ເຂົ້າທີ່ສະສົມໄວ້ຂອງໄທຍັງມີຢູ່ເຕັມສາງ ແຕ່ຍັງທະຍອຍເຂົ້າມາຢ່າງບໍ່ລົດລະ.
ນະໂຍບາຍເໝົາຊື້ເຂົ້າຂອງລັດຖະບານໄທ ຮັບປະກັນລາຄາທີ່ດີກວ່າທ້ອງຕະຫຼາດ ໃຫ້ພວກຊາວນາທັງຫຼາຍ ສໍາລັດເຂົ້າທັງໝົດທີ່ພວກເຂົາເຈົ້າມີ ຂາຍໃຫ້. ແຕ່ວ່ານະໂຍບາຍດັ່ງກ່າວນີ້ກໍາລັງເຮັດໃຫ້ປະເທດສິ້ນເປືອງຄ່າໃຊ້ຈ່າຍໄປ ເປັນຈໍານວນຫຼາຍພັນລ້ານໂດລາ.
ຊາວນາ ນາງອໍາໄພ ບຸນຣອດ ກ່າວວ່າ ນາງເຄີຍຂາຍເຂົ້າທີ່ປູກໄດ້ ທັງໝົດປະມານ 7,000 ໂດລາຕໍ່ປີ ແຕ່ຕົກມາປີນີ້ ລັດຖະບານຈະຈ່າຍຄ່າເຂົ້າໃຫ້ນາງເກືອບ 9,000 ໂດລາ.
ນາງອໍາໄພ ເວົ້າວ່າ: ນະໂຍບາຍອັນນີ້ຂອງລັດຖະບານແມ່ນດີຫຼາຍ ຍ້ອນວ່າໂຮງສີເຂົ້າເຄີຍຈ່າຍຄ່າເຂົ້າໃຫ້ພວກເຮົາຕໍ່າກວ່າລາຄາຂອງນະໂຍບາຍ.”
ໃນຂະນະທີ່ການໄດ້ລາຄາດີຂຶ້ນແມ່ນດີສໍາລັບຊາວນານັ້ນ ຜູ້ຈັດການໂຮງສີເຂົ້າ ນາງ ເປຣມທິບ ບຸນຢະປຣະທີບຣັດ ກັບກ່າວວ່າ ນະໂຍຊື້ເຂົ້າຂອງລັດຖະບານບໍ່ດີ ຕໍ່ທຸລະກິດ.
ນາງປຣະທີບ ເວົ້າວ່າ: “ລາຍໄດ້ຂອງພວກເຮົາບໍ່ໄດ້ດີຂຶ້ນ ເພາະວ່າເຮົາຕ້ອງເກັບເຂົ້າໄວ້ໃນສາງເປັນເວລາດົນນານ ຊຶ່ງວ່າມັນຈະດີກວ່າ ຖ້າເຮົາສາມາດຂາຍເຂົ້າໂດຍກົງ ໃຫ້ພວກຮັບເໝົາຊື້ເຂົ້າທັງຫຼາຍ ເຊັ່ນຢູ່ໃນບາງກອກ ເປັນຕົ້ນ.”
ເພື່ອຫລຸດຜ່ອນການໃຊ້ຈ່າຍຂອງຕົນລົງໄປນັ້ນ ລັດຖະບານໄທຕ້ອງໄດ້ລໍຖ້າໃຫ້ລາຄາເຂົ້າສົ່ງອອກ ແພງຂຶ້ນເສຍກ່ອນ. ແຕ່ວ່າ ໃນຂະນະທີ່ລາຄາເຂົ້າໂລກຍັງຂ້ອນຂ້າງຈະທຸ່ນທ່ຽງຢູ່ນັ້ນ ໄທກໍກໍາລັງຈະສູນເສຍສະຖານະ ພາບ ຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກໄປ.
ນາງ ກອບສຸກ ອ່ຽມສຸຣີ ປະທານສະມາຄົມສົ່ງອອກເຂົ້າຂອງໄທ ກ່າວວ່າ ມາຮອດປັດຈຸບັນນີ້ ການສົ່ງອອກເຂົ້າໄດ້ຕົກຕໍ່າລົງໄປເຖິງ 47 ເປີເຊັນ ສົມທຽບໃສ່ປະລິມານສົ່ງອອກທີ່ສູງເປັນປະວັດການ ເມື່ອປີຜ່ານມານັ້ນ.
ນາງ ກອບສຸກ ເວົ້າວ່າ: “ປີນີ້ ພວກເຮົາໄດ້ຕົກມາຢູ່ໃນອັນດັບສາມແລ້ວ ຍ້ອນປັດໃຈຫຼັກສອງປະການ. ຄືປະການທີ່ນຶ່ງ ນະໂຍບາຍແຊກແຊງລາຄາເຂົ້າຂອງລັດຖະບານ ທີ່ເຮັດໃຫ້ພວກເຮົາຖືກເຂ່ຍອອກນອກຕະຫຼາດເຂົ້າ ໃນແງ່ຂອງລາຄາ. ແລະປະການທີ່ສອງ ອິນເດຍໄດ້ກັບຄືນມາສູ່ຕະຫຼາດເຂົ້າ ແລະກໍໄດ້ຖອກເທເຂົ້າທີ່ໄດ້ເກັບສະສົມໄວ້ນັ້ນ ໃສ່ຕະຫລາດໂລກໃນລາຄາທີ່ຕໍ່າຫຼາຍ ຊື່ງເຮັດໃຫ້ຫວຽດນາມ ແລະປະເທດໃດກໍຕາມ ຕ້ອງໄດ້ ພາກັນພະຍາຍາມປັບລາຄາເຂົ້າຂອງຕົນ ໃຫ້ຕໍ່າລົງໃຫ້ ໄດ້ເທົ່າໆກັນ.”
ນອກນີ້ແລ້ວ ພວກຊາວນາກໍພາກັນຂາຍເຂົ້າທີ່ມີຄຸນນະພາບຕໍ່າກວ່າຄຸນ ນະພາບເດີມ ແລະກໍປູກເຂົ້າພັນທີ່ເກັບກ່ຽວໄດ້ໄວ ເພື່ອໃຫ້ຂາຍໄດ້ເງິນມາ ໄວຂຶ້ນ ທີ່ເຮັດໃຫ້ໄທຕ້ອງສ່ຽງກັບການສູນເສຍຊື່ສຽງໃນຖານະເປັນປະເທດ ທີ່ເຄີຍມີເຂົ້າຄຸນນະພາບສູງມາຕະຫຼອດນັ້ນ.
ນາຍ ປຣະສິດ ບຸນຊ້ວຍ ປະທານສະມາຄົມຊາວນາໄທ ກ່າວວ່າ ສິ່ງທີ່ ພວກຊາວນາຕ້ອງການແທ້ໆນັ້ນ ກໍຄືລະບົບຊົນລະປະທານທີ່ດີຂຶ້ນ ໂອກາດໃນການເຂົ້າຫາທຶນ ການປະກັນໄພ ແລະການຄົ້ນຄວ້າພືດປູກທີ່ດີກວ່າເກົ່າ.
ນາຍປຣະສິດເວົ້າວ່າ: “ພວກເຮົາຢາກເຫັນການພັດທະນາແລະຄວາມໝັ້ນ ຄົງທີ່ຍືນຍົງຖາວອນສໍາລັບຊາວນາ ເພື່ອວ່າພວກເຂົາເຈົ້າຈະໄດ້ມີສິ່ງດືໆ ໃນຊີວິດ ແລະມີສະວັດດີການທີ່ດີໆ. ເມື່ອໃດທີ່ເຮົາມີຄວາມທຸ່ນທ່ຽງຢູ່ໃນວົງການຊາວນາປູກເຂົ້າທັງຫຼາຍແລ້ວ ພວກເຮົາກໍບໍ່ຈໍາເປັນຕ້ອງເພິ່ງພານະໂຍບາຍຊ່ວຍເຫຼືອຈາກລັດຖະບານ ແລະງົບປະມານຢ່າງມະຫາສານນັ້ນເລີຍ.”
ເບິ່ງວີດີໂອພາສາອັງກິດ:
ທ່ານ Hiroyuki Konuma ໂຄສົກອົງການອາຫານແລະການກະເສດ ກ່າວວ່າ ປະເທດໄທອາດສາມາດກັບຄືນມາຄອງອັນດັບນຶ່ງຄືເກົ່າໄດ້ພາຍໃນທ້າຍປີນີ້ ແຕ່ວ່າການຫລຸດນ້ອຍລົງໃນການສົ່ງອອກເຂົ້າຂອງໄທນັ້ນ ໄດ້ກະຕຸ້ນໃຫ້ມີການແຂ່ງຂັນ ຈາກບັນດາປະເທດເພື່ອນບ້ານຂອງໄທ.
ທ່ານ ໂຄນູມະ ເວົ້າວ່າ: “ແມ່ນແລ້ວ ເລື້ອງນີ້ມັນກໍພໍໃຫ້ກໍາລັງໃຈຫຼາຍຢູ່. ເຊັ່ນມຽນມາ ກໍໄດ້ອອກນະໂຍບາຍຢ່າງແຂງແຮງເພື່ອເພີ່ມປະລິມານການສົ່ງອອກເຂົ້າຂອງຕົນໃຫ້ຫຼາຍຂຶ້ນ ກໍາປູເຈຍກໍຄືກັນ ແລະປະເທດລາວ ນັ້ນນໍາ.”
ລັດຖະບານໄທ ຢາກຈະຈັດຕັ້ງກຸ່ມປະເທດສົ່ງອອກເຂົ້າ ຮ່ວມກັບບັນດາປະເທດທີ່ສົ່ງອອກເຂົ້າທັງຫຼາຍໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ເພື່ອຮັບປະກັນບໍ່ໃຫ້ລາຄາເຂົ້າຕົກລົງ. ແຕ່ວ່າ ເວລານີ້ ບັນດາບໍລິສັດສົ່ງອອກເຂົ້າຂອງໄທ ແມ່ນຢາກຈະໃຫ້ລັດຖະບານ ຢຸດເຊົາເຂົ້າມາແຊກແຊງໃນຕະ ຫຼາດເຂົ້ານັ້ນເສຍ ກ່ອນທີ່ພວກເຂົາເຈົ້າທັງໝົດຈະພາກັນຂາດທຶນໄປຕາມໆກັນ.