ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳ ລັດຖະບານທະຫານໄທ ກ່າວວ່າ ການເລືອກຕັ້ງ ຈະຈັດຂຶ້ນ ໃນປີ 2018


ນາຍົກລັດຖະມົນຕີ ໄທ ທ່ານປຣະຍຸດ ຈັນໂອຊາ ເຂົ້າຮ່ວມກອງປະຊຸມ.
ນາຍົກລັດຖະມົນຕີ ໄທ ທ່ານປຣະຍຸດ ຈັນໂອຊາ ເຂົ້າຮ່ວມກອງປະຊຸມ.

ຜູ້ນຳລັດຖະບານທະຫານຂອງໄທໄດ້ປະກາດໃນວັນອັງຄານວານນີ້ວ່າ ປະເທດ
ຈະຈັດການເລືອກຕັ້ງທົ່ວໄປ ໃນປີໜ້າ ສີ່ປີຫຼັງຈາກ ພວກທະຫານໄດ້ເຂົ້າຍຶດອຳນາດ
ຈາກລັດຖະບານຊຸດຫລ້າສຸດ ທີ່ປະຊາຊົນໄດ້ເລືອກມາຢ່າງເປັນປະຊາທິປະໄຕຂອງ
ປະເທດ.

ນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ໄດ້ກ່າວຕໍ່ບັນດານັກຂ່າວ ທີ່ບາງກອງ ວ່າ
ການເລືອກຕັ້ງ ຈະມີຂຶ້ນໃນເດືອນພະຈິກ ປີ 2018 ແລະ ວັນເວລາທີ່ຄັກແນ່ ນັ້ນ
ຈະປະກາດໃຫ້ຮູ້ ໃນເດືອນມິຖຸນາ ປີໜ້ານີ້.

ອະດີດນາຍົກລັດຖະມົນຕີ ໄທ ທ່ານທັກສິນ ຊິນນະວັດ ໂອ້ລົມ ກັບອົງການຂ່າວ Reuters ໃນລະຫວ່າງ ການໃຫ້ສຳພາດ ໃນປະເທດສິງກະໂປ, ວັນທີ 23 ກຸມພາ 2016.
ອະດີດນາຍົກລັດຖະມົນຕີ ໄທ ທ່ານທັກສິນ ຊິນນະວັດ ໂອ້ລົມ ກັບອົງການຂ່າວ Reuters ໃນລະຫວ່າງ ການໃຫ້ສຳພາດ ໃນປະເທດສິງກະໂປ, ວັນທີ 23 ກຸມພາ 2016.

ທ່ານປຣະຍຸດ ເປັນຜູ້ນຳພາໃນການກໍ່ລັດຖະປະຫານ ໃນເດືອນພຶດສະພາ ປີ 2014
ທີ່ໄດ້ຂັບໄລ່ ລັດຖະບານຂອງ ນາຍົກລັດຖະມົນຕກີ ຍິ່ງລັກ ຊິນນະວັດ ເຊິ່ງໄດ້ເຮັດໃຫ້
ສະພາບການທີ່ບໍ່ທຸ່ນທ່ຽງທາງດ້ານການເມືອງ ແລະ ການປະທ້ວງທີ່ຮຸນແຮງ ມາໄດ້
ຫຼາຍປີແລ້ວນັ້ນ ສິ້ນສຸດລົງ. ລັດຖະບານທະຫານ ທີ່ປົກຄອງປະເທດ ໃນປັດຈຸບັນ
ໄດ້ປະກາດ ກ່ຽວກັບ ວັນເວລາໃນການເລືອກຕັ້ງມາຫຼາຍຄັ້ງແລ້ວ ໃນລະຫວ່າງ ການ
ປົກຄອງປະເທດຢູ່ນັ້ນ ແຕ່ໄດ້ຍົກເລີກ ຊ້ຳແລ້ວຊ້ຳອີກ ໃນຂະນະທີ່ຕົນ ໄດ້ຮ່າງ
ລັດຖະທຳມະນູນ ສະບັບໃໝ່.

ນາຍົກລັດຖະມົນຕີ ຍັງໄດ້ກ່າວວ່າ ລັດຖະບານທະຫານ ໄດ້ພິຈາລະນາເບິ່ງວ່າ ຈະ
ອະນຸຍາດໃຫ້ມີການເຄື່ອນໄຫວ ທາງດ້ານການເມືອງ ຫຼືບໍ່ ເຊິ່ງຕົນໄດ້ຍົກເລີກໄປ
ຫຼັງຈາກທີ່ໄດ້ເຂົ້າກຳອຳນາດ ທີ່ຈະເລີ່ມຄືນອີກ ຫຼັງຈາກພິທີພະຣາຊະທານ ພະເພິງສົບ
ໃນທ້າຍເດືອນນີ້ ໃຫ້ແກ່ກະສັດ ພູມິພົນ ອະດຸນຍະເດດ ທີ່ໄດ້ສະເດັດສະຫວັນນະຄົດ
ໃນປີກາຍນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG