ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ກົດໝາຍວ່າດ້ວຍຄວາມສະເໝີພາບໃນການແຕ່ງງານ ມີຜົນບັງຄັບໃຊ້ ໃນວັນພະຫັດນີ້ ທີ່ປະເທດໄທ


ແຟ້ມພາບ-ພວກຄົນຈາກທົ່ວໂລກເຂົ້າຮ່ວມໃນງານແຫ່ ທີ່ເອີ້ນວ່າ Pride Parade ພາກັນຊູທຸງຫຼາກຫຼາຍສີຂະໜາດໃຫຍ່ ຢູ່ໃນບາງກອກ ປະເທດໄທ, ວັນເສົາ ທີ 1 ມິຖຸນາ, 2024. (AP Photo/Sakchai Lalit, File)
ແຟ້ມພາບ-ພວກຄົນຈາກທົ່ວໂລກເຂົ້າຮ່ວມໃນງານແຫ່ ທີ່ເອີ້ນວ່າ Pride Parade ພາກັນຊູທຸງຫຼາກຫຼາຍສີຂະໜາດໃຫຍ່ ຢູ່ໃນບາງກອກ ປະເທດໄທ, ວັນເສົາ ທີ 1 ມິຖຸນາ, 2024. (AP Photo/Sakchai Lalit, File)

ໃນວັນພະຫັດມື້ນີ້ ພວກຄູ່ຮັກກຸ່ມ LGBTQ-plus ຫຼາຍຮ້ອຍຄູ່ ໃນປະເທດໄທ ພາກັນປະກາດການເລີມຕົ້ນສະຖານະໃນການແຕ່ງງານຂອງພວກເຂົາຖືກຕ້ອງຕາມກົດໝາຍ ເຊິ່ງເປັນວັນທຳອິດທີ່ກົດໝາຍນີ້ ມີຜົນບັງຄັບໃຊ້ ໂດຍອະນຸຍາດໃຫ້ພວກເຂົາມີສິດເທົ່າທຽມກັບກຸ່ມຄູ່ຮັກຕ່າງເພດ.

ຄູ່ຮັກປະມານ 300 ຄູ່ ຄາດໝາຍກັນວ່າ ຈະຈັດພິທີຢ່າງເປັນທາງການໃນງານລ້ຽງສະເຫຼີມສະຫຼອງຢູ່ຫໍວາງສະແດງສິນຄ້າຂອງຮ້ານຊັບພະສິນຄ້າ ຫຼື shopping mall ໃນໃຈກາງນະຄອນຫຼວງບາງກອກ.

ອີກຫຼາຍຮ້ອຍຄູ່ກໍໄດ້ລົງທະບຽນໃນງານລ້ຽງທີ່ບໍ່ຄ່ອຍຫລູຫຼາພໍປານໃດເນື່ອງຈາກສະພາບການຢູ່ພາຍໃນປະເທດ.

ຄູ່ຮັກ ນາງສະພານຢູ ປານນະກູນ ແລະ ອາພິວັດ ອາພິວັດໄຊຣີ ຜູ້ທີ່ເປັນສາມີຂອງນາງ ກ່າວວ່າ “ພວກເຮົາສາມາດຮັກກັນຢ່າງເທົ່າທຽມ ແລະຖືກຕ້ອງຕາມກົດໝາຍ.”

ສ່ວນສາມີທ້າວ ອາພິວັດ ອາພິວັດໄຊຣີ ຂອງນາງສະພານຢູ ກ່າວວ່າ “ແລະພວກເຮົາສາມາດສ້າງຄອບຄົວຂອງພວກເຮົາໃນທາງຂອງພວກເຮົາເອງ. ເພາະວ່າ ຂ້ອຍເຊື່ອວ່າ ທຸກປະເພດຂອງຄວາມຮັກ, ທຸກປະເພດຂອງຄອບຄົວ, ແມ່ນງົດງາມດັ່ງທີ່ມັນເປັນຢູ່ ແລະພວກເຮົາປັດຈຸບັນໄດ້ຮັບອະນຸຍາດໃຫ້ສ້າງຄອບຄົວໃນທາງແບບຂອງພວກເຮົາເອງ ດ້ວຍການສະໜັບສະໜູນຂອງກົດໝາຍ.”

ກົດໝາຍວ່າດ້ວຍຄວາມສະເໝີພາບໃນການແຕ່ງງານໄດ້ແກ້ໄຂປະມວນກົດໝາຍແພ່ງແລະພານິດຂອງໄທ ໃຫ້ປ່ຽນຂໍ້ຄວາມຈາກ “ຊາຍແລະຍິງ” ແລະ “ສາມີແລະພັນລະຍາ” ໃຫ້ເປັນ “ບຸກຄົນທັງຫຼາຍ” ແລະ “ຄູ່ສົມລົດທັງຫຼາຍ.” ເຊິ່ງກົດໝາຍນີ້ ຈະເປີດການເຂົ້າເຖິງສິດທິທາງດ້ານກົດໝາຍຕ່າງໆ ກ່ຽວກັບດ້ານການເງິນ ແລະສິດທິດ້ານການແພດ ສຳລັບຄູ່ຮັກກຸ່ມ LGBTQ-plus.

ປະເທດໄທ ໄດ້ມີຊື່ສຽງໃນດ້ານການຍອມຮັບ ແລະການມີສ່ວນຮ່ວມ, ແລະປະຊາຊົນຫຼາຍພັນຄົນຈາກທົ່ວໂລກ ເຂົ້າຮ່ວມໃນງານແຫ່ປະຈຳປີທີ່ເອີ້ນວ່າ Bangkok Pride parade.

ແຕ່ບັນດານັກຕໍ່ສູ້ເພື່ອສິດທິ ໄດ້ສູ້ຊົນເພື່ອຜ່ານກົດໝາຍວ່າດ້ວຍຄວາມສະເໝີພາບໃນການແຕ່ງງານ ມາໄດ້ຫຼາຍທົດສະວັດ ໃນສະພາທີ່ສ່ວນໃຫຍ່ເປັນກຸ່ມຫົວອານຸລັກນິຍົມ ບ່ອນທີ່ກຸ່ມປະຊາຄົມ LGBTQ-plus ກ່າວວ່າ ພວກເຂົາປະເຊີນກັບການຖືກຈຳແນກ ໃນຊີວິດການເປັນຢູ່ແຕ່ລະວັນ ເຖິງແມ່ນພວກເຂົາໃຫ້ຂໍ້ສັງເກດເຖິງສິ່ງຕ່າງໆທີ່ໄດ້ຮັບການປັບປຸ້ງຫຼາຍຂຶ້ນໃນບໍ່ເທົ່າໃດປີມານີ້ກໍຕາມ.

ການປະກາດໃຊ້ກົດໝາຍວ່າດ້ວຍຄວາມສະເໝີພາບໃນການແຕ່ງງານ ເຮັດໃຫ້ປະເທດໄທ ເປັນປະເທດທຳອິດໃນເຂດເອເຊຍຕາເວັນອອກສຽງໃຕ້ ແລະເປັນປະເທດທີສາມໃນທະວີບເອເຊຍ ທີ່ການແຕ່ງງານລະຫວ່າງເພດດຽວກັນຖືກຕ້ອງຕາມກົດໝາຍ ຕາມຫຼັງມາດ້ວຍ ໄຕ້ຫວັນ ແລະເນປານ.

ອ່ານຂ່າວນີ້ໃນພາສາອັງກິດ

Hundreds of LGBTQ-plus couples in Thailand began making their wedded status legal Thursday, the first day a law took effect granting them the same rights as heterosexual couples.

some 300 couples are expected to complete the formalities at a daylong gala celebration in an exhibition hall at a shopping mall in central Bangkok.

Hundreds more registered in less extravagant circumstances around the country.

Sappanyoo Panatkool//Apiwat Apiwatsayree’s Husband

"We can love equally, legally."

Apiwat Apiwatsayree//Sappaanyoo’s Husband

"And we can build our family in our own way. Because I believe that every kind of love, every kind of family, is as beautiful as it is, and we are now allowed to build our own kind of family with the support of the law."

The Marriage Equality Act amends Thailand’s civil and commercial code to change the words “men and women” and “husband and wife” to “individuals” and “marriage partners.” It is supposed to open up access to full legal, financial and medical rights for LGBTQ+ couples.

Thailand has a reputation for acceptance and inclusivity, and thousands of people from around the world attend the annual Bangkok Pride parade.

But rights advocates have struggled for decades to pass a marriage equality law in a largely conservative society where the LGBTQ-plus community say they face discrimination in everyday life, although they note that things have improved greatly in recent years.

The enactment of the Marriage Equality Act makes Thailand the first country in Southeast Asia and the third place in Asia to legalize same-sex marriage, after Taiwan and Nepal.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG