວ ຊຶ່ງ​ເຄື່ອນ​ໄຫວ​ເພື່ອ​ຮຽກ​ຮ້ອງ​ສິດ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ໃນ ລາວ ຢູ່​ໃນ ໄທ ທີ່​ຖືກ​ລັກ​ພາ ແລະ ຫາຍ​ຕົວ​ໄປ​ຢ່າງບໍ່​ມີ​ຮ່ອງ​ຮອຍ​ໃນ ບາງກອກ ປະ​ເທດ ໄທ ນັບ​ແຕ່​ວັນ​ທີ 26 ສິງ​ຫາ 2019 ເປັນ​ຕົ້ນ​ມາ ໂດຍ​ນັບ​ເປັນ​ແກນ​ນຳ​ຄົນ​ສຳ​ຄັນ​ຂອງ​ບັນ​ດາ​ຊາວ​ໜຸ່ມ ລາວ ໃນ ໄທ ທີ່​ເຄື່ອນ​ໄຫວ​ເພື່ອ​ຮຽກ​ຮ້ອງ​ສິດ​ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ໃນ ລາວ ດ້ວຍ​ການ​ຈັດ​ການ​ຊຸມ​ນຸມ​ປະ​ທ້ວງ​ຢູ່​ຕໍ່​ໜ້າ​ສະ​ຖານ​ທູດ ລາວ ຢູ່ ບາງກອກ ໃນຫຼາຍ​ໂອ​ກາດ ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອ​ກາດ​ສະຫຼອງວັນ​ຊາດ ລາວ 2 ທັນ​ວາ​ນັ້ນ.

ທ້າວ ອັອດ ໄຊ​ຍະ​ວົງ ມີ​ອາ​ຍຸ 34 ປີ​ທີ່​ເດີນ​ທາງ​ເຂົ້າ​ມາ​ທຳ​ງານ​ໃນ ໄທ ແລະ ເປັນ​ສະ​ມາ​ຊິກ​ຮ່ວມ​ໃນ​ກຸ່ມ​ດຽວ​ກັນ​ກັບ​ແຮງ​ງານ ລາວ 3 ຄົນ​ທີ່​ຖືກ​ທາງ​ການ​ ລາວ ຈັບ​ກຸມ​ໃນ​ຂະ​ນະ​ທີ່​ເດີນ​ທາງ​ກັບ​ໄປ ລາວ ໃນ​ຕົ້ນ​ປີ 2016 ແລະ ຖືກ​ດຳ​ເນີນ​ຄະ​ດີ​ໃສ່​ຮ້າຍ​ປາຍ​ສີ​ພັກ-ລັດ​ໃນ​ສື່​ສັງ​ຄົມອອນ​ໄລ​ນ໌ ຊຶ່ງ​ສານ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ຕັດ​ສິນ​ຈຳ​ຄຸກ ແລະ ປັບ​ໄໝ​ໃນ​ເດືອນ​ເມ​ສາ 2017 ກໍ​ຄື​ທ້າວ ສົມ​ພອນ ພິມ​ມະ​ສອນ ຈຳ​ຄຸກ 20 ປີ ປັບ​ໄໝ 200 ລ້ານ​ກີບ, ທ້າວ ສຸ​ການ ໃຈ​ທັດ ຈຳ​ຄຸກ 16 ປີ ປັບ​ໄໝ 106 ລ້ານ​ກີບ ແລະ ນາງ ຫຼອດ​ຄຳ ທຳ​ມະ​ວົງ ຈຳ​ຄຸກ 12 ປີ ປັບ​ໄໝ 110 ລ້ານ​ກີບ ທັງ​ກໍ​ຍັງ​ເປັນ​ກໍ​ລະ​ນີ​ທີ່​ເຮັດ​ໃຫ້​ທາງ​ການ ລາວ ຕ້ອ​ງ​ເພີ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ເຂົ້າ​ໃນ​ການ​ຄວບ​ຄຸມ​ສື່​ສັງ​ຄົມ​ອອນ​ໄລ​ນ໌ອີກ​ດ້ວຍ ດັ່ງ​ທີ່​ທ່ານ ຈະ​ເລີນ ເຢຍ​ປາວ​ເຮີ ລັດ​ຖະ​ມົນ​ຕີ ແລະ ໂຄ​ສົກ​ລັດ​ຖະ​ບານ ລາວ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ

"ສັງ​ຄົມ​ອອນ​ໄລ​ນ໌ ຍັງ​ສືບ​ຕໍ່​ໃສ່​ຮ້າຍ​ປ້າຍ​ສີ​ກ່າວ​ໂຈມ​ຕີ​ຜູ້​ນຳ​ລັດ​ຖະ​ບານ ກໍ​ຄື​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ໝາກ​ຜົນ​ຂອງ​ການ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ຫວັງ​ຈະ​ເຮັດ​ໃຫ້​ຂາດ​ຄວາມ​ເຊື່ອ​ໝັ້ນ​ລະ​ຫວ່າງ​ປະ​ຊາ​ຊົນ​ຕໍ່​ການ​ນຳ ເຮັດ​ໃຫ້​ມີ​ການ​ລະ​ແວງ​ສົງ​ໄສ​ຢູ່​ພາຍ​ໃນ ຍ້ອນ​ແນວ​ນັ້ນ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຈົ່ງ​ເອົາ​ໃຈ​ໃສ່ ພ້ອມ​ກັນ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ."

ຫຼ້າ​ສຸດ ເຈົ້າ​ໜ້າ​ທີ່​ຕຳຫຼວດ​ແຂວງ​ຈຳ​ປາ​ສັກ ​ກໍໄດ້​ຈັບ​ກຸມ​ນາງ ຮວຍ​ເຮືອງ ໄຊ​ຍະ​ບູ​ລີ (ນາງ ໝວຍ) ອາ​ຍຸ 30 ປີ​ແມ່​ຄ້າ​ຢູ່​ໃນ​ເມືອງ ໂພນ​ທອງ ເມື່ອ​ວັນ​ທີ 12 ກັນ​ຍາ 2019 ດ້ວຍ​ຂໍ້​ຫາ​ໂຄ​ສະ​ນາ​ຕ້ານ​ພັກ ແລະ ລັດ​ຖະ​ບານ ລາວ ທີ່​ມີ​ໂທດ​ຈຳ​ຄຸກ 1-5 ປີ ແລະ ປັບ​ໄໝ​ຕັ້ງ​ແຕ່ 5 ລ້ານ​ກີບ ຫາ 20 ລ້ານ​ກີບ.

XS
SM
MD
LG