ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີໄທ ໝັ້ນໃຈວ່າ ທະຫານຈະບໍ່ ຂັບໄລ່ທ່ານນາງ ອອກຈາກຕໍາແໜ່ງ (ສະໄລດ໌)


ນາຍົກລັດຖະມົນຕີຮັກສາການຊົ່ວຄາວຂອງໄທ ທ່ານນາງ ຢິ່ງລັກ ຊິນນະວັດ ໃຫ້ສໍາພາດຂ່າວ ແກ່ພວກນັກຂ່າວຕ່າງປະເທດ ກ່ອນອອກເດີນທາງໄປຊຽງໃໝ່ ເມື່ອວັນພຸດ ທີ 11 ທັນວາ 2013. (Steve Herman/VOA)
ນາຍົກລັດຖະມົນຕີຮັກສາການຊົ່ວຄາວຂອງໄທ ທ່ານນາງ ຢິ່ງລັກ ຊິນນະວັດ ໃຫ້ສໍາພາດຂ່າວ ແກ່ພວກນັກຂ່າວຕ່າງປະເທດ ກ່ອນອອກເດີນທາງໄປຊຽງໃໝ່ ເມື່ອວັນພຸດ ທີ 11 ທັນວາ 2013. (Steve Herman/VOA)
ຂະນະ​ນີ້ ​ມີ​ຄວາມ​ງຽບ​ສະຫງົບ​ຢູ່​ຕາມ​ຖະໜົນ
ຫົນທາງ​ໃນ​ເມືອງ​ຫຼວງ​ບາງກອກ​ຂອງ​ໄທ ວັນພຸດວານນີ້ ຫຼັງ​
ຈາກ​ການ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ​ມາເປັນ​ເວລາຫຼາຍອາ
ທິດ. ແຕ່​ບັນດາ​ຜູ້​ນໍາ​ການ​ປະ​ທ້ວງ​ຍັງ​ບໍ່​ມີ​ທ່າ​ທີຜ່ອນຜັນໃດໆ​
ຕໍ່ຄໍາຮຽກຮ້ອງ​ຂອງ​ຕົນ​ເພື່ອ​ໃຫ້​ນາຍົກ​ລັດຖະມົນຕີ​ລາອອກ
​ໃນ​ທັນທີນັ້ນ ​ເຖິງແມ່ນ​ໄດ້​ມີ​ການກໍານົດ​ການເລືອກ​ຕັ້ງໃໝ່​
ໃສ່ວັນ​ທີ 2 ​ເດືອນ​ກຸມພາ ປີໜ້າ​ນີ້ແລ້ວກໍຕາມ. ວັນ​ພຸດ​ວານ
​ນີ້ ທ່ານ​ນາງຢິ່ງລັກ ຊິນນະ​ວັດ ຊຶ່ງເວລາ​ນີ້ ເປັນ​ນາຍົກລັດ
ຖະມົນ​ຕີຮັກສາ​ການ​ຊົ່ວຄາວຂອງໄທ​ ​ໄດ້​ໂອ້​ລົມ​ກັບ​ນັກຂ່າວ​
ຈໍານວນ​ນຶ່ງ ​ຮວມທັງຜູ້​ສື່​ຂ່າວ​ວີ​ໂອ​ເອ Steve Herman ຊຶ່ງ​
ມີ​ລາຍ​ງານ​ມາຈາກ​ບາງກອກ ດັ່ງ​ດາຣາຈະນໍາມາສະ​ເໜີ​ທ່ານ.

ລິງໂດຍກົງ

ພຽງ​ບໍ່​ເທົ່າ​ໃດ​ນາທີ ກ່ອນ​ທ່ານ​ນາງ​ຈະ​ຂຶ້ນ​ເຮືອບິນ​ໄອ​ພົ່ນ​ຂອງ ກອງທັບ​ບົກ​ໄທ ​ເພື່ອ​ໄປ​ຢ້ຽມຢາມ​ນະຄອນຊຽງ​ໃໝ່ ທ່ານ​ນາງ ຢິ່ງລັກ ຊິນນະວັດ ​ນາຍົກ​ຮັກສາ​ການ​ຊົ່ວຄາວ ​ໄດ້
ໂອ້​ລົມກັບ​ບັນດາ​ຜູ້​ສື່​ຂ່າວ​ຕ່າງ ປະ​ເທດ ຢູ່​ທີ່​ໂຮງ​ເກັບ​ເຮືອບິນຂອງຖານທັບ​ອາກາດ​ໄທ ​
ໃນ​ນະຄອນຫຼວງບາງກອກ ​ແລະ​ໄດ້ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ທະຫານ​ບໍ່​ຂັບ​ໄລ່​ທ່ານນາງ​
ອອກ​ຈາກ​ຕໍາແໜ່​ງ.

ທ່ານ​ນາງ ຢິ່ງລັກ ​ເວົ້າ​ວ່າ: “ການ​ກໍ່​ລັດຖະປະຫານຈະ​ບໍ່​ແກ້​ໄຂ​ບັນຫາໃດ​ໆ​ໄດ້.
ສະ​ນັ້ນ ຂ້າພະ​ເຈົ້າຈຶ່ງບໍ່​ຄິດ​ວ່າ ​ໃນ​ສະຖານະ​ການ​ທີ່​ເປັນ​ຢູ່​ໃນ​ປັດ​ຈຸບັນ​ນີ້ ບໍ່​ມີ​
ໃຜຫຼື​ຝ່າຍ​ໃດ ຢາກຈະ​ໃຊ້​ວີ​ທີ​ທີ່ຮຸນ​ແຮງ​ຕໍ່​ປະ​ເທດ​ຊາດ​ອີກ​ແລ້ວ. ສະ​ນັ້ນ ​ພວກ​
ເຮົາ​ຕ້ອງ​ມີ​ຄວາມປອງ​ດອງ​ກັນ. ນັ້ນ​ຄື​ວັດ​ຖຸປະສົງ​ປະການ​ນຶ່ງ ທີ່ພວກ​ເຮົາ​ຄວນ​
ຈະ​ພະຍາຍາມ​ໃຫ້​ບັນລຸ.”


ຝ່າຍ​ຄ້ານ​ຂອງ​ທ່ານ​ນາງ ​ໂຮມ​ທັງພວກ​ຊົນ​ຊັ້ນ​ກາງໃນ​ບາງກອກ ​ແລະ​ພວກ​ທີ່​ສະໜັບສະ
​ໜຸນ​ລະບອບ​ກະສັດ​ຢ່າງ​ແຂງ​ຂັນ ​ເວົ້າ​ວ່າ ມັນ​ເປັນ​ໄປ​ບໍ່ໄດ້ ຕາບ​ໃດ​ທີ່​ທ່ານ​ນາງຢິ່ງລັກ
​ຍັງ​ຖື​ຫາງ​ເສືອ​ຂອງ​ລັດຖະບານຢູ່ ​ເພາະພວກຝ່າຍ​ຄ້ານ​ເຊື່ອ​ວ່າ​ ພະລັງ​ອໍານາດ​ທີ່ຢູ່ເບື້ອງ
​ຫຼັງ​ຂອງ​ທ່ານ​ນາງ​ນັ້ນແມ່ນອ້າຍຂອງ​ທ່ານນາງ ກໍ​ຄື​ທ່ານທັກສິນ ຊິນນະ​ວັດ ທີ່ໄດ້​ໜີ​ໄປຢູ່
​ຕ່າງປະ​ເທດ​ນັ້ນ.

ອະດີດ​ນາຍົກລັດຖະມົນຕີ ທັກສິນ ຊິນນະ​ວັດ ບໍ່​ສາມາດ​ຈະ​ກັບ​ຄືນ​ປະ​ເທດ​ໄດ້ ​ເວັ້ນເສຍ
ແຕ່​ວ່າທ່ານ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ໂທດ​ຈໍາ​ຄຸກ​ສອງ​ປີ ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ.

​ໃນ​ຂະນະ​ດຽວ​ກັນ ​ສະມາຊິກ​ບາງ​ຄົນ​ຂອງ​ລັດຖະບານ​ຮັກສາ​ການ​ຊົ່ວຄາວ ຂອງ​ທ່ານນາງ​
ຢິ່ງລັກ ກໍ​ໄດ້​ຮຽກຮ້ອງ​ໃຫ້​ຕໍາຫຼວດອອກ​ໝາຍ​ຈັບ​ ຫົວໜ້າ​ແກນ​ນໍາ​ການ​ປະ​ທ້ວງ ​ອະດີດ​ຮອງ
​ນາຍົກລັດຖະມົນຕີ ສຸ​ເທບ ​ເທືອ​ກສຸບັນ ທີ່​ໄດ້​ຮຽກຮ້ອງ​ໃຫ້​ພວກລັດຖະກອນ​ພົນລະເຮືອນ
ມອບ​ຄວາມຈົງ​ຮັກ​ພັກດີໃຫ້​ທ່ານ. ນອກ​ນັ້ນ​ແລ້ວ ທ່ານສຸ​ເທບ​ຍັງ​ໄດ້​ຮ້ອງ​ຂໍ​ໃຫ້​ບັນດາ​ຜູ້​ນໍາ
​ທະຫານ ​ແລະ​ຕໍາ​ຫຼວດທີ່​ມີ​ອໍານາດ ໄປ​ພົບ​ປະກັບ​ທ່ານ​ ພາຍ​ໃນແລງວັນ​ພະຫັດ​ມື້ນີ້.

ທ່ານ​ນາງ ຢິ່ງລັກ ​ກ່າວ​ວ່າ ມັນ​ຂຶ້ນຢູ່​ກັບ​ຝ່າຍ​ຕໍາຫຼວດ​ທີ່​ຈະ​ຕັດສິນ​ໃຈ​ພົບກັບ​ທ່ານສຸເທບ
ຫຼືວ່າ​ຈັບ​ກຸມ​ທ່ານ.

ທ່ານ​ນາງ ຢິ່ງລັກ ​ເວົ້າ​ວ່າ: “ຖ້າ​ຫາກບໍ່​ມີ​ການ​ປົກຄອງປະ​ເທດ​ຊາດ​ດ້ວຍຕົວ​ບົດ​
ກົດໝາຍ ບໍ່​ມີ​ໃຜ​ບັງຄັບ​ກົດໝາຍ​ແລ້ວ ຂ້າພ​ະ​ເຈົ້າກໍ​ບໍ່​ຄິດ​ວ່າ ພວກ​ເຮົາ​ຈະ​ມີ​
ສະຖຽນລະ​ພາບ​ຂອງ​ລັດຖະບານ​ໄດ້ ​ແມ່ນແຕ່​ສໍາລັບ​ປະ​ເທດ​ໄທ​ເອງ.”


ການປະທ້ວງ ຢູ່ບາງກອກ ໃນວັນພະຫັດມື້ນີ້:


ສ່ວນທ່ານສຸ​ເທບ ທີ່​ໄດ້​ລາ​ອອກ​ຈາກ​ພັກ​ປະຊາທິປະ​ປັດ​ຝ່າຍ​ຄ້ານ ກ່າວ​ວ່າ ທ່ານບໍ່​ໄດ້​
ພະຍາຍາມ​ຈະ​ຍຶດ​ເອົາ​ລັດຖະບານ​ເພື່ອ​ໂຕ​ທ່ານ​ເອງ. ທ່ານ​ໄດ້ນໍ​າພາໃນການຮຽກຮ້ອງ ​
“​ໃຫ້ປະຊາຊົນ​ລຸກ​ຂຶ້ນປະຕິວັດ” ​ແລະ​ວ່າມັນ​ແມ່ນນາຍົກລັດຖະມົນຕີ​ຮັກສາ​ການຊົ່ວຄາວ
ຫຼາຍ​ກວ່າ ທີ່ຄວນ​ຈະ​ຖືກ​ຕໍາຫຼວດ​ຈັບ ​ໃນ​ຂໍ້​ຫາ​ກໍ່​ກະບົດ ບໍ່​ແມ່ນໂຕ​ທ່ານ.

ທ່ານ​ສຸ​ເທບ ​ແລະ​ພວກ​ຄົນ​ອື່ນໆ ທີ່​ໄດ້​ທໍາ​ການ​ເດີນ​ຂະ​ບວນປະ​ທ້ວງ ​ຢູ່​ຕາມຖະໜົນຫົນທາງ​
ໃນ​ເມືອງ​ຫຼວງ​ບາງກອກ ​ມາ​ໄດ້​ຫຼາຍ​ອາທິດ ຢືນຢັນ​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່ຈະ​ບໍ່ກໍາຈັດ
​ອິດ​ທິພົນ​ຂອງ​ທັກສິນ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ ​ແລະ​ກໍຈະ​ບໍ່​ບັນ​ເທົາການສໍ້​ລາດ​ບັງ​ຫຼວງ ​ທີ່​ມີ​ຢູ່​ຢ່າງ
ແຜ່ກວ້າງ​ນັ້ນ​.

ພັກ​ຕ່າງໆ​ທີ່​ເປັນ​ພາຄີ​ກັບ​ທັກສິນ ນັກທຸລະກິດ​ດ້ານ​ໂທລະ​ຄົມມະນາຄົມທີ່​ຮັ່ງມິ ​ແລະ​ມີ​
ອິດ​ທິພົນ​ ​ໄດ້​ຮັບ​ໄຊຊະນະໃນທຸກໆ​ການ​ເລືອກ​ຕັ້ງ​ທີ່​ຜ່ານ​ມາ ​ຢູ່​ໃນ​ປະ​ເທດ ນັບ​ຕັ້ງ​ປີ 2001 ​ເປັນ​ຕົ້ນ​ມາ.

ພັກ​ລັດຖະບານ ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ຂະນະ​ນີ້ ​ໄດ້​ຮັບສຽງ​ສະໜັບສະ​ໜຸນ​ຢ່າງ​ເຂັ້ມ​ແຂງ​
ຈາກ​ພວກ​ຊົນນະບົດ ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ທີ່ເປັນ​ປັດ​ໄຈນໍາໄຊຊະນະ​ຢ່າງ​ຖ້ວມ​
ລົ້ນ​ ມາ​ໃຫ້​ພັກ​ຂອງ​ທ່ານ​ນາງ ຢິ່ງລັກ ​ໃນການ​ເລືອກ​ຕັ້ງ​ປີ 2011 ທີ່ຖືກ​ຮັບ​ຮູ້​ແລະ​ຍອມຮັບ
​ກັນ​ຢ່າງ​ກວ້າງຂວາງ​ວ່າ ​ເປັນ​ການ​ເລືອກ​ຕັ້ງ​ທີ່​ເສລີແລະ​ຍຸຕິ​ທໍານັ້ນ.
XS
SM
MD
LG