ອຳນາດປົກຄອງທະຫານຂອງໄທ ກຳລັງຈັດຕັ້ງປະຕິບັດມາດຕະ
ການຮັກສາຄວາມປອດໄພຊຸດໃໝ່ ໃນຄວາມພະຍາຍາມເພື່ອ
ສ້າງຄວາມສະຫງົບ ຢູ່ໃນຂົງເຂດພາກໃຕ້ທີ່ວຸ້ນວາຍຂອງປະເທດ
ບ່ອນທີ່ການສູ້ລົບກັນກັບພວກມຸສລິມ ຫົວແບ່ງແຍກດິນແດນ ໄດ້
ເອົາຊີວິດຜູ້ຄົນໄປແລ້ວຫຼາຍກວ່າ 5 ພັນຄົນໃນຮອບນຶ່ງທົດສະ
ວັດຜ່ານມາ. Ron Corben ຜູ້ສື່ຂ່າວວີໂອເອທີ່ບາງກອກ ເວົ້າວ່າ
ນອກນັ້ນແລ້ວ ພວກຜູ້ນຳທະຫານຍັງຫວັງວ່າ ຈະເລີ້ມການເຈລະ
ຈາສັນຕິພາບກັນຄືນໃໝ່ກັບພວກກະບົດນຳ ຊຶ່ງສິງມີລາຍລະ
ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໂຄງສ້າງການບັນຊາການໃໝ່ ສຳຫລັບບັນດາຈັງຫວັດຊາຍແດນໃນພາກໃຕ້ຂອງໄທ ແມ່ນຈະມີ ພົນເອກປຣະຢຸດ ຈັນໂອຊາ ຜູ້ນຳຄະນະປະຕິວັດ ຂຶ້ນເປັນຫົວໜ້າແທນພວກເຈົ້າໜ້າທີ່ພົນລະເຮືອນ ໃນຂະນະທີ່ກອງທັບເອົາບົດບາດເປັນຜູ້ນຳພາ ໃນການດຳເນີນຄວາມພະຍາຍາມ ເພື່ອຍຸດຕິຄວາມຮຸນແຮງທີ່ເພີ້ມທະວີຂຶ້ນນັບມື້ ຢູ່ໃນພາກໃຕ້ນັ້ນ.
ພວກອົງການພົນລະເຮືອນຕ່າງໆ ແມ່ນຈະມາຢູ່ພາຍໃຕ້ການບັງຄັບບັນຊາຂອງກອງທັບ.
ຄະນະປະຕິວັດທະຫານ ທີ່ເອີ້ນກັນວ່າ ຄະນະຮັກສາຄວາມສະຫງົບແຫ່ງຊາດ ໄດ້ຍຶດ
ເອົາອຳນາດເມື່ອນຶ່ງເດືອນກ່ອນ ແລະບັດນີ້ກ່າວວ່າ ຕົນຫວັງວ່າ ຈະເລີ້ມທຳການເຈລະ
ຈາສັນຕິພາບ ທີ່ໄດ້ຢຸດສະງັກລົງນັ້ນ ຄືນໃໝ່. ລາຍງານຂ່າວຕ່າງໆເວົ້າວ່າ ພວກທະ
ຫານກຳລັງມອງເບິ່ງໄປຍັງລັດຖະບານມາເລເຊຍ ເພື່ອຂໍໃຫ້ດຳເນີນການເປັນຜູ້ອຳນວຍຄວາມສະດວກ ໃນການຮື້ຟື້ນການເຈລະຈາສັນຕິພາບຄືນໃໝ່ນັ້ນ.
ທ່ານປະນິທານ ວັດທະນາຍະກອນ ນັກລັດຖະສາດປະຈຳມະຫາວິທະຍາໄລຈຸລາລົງ
ກອນ ທີ່ເຄີຍເປັນທີ່ປຶກສາແກ່ລັດຖະບານໄທມາແລ້ວ ຫຼາຍໆຊຸດ ກ່ຽວກັບເລື້ອງຄວາມປອດໄພໃນພວກຈັງຫວັດພາກໃຕ້ຂອງໄທນັ້ນ ກ່າວວ່າ ທະຫານເຂົ້າມາຄວບຄຸມອຳ
ນາດຜູ້ດຽວ ເພື່ອບໍ່ໃຫ້ມີຄວາມຂາດຕົກບົກພ່ອງດ້ານນະໂຍບາຍ ທີ່ເຄີຍມີມາພາຍໃຕ້
ພວກລັດຖະບານພົນລະເຮືອນຊຸດກ່ອນໆນັ້ນ.
ທ່ານປະນິທານ ເວົ້າວ່າ “ອັນນັ້ນແມ່ນຂໍ້ສັງເກດຂອງຂ້າພະເຈົ້າ ຄືວ່າ ຢູ່ໃນໂຄງ
ສ້າງທີ່ເປັນອັນດຽວກັນຫຼາຍຂຶ້ນນັ້ນ ທ່ານກໍຈະມີການບັນຊາ ແລະການຄວບ
ຄຸມ ທີ່ຖືກຕັດໃຫ້ສັ້ນເຂົ້າ. ອັນນີ້ສະເໜີແນະໃຫ້ເຮົາຮູ້ວ່າ ພວກເຂົາເຈົ້າ ກໍຄື
ພວກທະຫານ ອາດຈະຢາກເຮັດສິ່ງໃດສິ່ງນຶ່ງຕື່ມອີກ ຢູ່ໃນພາກໃຕ້ ໃນໄວໆນີ້
ກໍໄດ້. ແຕ່ວ່າ ຄວາມສຳເລັດອາດ ສາມາດຂຶ້ນຢູ່ກັບ ທຳອິດ ໃນລະດັບຍຸດທະສາດ ຫຼືລະດັບນະໂຍບາຍ ໄດ້. ຂ້າພະເຈົ້າຄຶດວ່າ ພວກເຮົາຕ້ອງການຄວາມສາມັກຄີກັນໃນລະດັບສູງສຸດ. ພວກເຮົາຫວັງວ່າ ຈະມີແນວຄິດລິເລີ້ມໃໝ່ ໂດຍສະເພາະໃນດ້ານການປົກຄອງ ແລະດ້ານການເມືອງນັ້ນ ອອກມາໃນທາງບວກ.”
ທ່ານປະນິທານ ກ່າວວ່າ ນະໂຍບາຍກ່ຽວກັບພາກໃຕ້ແມ່ນອ່ອນແອ ຫລາຍ ພາຍໃຕ້
ພວກລັດຖະບານພົນລະເຮືອນຊຸດຕ່າງໆທີ່ຜ່ານມາ ຍ້ອນການຂັດແຍ້ງກັນ ລະຫວ່າງ
ການປະຕິບັດງານຂອງພວກພົນລະເຮືອນແລະທະຫານ.
ການກໍ່ການກະບົດມາເປັນເວລານຶ່ງທົດສະວັດ ໄດ້ເອົາຊີວິດຜູ້ຄົນໄປແລ້ວຫຼາຍກວ່າ 5800 ຄົນ ແລະບາດເຈັບຫຼາຍກວ່າ 10 ພັນຄົນ. ພວກທີ່ຕົກເປັນເປົ້າການໂຈມຕີຂອງພວກກະບົດຢູ່ເລື້ອຍໆ ແມ່ນພວກຄົນໄທທີ່ຖືສາສະໜາພຸດ ແລະຊາວມຸສລິມມາເລຊົນ
ກຸ່ມນ້ອຍ ຢູ່ໃນຈັງຫວັດປັດຕະນີ ນາຣາທິວາດ ແລະຢະລາ.
ຄວາມພະຍາຍາມຕ່າງໆທີ່ໄດ້ດຳເນີນມາ ແຕ່ບໍ່ສຳເລັດຜົນ ເພື່ອປາບປາມການກໍ່ການກະບົດນັ້ນ ມີຮວມທັງການກວດລ້າງ ການພະຍາຍາມ ດຶງເອົາພວກປະຊາຄົມທ້ອງຖິ່ນ
ມາເຂົ້າຂ້າງລັດຖະບານ ແລະການໃຊ້ຈ່າຍເງິນຢ່າງຫຼວງຫຼາຍໂດຍລັດຖະບານກາງ ເພື່ອກະຕຸ້ນການພັດທະ ນາທ້ອງຖິ່ນ. ການໂຈມຕີຢ່າງໂຫດຫ້ຽມຕໍ່ພວກນາຍຄູ ແລະບັນດາ
ເຈົ້າໜ້າທີ່ລັດໂດຍພວກກະບົດ ໄດ້ພາໃຫ້ເຈົ້າໜ້າທີ່ປາບປາມໜັກຂຶ້ນ ຈົນມີການກ່າວຫາວ່າ ພວກເຈົ້າໜ້າທີ່ທຳການສັງຫານນອກລະບົບຕຸລາການ ເຮັດໃຫ້ເກີດກົງກວຽນແຫ່ງຄວາມຮຸນແຮງ ຢ່າງບໍ່ສິ້ນສຸດ.
ທ່ານປະນິທານ ກ່າວວ່າ ໂຄງສ້າງໃໝ່ອາດຈະມີມີປະສິດທິຜົນຫຼາຍຂຶ້ນໃນແງ່ການປົກຄອງ ແຕ່ພວກຊາວເມືອງທ້ອງຖິ່ນ ອາດຈະຢ້ານວ່າ ພວກເຈົ້າໜ້າທີ່ຝ່າຍພົນລະ
ເຮືອນຈະມີບົດບາດນ້ອຍລົງ ໃນເລື້ອງການ ວາງນະໂຍບາຍ.
ທ່ານປະນິທານ ກ່າວວ່າ “ອິດທິພົນຢ່າງໜັກຂອງທະຫານ ອາດຈະພາ ໃຫ້ເກີດ
ຄວາມເປັນຫ່ວງໃນໝູ່ປະຊາຊົນ ໂດຍສະເພາະກ່ຽວກັບເລື້ອງການດຳເນີນ
ການເຈລະຈາຮອບໃໝ່ ຫຼືການເຈລະຈາກັນໃໝ່ກ່ຽວກັບ ແຜນແມ່ແບບ ສຳ
ລັບການປົກຄອງ ຫຼື ແມ່ນແຕ່ການປະຕິບັດງານໃນແຕ່ລະມື້ນັ້ນ.”
ບັນດາຜູ້ສົ່ງເສີມສິດທິມະນຸດ ໄດ້ຍົກຄວາມເປັນຫ່ວງຂຶ້ນມາເຊັ່ນກັນ ກ່ຽວກັບເລື້ອງທີ່ພວກທະຫານ ຢາກຈະຮື້ຟື້ນການເຈລະຈາໂດຍກົງກັບ ພວກກະບົດນັ້ນ. ການເຈລະຈາສັນຕິພາບພາຍໃຕ້ລັດຖະບານພົນລະ ເຮືອນຂອງອະດີດນາຍົກລັດຖະມົນຕີ
ຍິ່ງລັກ ຊິນນະວັດ ໄດ້ພັງທະລາຍລົງໃນປີແລ້ວນີ້ ແລະບໍ່ໄດ້ມີການກຳນົດເວລາໃໝ່
ສຳຫລັບເຈລະຈາກັນຄືນໃໝ່ ແຕ່ຢ່າງໃດ.
ທ່ານນາງອັງຄະນາ ນີລະໄພຈິດ ຜູ້ສົ່ງເສີມສິດທິມະນຸດ ຊຶ່ງເປັນພັນ ລະຍາຂອງທ່ານສົມ
ຊາຍ ນີລະໄພຈິດ ທະນາຍຄວາມຊາວມຸສລິມທີ່ ຫາຍໂຕໄປນັ້ນ ກ່າວວ່າ ຈຳເປັນຕ້ອງມີອົງກອນນຶ່ງທີ່ເປັນກາງ ເພື່ອ ນຳພາການເຈລະຈາກັນນັ້ນ ແທນທີ່ຈະແມ່ນພວກທະ
ຫານ.
ທ່ານນາງອັງຄະນາ ເວົ້າວ່າ “ຂ້າພະເຈົ້າຄຶດວ່າ ພວກເຮົາຕ້ອງການ ບຸກຄົນທີ່
ເປັນກາງ ໄປເຈລະຈາກັບທັງສອງຝ່າຍ ໂດຍບໍ່ໃຊ້ຄວາມຮຸນແຮງ ແລະໄປ
ຍັງໂຕະເຈລະຈາ ແລ້ວກໍລົມກັນກ່ຽວກັບວ່າ ມີຫຍັງຜິດ ແລະມີຫຍັງເກີດຂຶ້ນ.”
ບັນດານັກວິເຄາະ ຄາດວ່າ ພວກທະຫານຈະດຳເນີນການຢ່າງໄວ ກ່ຽວກັບໂຄງການ
ລິເລີ້ມໃໝ່ນີ້ ໂດຍມີວັດຖຸປະສົງແນໃສ່ເພື່ອໃຫ້ໄດ້ ຮັບໝາກຜົນ ຮວມທັງການເຄື່ອນ
ໄຫວທາງດ້ານກົດໝາຍ ເພື່ອຊຸກຍູ້ໃຫ້ພວກກະບົດຍອມວາງອາວຸດ ໃນຂະນະດຽວກັນ
ກໍປະຕິເສດຕໍ່ຄຳ ຮຽກຮ້ອງຂອງພວກກະບົດ ທີ່ຢາກມີສິດປົກຄອງຕົນເອງຫຼາຍຂຶ້ນນັ້ນ.