ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະທຳມະນູນຊົ່ວຄາວ ຂອງໄທ ອະນຸມັດໃຫ້ ທະຫານມີອຳນາດໂດຍເຕັມ


Libyan students play in the courtyard of the al-Bashayer school in the eastern coastal city of Benghazi as they come back to school for the first time since August 2014 when Islamist-backed militias seized Tripoli, prompting the internationally recognized government to take refuge in the far east of the country.
Libyan students play in the courtyard of the al-Bashayer school in the eastern coastal city of Benghazi as they come back to school for the first time since August 2014 when Islamist-backed militias seized Tripoli, prompting the internationally recognized government to take refuge in the far east of the country.

ລັດຖະບານ​ທະຫານ​ໄທ ໄດ້​ເປີດ​ເຜີຍ ​ລັດຖະທຳ​ມະນູນຊົ່ວຄາວ
ທີ່ອະນຸມັດ​ໃຫ້ທະຫານ ຮັກສາ​ອຳນາດທີ່​ມີ​ຢ່າງກ້ວາງ​ຂວາງນັ້ນ
​ໄວ້. ​ແລະ​ຫົວໜ້າກອງທັບ ​ຜູ້ທີ່ປັດຈຸບັນ​ນີ້​ ມີອຳນາດກຳກັບ​ເບິ່ງ​
ນຳ ​ວຽກ​ງານ​ບໍລິຫານ​ ແລະນິຕິ​ບັນຍັດທັງ​ໝົດ ​ໂດຍ​ເຕັມຢູ່​ແລ້ວ​
ນັ້ນ ​ອາດ​ສາມາດ​ກ້າວ​ຂຶ້ນ​ມາເປັນ ນາຍົກ​ລັດຖະມົນ​ຕີ​ຄົນ​ຕໍ່​ໄປ
ກໍ​ໄດ້. ນັກ​ຂ່າວວີ​ໂອ​ເອ Steve Herman ມີ ລາຍ​ງານ​ຈາກ
ບາງກອກ ຊຶ່ງກິ່ງ​ສະຫວັນ​ ຈະ​ນຳ​ມາສະ​ເໜີ​ທ່ານ.

ລັດຖະທຳ​ມະນູນຊົ່ວຄາວຂອງ​ໄທ ຈະ​ເຮັດ​ໃຫ້ການ​ລັດຖະປະ
ຫານ ​ຄັ້ງ​ວັນ​ທີ 22 ​ເດືອນ​ພຶດສະພານັ້ນ ຖືກ​ຕ້ອງຕາ​ມກົດໝາຍ
​ແລະ​ຈະ​ອະນຸມັດ​ໃຫ້ ລັດຖະບານທະຫານ​ ມີ​ອຳນາດ​ສູງ​ສຸດ​ໃນ​ການ​ຄວບ​ຄຸມເວທີການ​ເມືອງ ​ແລະ​ຕຸລາການ​ ຂອງ​ປະ​ເທດ​.

ກອງທັບ​ທີ່ໄດ້​ຍຶດ​ເອົາອຳນາດ​ໃນ​ການກໍ່​ລັດຖະປະຫານ ​ເມື່ອ​ສອງ​ເດືອນປາຍຜ່ານ​ມາ​ນັ້ນ
ຈະເປັນ​ຜູ້​ຄັດເລືອກ​ເອົາສະພາ​ນິຕິບັນຍັດ ຊຶ່ງ​ຈະ​ມີ​ສະມາ​ຊິກທັງ​ໝົດ 220 ຄົນນັ້ນ ດ້ວຍ​
ຕົນ​ເອງ ​ເພື່ອແທນທີ່ ​ສະພາຜູ້​ແທນລັດຖະດອນ​ແລະ​ວຸດ​ທິສະພາ​. ​ແລະ​ສະພານິຕິບັນຍັດ
​ໃໝ່​ນີ້ ກໍ​ຈະ​ເປັນ​ຜູ້​ເລືອກ​ເອົາ ນາຍົກລັດຖະມົນ​ຕີ ​ແລະ​ຄະນະ​ລັດຖະບານ. ຜູ້​ໃດກໍ​ຕາມ
ທີ່ມີຕຳແໜ່​ງທາງ​ການ​ເມືອງ ຢູ່​ໃນ​ພັກ​ໃດ​ນຶ່ງ​ໃນປັດ​ຈຸ​ບັນ​ນີ້ ​ແມ່ນຈະບໍ່ໃຫ້​ເຂົ້າຮ່ວມ​ຢູ່​ໃນ
ກຸ່ມ​ຜູ້​ແທນ​ຊຸດ​ໃ​ໝ່.

ບັນດາ​ສະມາ​ຊິກສະພາ​ຊຸດ​ໃໝ່ ​ຕ້ອງ​ມີ​ອາຍຸ​ຢ່າງ​ນ້ອຍ 40 ປີ ​ແລະ​ຕ້ອງ​ບໍ່​ໄດ້ ຖືກ​ຍ້າຍ​
ຈາກ​ໜ້າ​ທີ່ໃນລັດຖະບານ​ມາ​ກ່ອນ ຍ້ອນການ “ສໍ້​ລາດບັງ​ຫລວງ ຕົ້ວ​ຕົ້ມ ຫລື​ປະພຶດ​ຜິດ.”

ທີ່​ປຶກສາດ້ານ​ເສດຖະກິດ​ຄົນ​ນຶ່ງ ​ຂອງລັດຖະບານ​ທະຫານ ອ​ະດີດ​ລັດຖະມົນຕີ​ການ​ຄ້າ Naronchai Akransanee ກ່າວ​ວ່າ ນີ້​ອາດ​ຈະ​ນຳໄປສູ່​ການ​ເລືອກ​ຕັ້ງ​ ໃນ​ເດືອນ​ຕຸລາ​
ປີໜ້າ.

ທ່ານ​ນະຣົງ​ໄຊ ກ່າວ​ວ່າ “​ລຳດັບເວ​ລາ​ແມ່ນຈະເປັນ​ຄື​ແນວ​ນີ້: ດຽວ​ນີ້ ພວກ​ເຮົາ​ມີ
ລັດຖະທຳ​ມະນູນ​ຊົ່ວຄາວ
​ແລ້ວ ລາຍ​ຊື່​ຂອງບັນດາສະມາຊິກ​ສະພາ​ນິຕິ​ບັນຍັດ​
ແຫ່ງ​ຊາດ (NLA)
​ແມ່ນຈະ​ປະກາດ​​ໃຫ້​ຮູ້ ຄົງ​ຈະ​ແມ່ນພາຍ​ໃນ​ສອງ​ອາທິດຕໍ່
ໜ້າ
​ແລະກໍຈະ​ມີ​ການປະກອບ​ລັດຖະບານຂຶ້ນ​ຫລັງ​ຈາກ​ນັ້ນ. ​ແລະ​ ດັ່ງ​ທີ່ທ່ານ
ພົນ​ເອກ ປຣະຍຸດ ​ໄດ້ກ່າວ​ຫັ້ນ​ແຫລະ ລັດຖະບານທີ​ມີທະຫານປະກອບສ່ວນ​
ນຳ ​ແມ່ນ
ຈະ​ເຂົ້າ​ປະຈຳ​ໜ້າ​ທີ່​ຢ່າງ​ແນ່ນອນ ໃນ​ເດືອນ​ກັນຍາ​ ທ້າຍ​ປີນີ້.

ໃນ​ວັນ​ອັງຄານ ທີ 22 ກໍລະກົດ ​ທີ່​ຜ່ານ​ມາ ​ກະສັດ​ພູມີ​ພົນ ອະດຸນ​ຍະ​ເດດ ​ທີ່​ມີ​ພະ​ຊົນມາ
ຍຸ 86 ພັນ​ສາ ​ແລະ​ຊາວ​ໄທ​ເຄົາ​ລົບ​ບູຊາ​ເໜືອ​ຫົວ​ນັ້ນ ​ໄດ້ຊົງ​ຮັບ​ຮອງ​ເອົາ​ກົດ​ບັດ​ຊົ່ວ​ຄາວ
ສະບັບ​ນັ້ນ ​ຢ່າງ​ເປັນ​ທາງ​ການ​ ຢູ່​ໃນ​ພິທີນຶ່ງ​ ຮ່ວມ​ກັບ ນາຍ​ພົນ ປຣະຢຸດ ຈັນ​ໂອຊາ ຜູ້​ບັນ
ຊາ​ການ​ກອງທັບ​ໄທ. ພິທີດັ່ງກ່າວ​ທີ່ຈັດ​ຂື້ນ​ ຢູ່ພະລາດ​ຊະ​ວັງທີ່ເມືອງ​ແຄ​ມທະ​ເລ ຫົວ​ຫີນ ​ແມ່ນ​ເປັນ​ການສະໜອງ​ຄວາມ​ຖືກຕ້ອງ​ຊອບ​ທຳ​ເພີ້​ມຕື່ມ ​ໃຫ້​ແກ່ການ​ລັດຖະປະຫານ ​
ໂດຍ​ການ​ຮັບຮອງ​ເອົາ ກົດໝາຍ​ຫລືລັດຖະທຳ​ມະນູນ​ໃໝ່ ທີ່ທະຫານ​ເປັນ​ຜູ້​ຂຽນ​ຂຶ້ນ​ນັ້ນ.

​ຄາດ​ວ່າ ໃນໄລຍະ​ຫລາຍໆເດືອນ​ຕໍ່ໜ້າ​ນີ້ ບັນດາ​ຜູ້​ແທນ​ສະພາ​ນິຕິບັນຍັດຊົ່ວ​ຄາວຂອງ​ທະຫານ ຈະ​ເລືອກ​ເອົາຄະນະ​ກຳມະການນຶ່ງຂຶ້ນ​ມາ ​ເພື່ອ​ຮ່າງ​ລັດຖະທຳ​ມະນູນສະບັບ​ໃໝ່​
ຊຶ່ງ​ຫລັງ​ຈາກ​ນັ້ນ ກໍຈະ​ຢື່ນສະ​ເໜີ​ຕໍ່ ຄະນະ​ກໍ​າມະ​ການ​ປະຕິ​ຮູບ​ໃໝ່ ​ເພື່ອໃຫ້ຮັບ​ຮອງເອົາ.

​ໃນລະຫວ່າງ​ນີ້ ກໍມີ​ກາ​ນສັນນິຖານ​ກັນ​ຢ່າງ​ໃຫຍ່​ວ່າ ນາຍ​ພົນ ປຣະຍຸດ ຈະ​ຖືກ​ເລືອກໃຫ້
ເປັນນາຍົກລັດຖະມົນຕີ.

ຮອງ​ຫົວໜ້າ ອຳນາດ​ປົກຄອງທະຫານ ຫລື ຄສຊ ແລະ​ທີ່​ປຶກສາຄົນ​ນຶ່ງ ​ບໍ່​ໄດ້​ປະຕິ​ເສດ​
ຕໍ່​ຄວາມ​ສາມາດ​ເປັນ​ໄປ​ໄດ້ ແຕ່​ກ່າວວ່າ ການ​ເລືອກແມ່ນ​ຂື້ນ​ຢູ່​ກັບ​ ​ສະພາຊົ່ວຄາວ.

ວີດີໂອ: ໝໍດູໄທ ໃຫ້ຄຳທຳນາຍ ທີ່ສະໜັບສະໜູນ ນາຍພົນປຣະຢຸດ ຈັນໂອຊາ:

Thai Politics Challenges Fortune-Tellers
please wait

No media source currently available

0:00 0:02:10 0:00

​ແຜ​ນການ​ປະຕິ​ຮູບຂອງ​ທະຫານ ​ໂດຍສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຕອບ​ສະໜອງ​ຕໍ່ ຄຳ​ຮຽກ
ຮ້ອງ​ຂອງ​ພວກ​ປະ​ທ້ວງ ທີ່​ໄດ້​ຄອບ​ຄອງຫລາຍໆ​ພື້ນ​ທີ່ໃນ​ນະຄອນ ຫລວງ​ບາງກອກ ​ເປັນ​ເວລາ​ຫລາຍ​ເດືອນ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ກົດ​ດັນໃຫ້ ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ
ທີ່​ເປັນ​ນາຍົກລັດ​ຖະມົນຕີ​ໃນ​ເວລາ​ນັ້ນ​ ລາອອກ​ຈາກ​ຕໍາ​ແໜ່​ງ. ​ແກນນຳພວກ​ປະ​ທ້ວງ ​ໄດ້​ຮຽກຮ້ອງໃຫ້​ຈັດ​ຕັ້ງ​ຄະນະ​ກຳ​ມະ​ການ ​ຂຶ້ນ​ມາ​ປົກຄອງ​ປະ​ເທດ ​ແລະຈັດ​ຕັ້ງ​ປະຕິບັດການ​ປະຕິ​ຮູບ​ໃນ​ຂອບ​ເຂດ​ກ້ວາງ​ໄກ ກ່ອນ​ຈະ​ຈັດ​ໃຫ້ມີ​ການ​ເລືອກ​ຕັ້ງ​ໃໝ່.

ພວກ​ທີ່​ຕ້ອງ​ຕິລັດຖະທຳ​ມະນູນ​ຊົ່ວຄາວ​ໃໝ່ ຢູ່​ໃນ​ໄທ ​ປະກົດ​ວ່າ​ມິດ​ງຽບ ຊຶ່ງກໍ​ເປັນ​ທີ່ເຂົ້າ
​ໃຈ​ໄດ້ ​ເນື່ອງ​ຈາກ​ທະຫານ​ແມ່ນ​ມີ​ອຳນາດ ທີ່​ຈະ​ເອີ້ນ​ຜູ້​ໃດ​ໄປ​ສອບ​ສວນ​ກໍ​ໄດ້ ຍ້ອນ​ວ່າໄດ້​
ສະ​ແດງ​ຄວາມ​ເຫັນ​ໃນ​ທາງ​ການ​ເມືອງ ຫລືທີ່​ອາດ​ເຮັດໃຫ້ເກີດ​ຄວາມບໍ່​ສະຫງົບ.

​ເວລາ​ນີ້ ສື່​ມວນ​ຊົນ​ພາຍ​ໃນ​ປະ​ເທດ​ໄທ ແມ່ນ​ກຳລັງປະຕິບັດ​ງານ​ພາຍໃຕ້​ການ​ກວດກາ​
ຢ່າງ​ໜັກ ​ເທົ່າທີ່ເຄີຍເຫັນ​ມາ ​ໃນຮອບຫລາຍ​ທົດ​ສະ​ວັດ.

ອຳນາດ​ປົກຄອງທະຫານ ​ຊຶ່ງ​ເອີ້ນ​ກັນ​ໃນ​ຊື່​ທາງ​ການ​ວ່າ ສະພາ​ຮັກສາຄວາມ​ສະຫງົບແຫ່ງ​
ຊາດ ຫລື ຄສຊ ຢືນຢັນ​ວ່າ ລັດຖະທຳ​ມະນູນຊົ່ວ​ຄາວສະບັບ​ນີ້ “ຈະ​ຊ່ວຍ​ແກ້​ໄຂ​ວິ​ກິດ​ການ
​ແລະ​ນຳພາ​ສະຖານະ​ການກັບ​ຄືນ​ສູ່​ປົກກະຕິ ກອບ​ກູ້​ຄວາມ​ໝັ້ນຄົງ​ແລະ​ເອກະ​ພາບ​ກັບ​ຄືນ
​ມາ ຕະຫລອດ​ທັງ​ແກ້​ໄຂ​ບັນ​ຫາ ທາງ​ດ້ານ​ເສ​ດຖະກິດ.

XS
SM
MD
LG