ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກລັດຖະມົນຕີໄທ ສະເໜີຈະຈັດ ການລົງປະຊາມະຕິ ກ່ຽວກັບການລາອອກ


ທ່ານນາງ ຢິ່ງລັກ ນາຍົກລັດຖະມົນຕີໄທ ຂະນະໃຫ້ສໍາພາດ ແກ່ ນັກຂ່າວຕ່າງປະເທດ
ທ່ານນາງ ຢິ່ງລັກ ນາຍົກລັດຖະມົນຕີໄທ ຂະນະໃຫ້ສໍາພາດ ແກ່ ນັກຂ່າວຕ່າງປະເທດ
ທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ໄທ ​ເວົ້າ​ວ່າ ທ່ານ​ນາງ​ເຕັມ​ໃຈ​ທີ່​ຈະ​ຈັດ​ ໃຫ້​ມີການ​ລົງ​ປະຊາ​ມະຕິ ​ເພື່ອ​ຍຸຕິ​ວິ​ກິດ​ການ​ການ​ເມືອງ ທີ່​ກໍາລັງເຮັດ​ໃຫ້​ປະ​ເທດ​ຊາດ​ເປັນ​ອໍາມະພາດ​ໄປ​ນັ້ນ ​ແລະ​ທ່ານ​ນາງ ຈະລາ​ອອກ ຖ້າ​ມີຄະ​ແນນ​ສຽງ​ຕໍ່ຕ້ານ​ທ່ານນາງພຽງພໍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານນາງ ຢິ່ງລັກ ​ກ່າວ​ໃນ​ວັນອາທິດ​ມື້​ນີ້​ວ່າ ທ່ານ​ຈະ​ຈັດໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່ ກໍ​ຕໍ່​ເມືອ​ພວກປະ​ທ້ວງທີ່​ຢາກໂຄ່ນ​ລົ້ມ​ທ່ານ​ ນາ​ງ ຍອມຮັບເອົາ​ຜົນ​ການ​ລົງ​ປະຊາ​ມະຕິເທົ່າ​ນັ້ນ.

ອະດີດ​ນາຍົກ​ລັດຖະມົນຕີ ອະພິສິດ ​ເວ​ດຊາ​ຊີວະ ຜູ້​ນໍາ​ພັກ​ປະຊາທິປັດ ​ຝ່າຍ​ຄ້ານ​ ຍັງ ຂ້ອງ​ໃຈນໍາ​ຂໍ້ສະ​ເໜີ​ຂອງ​ທ່ານ​ນາງ​ ​ແລະກ່າວ​ໃນ​ມື້​ນີ້​ວ່າ ສະມາຊິກ​ສະພາ​ຈາກ​ພັກຂອງ​ທ່ານ ຈະລາ​ອອກຈາກ​ສະພາຢ່າງ​ເປັນ​ຂະ​ບວນ ​ໂດຍ​ຈະ​ມີຜົນ​ບັງຄັບ​ໃຊ້​ໃນ​ທັນທີ.

ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າຈະ​ບໍ່​ຢຸດ​ຍັ້ງ ຈົນ​ກວ່າ​ທ່ານນາງ ຢິ່ງລັກ ​ຈະ ລາ​ອອກ ​ແລະ​ມອບ​ອໍານາດ​ໃຫ້​ແກ່​ສະພາ​ປະຊາຊົນ ທີ່​ບໍ່ ​ໄດ້​ຖືກ​ເລືອກ​ຕັ້ງ.

​ເຫດການ​ປະ​ທ້ວງ​ຜ່ານ​ມາ​ບໍ່​ດົນນີ້ ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງໜ້ອຍສີ່​ຄົນ ​ແລະ​ບາດ​ເຈັບ​ອີກຫຼາຍຄົນ. ການ​ເດີນ​ຂະ​ບວນປະ​ທ້ວງ​ໄດ້​ເກີດ​ຂຶ້ນ​ເມື່ອ ຫຼາຍອາທິດ​ຜ່ານ​ມາ ຍ້ອນ​ຮ່າງ​ກົດໝາຍນີລະ​ໂທດ​ກໍາ ທີ່​ຈະເປີດ​ໂອກາດໃຫ້​ອະດີດ​ນາຍົກລັດຖະມົນຕີ ທັກ ສິນ ຊິນນະ​ວັດ ກັບ​ຄືນ​ປະ​ເທດ​ໄທ ​ແລະຫຼີກລ່ຽງການ​ຈໍາ​ຄຸກ​ສອງ​ປີ ​ໃນ​ຂໍ້​ຫາ​ສໍ້​ລາດບັງ ຫຼວງນັ້ນ​ໄດ້.

ສະພາ​ສູງໄທ ​ໄດ້ປະຕິ​ເສດ​ບໍ່​ຮັບ​ຜ່ານຮ່າງ​ກົດໝາຍ​ດັ່ງກ່າວ ​ແຕ່​ການ​ປະ​ທ້ວງ​ກໍ​ຍັງ​ມີສືບ​ຕໍ່​ມາ​ເທົ່າ​ເຖິງ​ປັດຈຸບັນ​ນີ້.

Thai PM Offers Referendum on Resignation

Thailand's prime minister says she is willing to hold a referendum to end the political crisis paralyzing the country and will resign if the vote goes against her.

However, Prime Minister Yingluck Shinawatra said Sunday that she would call the election only if protesters seeking her overthrow accepted the results.

Opposition Democratic Party leader Abhisit Vejjajiva, a former prime minister, questioned the offer and said Sunday that his party's lawmakers would resign from parliament en masse effective immediately.

Opposition leaders have said they would not rest until Yingluck quit and turn over control to an unelected council.

At least four people have been killed and many wounded in recent protests. The demonstrations were triggered several weeks ago by an amnesty bill that would have allowed former prime minister Thaksin Shinawatra to return home and avoid a two-year jail term for corruption.

The Senate rejected the bill, but protests have continued.

Thaksin, Prime Minister Yingluck's billionaire brother, was ousted in a 2006 military coup.

The conflict pits Bangkok's urban middle class and royalist elite against the mostly poor, rural supporters of Yingluck and Thaksin.

Some information for this report was provided by AFP and Reuters.
XS
SM
MD
LG