ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວສວນຢາງໃນ ປະເທດໄທ ພາກັນປະທ້ວງ ລັດຖະບານ (ວີດີໂອ)


ຊາວສວນຢາງ ​ປະ​ທ້ວງ​ໃນ​ຕອນ​ແລງ​ຂອງ ວັນ​ພະຫັດ ທີ່ ເຂດ​ກໍາ​ແພງ​ເມື​ອງ ບາງສະພັນ ​ຂອງ​ແຂວງ ປຣະຈວບ ຄີຣິຂັນ.
ຊາວສວນຢາງ ​ປະ​ທ້ວງ​ໃນ​ຕອນ​ແລງ​ຂອງ ວັນ​ພະຫັດ ທີ່ ເຂດ​ກໍາ​ແພງ​ເມື​ອງ ບາງສະພັນ ​ຂອງ​ແຂວງ ປຣະຈວບ ຄີຣິຂັນ.
ບັນດາ​ເຈົ້າ​ໜ້າ​ທີ່​ໄທ ກ່າວ​ວ່າ ຢ່າງ​ໜ້ອຍ ​ເຈົ້າ​ໜ້າ​ທີ່ 21 ຄົນ​ໄດ້​
ຮັບ​ບາດ​ເຈັບ​ ໃນ​ລ​ະຫວ່າ​ງ​ເກີດ​ການ​ປະ​ທະ​ກັນ​ກັບ ຊາວ​ສວນ​
ຢາງ ທີ່​ຮຽກຮ້ອງ​ໃຫ້ ລັດຖະບານ​ຊຸກຍູ້​ຊ່ວຍ​ເຫລື​ອດ້ານ​ການ​ເງິນ
​ເພື່ອ​ແບ່ງ​ເບົາ​ລາ​ຄາ​ທີ່ຕົກ​ຕໍ່າ.

ຮອງ​ນາຍົກລັດຖະມົນຕີ ທ່ານ Pracha Promnok ກ່າວ​ໃນ
​ວັນ​ສຸກ​ມື້​ນີ້​ວ່າ ຕໍາຫລວດ​ຈໍາ​ເປັນຕ້ອງ​ໄດ້​ໃຊ້​ແກ້ສນໍ້າຕາ ​ເພື່ອ​
ຄວບ​ຄຸມ​ຝູງ​ຊົນ ທີ່​ໄດ້​ຕັນ​ຖະໜົນຫລວງ​ຝູ່ພາກ​ໃຕ້​ຂອງ ​ປະ
​ເທດ​ໄທ. ພວກ​ປະ​ທ້ວງ​ຈໍານວນ​ນຶ່ງ​ໄດ້​ແກ່ວງ​ກ້ອນ​ດີ​ນຈີ່ ​ແລະ
​ແກ້ວ​ທີ່​ບັນ​ຈຸ​ນໍ້າກົດ ​ໃສ່​ເຈົ້າ​ໜ້າ​ທີ່​ຕໍາຫລວດ. ທ່ານ Pracha
ກ່າວ​ອີກ​ວ່າ ບັນດາ​ນຸ່ມນ້ອຍ​ບາງ​ຄົນ ​ໄດ້​ຍິງ​ໃສ່​ຕໍາຫລວດ.
ຢ່າງ​ໝ້ອຍລົດ​ສອງ​ຄັນ​ຂອງ ພະນັກງານ​ສື່​ທ້ອງຖິ່ນ​ໄດ້​ຖືກ​ເຜົາ.

ການ​ປະ​ທ້ວງ​ໄດ້​ເກີດ​ຂື້ນໃນ​ຕອນ​ແລງ​ຂອງວັນ​ພະຫັດ ຢູ່​ໃນ​ເຂດ​ກໍາ​ແພງ​ເມື​ອງບາງສະພັນ ​
ຂອງ​ແຂວງ ປຣະຈວບ ຄີຣິຂັນ. ຫລາຍ​ຄົນ​ຢູ່​ທີ່​ນັ້ນ ພາກັນ​ສະໜັບສະໜູນພັກປະຊາທິປັດ
ຝ່າຍ​ຄ້ານ ​ແລະ​ກ່າວ​ຫານາຍົກລັດຖະມົນຕີ Yingluck Shinawatra ວ່າບໍ່​ເອົາຫົວຊາ
ນໍາ​ຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ.

ຮອງ​ນາຍົກລັດຖະມົນຕີ Pracha ​ແລະ​ເຈົ້າ​ໜ້າ​ທີ່​ຄົນ​ອຶ່ນໆ ​ໄດ້​ບິນ​ໄປ​ຍັງ​ຂົງ​ເຂດ​ໃນ​ວັນ​
ສຸກ​ມື້​ນີ້ ​ເພື່ອເຈ​ລະ​ຈາ​ກັບ​ບັນດາ​ຜູ້​ນໍາ​ພວກປະ​ທ້ວງ ທີ່ໄດ້​ປະຕິ​ເສດໄປ​ແລ້ວ​ຕໍ່ຂໍ້ສະ​ເໜີ
​ຂອງ​ລັດຖະບານ ທີ່ຈະໃຫ້ການຊ່ວຍເກື້ອກຸນ ທີ່ຂຶ້ນ​ກັບ​ຂະໜາ​ດ​ຂອງສວນຢາງ​ຂອງຊາວ
ສວນ​ແຕ່ລະຄົນ. ຊາວ​ສວນ​ຢາງຕ້ອງການ​ໃຫ້ລັດຖະບານຄໍ້າປະກັນ​ລາຄາຜົນຜະລິດ
ຂອງເຂົາ​ເຈົ້າ.

​ໄທ ​ເປັນ​ປະ​ເທດ​ຜະລິດ​ຢາງ ​ແລະ​ສົ່ງ​ອອກ​ລາຍໃຫຍ່​ທີ່​ສຸດໃນ​ໂລກ. ການ​ປະ​ທ້ວງ​ທີ່ໄດ້ດໍາ
ເນີນມາ​ເປັນ​ເວລາ​ສອງ​ອາທິດແລ້ວນັ້ນ ໄດ້ຊັກ​ຊ້າການ​ສົ່ງຢາງ​ອອກ​ຕ່າງປະ​ເທດຈໍານວນ​ນຶ່ງ.

Thai
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG