ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕຳຫຼວດໄທ ແລະ ພວກປະທ້ວງ ປະທະກັນ ຢູ່ບາງກອກ (ວີດີໂອ/ສະໄລດ໌)


ຕຳຫຼວດ ພວມແນປືນໃສ່ພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ບາງກອກ (18 ກຸມພາ 2014)
ຕຳຫຼວດ ພວມແນປືນໃສ່ພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ບາງກອກ (18 ກຸມພາ 2014)
ພວກ​ປະ​ທ້ວງຕໍ່ຕ້ານ​ລັດ​ຖະ​ບານ ​ໄດ້​ປະ​ທະ​ກັບຕໍາຫຼວດ​
ປາບຈະລາ​ຈົນ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ໄດ້​ພະຍາຍາມ​ທັບ​
ມ້າງຄ້າຍ​ຂອງ​ພວກ​ປະ​ທ້ວງ​ໃນ​ບາງກອກ ທີ່​ເຮັດ​ໃຫ້ມີ
​ຢ່າງ​ນ້ອຍ 3 ຄົນ​ເສຍ​ຊີວິດ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ປະ​ທ້ວງ​ 2 ຄົນ ​ແລະ​ຕໍາຫຼວດ
​ຄົນ​ນຶ່ງ ​ໄດ້​ຖືກ​ສັງຫານ ​ໃນ​ການ​ປະ​ທະ​ກັນ​ໃກ້ໆກັບ​
ທໍານຽບລັດຖະບານ. ນອກນັ້ນ ຍັງມີ​ປະມານ 60 ຄົນ
​ໄດ້​ຮັບ​ບາດ​ເຈັບ.

ໄດ້​ຍິນ​ສຽງແກ໊ສນໍ້າຕາ ສຽງ​ປືນ ​ແລະລະ​ເບີດ ດັ່ງສະ​ນັ່ນຂຶ້ນ
​ໃນ​ລະຫວ່າງ​ການ​ປະ​ທະ​ກັນ​ໃນຕອນ​ທ່ຽງມື້ນີ້. ​ປະກົ​ດ​ວ່າ ທັງ​ສອງ​ຝ່າຍ​ຕ່າງກໍໃຊ້ອາວຸດ​ໃນ​ການ​ຕໍ່ສູ້ກັນ.

ຄວາມ​ຮຸນ​ແຮງ​ເລີ່​ມຂຶ້ນ ​ໃນ​ຂະນະ​ທີ່​ຕໍາຫຼວດ​ພະຍາຍາມມ້າງ​ຄ້າຍ ​ຢູ່​ໃນ​ຫຼາຍໆ​ເຂດ
ຂອງ​ພວກ​ປະ​ທ້ວງ ທີ່​ພະຍາຍາມ​ໂຄ່ນ​ລົ້ມ​ນາຍົກລັດຖະມົນຕີ​ຍິ່ງ​ລັກ ຊິນນະ​ວັດ.


​ໃນ​ເຂດ​ອື່ນໆ ພວກ​ປະ​ທ້ວງ​ບໍ່ໄດ້ທຳການຕ້ານຢັນໃດໆ. ​ທີ່​ກະຊວງ​ພະລັງງານ ມີ​ປະມານ
100 ຄົນ ໄດ້ຖືກ​ຈັບ​ກຸມ ​ຫຼັງ​ຈາກ​ການປະຕິບັດງານຂອງເຈົ້າ​ໜ້າ​ທີ່​ຕຳຫຼວດ.

ຕຳຫຼວດກ່າວວ່າ ພວກປະທ້ວງໄດ້ລະເມີດພາວະສຸກເສີນ ແຕ່ກໍເວົ້າວ່າ ຈະບໍ່ໃຊ້ຄວາມ
ຮຸນແຮງເພື່ອຂັບໄລ່ທັບມ້າງການປະທ້ວງເຫຼົ່ານີ້.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກໄດ້ເກີດ​ການ​ປະ​ທະ​ກັນ ທ່ານ​ນາງ​ຍິ່ງ​ລັກ ກໍ​ປະ​ເຊີນໜ້າ​ກັບ​ບັນຫາ
​ເວລາຄະນະ​ກໍາມະການ​ປາບ​ປາມ​ການ​ສໍ້​ລາດ​ບັງ​ຫຼວງແຫ່ງຊາດ ປະກາດ​ຂໍ້ຫາຕໍ່ທ່ານ​ນາງ.

ຄະນະ​ກໍາມະການ​ດັ່ງກ່າວ​ເວົ້າ​ວ່າ ນາຍົກລັດຖະມົນຕີຍິ່ງລັກ ​ຮູ້ເລື່ອງກ່ຽວກັບ​ການ​ສໍ້ລາດ
​ບັງ​ຫຼວງ ພາຍ​ໃຕ້​ໂຄງການ​ຊື້​ເຂົ້າຂອງ​ລັດຖະບານ​ຈາກ​ຊາວນາ ແຕ່​ກໍ​ຍັງສືບ​ຕໍ່​ດໍາ​ເນີນ
ໂຄງການ ນີ້ຢູ່​ຕໍ່​ມາ. ​ທາງຄະນະກຳມະການໄດ້​ມີ​ຄໍາ​ສັ່ງ​ ​ໃຫ້​ດຳເນີນຄະດີທ່ານ​ນາງ ​
ໃນ​ວັນ​ທີ 27 ກຸມ ພານີ້.

ມີ​ຢ່າງ​ນ້ອຍ 13 ຄົນ ​ໄດ້​ຖືກ​ສັງຫານ ນັບ​ຕັ້ງ​ແຕ່ເດືອນ​ພະ​ຈິກ​ແລ້ວ​ນີ້ ເປັນ​ຕົ້ນ​ມາ ​ໃນ​ການ​
ປະ​ທະແລະ​ໂຈມ​ຕີກັນ ແບບ​ນ້ອຍໆ ຢ່າງຕໍ່ເນື່ອງ ກັບ​ພວກ​ປະ​ທ້ວງ​. ນີ້​ແມ່ນວິ​ກິດ​ການ​
ທາງ​ການ​ເມືອງ​ທີ່​ຮ້າຍ​ແຮງ​ທີ່ສຸດ ຢູ່ໃນປະເທດໄທ ນັບ​ຕັ້ງ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ.

THAILAND PROTESTS VO
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG