ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມອະນຸລັກສິ່ງແວດລ້ອມໄທ ຈະຟ້ອງຮ້ອງກຸ່ມລົງທຶນ ສ້າງເຂື່ອນໄຊຍະບູລີ (ເບິ່ງວີດີໂອ)


ເຄືອຂ່າຍປະຊາຊົນໄທ ​ເພື່ອ​ການ​ອານຸລັກຊັບພະຍາກອນ​ທຳ​ມະ​ຊາດ​ ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ຈະຟ້ອງຮ້ອງກຸ່ມລົງທຶນໃນໂຄງການເຂື່ອນໄຊຍະບູລີ ຕໍ່ສານປົກຄອງຂອງໄທ ໂດຍເຊື່ອວ່າ ເປັນໂຄງການ ທີ່ຂັດຕໍ່ກົດໝາຍໄທ ແລະສາກົນ.

ເບິ່ງວີດີໂອ ການປະທ້ວງ:

ເຄືອຂ່າຍປະຊາຊົນໄທ​ເພື່ອ​ການ​ອານຸລັກຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ເຂດ​ລຸ່ມ
​ແມ່​ນໍ້າຂອງໄດ້ເຄື່ອນໄຫວອີກເທື່ອໃໝ່ໃນວັນທີ 24 ເມສານີ້ ດ້ວຍການລວມຕົວກັນ ຢູ່ຕໍ່ໜ້າສໍານັກງານໃຫຍ່ຂອງທະນາຄານໄທພານິດ ແລະສໍານັກງານໃຫຍ່ຂອງກຸ່ມ
ບໍລິສັດ ຊ. ການຊ່າງ ທີ່ຕັ້ງຢູ່ໃນບາງກອກເພື່ອຍື່ນຈົດໝາຍທີ່ສະແດງເຖິງການຄັດ
ຄ້ານຕໍ່ແຜນການກໍ່ສ້າງເຂື່ອນໄຊຍະບູລີ ເທິງລໍາແມ່ນໍ້າຂອງໃນເຂດປະເທດລາວ.

ໃນໂອກາດດຽວກັນເຄືອຂ່າຍປະຊາຊົນໄທ ກໍຍັງຖະແຫລງການຢືນຢັນອີກດ້ວຍວ່າ ຈະດໍາເນີນການຟ້ອງຮ້ອງຕໍ່ສານປົກຄອງຂອງໄທ ຖ້າຫາກວ່າ ກຸ່ມບໍລິສັດ ຊໍ ການ
ຊ່າງຍັງຢືນຢັນທີ່ຈະທໍາການກໍ່ສ້າງເຂື່ອນໄຊຍະບຸລີຕໍ່ໄປ ລວມທັງຍັງຈະຟ້ອງທະນາ
ຄານໄທພານິດອີກດ້ວຍ ຖ້າຫາກວ່າທະນາຄານພານິດດັ່ງກ່າວ ໄດ້ຕົກລົງອະນຸມັດ
ເງິນກູ້ໃຫ້ແກ່ກຸ່ມບໍລິສັດ ຊໍ ການຊ່າງ.

ທັງນີ້ກໍເນື່ອງຈາກວ່າ ເຄືອຂ່າຍປະຊາຊົນໄທເຊື່ອວ່າ ການກະທໍາດັ່ງກ່າວຂອງທັງ
ທະນາຄານໄທພານິດ ແລະກຸ່ມບໍລິສັດ ຊ. ການຊ່າງນັ້ນ ເປັນສິ່ງທີ່ຂັດຕໍ່ກົດໝາຍໄທ ແລະກົດໝາຍລະຫວ່າງຊາດ ໂດຍສະເພາະແມ່ນການລົງນາມ ໃນສັນຍາຊື້ຂາຍພະ
ລັງງານໄຟຟ້າຈາກເຂື່ອນໄຊຍະບູລີລະຫວ່າງປະເທດ ໂດຍສະເພາະແມ່ນການລົງ
ນາມໃນສັນຍາຊື້ຂາຍພະລັງງານໄຟຟ້າຈາກເຂື່ອນໄຊຍະບູລີລະຫວ່າງລາວກັບໄທນັ້ນ ໄດ້ມີການຈັດທໍາຂຶ້ນໂດຍບໍ່ໄດ້ໃຫ້ຂໍ້ມູນ-ຂ່າວສານ ແກ່ປະຊາຊົນໄທໃນວົງກວ້າງ ຈຶ່ງ
ເປັນສິ່ງທີ່ຂັດຕໍ່ກົດໝາຍລັດຖະທໍາມະນູນການປົກຄອງຂອງໄທ ໂດຍຕົງສ່ວນທີ່ປະ
ກົດວ່າ ຍັງຄົງມີການສືບຕໍ່ດໍາເນີນໂຄງການໃນລາວ ຢູ່ເລື້ອຍມາກໍເປັນການຂັດຕໍ່ມະຕິ
ຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ທີ່ກໍານົດໃຫ້ທໍາການສຶກສາ ເພື່ອປ້ອງ
ກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດຢ່າງຄົບຖ້ວນເສຍກ່ອນອີກດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ທາງການໄທໄດ້ຕົກລົງໄດ້ຕົກລົງທີ່ຈະຊື້ພະລັງງານໄຟຟ້າຈາກ
ລາວ ເຖິງ 7,000 MW ນັບຈາກ ປີ 2105 ເປັນຕົ້ນໄປ ນອກຈາກຈະເປັນການລະເມີດ ສິດທິຂັ້ນພື້ນຖານຂອງຜູ້ບໍລິໂພກໃນໄທກ່ຽວກັບທາງເລືອກ ໃນການຊົມໃຊ້ພະລັງງານ
ໄຟຟ້າແລ້ວ ການຕົກລົງດັ່ງກ່າວນີ້ ກໍຍັງເກີນກວ່າລະດັບຄວາມຕ້ອງການ ທີ່ເປັນຈິງ
ໃນໄທອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ບໍລິຫານ ເຄືອຂ່າຍປະຊາຊົນໄທໄດ້ໃຫ້ການຢືນຢັນວ່າ:

“ໃນປະເທດໄທນີ້ ໄຟຟ້າຂອງເຮົານີ້ລົ້ນເກີນນະຄະ ໝາຍເຖິງວ່າລົ້ນເກີນ 60% ຈາກທີ່ໃຊ້ຈິງເຮົາໄມ່ໄດ້ກໍາລັງ ພູດເຖິງ ເລື້ອງທີ່ໄມ່ເປັນຈິງ ຄືໄມ່ໄຊ່ຄ້ານ ໂດຍທີ່
ເຮົາໄມ່ມີເຫດຜົນ ຫລືໄມ່ມີຫລັກຖານຕົງນີ້ ຖາມວ່າລາວຍັງມຸ້ງໜ້າທີ່ຈະສ້າງ
ເຂື່ອນ 40 ໂຄງການຫລື 60 ໂຄງການຢ່າງທີ່ເຂົາເຄີຍຄິດລາວຈະໄປຂາຍໃຫ້ໄຄ.”

ພວກອະນຸລັກສິ່ງແວດລ້ອມໄທ ທີ່ຄັດຄ້ານການສ້າງເຂື່ອນໄຊຍະບູລີ ໃນໂອກາດໄຂກອງປະຊຸມສຸດຍອດອາຊຽນ ທີ່ກຸງຈາກກາຕາ, ອິນໂດ ເນເຊຍ, ເມື່ອເດືອນພຶດສະພາ 2011
ພວກອະນຸລັກສິ່ງແວດລ້ອມໄທ ທີ່ຄັດຄ້ານການສ້າງເຂື່ອນໄຊຍະບູລີ ໃນໂອກາດໄຂກອງປະຊຸມສຸດຍອດອາຊຽນ ທີ່ກຸງຈາກກາຕາ, ອິນໂດ ເນເຊຍ, ເມື່ອເດືອນພຶດສະພາ 2011

ແຕ່ຢ່າງໃດກໍຕາມ ທ່ານທອງສິງ
ທໍາມະວົງ ນາຍົກລັດຖະມົນຕີ
ລາວໄດ້ໃຫ້ການຢືນຢັນກັບທ່ານ
ຫຽນ ເຕີ່ນ ຢຸ໊ງ ນາຍົກລັດຖະມົນ
ຕີຫວຽດນາມ ໃນລະຫວ່າງທີ່ຜູ້
ນໍາລັດຖະບານ ຂອງທັງສອງປະ
ເທດໄດ້ພົບປະເຈລະຈາກັນໃນ
ໂອກາດກອງປະຊຸມສຸດຍອດຜູ້
ນໍາອາຊ່ຽນ ຄັ້ງທີ 18 ຢູ່ກຸງຈາ
ກາຕ້າ ປະເທດອິນໂດເນເຊຍ
ເມື່ອປີ 2011 ທີ່ຜ່ານມາລັດຖະ
ບານລາວໄດ້ຕັດສິດໃຈ ໃຫ້ມີ
ແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງອອກໄປແລ້ວ ໃນຂະນະນີ້.

ເຖິງແມ່ວ່ານາຍົກລັດຖະມົນຕີລາວຈະບໍ່ໄດ້ໃຫ້ເຫດຜົນ ປະກອບການຕັດສິນໃຈດັ່ງກ່າວກໍ່
ຕາມ ຫາກແຕ່ກໍ່ເປັນທີ່ຮັບຮູ້ກັນໂດຍທົ່ວໄປແລ້ວວ່າ ໂຄງການເຂື່ອນໄຊຍະບຸລີໄດ້ຖືກຄັດ
ຄ້ານຢ່າງກວ້າງຂວາງ ຈາກເຄືອຂ່າຍປະຊາຊົນໄທ ​ເພື່ອ​ການ​ອານຸລັກຊັບພະຍາກອນ​ທຳ​
ມະ​ຊາດ​ໃນເຂດ​ລຸ່ມ​ແມ່​ນໍ້າຂອງ ໃນ​ໂອ​ກາດກອງ​ປະຊຸມພາກປະຊາສັງຄົມອາຊ່ຽນ​ ທີ່​ໄດ້​
ຈັດ​ຂຶ້ນ​ໃນ​ໂອ​ກາດດຽວກັນກັບກອງ​ປະຊຸມ​ສຸດ​ຍອດອາຊຽນຄັ້ງຫລ້າ​ສຸດ​ນີ້ ເຄືອຂ່າຍປະ
ຊາຊົນດັ່ງກ່າວ​ກໍ​ຍັງໄດ້​ສະແດງການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີຕໍ່ບັນດາຜູ້ນຳ
​ລັດຖະບານອາຊຽນອີກ​ດ້ວຍ.

ນອກຈາກນັ້ນ ເຄືອຂ່າຍປະຊາຊົນໄທ ກໍ​ຍັງ​ໄດ້ຍື່ນໜັງສື​ທີ່​ມີ​ສາລະ​ສຳຄັນຢ່າງດຽວກັນນີ້ຕໍ່
ນາຍົກລັດຖະມົນຕີໄທ, ຄະ​ນະ​ກຳມາ​ທິການສິ່ງ​ແວດ​ລ້ອມ​ປະຈຳລັດຖະສະພາ​ໄທ​ ​ອີກ​ດ້ວຍ.
ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະອີກ 15 ພາກສ່ວນທີ່ໄດ້ໃຫ້ການ
ສະໜັບສະໜູນດ້ານເງິນທຶນແກ່ຄະນະ​ກຳມາທິການ​ແມ່​ນໍ້າຂອງ (MRC) ອີກດ້ວຍ.

XS
SM
MD
LG