ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງຊາວໄທ ທີ່ອ້າງວ່າ ‘ປ່ຽນໃຈແລ້ວ’ ໃນຂະນະທີ່ພາກັນລົງສູ່ຖະໜົນຫົນທາງ ບໍ່ຮັບເອົາ ນາຍົກປຣະຢຸດ


ພວກຂັບຂີ່ຍານພາຫະນະ ພາກັນປະທ້ວງລັດຖະບານ ໃນການຮັບມືກັບວິກິດການ ການລະບາດຂອງພະຍາດໂຄວິດ ຢູ່ຖະໜົນສາຍຕ່າງໆໃນບາງກອກ.
ພວກຂັບຂີ່ຍານພາຫະນະ ພາກັນປະທ້ວງລັດຖະບານ ໃນການຮັບມືກັບວິກິດການ ການລະບາດຂອງພະຍາດໂຄວິດ ຢູ່ຖະໜົນສາຍຕ່າງໆໃນບາງກອກ.

ສຽງຂະບວນລົດຫລູຫຼາລາຄາແພງແລ່ນຜ່ານຄຸ້ມບ້ານທີ່ລ້ຳລວຍທີ່ສຸດຂອງບາງ ກອກ ໃນວັນອາທິດວານນີ້ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີປຣະຢຸດ ຈັນໂອຊາ ລາອອກຈາກຕຳແໜ່ງ ໃນຂະນະທີ່ ພວກປະທ້ວງເພື່ອປະຊາທິປະໄຕ ໄດ້ຮັບການສະໜັບສະໜຸນ ໂດຍພວກນັກການເມືອງລຸ້ນເກົ່າຝ່າຍກົງກັນຂ້າມ ຜູ້ທີ່ໄດ້ປ່ຽນຝ່າຍ.

ລັດຖະບານຂອງໄທ ພວມປະເຊີນກັບວິກິດການຈາກສອງດ້ານທີ່ລວມມີ ໂຣກລະບາດ ແລະການປະທ້ວງທາງການເມືອງ.

ໃນການຝ່າຝືນຕໍ່ຄຳສັ່ງພາວະສຸກເສີນ ທີ່ຫ້າມບໍ່ໃຫ້ການເຕົ້າໂຮມເປັນຈຳນວນຫຼວງຫຼາຍນັ້ນ ພວກປະທ້ວງຊາວໜຸ່ມຫຼາຍພັນຄົນ ທີ່ໂກດແຄ້ນ ຍ້ອນການນຳ ຢາວັກຊີນອອກມາສັກທີ່ຫຼ້າຊ້າຂອງລັດຖະບານ ເຊິ່ງມີພຽງແຕ່ 6 ເປີເຊັນຂອງປະຊາຊົນໄທ ໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນ ໄດ້ປະທະກັນກັບຕຳຫຼວດ ຜູ້ທີ່ໄດ້ຍິງແກັສນ້ຳຕາ ແລະລູກປືນຢາງໃສ່ພວກປະທ້ວງຫຼາຍຮອບ.

ໃນວັນອາທິດວານນີ້ ທ່ານທະນັດ ທະນາກິດອຳນວຍ ຜູ້ທີ່ເຄີຍຈົງຮັກພັກດີຕໍ່ສະຖາບັນກະສັດ ໄດ້ນຳພາການໂຮມຊຸມນຸມທີ່ເອີ້ນວ່າ “ຂະບວນລົດ ຫຼື car mob” ຜ່ານເຂດທອງຫລໍ່ຂອງບາງກອກ ເຊິ່ງເປັນຄຸ້ມບ້ານຂອງພວກເສດຖີໃນນະຄອນດັ່ງກ່າວ. ໃນເມື່ອກ່ອນ ປະຊາຊົນໃນຄຸ້ມບ້ານແຫ່ງນີ້ ເປັນກຸ່ມຫົວອານຸລັກນິຍົມ ຜູ້ທີ່ເປັນພັນທະມິດທາງດ້ານການເມືອງ ຂອງທ່ານປຣະຢຸດ ທີ່ເຊື່ອຖືໄດ້.

ທ່ານປຣະຢຸດ ເປັນອະດີດຜູ້ບັນຊາການທະຫານ ຜູ້ທີ່ໄດ້ເຂົ້າຍຶດອຳນາດ ໃນປີ 2014 ໂດຍການສະໜັບສະໜຸນຂອງກຸ່ມພວກຄົນຊັ້ນຜູ້ນໍາຂອງບາງກອກ ເຊິ່ງ ລວມທັງທ່ານທະນັດ ອາຍຸ 29 ປີ ຜູ້ທີ່ພໍ່ຂອງລາວ ໄດ້ກໍ່ຕັ້ງອານາຈັກ ສູນການຄ້າ ອະສັງຫາລິມະຊັບ Noble Development ນັ້ນ.

ການປະທ້ວງຂອງທ່ານທະນັດ ໃນວັນອາທິດວານນີ້ ໄດ້ຮຽກຮ້ອງວ່າ “ສະຫຼິມປຽນໃຈ” ໂດຍການໃຊ້ຄຳຂວັນທາງດ້ານການເມືອງທີ່ເປັນພາສາໄທ ວ່າ “ສະຫຼິມ” ໝາຍເຖິງຈຳພວກຜູ້ປະຕິເສດທີ່ຈະເຂົ້າຂ້າງຝ່າຍໃດນຶ່ງ ແຕ່ໂດຍສ່ວນຕົວແລ້ວ ສະໜັບສະໜຸນການຈັດຕັ້ງທີ່ມີຢູ່ແລ້ວ.

ທ່ານທະນັດ ໄດ້ກ່າວວ່າ “ອຳນາດເຮັດໃຫ້ທຸຈະລິດ ແລະປຣະຢຸດ ມີອຳນາດຢ່າງເດັດຂາດ. ລັດຖະບານຂອງລາວ ໄດ້ລົ້ມແຫຼວໃນທຸກດ້ານ ໂດຍສະເພາະໃນລະຫວ່າງໂຣກລະບາດນີ້.”

ການປ່ຽນໃຈຂອງທ່ານທະນັດ ເປັນເລື້ອງໃຫຍ່ອັນນຶ່ງ. ໃນປີ 2014 ລາວຍັງໜຸ່ມນ້ອຍ ທີ່ເປັນຜູ້ນຳພາການປະທ້ວງ ສະໜັບສະໜຸນຝ່າຍກະສັດ ເຊິ່ງໄດ້ເຮັດໃຫ້ລັດຖະບານພົນລະເຮືອນຂອງທ່ານນາງຍິ່ງລັກ ຊິນນະວັດ ເປັນອຳມະພາດແລະໄດ້ສົ່ງຜົນໃຫ້ເກີດການກໍ່ລັດຖະປະຫານ ໂດຍທ່ານປຣະຢຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

A loud convoy of luxury cars cruised through Bangkok’s richest neighborhood Sunday calling for Prime Minister Prayuth Chan-ocha to resign, as Thailand’s pro-democracy protesters are boosted by old political foes who have switched sides.

Thailand’s government is contending with the dual crisis of a raging pandemic and political protests.

In defiance of an emergency order banning crowds, thousands of young protesters angry at the government’s sluggish vaccine rollout — just 6% of Thais have been fully vaccinated — clashed Saturday with police who fired volleys of tear gas and rubber bullets at them.

Sunday, former royalist hardliner Tanat Thanakitamnuay, led a “car mob” rally through Bangkok’s Thong Lor district, home to the city’s rich. In the past, residents of this neighborhood were reliable political allies of Prayuth’s conservative establishment.

Prayuth is a former army chief, who seized power in 2014 with the support of Bangkok’s elite — including Tanat, a 29-year-old whose father founded the upmarket Noble Development property empire.

His Sunday protest was called “Salim Change of Heart,” using the Thai political slang “Salim” for those who refuse to take sides in public, but privately back the establishment.

“Power corrupts and Prayuth has absolute power. His government has really failed across the board, especially during this pandemic,” said Tanat.

His change of heart is a big one. In 2014 he was a young, pugnacious leader of the months-long royalist protests, which paralyzed the civilian government of Yingluck Shinawatra and resulted in Prayuth’s coup.

XS
SM
MD
LG