ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການຕຳຫຼວດໄທ ຍຶດຢາເສບຕິດຊະນິດໃໝ່ທີ່ປະສົມລະຫວ່າງຢາບ້າ ແລະ ສານທີ່ສະກັດຈາກກັນຊາໄດ້


ຕຳ​ຫລວດ​ໃນ​ແຂວງບໍ່​ແກ້ວ​ຢຶດ​ຢາ​ບ້າ​ໄດ້ 55 ລ້ານ​ເມັດ​ໃຍ​ວັນ​ທີ 20 ຕຸ​ລາ, 2022
ຕຳ​ຫລວດ​ໃນ​ແຂວງບໍ່​ແກ້ວ​ຢຶດ​ຢາ​ບ້າ​ໄດ້ 55 ລ້ານ​ເມັດ​ໃຍ​ວັນ​ທີ 20 ຕຸ​ລາ, 2022

ທາງການຕຳຫຼວດໄທຍຶດຢາເສບຕິດຊະນິດໃໝ່ທີ່ປະສົມລະຫວ່າງຢາບ້າ ແລະ ສານທີ່ສະກັດຈາກັນຊາໄດ້ໃນຂະນະທີ່ລັກລອບຂົນສົ່ງຂ້າມນໍ້າຂອງໃນເຂດຊາຍແດນລະຫວ່າງແຂວງຄຳມ່ວນກັບຈັງຫວັດນະຄອນພະນົມ.

ເຈົ້າໜ້າທີ່ຕຳຫຼວດປາບປາມຢາເສບຕິດຂອງໄທ ເປີດເຜີຍວ່າການເພີ່ມມາດຕະ ການເຂັ້ມງວດໃນການລາດຕະ ເວນເພື່ອສະກັດກັ້ນການລັກລອບຂົນສົ່ງຢາເສບຕິດໃນແລວແມ່ນໍ້າຂອງລະຫວ່າງໄທກັບລາວໃນຮອບ 12 ເດືອນທີ່ຜ່ານມາ ນອກຈາກຈະເຮັດໃຫ້ທາງການໄທ-ລາວສາມາດຈັບກຸມຜູ້ຕ້ອງຫາ ແລະ ຍຶດຢາເສບຕິດໄດ້ເພີ່ມຂຶ້ນແລ້ວ ກໍຍັງປາກົດວ່າໄດ້ມີການຍຶດຢາເສບຕິດຊະນິດໃໝ່ທີ່ເປັນການປະສົມລະຫວ່າງຢາບ້າ ຫຼື ຢາໄອຊ໌ ກັບສານທີ່ສະກັດຈາກກັນຊາໄດ້ເປັນຄັ້ງທຳອິດອີກດ້ວຍ ໂດຍພື້ນທີ່ໆມີການຍຶດຢາເສບຕິດຊະນິດໃໝ່ໄດ້ຫຼາຍທີ່ສຸດກໍຄືເຂດສາມຫຼ່ຽມຄຳ ທີ່ເປັນເຂດຊາຍແດນໃນແມ່ນໍ້າຂອງລະຫວ່າງມຽນມາ-ລາວ ແລະ ໄທ ທັງຍັງປາກົດມີການລັກລອບຂົນສົ່ງໃນແມ່ນໍ້າຂອງລະຫວ່າງນະຄອນຫຼວງວຽງຈັນກັບໜອງຄາຍໄປຈົນເຖິງແຂວງຄຳມ່ວນ ກັບ ນະຄອນພະນົມນຳດ້ວຍ ໂດຍສະເພາະແມ່ນຢາໄອຊ໌ ປະສົມສານທີ່ສະກັດຈາກກັນຊານັ້ນ ກໍຄືຢາເສບຕິດທີ່ທາງການໄທ ຍຶດໄດ້ຫຼາຍທີ່ສຸດດັ່ງທີ່ຕຳຫຼວດປາບປາມຢາເສບຕິດໄທ ຢືນຢັນວ່າ

“ສະຖານະການໂດຍລວມທີ່ຜ່ານມາ ຢາເສບຕິດຍັງມີການລະບາດຢ່າງຕໍ່ເນື່ອງ ໂດຍສະເພາະຢາໄອຊ໌ ຍັງມີແນວໂນ້ມຂອງການຈັບກຸມທັງແຄມນໍ້າຂອງທີ່ເຮົາສະກັດກັ້ນ ແລະ ທີ່ຫຼຸດລອດເຂົ້າໄປຕອນໃນສູງຂຶ້ນຫຼາຍກວ່າປີກ່ອນ ສ່ວນຢາບ້ານັ້ນກໍເຊັ່ນດຽວກັນ ບໍ່ຫຼຸດນ້ອຍລົງໄປ ແຕ່ກວດຍຶດໄດ້ຈະມີປະລິມານຢາໄອຊ໌ທີ່ສູງກວ່າ ຫຼັກໆທີ່ກວດຍຶດໄດ້ທີ່ໜັກກໍຄືຢູ່ຊຽງແສນ ທີ່ບ້ານແພງ ແລ້ວກໍທີ່ນະຄອນພະນົມ ທີ່ໂພນພິໄສ ໃນຮອບປີນີ້ ຢາໄອຊກໍ 1,000 ກວ່າກິໂລກຣາມແລ້ວ ສ່ວນຢາບ້າກໍ 19 ລ້ານກວ່າເມັດ.”

ທັງນີ້ການຈັດການແລກປ່ຽນຂໍ້ມູນຂ່າວສານດ້ານຢາເສບຕິດຢ່າງໃກ້ຊິດລະຫວ່າງ ໄທ-ລາວໃນປີ 2022 ຜ່ານມາເຮັດໃຫ້ທາງການຂອງທັງສອງຝ່າຍສາມາດສະກັດກັ້ນ ແລະ ປາບປາມການຄ້າຢາເສບຕິດຢູ່ທີ່ເຂດຊາຍ ແດນ 2 ປະເທດໄດ້ຢ່າງມີປະສິດທິພາບສູງຂຶ້ນ ທີ່ເຫັນໄດ້ຈາກການທີ່ທາງການຕຳຫຼວດໄທ ສາມາດຈັບນັກຄ້າຢາເສບຕິດໄດ້ຫຼາຍກວ່າ 1 ແສນຄົນ ແລະ ຍັງຂະຫຍາຍຜົນຈາກການສອບສວນໄປສູ່ການຍຶດຊັບຂອງຜູ້ຕ້ອງຫາໄດ້ຫຼາຍກວ່າ​ 17,000 ລ້ານບາດ ໃນຂະນະທີ່ທາງການລາວສາມາດຈັບກຸມນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນຊຶ່ງໃນນີ້ກໍລວມເຖິງຜູ້ຕ້ອງຫາສັນຊາດ ຈີນ, ມຽນມາ, ຫວຽດນາມ ແລະ ໄທດ້ວຍເຖິງ 2,083 ຄົນທີ່ແບ່ງເປັນຜູ້ຕ້ອງຫາເພດຊາຍ 1,801 ຄົນ ແລະ ຜູ້ຕ້ອງຫາເພດຍິງ 282 ຄົນ.

ສ່ວນຢາເສບຕິດ ແລະ ສານເຄມີທີ່ທາງການລາວຍຶດໄດ້ຈາກາກນຈັບກຸມໃນໄລຍະດັ່ງກ່າວນີ້ກໍມີນໍ້າໜັກລວມເກີນກວ່າ 80 ໂຕນພ້ອມດ້ວຍອາວຸດປືນ, ຍານພາຫະນະ, ອຸປະກອນສື່ສານທີ່ທັນສະໄໝກວ່າ 30,000 ລາຍ ການ ແລະ ທີ່ຖືວ່າອັນຕະລາຍທີ່ສຸດກໍຄືນັກຄ້າຢາເສບຕິດທີ່ຖືກຈັບນັ້ນລ້ວນແລ້ວແຕ່ມີອາວຸດປືນປະຈຳຕົວທັງນັ້ນ ດັ່ງທີ່ຕຳຫຼວດປາບປາມຢາເສບຕິດແຂວງວຽງຈັນຢືນຢັນວ່າ

“ການແກ້ໄຂບັນຫາຢາເສບຕິດໃນຊ່ວງ 1 ເດືອນມານີ້ພວກເຮົາແກ້ໄຂໄດ້ທັງໝົດນີ້ມີ 132 ເລື່ອງ ມີຜູ້ຖືກຫາ 169 ຄົນ, ຍິງນີ້ມີ 14 ຄົນ ແລະ ພ້ອມດຽວກັນນັ້ນພວກເຮົາກະແແກ້ໄຂບັນຫາຢາເສບຕິດນີ້ໄດ້ເຖິງ 3,480,958 ເມັດ ອັນນີ້ກໍຖືວ່າພົ້ນເດັ່ນ ໃນນັ້ນກະມີໂທລະສັບທີ່ຕິດພັນກັບການຄ້າຂາຍຢາເສບຕິດ ແລະ ອັນພົ້ນເດັ່ນອັນສຳຄັນທີ່ສຸດ ກະແມ່ນວ່າພວກເຮົາແກ້ໄຂບັນຫາຢາເສບຕິດແຕ່ລະລາຍນີ້ກະຖືວ່າເກືອບວ່າມີອາວຸດຕິດໂຕຂອງພວກຄ້າຢາເສບຕິດກວມຮອດ 70 ເປີເຊັນພຸ້ນແຫຼະ.*

ຍິ່ງໄປກວ່ານັ້ນການກະທຳຜິດກ່ຽວກັບຢາເສບຕິດຖືເປັນຄະດີຄວາມທາງອາຍາທີ່ມີການຟ້ອງຮ້ອງຕໍ່ສານປະຊາ ຊົນລາວຫຼາຍທີ່ສຸດອີກດ້ວຍ ເຖິງແມ່ນວ່າຈະເກີດການລະບາດພະຍາດໄວຣັສໂຄວິດ-19 ຢ່າງຮຸນແຮງກໍຕາມ ແຕ່ກໍບໍ່ໄດ້ເຮັດໃຫ້ການລັກລອບຂົນສົ່ງ ແລະ ການຄ້າຢາເສບຕິດຫຼຸດລົງແຕ່ຢ່າງໃດ ກົງກັນຂ້າກັບປາກົດວ່າມີ ການລັກລອບຢ່າງເປັນຂະບວນການທີ່ມີລັກຊະນະຂ້າມຊາດ ແລະ ມີເຄືອຂ່າຍກວ້າງຂວາງທັງໃນລາວ ແລະ ຕ່າງປະເທດ.

XS
SM
MD
LG