ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຄ້າສັດປ່າຂ້າມຊາດ ສັນຊາດໄທ ຖືກຈັບ ໂດຍມີເຄືອຂ່າຍ ໃນ ລາວ ຫວຽດນາມ ແລະ ຈີນ


ທາງການຕຳຫຼວດໄທ ໄດ້ທຳການຈັບກຸມ ທ້າວບຸນໄຊ ບັດ ຄົນເຊື້ອຊາດ ຫວຽດນາມ ທີ່ຖືສັນຊາດໄທ ທີ່ຈັງຫວັດ ນະຄອນພະນົມ ໃນຂໍ້ຫາ ເປັນນັກຄ້າສັດປ່າຂ້າມຊາດ ລາຍໃຫຍ່ ທີ່ພະຍາຍາມລັກລອບຂົນສົ່ງງາຊ້າງ ແລະນໍແຮດ ຈາກປະເທດ ສປ ຄອງໂກ ໄປຍັງປະເທດຈີນ ໂດຍຜ່ານລາວ ແລະ ຫວຽດນາມ.
ທາງການຕຳຫຼວດໄທ ໄດ້ທຳການຈັບກຸມ ທ້າວບຸນໄຊ ບັດ ຄົນເຊື້ອຊາດ ຫວຽດນາມ ທີ່ຖືສັນຊາດໄທ ທີ່ຈັງຫວັດ ນະຄອນພະນົມ ໃນຂໍ້ຫາ ເປັນນັກຄ້າສັດປ່າຂ້າມຊາດ ລາຍໃຫຍ່ ທີ່ພະຍາຍາມລັກລອບຂົນສົ່ງງາຊ້າງ ແລະນໍແຮດ ຈາກປະເທດ ສປ ຄອງໂກ ໄປຍັງປະເທດຈີນ ໂດຍຜ່ານລາວ ແລະ ຫວຽດນາມ.

ຮອງຜູ້ບັນຊາການ ສຳນັກງານຕຳຫຼວດແຫ່ງຊາດໄທ ຢືນຢັນວ່າ ນັກຄ້າງາຊ້າງ ແລະ
ນໍແຮດ ທີ່ຖືກຈັບໃນໄທ ມີເຄືອຂ່າຍທັງໃນ ລາວ-ຫວຽດນາມ ແລະມີເປົ້າໝາຍ ໃນ
ການສົ່ງງາຊ້າງ ແລະນໍແຮດໄປຈີນ.

ພົນຕຳຫຼວດເອກ ສະເຫຼີມກຽດ ສຣີວໍຣະຂານ ຮອງຜູ້ບັນຊາການ ສຳນັກງານຕຳຫຼວດ
ແຫ່ງຊາດໄທ ໄດ້ຖະແຫລງຢືນຢັນວ່າ ນັກຄ້າງາຊ້າງແລະນໍແຮດ ທີ່ຖືກຈັບໃນໄທ
ເມື່ອວັນທີ 19 ມັງກອນທີ່ຜ່ານມາ ຖືເປັນນັກຄ້າສັດປ່າຂ້າມຊາດລາຍໃຫຍ່ ທີ່ມີເຄືອ
ຂ່າຍທັງໃນ ໄທ-ລາວ-ຫວຽດນາມ-ຈີນ ແລະອາຟຣິກາ ຊຶ່ງເຄືອຂ່າຍໃນແຕ່ລະປະເທດ
ຈະມີໜ້າທີ່ຮັບຜິດຊອບແຕກຕ່າງກັນ ກໍຄືອາຟຣິກາ ເປັນຕົ້ນທາງຂອງງາຊ້າງ ແລະ
ນໍແຮດ ທີ່ລັກລອບຂົນຜ່ານໄທ ໄປລາວ-ຫວຽດນາມ ແລະລັກສົ່ງຕໍ່ໄປຈີນ ອັນເປັນ
ຈຸດໝາຍປາຍທາງຂອງສິນຄ້ານັ້ນເອງ ດັ່ງທີ່ພົນຕຳຫຼວດເອກ ສະເຫຼີມກຽດ ໄດ້ຢືນຢັນ
ວ່າ:

“ເຂົາພະຍາຍາມທີ່ຈະໄປປາຍທາງ ທີ່ມີຢູ່ແລ້ວ ຈາກທີ່ເຮົາເຮັດຄະດີມາ ທີ່ທາງກົມ
ພາສີອາກອນ ໄດ້ດຳເນີນການຈັບກຸມຮ່ວມກັບໜ່ວຍງານອື່ນໆ ເປົ້າໝາຍ ຄືໄປ
ປະເທດທີ 3 ຜ່ານທາງຂອງລາວ-ຫວຽດນາມ ແລ້ວກໍໄປສິ້ນສຸດທີ່ປະເທດຈີນ ເພາະ
ວ່າ ໃນປະເທດໄທ ນີ້ ຫາຍາກ ໂດຍສະເພາະແຜນການປາບປາມ ຮວມທັງການດຳ
ເນີນການຕ່າງໆນັ້ນ ຢ່າງເປັນລະບົບ ເພາະສະນັ້ນ ບໍ່ວ່າຈະເຂົ້າມາທາງອາກາດ
ທາງເຮືອ ຫຼືທາງບົກ ເຮົາກໍຕັ້ງຈຸດກວດ ຈຸດສະກັດໄດ້ໝົດ ຫ້າມເຂົ້າ ແລ້ວກໍຖ້າ
ຢູ່ໃນນີ້ ກໍຈະດຳເນີນການກວດລ້າງ ຈັບໃຫ້ໝົດ.”

ທ້າວບຸນໄຊ ບັດ ຄົນເຊື້ອຊາດ ຫວຽດນາມ ທີ່ຖືສັນຊາດໄທ ທີ່ຈັງຫວັດນະຄອນພະນົມ ແມ່ນນັກຄ້າສັດປ່າຂ້າມຊາດ ລາຍໃຫຍ່ ທີ່ຖືກທາງການຕຳຫຼວດໄທ ຈັບກຸມໄດ້
ທ້າວບຸນໄຊ ບັດ ຄົນເຊື້ອຊາດ ຫວຽດນາມ ທີ່ຖືສັນຊາດໄທ ທີ່ຈັງຫວັດນະຄອນພະນົມ ແມ່ນນັກຄ້າສັດປ່າຂ້າມຊາດ ລາຍໃຫຍ່ ທີ່ຖືກທາງການຕຳຫຼວດໄທ ຈັບກຸມໄດ້

​ໂດຍຫລ້າສຸດ ທາງການຕຳຫຼວດໄທ ໄດ້ທຳການຈັບກຸມ ທ້າວບຸນໄຊ ບັດ ຄົນເຊື້ອຊາດ
ຫວຽດນາມ ທີ່ຖືສັນຊາດໄທ ທີ່ຈັງຫວັດນະຄອນພະນົມ ຊຶ່ງຖືກຜູ້ຕ້ອງຫາ ທີ່ຖືກຈັບກຸມ
ໄປກ່ອນໜ້ານີ້ ຊັດທອດວ່າ ເປັນຜູ້ທີ່ຢູ່ເບື້ອງຫລັງຂອງການລັກລອບຂົນສົ່ງນໍແຮດ
ແລະ ງາຊ້າງ ຈາກອາຟຣິກາຜ່ານໄທໄປລາວ ໂດຍມີເຄືອຂ່າຍໃນລາວ ຊື່ວ່າ ທ້າວວິໄຊ
ແກ້ວສະຫວ່າງ ເຈົ້າຂອງບໍລິສັດ ໄຊສະຫວ່າງ ການຄ້າຈຳກັດ ເປັນຜູ້ຮັບຊ່ວງໃນການ
ລັກລອບຂົນສົ່ງງາຊ້າງ ແລະນໍແຮດ ຜ່ານລາວ ໄປຫວຽດນາມ ໂດຍມີຈຸດໝາຍປາຍ
ທາງທີ່ປະເທດຈີນນັ້ນເອງ.

ທາງດ້ານ ນາວາເອກ ສຸຊາດ ອຸດົມນາດ ຜູ້ບັນຊາການໜ່ວຍເຮືອຮັກສາຄວາມສະຫງົບ
ຮຽບຮ້ອຍໃນແນວແມ່ນ້ຳຂອງ ໃນເຂດຈັງຫວັດໜອງຄາຍ ໃຫ້ການຢືນຢັນວ່າ ຂະບວນ
ການລັກລອບຄ້າສັດປ່າຂ້າມຊາດ ໄດ້ນຳໃຊ້ລາວ ເປັນທາງຜ່ານໃນການລັກລອບຂົນສົ່ງ
ສັດປ່າ ແລະງາຊ້າງຜິດກົດໝາຍຈາກ ອາຟຣິກາ ແລະໃນເອເຊຍຕາເວັນອອກສຽງໃຕ້
ເພື່ອສົ່ງຕໍ່ໄປຍັງປະເທດຈີນ ຢູ່ເລື້ອຍມາ.

ກົມພາສີອາກອນຂອງໄທ ສາມາດຍຶດງາຊ້າງຜິດກົດໝາຍ ທີ່ນຳເຂົ້າມາຈາກປະເທດນຶ່ງໃນອາຟຣິກາ ເພື່ອສົ່ງຕໍ່ໄປ ລາວ ຫວຽດນາມ ແລະຈຸດໝາຍປາຍທາງ ສິ້ນສຸດຢູ່ປະເທດຈີນ
ກົມພາສີອາກອນຂອງໄທ ສາມາດຍຶດງາຊ້າງຜິດກົດໝາຍ ທີ່ນຳເຂົ້າມາຈາກປະເທດນຶ່ງໃນອາຟຣິກາ ເພື່ອສົ່ງຕໍ່ໄປ ລາວ ຫວຽດນາມ ແລະຈຸດໝາຍປາຍທາງ ສິ້ນສຸດຢູ່ປະເທດຈີນ

​ທັງນີ້ ໂດຍເຂດຈັງຫວັດໜອງຄາຍ ນັບເປັນເຂດນຶ່ງທີ່ມີການລັກລອບຂົນສົ່ງສັດປ່າຂ້າມ
ນ້ຳຂອງ ໄປຝັ່ງລາວຫຼາຍທີ່ສຸດ ແລະທີ່ເປັນບັນຫາຫຍຸ້ງຍາກຢ່າງຍິ່ງ ກໍຄືຂະບວນການ
ລັກລອບຄ້າສັດປ່າຂ້າມຊາດ ຈະແບ່ງໜ້າທີ່ຮັບຜິດຊອຍ ລະຫວ່າງກັນຢ່າງເປັນລະບົບ ທັງໃນໄທ ລາວ ແລະປະເທດທີ 3.

ດັ່ງຈະເຫັນໄດ້ຈາກກໍລະນີທີ່ທາງການໄທຍຶດງາຊ້າງ ນ້ຳໜັກລວມກວ່າ 4 ໂຕນ ທີ່ລັກ
ລອບຂົນສົ່ງຈາກສາທາລະນະລັດຄອງໂກ ເຂົ້າມາໃນໄທ ເມື່ອບໍ່ດົນມານີ້ ໂດຍຈະສົ່ງ
ຕໍ່ໄປລາວນັ້ນ ກໍສະແດງໃຫ້ເຫັນວ່າ ໄທຖືກຂະບວນການຄ້າສັດປ່າຂ້າມຊາດ ໃຊ້ເປັນ
ທັງຕະຫຼາດຮອງຮັບ ແລະທາງຜ່ານ ສ່ວນລາວນັ້ນ ກໍຖືກໃຊ້ເປັນທາງຜ່ານ ໃນການຂົນ
ສົ່ງສັດປ່າຕໍ່ໄປຍັງປະເທດທີ 3 ໂດຍສະເພາະແມ່ນຈີນ ດັ່ງກ່າວໄປນັ້ນ.

ແຕ່ຢ່າງໃດກໍຕາມ ທ່ານອຸດົມ ສີປະເສີດ ເຈົ້າໜ້າທີ່ຂັ້ນສູງ ກົມຄຸ້ມຄອງຊັບພະຍາກອນ
ທຳມະຊາດ ແລະປ່າໄມ້ ຢືນຢັນວ່າ ການດຳເນີນມາດຕະການຄຸ້ມຄອງສັດປ່າ ຢ່າງ
ເຂັ້ມງວດ ໂດຍສະເພາະແມ່ນການຂຶ້ນບັນຊີສັດປ່າ ທີ່ໃກ້ຈະສູນພັນ 95 ຊະນິດ ໃຫ້ເປັນ
ສັດປ່າປະເພດຫວງຫ້າມຢ່າງເດັດຂາດ ໄດ້ເປັນຜົນເຮັດໃຫ້ສັດປ່າປະເພດດັ່ງກ່າວ ມີ
ຈຳນວນປະຊາກອນເພີ່ມຂຶ້ນນັບມື້.

ທັງນີ້ ລັດຖະບານລາວ ໄດ້ເຂົ້າຮ່ວມເປັນພາຄີ ໃນການຕ້ານອາຊະຍາກຳຕໍ່ສັດປ່າ ທຸກ
ຮູບແບບ ເມື່ອປີ 2014 ໂດຍໄດ້ຂຶ້ນບັນຊີສັດປ່າ ແລະສັດນ້ຳ 95 ຊະນິດ ໃຫ້ເປັນສັດ
ປະເພດຫວງຫ້າມ ທັງກໍຍັງໄດ້ຂຶ້ນບັນຊີສັດປ່າ ແລະສັດນ້ຳອີກ 65 ຊະນິດ ໃຫ້ເປັນສັດ
ປ່າຄຸ້ມຄອງຕາມກົດໝາຍ ອີກດ້ວຍ.

XS
SM
MD
LG