ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທວ່າ ຈະສ້າງ ທາງລົດໄຟ ຄວາມໄວສູງ ເຊື່ອມຕໍ່ກັບລາວ ແລະຈີນ ໃນປີ 2022


ທາງລົດໄຟທີ່ເຊື່ອມຕໍ່ຈາກບາງກອກຕໍ່ໃສ່ນະຄອນວຽງຈັນ ຢູ່ເຂດໃກ້ຊາຍແດນ ຂ້າມໄປຫາ ແຂວງໜອງຄາຍຂອງໄທ
ທາງລົດໄຟທີ່ເຊື່ອມຕໍ່ຈາກບາງກອກຕໍ່ໃສ່ນະຄອນວຽງຈັນ ຢູ່ເຂດໃກ້ຊາຍແດນ ຂ້າມໄປຫາ ແຂວງໜອງຄາຍຂອງໄທ
ລັດຖະບານໄທວາງເປົ້າໝາຍທີ່ຈະເຊື່ອມຕໍ່ທາງລົດໄຟຄວາມ
ໄວສູງກັບລາວແລະ ຈີນໃຫ້ໄດ້ໃນປີ 2022 ຫຼືພາຍຫຼັງທີ່ທາງ
ລົດໄຟຄວາມໄວສູງໃນລາວ ກໍ່ສ້າງສໍາເລັດແລ້ວໄດ້ສີ່ປີເປັນ
ຢ່າງໜ້ອຍ.

ທ່ານພັນທະສັກ ວິນຍະຣັດ ປະທານຄະນະທີ່ປຶກສາຂອງນາ
ຍົກລັດຖະມົນຕີໄທ ໄດ້ເປີດເຜີຍໃຫ້ຮູ້ວ່າ ແຜນການກໍ່ສ້າງທາງ
ລົດໄຟຄວາມໄວສູງ ທີ່ເປັນໂຄງການບູລິມະສິດຂອງລັດຖະບານ
ໄທໃນໄລຍະ 6 ປີຕໍ່ໜ້າ ຫຼືຈົນເຖິງປີ 2018 ນັ້ນ ມີຢູ່ 4 ເສັ້ນທາງ
ດ້ວຍກັນ ກໍຄືເສັ້ນທາງບາງກອກ-ພັດທະຍາ, ບາງກອກ-ພິດສະ
ນຸໂລກ, ບາງກອກ-ຫົວຫີນ ແລະບາງກອກ-ນະຄອນລາດຊະສີ
ມາ ຫຼືໂຄລາດ ຕາມລໍາດັບ.

ອິງຕາມການເປີດເຜີຍຂອງທ່ານພັນທະສັກດັ່ງກ່າວນີ້ ກໍໝາຍຄວາມວ່າ ທາງລົດໄຟຄວາມ
ໄວສູງໃນໄທ ຈະຍັງຄົງບໍ່ມີການກໍ່ສ້າງໄປເຖິງໜອງຄາຍເພື່ອເຊື່ອມຕໍ່ກັບທາງລົດໄຟ ຄວາມໄວສູງຂອງລາວ ທີ່ນະຄອນວຽງຈັນ ພາຍໃນ ປີ 2018 ຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມ ທ່ານນາງຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ກໍໄດ້ໃຫ້ການຢືນຢັນ
ຕໍ່ກອງປະຂຸມເສດຖະກິດໂລກ (World Economic Forum) ຄັ້ງທີ 21 ສໍາລັບເອເຊຍຕາ
ເວັນອອກ ທີ່ຈັດຂຶ້ນຢູ່ບາງກອກໃນເດືອນມິຖຸນາປີນີ້ວ່າ ລັດຖະບານໄທໄດ້ໃຫ້ຄວາມສໍາ ຄັນຢ່າງຍິ່ງ ຕໍ່ການເຊື່ອມຕໍ່ໃນດ້ານຄົມມະນາຄົນ-ຂົນສົ່ງດ້ວຍລົດໄຟຄວາມໄວສູງ ລະ
ຫວ່າງຈີນກັບອາຊ່ຽນ ໂດຍສະເພາະແມ່ນການເຊື່ອມຕໍ່ຈາກເມືອງຄູນໝິງຂອງຈີນ ມາຍັງ ນະຄອນວຽງຈັນ ຜ່ານໜອງຄາຍມາທີ່ບາງກອກນັ້ນ ຖືເປັນໂຄງການທີ່ສໍາຄັນຢ່າງຍິ່ງ ດັ່ງ ທີ່ທ່ານນາງຢິ່ງລັກ ໄດ້ຖະແຫຼງຢືນຢັນວ່າ:
ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ຈັບມືກັບທ່ານເຫວນ ເຈຍບາວ ນາຍົກລັດຖະມົນຕີ ຈີນ
ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ຈັບມືກັບທ່ານເຫວນ ເຈຍບາວ ນາຍົກລັດຖະມົນຕີ ຈີນ


ໂຄງການທີ່ສໍາຄັນນັ້ນກໍແມ່ນການກໍ່ສ້າງທາງລົດໄຟ
ທີ່ເຊື່ອມຕໍ່ໃນຂົງເຂດລຸ່ມແມ່ນໍ້າຂອງ ຊຶ່ງລວມເຖິງ
ໂຄງການກໍ່ສ້າງທາງລົດໄຟ ທີ່ເຊື່ອມຕໍ່ຈາກຄຸນໝິງ
ໄປເຖິງສິງກະໂປດ້ວຍລະບົບລົດໄຟຄວາມໄວສູງອີກ
ດ້ວຍ ແລະການເຊື່ອມຕໍ່ທາງລົດໄຟຄວາມໄວສູງຈາກ
ພາກຕາເວັນອອກສຽງເໜືອ ຫລືພາກອີສານຂອງໄທ
ໄປລາວ ແລະພາກໃຕ້ຂອງຈີນ."


ທັງນີ້ ໂດຍອິງຕາມແຜນການຂອງລັດຖະບານໄທ ທີ່ໄດ້ວາງເປົ້າ
ໝາຍໄວ້ວ່າ ຈະພັດທະນາລະບົບເສັ້ນທາງລົດໄຟຄວາມໄວສູງ ໃຫ້ໄດ້ຢ່າງສົມບູນແບບ ພາຍໃນປີ 2022 ຊຶ່ງລວມເຖິງການກໍ່ສ້າງທາງລົດໄຟຄວາມໄວສູງ ໃນເສັ້ນທາງບາງກອກ - ໂຄລາດ ໄປເຖິງໜອງຄາຍດ້ວຍນັ້ນ ຈຶ່ງໝາຍຄວາມວ່າທາງລົດໄຟຄວາມໄວສູງຂອງ ໄທ ຈະເຊື່ອມຕໍ່ກັບລາວຫຼັງຈາກທີ່ການກໍ່ສ້າງທາງລົດໄຟຄວາມໄວສູງໃນລາວໄດ້ສ້າງສໍາ ເລັດໄປແລ້ວເປັນເວລາເຖິງ 4 ປີນັ້ນເອງ.

ທັງນີ້ເນື່ອງຈາກວ່າທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາ
ທິການ ແລະຂົນສົ່ງຂອງລາວ ໄດ້ໃຫ້ການຢືນຢັນເມື່ອບໍ່ດົນມານີ້ວ່າ ການກໍ່ສ້າງທາງລົດ ໄຟຄວາມໄວສູງໃນລາວຈະເລີ່ມລົງມືໃນປີ 2013 ເພື່ອໃຫ້ສໍາເລັດ ແລະເປີດໃຊ້ຢ່າງເປັນ ທາງການພາຍໃນປີ 2018 ໂດຍໃນຂະນະທີ່ທາງການລາວກັບຈີນ ກໍກໍາລັງຢູ່ໃນຂັ້ນຕອນ ການເຈລະຈາກັນ ໃນລາຍລະອຽດກ່ຽວກັບສັນຍາກູ້ຢືມເງິນທຶນຈາກທະນາຄານການຄ້າ ຂາອອກ-ຂາເຂົ້າຂອງຈີນ ຊຶ່ງເຊື່ອວ່າ ຈະສາມາດຕົກລົງກັນໄດ້ໃນໝໍ່ໆນີ້.
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບ ທ່ານເຫວນ ເຈຍບາວ ນາຍົກລັດຖະມົນຕີ ຈີນ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ຈັບມືກັບ ທ່ານເຫວນ ເຈຍບາວ ນາຍົກລັດຖະມົນຕີ ຈີນ

ການກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່າວນີ້ ຈະຍຶດຖືຕາມການ
ສຶກສາແລະ ການອອກແບບກໍ່ສ້າງໂດຍບໍລິສັດທີ່ປຶກສາຈາກຈີນ ທີ່ໄດ້ດໍາເນີນການສໍາເລັດໂດຍ ສົມບູນແລ້ວແລະພາກສ່ວນທີ່ຈະ ເປັນຜູ້ຮັບເໝົາກໍ່ສ້າງນັ້ນກໍຈະເປັນບໍລິສັດຈາກຈີນ ເຊັ່ນດຽວກັນ.

ທັງນີ້ ອິງຕາມລາຍງານທີ່ທ່ານ ສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານດ້ານເສດຖະກິດຂອງ
ລາວ ໄດ້ຖະແຫຼງຕໍ່ກອງປະຊຸມສະ ໄໝວິສາມັນຂອງສະພາ
ແຫ່ງຊາດລາວຊຸດທີ 7 ທີ່ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນ
ທີ 18 ເດືອນຕຸລາທີ່ຜ່ານມານັ້ນ ກໍໄດ້ລະບຸວ່າການກູ້ຢືມເງິນ
ທຶນຈາກຈີນດັ່ງກ່າວຈະມີມູນຄ່າລວມເຖີງ 7,000 ລ້ານໂດລາ ໂດຍມີ​ເງື່ອນ​ໄຂ​ວ່າ​ລັດຖະ ບານ​ລາວ​ຈະ​ຕ້ອງ​ປະຕິບັດ​ຕາມ​ຢູ່ 4 ປະການດ້ວຍ​ກັນ​ ຄືການ​ສ້າງ​ຕັ້ງ​ບໍລິສັດຂຶ້ນມາ​ບໍລິ ຫານ​ ໂຄງການ​ ແລະ​ມີສະຖານະ​ເປັນ​ລູກ​ໜີ້​ຂອງ​ທະນາຄານ​ຈີນ ​ໂດຍ​ລັດຖະບານ​ລາວ​ຈະ​ຕ້ອງ​ຄໍ້າປະກັນເງິນ​ກູ້​ຢືມ​ທັງ 100% ພ້ອມ​ດອກ​ເບ້ຍ​ໃນ​ອັດຕາ 2% ຕໍ່​ປີ​ເປັນ​ເວລາ 30 ປີ​.

ພ້ອມ​ກັນ​ນີ້ ການ​ຄໍ້າປະກັນ​ເງິນ​ກູ້ ດັ່ງກ່າວ​ກໍ​ຍັງ​ລວມ​ເຖິງ​ລາຍ​ຮັບ​ແລະ​ຊັບ​ສິນ​ທັງ​ໝົດ​ໃນ​ໂຄງການ ຕະຫຼອດ​ຈົນ​ການທີ່​ລັດຖະບານ​ລາວ​ຍັງ​ຈະ​ຕ້ອງ​ຄໍ້າປະກັນ​ດ້ວຍ​ລາຍ​ຮັບ​ຈາກ​ບໍ່​ແຮ່ 2 ​ແຫ່ງ ທີ່​ເປັນ​ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ອີກ​ດ້ວຍ. ​ຊຶ່ງໃນ​ທີ່​ນີ້​ກໍ​ໝາຍ​ເຖິງ​ບໍ່​ແຮ່​ຄໍາ​ ແລະທອງ​ແດງ​ຢູ່​ເຊ​ໂປ​ນກັບ​ບໍ່​ແຮ່​ບ໊ອກ​ໄຊ້ຢູ່​ຈໍາປາ​ສັກ​ນັ້ນ​ເອງ.
XS
SM
MD
LG