ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງທັບໄທ ປະກາດ​ໃຊ້ ກົດໄອຍະການເສິກ ແຕ່ປະຕິເສດ ບໍ່ແມ່ນ ລັດຖະປະຫານ (ສະໄລດ໌/ວີດີໂອ)


Thai Army Intervenes in Political Standoff, Declares Martial Law
please wait

No media source currently available

0:00 0:02:05 0:00

Watch Barry Newhouse related video report

​ກອງທັບໄທ ໄດ້ປະກາດໃຊ້ກົດໄອຍະການເສິກ ແລະເວົ້າວ່າ ກົດ
ດັ່ງກ່າວນີ້ ຈະມີຜົນບັງຄັບໃຊ້ ຕໍ່ໄປ ຈົນກວ່າຄວາມສະຫງົບ ແລະ
ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຟື້ນຟູ. ໃນຂະນະທີ່ພວກ ທະຫານເຂົ້າປະຈຳການຕາມຈຸດທີ່ສຳຄັນໆໃນບາງກອກນັ້ນ ທາງ
ກອງທັບ ໄດ້ປະຕິເສດວ່າ ຕົນບໍ່ໄດ້ກໍ່ການລັດຖະປະຫານ ແຕ່ປະ
ການໃດແລະຮຽກຮ້ອງໃຫ້ພັກຝ່າຍການເມືອງທີ່ເປັນປໍລະປັກເປີດ
ການເຈລະຈາໂອ້ລົມກັນ. Ron Corben ຜູ້ສື່ຂ່າວວີໂອເອ ມີລາຍ
ງານເລື່ອງນີ້ຈາກບາງກອກ ດັ່ງໄພສານ ຈະນຳມາສະເໜີທ່ານ.

ຜູ້ບັນຊາການກອງທັບບົກຂອງໄທ ນາຍພົນປຣະຢຸດ ຈັນໂອຊາກ່າວວ່າ ທ່ານປະກາດ ໃຊ້ກົດໄອຍະການເສິກໃນຄວາມພະຍາຍາມເພື່ອຍຸດຕິສະພາບການທີ່ບໍ່ໄປບໍ່ມາທາງ ດ້ານການເມືອງ ທີ່ພວມກ້າວເຂົ້າສູ່ ຈຸດສຸດຍອດ ແລະຂັດຂວາງ ບໍ່ໃຫ້ເກີດຄວາມຮຸນ ແຮງລະຫວ່າງພວກນິຍົມ ແລະພວກຕໍ່ຕ້ານລັດຖະບານ.

ໃນຄຳປະກາດທີ່ອອກອາກາດທາງໂທລະພາບທົ່ວປະເທດນັ້ນນາຍພົນປຣະຢຸດກ່າວ
ວ່າ ທາງກອງທັບ ໄດ້ດຳເນີນການດັ່ງກ່າວ ຍ້ອນມີຄວາມວິຕົກກັງວົນ ຢ້ານວ່າ ສະຖາ ນະການດ້ານຄວາມປອດໄພພວມຊຸດໂຊມລົງແລະອາດມີການນຳໃຊ້ອາວຸດໜັກຕໍ່ພົນ ລະເຮືອນ.

ນາຍພົນປຣະຢຸດເວົ້າວ່າ "ກອງທັບແຫ່ງລາດຊະອານາຈັກໄທ ມີຄວາມຕັ້ງໃຈທີ່ ຈະນຳເອົາສະຫງົບສຸກແລະຄວາມເປັນລະບຽບຮຽບຮ້ອຍກັບຄືນມາສູ່ປະເທດ
ຊາດ ໂດຍໄວເທົ່າທີ່ຈະໄວໄດ້."


ທ່ານເວົ້າວ່າການເຄື່ອນໄຫວດັ່ງກ່າວຂອງພວກທະຫານບໍ່ແມ່ນການກໍ່ລັດຖະປະຫານ ແລະຮຽກຮ້ອງໃຫ້ປະຊາຊົນ ຕັ້ງຢູ່ໃນຄວາມສະຫງົບ ແລະໄປເຮັດວຽກເຮັດການຕາມ ປົກກະຕິ.

ສ່ວນທ່ານປະນິທານ ວັດທະນະຍາກອນ ນັກລັດຖະສາດການເມືອງ ທີ່ຈຸລາລົງກອນ ມະຫາວິທະຍາໄລ ກ່າວວ່າ ທາງກອງທັບອາດຫວັງວ່າ ຢາກຈະສ້າງຄວາມທຸ່ນທ່ຽງໃຫ້ ແກ່ບັນຍາກາດທາງດ້ານການເມືອງ ທີ່ຫຼໍ່ແຫຼມແຕກຫັກງ່າຍ ແລະຕົກຢູ່ໃນສະພາບບໍ່ໄປ
ບໍ່ມາ ທ່າມກາງທີ່ມີຄວາມຢ້ານກົວວ່າ ຈະເກີດຄວາມຮຸນແຮງຂຶ້ນນັ້ນ.
Thailand Politics SOTVO
please wait

No media source currently available

0:00 0:01:13 0:00

ທ່ານປະນິທານເວົ້າວ່າ “ຄວາມເປັນໄປໄດ້ໃນການທີ່ຈະເກີດຄວາມຮຸນແຮງແມ່ນ ຂ້ອນຂ້າງກວ້າງຂວາງ. ກຸ່ມຕ່າງໆເຫຼົ່ານີ້ ແມ່ນພ້ອມແລ້ວ ທີ່ຈະປະເຊີນໜ້າກັນ ດ້ວຍອາວຸດ. ທາງກອງທັບຕ້ອງການຢາກສ້າງຄວາມທຸ່ນທ່ຽງແຕ່ມັນຈະບໍ່ເປັນ ເລື່ອງທີ່ງ່າຍເລີຍ. ແຕ່ກໍແນ່ນອນ ຂ້າພະເຈົ້າຄິດວ່າ ກອງທັບໄດ້ມີການຕັດສິນ ໃຈແລ້ວ ທີ່ຈະດຳເນີນການດັ່ງກ່າວ. ຖ້າພວກເຂົາເຈົ້າ ຫາກປະສົບ ຄວາມສຳ ເລັດຕໍ່ຈາກນັ້ນສອງມາພວກເຮົາອາດຈະຊື້ເວລາແລະເປີດຊ່ອງທາງເພື່ອການ ເຈລະຈາໂອ້ລົມຂຶ້ນ. ຄຳຖາມ ກໍມີຢູ່ວ່າ ຢູ່ໃສ ແລະ ເລື່ອງໃດ ທີ່ການເຈລະຈາ ຄວນຈະເລີ້ມຄືນໃໝ່.”

ບາງກອກ ໄດ້ປະເຊີນກັບການປະທ້ວງຕໍ່ຕ້ານລັດຖະບານທີ່ດຳເນີນມາໄດ້ປະມານ 6
ເດືອນ ເພື່ອກົດດັນໃຫ້ລັດຖະບານ ທ່ານນາງຍິ່ງລັກ ຊິນນະວັດ ລາອອກ. ເມື່ອບໍ່ດົນ
ມານີ້ ສານລັດຖະທຳມະນູນຂອງໄທໄດ້ພົບເຫັນວ່າ ທ່ານນາງ ຍິ່ງລັກ ແລະລັດຖະມົນ
ຕີອື່ນໆອີກ 9 ຄົນມີຄວາມຜິດ ໃນຖານໃຊ້ອຳນາດເກີນຂອບເຂດ ຊຶ່ງພາໃຫ້ທ່ານນາງ
ແລະລັດຖະມົນຕີທັງ 9 ລາອອກ.

ກອງທັບກ່າວວ່າ ລັດຖະບານຮັກສາການຊົ່ວຄາວຂອງນາຍົກລັດຖະມົນຕີນິວັດທຳຣົງ ບຸນຊົງໄພສານ ຍັງຈະຢູ່ໃນໜ້າທີ່ຕໍ່ໄປ. ຜູ້ບັນຊາການກອງທັບ ຮຽກຮ້ອງໃຫ້ ທັງສອງ ຝ່າຍການເມືອງ ທຳການພົບປະ ແລະເປີດການເຈລະຈາຫາທາງແກ້ໄຂ.

ກະຊວງການຕ່າງປະເທດສະຫະລັດໄດ້ອອກຖະແຫຼງການສະບັບນຶ່ງຮຽກຮ້ອງໃຫ້ກອງ ທັບໄທ ຮັກສາຄຳໝັ້ນສັນຍາຂອງຕົນທີ່ວ່າ ກົດ​ໄອ​ຍະ​ການ​ເສິກດັ່ງກ່າວ ຈະມີການນຳ ໃຊ້ຊົ່ວຄາວເທົ່ານັ້ນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງແລະບໍ່ບ່ອນທຳລາຍສະຖາ ບັນປະຊາທິປະໄຕຕ່າງໆ.

ໃນຂະນະທີ່ກອງທັບໄທ ສ່ວນໃຫຍ່ແລ້ວ ແມ່ນບໍ່ໄດ້ເຂົ້າຍຸ່ງກ່ຽວກັບສະພາບການບໍ່ໄປ ບໍ່ມາທາງດ້ານການເມືອງເມື່ອໄວໆມານີ້ກໍຈິງແຕ່ພວກຜູ້ນຳບາງຄົນທີ່ນິຍົມລັດຖະບານ ເຊັ່ນສະມາຊິກອະວຸໂສຂອງພັກທ່ານສະໝານ ເລີດວົງຣາດເຫັນວ່າມັນເປັນການເຫັນ ພ້ອມກັບຄຳຮຽກຮ້ອງຂອງທ່ານສຸເທບ ເທືອກສຸບັນອະດີດສະມາຊິກສະພາທີ່ເປັນຫົວ ໜ້າພວກປະທ້ວງຕໍ່ຕ້ານລັດຖະບານນັ້ນ.

ທ່ານສະໝານເວົ້າວ່າ “ຂ້າພະເຈົ້າເຊື່ອວ່າ ຜູ້ບັນຊາການກອງທັບບົກ ແມ່ນເຂົ້າ ຂ້າງທ່ານສຸເທບ ບາງທີພວກເຂົາເຈົ້າອາດຢາກບອກປະຊາຊົນໄທວ່າຢາກໃຫ້ ທຸກໆຄົນຕົກຢູ່ໃນສະຖານະການ ເພື່ອໃຫ້ບັນຍາກາດທາງດ້ານການເມືອງສາ
ມາດ ສະຫງົບລົງໄດ້ ຊົ່ວໄລຍະນຶ່ງ.”


ນັບແຕ່ປີ 1932 ເປັນຕົ້ນມາ ໄທໄດ້ປະເຊີນກັບການກໍ່ ຫລືການພະຍາຍາມ ກໍ່ລັດຖະ ປະຫານມາແລ້ວ 18 ຄັ້ງ ເທື່ອສຸດທ້າຍ ແມ່ນໃນປີ 2006 ເພື່ອໂຄ່ນລົ້ມອະດີດນາຍົກ ລັດຖະມົນຕີທັກສິນ ຊິນນະວັດ ທີ່ຖືກກ່າວຫາວ່າ ໃຊ້ອຳນາດໄປໃນທາງທີ່ບໍ່ຖືກຕ້ອງ.
ບັນຫາຂັດແຍ້ງທາງການເມືອງ ເທື່ອຫລ້າສຸດຢູ່ໄທ ເລີ້ມຂຶ້ນ ໃນເດືອນຕຸລາ ປີກາຍນີ້ ລຸນຫຼັງທີ່ໄດ້ມີຄວາມສະຫງົບມາເປັນເວລາ 2 ປີກວ່າໆ ພາຍໃຕ້ການປົກຄອງຂອງລັດ ຖະບານນາຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ແລະພັກເພື່ອໄທຂອງທ່ານນາງ.

ແຕ່ການປະທ້ວງ ຢູ່ຕາມຖະໜົນຫົນທາງໄດ້ເກີດຂຶ້ນ ຍ້ອນມີການສະເໜີຮ່າງກົດໝາຍ ໃຫ້ອະໄພຍະໂທດ ຊຶ່ງແຜ້ວທາງ ເພື່ອການເດີນທາງກັບຄືນປະເທດ ຂອງທ່ານທັກສິນ ຊິນນະວັດ ທີ່ໄດ້ຫລົບໜີໄປຈາກປະເທດໄທໃນປີ 2008 ຍ້ອນບໍ່ຢາກຖືກຈຳຄຸກຍ້ອນ ຄວາມຜິດຖານສໍ້ລາດບັງຫຼວງ.
Thailand Politics SOTVO
please wait

No media source currently available

0:00 0:01:04 0:00

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານຢູ່ນະຄອນນິວຢອກ
ກ່າວວ່າ ການປະກາດກົດໄອຍະການເສິກໃນວັນອັງຄານນີ້ ແມ່ນຂີດໝາຍຂອງການ ເອົາບາດກ້າວຖອຍຫຼັງ ໃນຂັ້ນຕອນທາງດ້ານການເມືອງຂອງໄທ. ທ່ານສຸໄນ ຜາສຸກ ແມ່ນນັກຄົ້ນຄວ້າອະວຸໂສຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch.

ທ່ານສຸໄນເວົ້າວ່າ “ມັນເປັນເລື່ອງທີ່ໜ້າຕົກໃຈຫຼາຍ ແລະນັ້ນກໍຄືວ່າເປັນຫຍັງຈຶ່ງ ໄດ້ມີການເອົາບາດກ້າວ ທີ່ຮຸນແຮງ ເຊັ່ນກົດໄອຍະການເສິກ ມັນຈຳເປັນຕ້ອງ ໄດ້ມີຫຼັກຖານທີ່ຊັດແຈ້ງວ່າການຢູ່ລອດຂອງປະເທດຊາດພວມຕົກຢູ່ໃນຄວາມ
ສ່ຽງ ຫລືມີການກໍ່ຄວາມວຸ້ນວາຍ ແບບຄວບຄຸມບໍ່ໄດ້ຂອງປະຊາຊົນ ທີ່ມີຄວາມ ຄ້າຍຄືກັບການກໍ່ຈະລາຈົນແບບເຕັມອັດຕາຫລືບໍ່ກໍສົງຄາມກາງເມືອງຂຶ້ນ ແຕ່ ພວກເຮົາ ບໍ່ເຫັນສິ່ງເຫລົ່ານັ້ນເລີຍ. ເຫດຜົນ ທີ່ຜູ້ບັນຊາການກອງທັບ ໄດ້ອ້າງ
ມາ ແມ່ນເປັນພຽງການຄາດຄະເນໃນທາງທິດສະດີທໍ່ນັ້ນ.”


ທ່ານສຸໄນກ່າວວ່າ ກົນລະຍຸດຂອງທາງກອງທັບ ແມ່ນປາກົດວ່າກົດດັນໃຫ້ບັນດາພັກ ຝ່າຍໃນການຂັດແຍ້ງຊອກຫາຊ່ອງທາງໃນການດຳເນີນການຕໍ່ໄປທີ່ອາດນຳໄປສູ່ການ ສ້າງຄວາມເສຍຫາຍຮ້າຍແຮງຂຶ້ນຕື່ມໃຫ້ແກ່ປະເທດຊາດກໍເປັນໄດ້.

ພວກນັກວິເຄາະກ່າວວ່າ ທາງກອງທັບຫວັງວ່າ ຈະຫລີກລ່ຽງ ບໍ່ຢາກໃຫ້ເກີດເຫດການ ນອງເລືອດ ດັ່ງທີ່ໄດ້ເກີດໃນປີ 2010 ນັ້ນຊ້ຳຄືນອີກ ເວລາມີການປະທະກັນກັບພວກ ປະທ້ວງເສື້ອແດງ ທີ່ເຮັດໃຫ້ 90 ກວ່າຄົນ ເສຍຊີວິດ ໃນເຫດການນອງເລືອດ ທີ່ຮ້າຍ ແຮງສຸດນັບແຕ່ປີ 1992 ເປັນຕົ້ນມາ.
XS
SM
MD
LG