ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄືອຂ່າຍປະຊາຊົນໄທ ຕ້ອງການໃຫ້ທຸກໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແນວນ້ຳຂອງ ມີຄວາມໂປ່ງໃສໃນທຸກຂັ້ນຕອນ


ບັນດາປະຊາຊົນໃນກຸ່ມເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸມແມ່ນ້ຳຂອງ ພາກັນປະທ້ວງງຕໍ່ຕ້ານການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ຢູ່ໃນໄທ.
ບັນດາປະຊາຊົນໃນກຸ່ມເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸມແມ່ນ້ຳຂອງ ພາກັນປະທ້ວງງຕໍ່ຕ້ານການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ຢູ່ໃນໄທ.

ເຄືອຂ່າຍປະຊາຊົນໄທ ຕ້ອງການໃຫ້ທຸກໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແນວນ້ຳຂອງມີຄວາມໂປ່ງໃສໃນທຸກຂັ້ນຕອນ ໂດສະເພາະແມ່ນການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດນັ້ນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ປະສານງານຂອງເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸມແມ່ນ້ຳຂອງ ໃຫ້ການຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ຍັງຈະສືບຕໍ່ການເຄື່ອນໄຫວເພື່ອສະແດງການຄັດຄ້ານຕໍ່ແຜນການຂອງລັດຖະບານໄທ ທີ່ຈະຮັບຊື້ກະແສໄຟຟ້າຈາກລາວເພີ້ມຂຶ້ນ ຊຶ່ງເຄືອຂ່າຍປະຊາຊົນໄທ ແລະຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ ໄດ້ສົ່ງຈົດໝາຍເຖິງລັດຖະບານໄທ ເພື່ອຂໍໃຫ້ທົບທວນແຜນການດັ່ງກ່າວ ເມື່ອບໍ່ນານມານີ້ ເພາະເຫັນວ່າ ປະເທດໄທມີພະລັງງານໄຟຟ້າສຳຮອງເກີນການຊົມໃຊ້ຕົວຈິງເຖິງ 50 ເປີເຊັນ ທັງການຕົກລົງຊື້ໄຟຟ້າຈາກລາວ ກໍຍັງບໍ່ຖືກຕ້ອງຕາມລັດຖະທຳມະນູນໄທອີກດ້ວຍ ເພາະເປັນການຕົກລົງທີ່ປະຊາຊົນໄທໃນຖານະຜູ້ທີ່ຈ່າຍຄ່າໄຟຟ້ານັ້ນ ບໍ່ໄດ້ມີສ່ວນໃນການຕົກລົງດັ່ງກ່າວແຕ່ຢ່າງໃດ ດັ່ງທີ່ທ່ານນິວັດ ຣ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນໄທ ໄດ້ໃຫ້ການຢືນຢັນວ່າ:

“ການປະຊຸມລະຫວ່າງຜູ້ມີສ່ວນໄດ້ເສຍກັບເຈົ້າຂອງໂຄງການ ແລ້ວກໍລັດຖະບານລາວ ຜູ້ຮັບຜິດຊອບໃນເຂື່ອນນີ້ ມັນເປັນສິ່ງສຳຄັນ ເພາະວ່າ ມັນເປັນການໂອ້ລົມແລະແລກປ່ຽນກັນຢ່າງກົງໄປກົງມາ ແລະໂດຍກົງ ແລະອີກຢ່າງນຶ່ງ ກໍຄື ຈະໄດ້ເຫັນພາບໃນເລື້ອງຂໍ້ມູນ ຫຼື ເລື້ອງອົງຄວາມຮູ້ຕ່າງໆທີ່ມັນບໍ່ພ້ອມຫັ້ນນະ ຍົກຕົວຢ່າງເຊັ່ນ ເລື້ອງທາງປາຜ່ານ ເລື້ອງຕະກອນ ລະດັບນ້ຳຕ່າງໆ ມັນຈະຂຶ້ນເຖິງໃສ ໃນຄວາມເປັນຈິງ ແມ່ນຫຍັງຕ່າງໆເຫຼົ່ານີ້ ມັນຍັງກຳກວມ ຕອບກັນບໍ່ໄດ້ໝົດ ເຮົາກໍຈະຍົກເລື້ອງນີ້ນິ ກ້າວຕໍ່ໄປໃນການໂອ້ລົມໃນການສຶກສາວ່າ ມັນຈະຕ້ອງເຮັດຈັ່ງໃດແທ່ໆ ເພາະຖ້າຕ່າງຄົນ ຕ່າງເຮັດໄປ ແມ່ນ້ຳຂອງກໍບໍ່ເຫຼືອຫຍັງອີກແລ້ວ.”

ກ່ອນໜ້ານີ້ ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຢືນຢັນວ່າ ລັດຖະບານໄທ ໄດ້ວາງເປົ້າໝາຍທີ່ຈະພັດທະນາໄທ ໃຫ້ເປັນສູນກາງການເຊື່ອມຕໍ່ທາງດ້ານພະລັງງານສະອາດຂອງອາຊຽນ ໃຫ້ໄດ້ພາຍໃນປີ 2029 ດ້ວຍການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າແຮງສູງຂອງໄທ ກັບທຸກປະເທດໃນກຸ່ມອາຊຽນດ້ວຍກັນຢ່າງຄົບຖ້ວນ ແລະໄທ ຍັງຈະຮັບຊື້ພະງານສະອາດຈາກລາວ ລວມເຖິງການດຶງດູດເອົາການລົງທຶນຈາກຕ່າງປະເທດ ເພື່ອພັດທະນາການຜະລິດພະລັງງານສະອາດໃນໄທ ໃຫ້ເພີ້ມຂຶ້ນເປັນ 50 ເປີເຊັນຂອງພະລັງງານໄຟຟ້າທັງໝົດໃນ 5 ປີຕໍ່ໜ້າດ້ວຍ ແຕ່ນັກອະນຸລັກສິງແວດລ້ອມທຳມະຊາດໃນເຂດລຸ່ມແມ່ນ້ຳຂອງ ກໍເຫັນວ່າ ພະລັງງານສະອາດທີ່ຜະລິດຈາກເຂື່ອນໄຟຟ້ານັ້ນ ບໍ່ແມ່ນທາງເລືອກທີ່ເປັນມິດກັບສິງແວດລ້ອມທຳມະຊາດ ໂດຍສະເພາະແມ່ນເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ທັງໃນຈີນແລະລາວ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງ ໃນຂະນະທີ່ກຸ່ມຜູ້ລົງທຶນກໍ່ສ້າງເຂື່ອນນັ້ນ ໄດ້ຮັບຜົນປະໂຫຍດຝ່າຍດຽວແລະຢ່າງຍາວນານ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານແລະບໍ່ແຮ່ ເປີດເຜີຍວ່າ ທາງການລາວແລະບັນດາບໍລິສັດທີ່ລົງທຶນກໍ່ສ້າງເຂື່ອນທຸກໂຄງການໃນລາວ ພ້ອມທີ່ຈະເປີດເຜີຍແລະໃຫ້ຂໍ້ມູນໃນທຸກໆດ້ານ ລວມເຖິງການແລກປ່ຽນແລະຮັບຟັງຄວາມຄິດເຫັນຂອງທຸກພາກສ່ວນທີ່ມີຄວາມກັງວົນໃຈກ່ຽວກັບແຜນການປ້ອງກັນຜົນກະທົບຕ່າງໆຈົນເປັນທີ່ຍອມຮັບແລະເກີດຜົນປະໂຫຍດກັບທຸກຝ່າຍເປັນສຳຄັນດັ່ງທີ່ເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນວ່າ:

“ຂໍ້ສະເໜີຕ່າງໆນັ້ນ ກະເປັນຄຳຊີ້ແນະທີ່ດີຕໍ່ກັບທາງລັດຖະບານລາວ ທີ່ຈະຕ້ອງຄຳນຶງເຖິງໃນທຸກປະເດັນ ເພາະວ່າ ການສຶກສານີ້ ຜ່ານມາອາດຈະຍັງມີສ່່ວນທີ່ຫລົງເຫຼືອທີ່ວ່າ ເຮົາອາດຈະມອງບໍ່ເຖິງ ໂດຍສະເພາະແມ່ນບັນຫາທີ່ຕິດພັນກັບພີ່ນ້ອງ-ປະຊາຊົນໂດຍກົງຫັ້ນ ສະນັ້ນ ຄວາມເຫັນຂອງພີ່ນ້ອງ-ປະຊາຊົນໂດຍກົງມາຫັ້ນ ອາດຈະເຮັດໃຫ້ພວກເຮົາເອົາໄປທົບທວນຄືນ ແລະກະພະລັງງານໄຟຟ້ານີ້ ອາດຈະເປັນຕົວຂັບເຄື່ອນໃນການພັດທະນາອຸດສາຫະກຳ ແລະການບໍລິການຕ່າງໆໃຫ້ເກີດມີການຈ້າງງານ ມີເສດຖະກິດທີ່ດີຂຶ້ນທັງລາວແລະໄທດ້ວຍ.”

ສ່ວນນັກທຸລະກິດໃນພາກພະລັງງານຂອງໄທ ໃຫ້ທັດສະນະວ່າ ອະນາຄົດຂອງການພັດທະນາພາກພະລັງງານຂອງລາວ ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງບໍລິສັດຈາກຈີນແລ້ວ ໃນປັດຈຸບັນນີ້ ໂດຍສະເພາະແມ່ນການຈັດຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ຮ່ວມລົງທຶນລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL) ກັບບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ (CSG) ເມື່ອປີ 2020 ເປັນຕົ້ນມາ ພາຍໃຕ້ເປົ້າໝາຍຈະພັດທະນາໂຄງຂ່າຍສາຍສົ່ງໄຟຟ້າແຮງສູງທັນສະໄໝໃນລາວ ດ້ວຍເງິນທຶນແລະເທັກນິກຂອງຈີນ ເພື່ອວາງລະບົບສາຍສົ່ງໄຟຟ້າຂະໜາດ 500 ກິໂລໂວ້ນ ເຊື່ອມຕໍ່ລາວກັບຈີນ ຊຶ່ງແມ່ນການເຊື່ອມຕໍ່ແລະສົ່ງກະແສໄຟຟ້າໄປຂາຍໃຫ້ກັບປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນເປັນສຳຄັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG