ການຕັດສິນໃຈ ຂອງລັດຖະບານທະຫານໄທ ທີ່ຈະຍຸຕິການດຳເນີນຄະດີ ກ່ຽວກັບຄວາມຜິດຂອງພົນລະເຮືອນເປັນສ່ວນໃຫຍ່ ໂດຍສານທະຫານ ໄດ້ຮັບການຍົກຍ້ອງ ແລະ ຍັງມີຄວາມສົງໄສ ຈາກພວກນັກເຄື່ອນໄຫວເພື່ອສິດທິມະນຸດ ແລະ ບັນດາທະນາຍຄວາມ ຜູ້ທີ່ກ່າວວ່າ ຈະຕ້ອງມີມາດຕະການເພີ່ມຕື່ມອີກ ລວມທັງ ການຟື້ນຟູ ສິດເສລີພາບໃນການໂຮມຊຸມນຸມ.
ນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ໄດ້ອອກດຳລັດ ໃຫ້ສິ້ນສຸດອຳນາດຂອງສານ ທະຫານ ໃນການພິຈາລະນາຄວາມຜິດຕ່າງໆ ທີ່ກ່ຽວຂ້ອງກັບ ຄວາມສະຫງົບພາຍໃນ, ການປຸກລະດົມຍຸຍົງໃຫ້ເກີດຄວາມວຸ້ນວາຍ ແລະ ການໝິ່ນປະໝາດເຊື້ອພະວົງ.
ບໍ່ດົນຫຼັງຈາກທີ່ໄດ້ຍຶດອຳນາດ ໃນເດືອນພຶດສະພາ 2014 ທະຫານໄດ້ປະກາດໃຊ້ ກົດໄອຍະການເສິກ. ແຕ່ຫຼັງຈາກນັ້ນມາ ລັດຖະບານທະຫານ ທີ່ຮູ້ຈັກກັນຄື ຄະນະຮັກສາ ຄວາມສະຫງົບແຫ່ງຊາດ ຫຼື NCPO ໄດ້ເສີມຂະຫຍາຍການຄວບຄຸມອຳນາດຂອງຕົນ ດ້ວຍການນຳໃຊ້ລັດຖະທຳມະນູນສະບັບຊົ່ວຄາວ ທີ່ອະນຸຍາດໃຫ້ ສານທະຫານດຳເນີນ ຄະດີດັ່ງກ່າວໄດ້.
ນັບຕັ້ງແຕ່ນັ້ນມາ ສານທະຫານໄດ້ຮັບຟັງຄະດີຕ່າງໆຫຼາຍກວ່າ 1,500 ຄະດີ ທີ່ກ່ຽວຂ້ອງ ກັບຫຼາຍກວ່າ 1,800 ຄົນ ໃນທົ່ວປະເທດ ສ່ວນຫຼາຍຈະເປັນການຟ້ອງ ໃນເລື່ອງອາວຸດ.
ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ Prawit Wonsuwan ໄດ້ກ່າວວ່າ ດຳລັດສະບັບໃໝ່ ໄດ້ສະທ້ອນໃຫ້ເຫັນເຖິງ ຄວາມໝັ້ນໃຈຂອງລັດຖະບານ ໃນການຄວບຄຸມປະເທດ. ແຕ່ຢູ່ໃນຄຳເຫັນ ທີ່ໄດ້ໃຫ້ຕໍ່ສື່ມວນຊົນຂອງໄທ ທ່ານໄດ້ ເຕືອນວ່າ ດຳລັດເກົ່າອາດຈະນຳມາໃຊ້ອີກ ຖ້າສະຖານະການຢູ່ພາຍໃນໄດ້ປ່ຽນແປງໄປ.
ທ່ານນາງ Angkhana Neelapaichit ສະມາຊິກ ຂອງຄະນະກຳມະທິການສິດທິມະນຸດ ໄທ ໄດ້ກ່າວວ່າ ໃນຂະນະທີ່ຄະນະກຳມະທິການນີ້ ຍິນດີນຳການເຄື່ອນໄຫວດັ່ງກ່າວ ແຕ່ໄດ້ ຮຽກຮ້ອງຕໍ່ລັດຖະບານ ໃຫ້ເອົາມາດຕະການເພີ້ມເຕີມ ເພື່ອສ້າງຄວາມກ້າວໜ້າ ໃນເລື່ອງສິດທິມະນຸດ.
ຫ້ອງການເພື່ອສິດທິມະນຸດຂອງອົງການສະຫະປະຊາຊາດ ສະເພາະເຂດເອເຊຍ ຕາເວັນອອກສຽງໃຕ້ ຫຼື (OHCHR) ຍັງໄດ້ສະແດງຄວາມຍິນດີນຳ ການຕັດສິນໃຈ ຂອງລັດຖະບານໄທ ແຕ່ໄດ້ຮຽກຮ້ອງໃຫ້ປ່ຽນນະໂຍບາຍ ເພື່ອນຳໃຊ້ຍ້ອນຄືນຫຼັງ ໄດ້.
ແຕ່ນາຍົກລັດຖະມົນຕີ Prayut ໄດ້ປະຕິເສດເຖິງຄວາມເປັນໄປໄດ້ໃນການທີ່ຈະໂອນ ຄະດີໃດໆ ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ທີ່ຍັງຄ້າງຄາຢູ່ໃນສານທະຫານນັ້ນ ໄປໃຫ້ສານພົນລະເຮືອນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ