ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ໄທ ຢືນຢັນວ່າຈະປາບປາມ ຂະບວນການຄ້າມະນຸດ ຢ່າງເດັດຂາດ ໂດຍສະເພາະ ແຮງານຜິດກົດໝາຍ


ແຮງງານ ລາວ ເດີນທາງກັບບ້ານຈາກ ໄທ ໃນລະຫວ່າງໄລຍະ ໂຣກລະບາດໄວຣັສໂຄໂຣນາ.
ແຮງງານ ລາວ ເດີນທາງກັບບ້ານຈາກ ໄທ ໃນລະຫວ່າງໄລຍະ ໂຣກລະບາດໄວຣັສໂຄໂຣນາ.

ນາຍົກລັດຖະມົນຕີ ໄທ ຢືນຢັນວ່າຈະປາບປາມຂະບວນການຄ້າມະນຸດຢ່າງເດັດຂາດໂດຍສະ ເພາະແມ່ນການລັກລອບນຳພາແຮງງານ ລາວ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ເຂົ້າ ໄທ ໂດຍຜິດກົດໝາຍນັ້ນ.


ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ ຖະແຫຼງວ່າການລະບາດຮອບໃໝ່ຂອງພະຍາດໄວຣັສ COVID-19 ໃນ ໄທ ມີສາເຫດມາຈາກການລັກລອບນຳພາແຮງງານຕ່າງຊາດເຂົ້າມາໃນປະເທດ ໄທ ໂດຍຜິດກົດໝາຍ ໂດຍສະເພາະກໍແມ່ນແຮງງານຈາກ ມຽນມາ ທີ່ກຳລັງປະເຊີນກັບການລະບາດຂອງເຊື້ອໄວຣັສ COVID-19 ຢ່າງກວ້າງຂວາງໃນປັດຈຸບັນ ສະນັ້ນຈຶ່ງເຮັດໃຫ້ລັດຖະບານ ໄທ ຕ້ອງເພີ່ມມາດຕະການເຂັ້ມງວດຫຼາຍຂຶ້ນ ເພື່ອດຳເນີນມາດຕະການປາບປາມຂະ ບວນການຄ້າມະນຸດຂ້າມຊາດຢ່າງເດັດຂາດໃນໄລຍະຕໍ່ໄປນີ້ ດັ່ງທີ່ທ່ານ ພົນເອກ ປະຢຸດ ໄດ້ຖະ ແຫຼງຢືນຢັນວ່າ

“ໃນສ່ວນຂອງຂະບວນການນຳແຮງງານເຖື່ອນເຂົ້າປະເທດນັ້ນ ຈະຕ້ອງຖືກດຳເນີນຄະດີຖືກທຳ ລາຍໃຫ້ສິ້ນຊາກ ບໍ່ວ່າຈະເປັນທັງເຈົ້າໜ້າທີ່ລັດ ຫຼື ປະຊາຊົນທີ່ກ່ຽວຂ້ອງ ເພາການແຜ່ລະບາດຄັ້ງນີ້ກວດພົບຜູ້ຕິດເຊື້ອຈາກແຮງງານຕ່າງດ້າວຫຼາຍທີ່ສຸດ ເຖິງແມ່ນວ່າເສັ້ນທາງຈະຍັງອີກຍາວໄກ ກວ່າສະຖານະການຈະກັບເປັນປົກກະຕິ ແຕ່ຂ້າພະເຈົ້າໝັ້ນໃຈວ່າຖ້າເຮົາທຸກຄົນຍັງຮ່ວມມືກັບແບບນີ້ໄດ້ ເຮົາຈະຍັງເປັນນຶ່ງໃນປະເທດທີ່ໄດ້ຮັບຜົນກະທົບໜ້ອຍທີ່ສຸດໃນໂລກ.”

ທັງນີ້ລັດຖະບານ ໄທ ໄດ້ຕົກລົງອະນຸຍາດໃຫ້ແຮງງານ ລາວ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ສາມາດທີ່ຈະເຮັດວຽກໃນ ໄທ ໄດ້ເຖິງເດືອນມີນາ 2022 ໂດຍໃນປັດຈຸບັນມີແຮງງານຈາກ 4 ປະ ເທດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນ ໄທ ຈຳນວນທັງໝົດ 2,114,609 ຄົນ ຊຶ່ງຈະຕ້ອງເດີນທາງກັບຄືນປະເທດ ເມື່ອເຖິງກຳນົດດັ່ງກ່າວ ແລະ ຈະສາມາດກັບຄືນມາເຮັດວຽກຢູ່ໃນ ໄທ ໄດ້ອີກເທື່ອໃໝ່ດ້ວຍສັນຍາຈ້າງທີ່ເຮັດກັບບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກລັດຖະບານ ລາວ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ທີ່ໄດ້ລົງນາມໃນບັນທຶກຄວາມເຂົ້າໃນ (MOU) ວ່າດ້ວຍການຈ້າງງານຮ່ວມກັບລັດຖະບານ ໄທ ໄວ້ແລ້ວນັ້ນ ໂດຍຈະສາມາດເຮັດວຽກຢູ່ໃນ ໄທ ໄດ້ເທື່ອລະ 2 ປີ ແລະ ຕໍ່ສັນຍາໄດ້ອີກ 1 ຄັ້ງ ກໍຄືໂດຍລວມແລ້ວແຮງງານຕ່າງດ້າວຈະສາມາດເຮັດວຽກໃນ ໄທ ດ້ວຍສັນຍາຈ້າງບໍ່ເກີນ 4 ປີນັ້ນເອງ.

ໂດຍການຈັດຕັ້ງປະຕິບັດມາດຕະການດັ່ງກ່າວນີ້ ທາງການ ໄທ ມີເປົ້າໝາຍເພື່ອຢຸດບັນຫາການຈ້າງແຮງງານຜິດກົດໝາຍທີ່ເຮັດໃຫ້ແຮງງານຈຳນວນຫຼາຍໄດ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດໃນ ໄທ ໂດຍກະຊວງແຮງງານ ໄທ ກໍໄດ້ກຳນົດທັງໂທດຂັງຄຸກ ແລະ ປັບໄໝບັນດານາຍຈ້າງ ແລະ ແຮງງານທີ່ລັກລອບທຳງານໃນ ໄທ ໂດຍຜິດກົດໝາຍດ້ວຍ ກໍຄືໂທດຂັງຄຸກ 1 ປີ ແລະ ປັບໄໝ 10,000 - 100,000 ບາດ ສຳລັບນາຍຈ້າງທີ່ຈ້າງແຮງງານໂດຍຜິດກົດໝາຍ ທັງຍັງຈະຖືກຂັງຄຸກ ແລະ ປັບໄໝເພີ່ມຂຶ້ນອີກຖ້າຫາກວ່າໄດ້ກະທຳຜິດຊໍ້າ ສ່ວນແຮງງານທີ່ລັກລອບທຳງານໃນ ໄທ ຈະຖືກປັບໄໝ 5,000 - 100,000 ບາດ ແລະ ຈະຖືກສົ່ງຕົວກັບຄືນໄປປະ ເທດໃນທັນທີ ດັ່ງທີ່ທ່ານນາງ ການຈະນາ ຫັນໄຊສີ ຜູ້ກວດຣາຊະການ ຂອງກະຊວງແຮງງານ ໄທ ໃຫ້ການຢືນຢັນວ່າ

“ທ່ານລັດຖະມົນຕີມີນະໂຍບາຍຕ້ອງມີການກວດສອບຢ່າງແທ້ຈິງ ມີການບັງຄັບໃຊ້ກົດໝາຍຢ່າງແທ້ຈິງ ກໍຄືຖ້າກວດພົບບໍ່ມີໃບອະນຸຍາດທຳງານ, ນາຍຈ້າງມີຄວາມຜິດຕ້ອງປັບໜຶ່ງໝື່ນບາດເຖິງໜຶ່ງແສນບາດ ແລ້ວກໍຖ້າທຳຜິດຊໍ້າກໍຕ້ອງປັບອີກ ແລ້ວກໍຈຳຄຸກດ້ວຍ ແຕ່ແຮງງານຕ່າງດ້າວນີ້ກໍຈະຖືກປັບຫ້າພັນເຖິງນຶ່ງແສນບາດ ແລ້ວກໍຜັກດັນອອກໄປ ແຕ່ມີທາງເລືອກຖ້າທ່ານດຳເນີນການບໍ່ທັນແທ້ໆ ທ່ານສາມາດທີ່ຈະໃຫ້ແຮງງານຕ່າງດ້າວອອກໄປແລ້ວກໍທຳນຳເຂົ້າ MOU ເຂົ້າມາ.”

ທາງດ້ານເຄືອຂ່າຍອົງກອນດ້ານປະຊາກອນຂ້າມຊາດ (Migrants Working Group - MWG) ກໍໄດ້ລາຍງານວ່າການລະບາດຂອງພະຍາດໄວຣັສ COVID-19 ເຮັດໃຫ້ບັນດານາຍຈ້າງໃນ ໄທ ຕ້ອງພາກັນເລີກຈ້າງແຮງງານ ລາວ, ພະມ້າ, ກຳປູເຈຍ ແລະ ຫວຽດນາມ ຫຼາຍກວ່າ 5 ແສນຄົນນັບແຕ່ເດືອນມີນາ 2020 ໂດຍເກີນກວ່າ 75 ເປີເຊັນເປັນການເລີກຈ້າງແຮງງານ ພະມ້າ, ກຳປູ ເຈຍ ແລະ ຫວຽດນາມ ສ່ວນອີກ 120,000 ກວ່າຄົນນັ້ນກໍຄືແຮງງານ ລາວ ຂະນະທີ່ກະຊວງແຮງ ງານ ໄທ ລາຍງານວ່າມີແຮງງານ ລາວ 277,845 ຄົນທີ່ເຮັດວຽກຢູ່ໃນ ໄທ ຢ່າງຖືກຕ້ອງຫາກແຕ່ເຄືອຂ່າຍເພື່ອໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນ ໄທ ປະເມີນວ່າມີແຮງງານ ລາວ ທີ່ຜິດກົດ ໝາຍໃນ ໄທ 330,000 ກວ່າຄົນ ທີ່ເດີນທາງກັບມາ ລາວ ໃນຊ່ວງການລະບາດຂອງໄວຣັສ COVID-19 ສະນັ້ນການສ້າງວຽກເຮັດງານທຳເພື່ອຮອງຮັບແຮງງານ ລາວ ກຸ່ມດັ່ງກ່າວນີ້ຈຶ່ງບໍ່ແມ່ນເລື່ອງງ່າຍພາຍໃຕ້ສະພາບການທີ່ເປັນຢູ່ຄືໃນປັດຈຸບັນນີ້.

XS
SM
MD
LG