ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ເຈົ້າຊີວິດໄທ ​ຊົງອອກມາ ປະກົດອົງ ເນື່ອງໃນວັນຄົບຮອບ 65 ປີ ຂອງການຄອງບັນລັງ


Thailand King
please wait
Embed

No media source currently available

0:00 0:01:10 0:00

​ເຈົ້າຊີວິດໄທ ກະສັດພູມິພົນ ອະດຸນຍະເດດ ທີ່​ຊົງປ່ວຍບໍ່ສະບາຍ
​ແລະເປັນກະສັດທີ່ຄອງລາດຊະບັນລັງດົນທີ່ສຸດໃນໂລກ ໄດ້ຊົງ
ອອກ​ມາປະກົດຕົວຕໍ່ໜ້າປະຊາຊົນ ເພື່ອສະເຫຼີມສະຫຼອງວັນ
ຄົບຮອບ 65 ປີ​ໃນການຂຶ້ນ ຄອງບັນລັງ.

ໃນວັນອັງຄານມື້​ນີ້ ບັນດາສະຖານີໂທລະພາບຂອງໄທ ໄດ້ທຳການ
ຖ່າຍທອດສົດ ​ໃນ​ຂະນະ​ທີ່​ເຈົ້າຊີວິດ ທີ່​ມີ​ພະ​ຊົນ​ມາ​ຍຸ 87 ປີ ​ເຊິ່ງ
ເປັນທີ່ເຄົາ ລົບແລະບູຊາຂອງປະຊາຊົນ​ໄທ​ນັ້ນ ໄດ້ຊົງສະເດັດ
ອອກຈາກໂຮງໝໍ​ໃນບາງກອກ ບ່ອນທີ່ພະ​ອົງ​ໄດ້​ຊົງ​ພັກປິ່ນປົວ
ສຸຂະພາບໃນຫຼາຍໆເດືອນ ທີ່ຜ່ານມາ.

ມີປະຊາຊົນຫຼາຍຮ້ອຍຄົນລຽນແຖວຕາມຖະໜົນຫົນທາງ ສົ່ງສຽງຮ້ອງເຊຍ “ເຈົ້າຊີວິດ ຈົ່ງ
ຊົງ​ພະຈະເລີນ” ໃນຂະນະທີ່ພະ​ອົງຊົງປະທັບຢູ່ໃນພະລາດຊະລົດຜ່ານໄປ ​ເພື່ອສະເດັດ​ໄປ​ຍັງພະລາຊະວັງ ເພື່ອເຂົ້າຮ່ວມພິທີທາງສາສະໜາ ເຊິ່ງມີບັນດາ ຜູ້ນຳຂັ້ນສູງຂອງໄທ ເຂົ້າ
ຮ່ວມນຳ.

ການສະເຫຼີມສະຫຼອງແມ່ນ​ເປັນ​ຂີດ​ໝາຍວັນຂຶ້ນຄອງບັນລັງຂອງເຈົ້າຊີວິດ ​ເຊິ່ງ​ເປັນວັນ
ພັກການ ໃນປະເທດໄທ ແມ່ນເພື່ອລະລຶກເຖິງການຂຶ້ນຄອງບັນລັງຢ່າງ​ເປັນ​ທາງ​ການ
ຂອງກະສັດ​ພູມີ​ພົນ ໃນວັນທີ 5 ເດືອນພຶດສະພາ ປີ 1950, ສາມປີຫຼັງຈາກພະ​ອົງ​ໄດ້​ຂຶ້ນ
ເປັນ​ເຈົ້າ​ຊີວິດ ລຸນ​ຫລັງການສິ້ນພະຊົນຂອງພະ​ເຊ​ດຖາ ຫລືອ້າຍຂອງພະ​ອົງ​.

ກະສັດ​ພູມີ​ພົນ ​ເຊິ່ງປະຈຸບັນນີ້ເດີນທາງໄປມາດ້ວຍລົດເຂັນ ບໍ່​ສູ້​ໄດ້ເດີນທາງ ອອກ​ຈາກ​ໂຮງພະຍາບານ ຫຼັງຈາກທີ່ໄດ້ຜ່າຕັດພົກຍ່ຽວໃນເດືອນຕຸລາທີ່ຜ່ານມາ. ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບບັນຫາທາງສຸຂະພາບຂອງພະ​ອົງ ​ໄດ້​ເພີ້​ມທະວີ​ຂຶ້ນໃນເດືອນທັນວາທີ່ຜ່ານມາ ຫລັງ​ຈາກ​ພະ​ອົງບໍ່ສາມາດອອກມາປະກົດຕົວ ສູ່ສາທາລະນະ ໃນວັນຄົບຮອບວັນປະສູ​ດ
ຂອງພະ​ອົງ​.

XS
SM
MD
LG