ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທ ສະໜັບສະໜຸນ ຈີນ ທີ່ຈະ ຂະຫຍາຍ ເສັ້ນທາງເດີນເຮືອ ໃນແມ່ນ້ຳຂອງ


ລັດຖະບານໄທ ສະໜັບສະໜຸນແຜນການ ຂອງລັດຖະບານຈີນ ທີ່ຈະຂະຫຍາຍເສັ້ນທາງເດີນເຮືອ ໃນແມ່ນ້ຳຂອງ ດ້ວຍການລະເບີດແກ້ງຫິນ ອອກຈາກເສັ້ນທາງເດີນເຮືອ.
ລັດຖະບານໄທ ສະໜັບສະໜຸນແຜນການ ຂອງລັດຖະບານຈີນ ທີ່ຈະຂະຫຍາຍເສັ້ນທາງເດີນເຮືອ ໃນແມ່ນ້ຳຂອງ ດ້ວຍການລະເບີດແກ້ງຫິນ ອອກຈາກເສັ້ນທາງເດີນເຮືອ.

ລັດຖະບານໄທ ຕົກລົງໃຫ້ການສະໜັບສະໜຸນແຜນການ ຂອງລັດຖະບານຈີນ ທີ່ຈະ ຂະຫຍາຍເສັ້ນທາງເດີນເຮືອໃນແມ່ນ້ຳຂອງ ໄປເຖິງຫຼວງພະບາງ ດ້ວຍການລະເບີດ ແກ້ງຫິນອອກຈາກເສັ້ນທາງເດີນເຮືອ.

ກອງປະຊຸມຄະນະລັດຖະບານໄທ ໂດຍການເປັນປະທານ ຂອງພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແລະຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດໄທ ໄດ້ມີມະຕິເຫັນຊອບ ແລະໃຫ້ການສະໜັບສະໜຸນແຜນການ ຂອງລັດຖະບານຈີນ ກ່ຽວກັບ ການຂະຫຍາຍເສັ້ນທາງເດີນເຮືອ ໃນແມ່ນ້ຳຂອງ ທີ່ເລີ້ມຈາກເຂດສິບສອງ ພັນນາຂອງຈີນ ມາທີ່ເຂດສາມຫລ່ຽມຄຳ ລະຫວ່າງ ມຽນມາ-ໄທ-ລາວ ເພື່ອເຊື່ອມຕໍ່ ໄປໃຫ້ເຖິງ ຫລວງພະບາງ ຕາມຂໍ້ຕົກລົງ ລະຫວ່າງ 4 ປະເທດ ທີ່ໄດ້ລົງນາມຮ່ວມກັນ ນັບແຕ່ປີ 1992 ເປັນຕົ້ນມາແລ້ວນັ້ນ.

ຝັ່ງໄທ ຟາກຈັງຫວັດຊຽງແສນ ສາມາດແນມເຫັນໄດ້ ຈາກຝັ່ງລາວ ທີ່ແຂວງບໍ່ແກ້ວ
ຝັ່ງໄທ ຟາກຈັງຫວັດຊຽງແສນ ສາມາດແນມເຫັນໄດ້ ຈາກຝັ່ງລາວ ທີ່ແຂວງບໍ່ແກ້ວ

ໂດຍການເດີນເຮືອໃນແມ່ນ້ຳຂອງ ຕາມການຕົກລົງດັ່ງກ່າວ ປະກອບມີທ່າເຮືອ 14 ແຫ່ງດ້ວຍກັນ ແບ່ງເປັນ 4 ແຫ່ງໃນຈີນ 6 ແຫ່ງໃນລາວ 2 ແຫ່ງໃນມຽນມາ ແລະ 2 ແຫ່ງໃນໄທ ແຕ່ວ່າ ຈົນເຖິງປັດຈຸບັນນີ້ ການເດີນເຮືອກໍຍັງບໍ່ສາມາດເຊື່ອຕໍ່ໄປເຖິງ ທ່າເຮືອປາຍທາງ ທີ່ຫລວງພະບາງຂອງລາວໄດ້ເລີຍ ເນື່ອງຈາກຍັງມີແກ້ງຫິນ ຂະໜາດໃຫຍ່ ທີ່ຂວາງກັ້ນເສັ້ນທາງເດີນເຮືອທີ່ເປັນເຂດແດນ ໃນແມ່ນ້ຳຂອງ
ລະຫວ່າງ ແຂວງບໍ່ແກ້ວຂອງລາວ ກັບຈັງຫວັດຊຽງຣາຍຂອງໄທ ທີ່ຈະຕ້ອງເຄື່ອນ ຍ້າຍດ້ວຍການລະເບີດເທົ່ານັ້ນ ຫາກແຕ່ວ່າ ກໍຖືກຄັດຄ້ານ ຈາກເຄືອຂ່າຍອະນຸລັກ ແມ່ນ້ຳໃນເຂດລຸ່ມແມ່ນ້ຳ ມາໂດຍຕະຫຼອດ ເພາະຢ້ານວ່າ ຈະສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມທຳມະຊາດ ແລະສັດນ້ຳໃນເຂດຕອນລ່າງຂອງແມ່ນ້ຳຢ່າງຮຸນແຮງ ລວມເຖິງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ ຂອງປະຊາຊົນໃນຕະຫຼອດ 2 ຝັ່ງ ແມ່ນ້ຳຂອງອີກດ້ວຍ ດັ່ງທີ່ທ່ານທີຣະພົງ ໂພທິໝັ້ນ ຜູ້ອຳນວຍການເຄືອຂ່າຍ ອະນຸລັກແມ່ນ້ຳໃນເຂດລຸ່ມແມ່ນ້ຳຂອງ ໄດ້ຢືນຢັນເຖິງຜົນກະທົບທີ່ເກີດຂຶ້ນແລ້ວ ໃນເວລານີ້ ວ່າ:

“ການພັງທະລາຍຂອງຕະລິ່ງແຄມຝັ່ງແມ່ນ້ຳຂອງ ເກີດຂຶ້ນຢ່າງຊັດເຈນ ຢ່າງຊັດ
ເຈນ ໃນປະເທດໄທ ໃນພາກເໜືອ ແລ້ວກໍເຈັດຈັງຫວັດໃນພາກອີສານຂອງໄທ ແລ້ວກໍລວມທັງປະເທດລາວ ສວນຜັກ ຫຼືວ່າການກະເສດຕາມຝັ່ງແມ່ນ້ຳຂອງນັ້ນ ກໍຈະຖືກທຳລາຍໄປ ດ້ວຍ ແລ້ວກໍລວມໄປເຖິງບ້ານເຮືອນຂອງຊາວບ້ານ ທີ່ຢູ່
ແຄມຝັງ ກໍຈະຖືກພັງທະລາຍ ແລ້ວກໍຕ້ອງຍ້າຍໄປດ້ວຍ.”

ນອກຈາກນັ້ນ ເຄືອຂ່າຍອະນຸລັກແມ່ນ້ຳໃນເຂດລຸ່ມແມ່ນ້ຳຂອງ ຍັງໄດ້ຄັດຄ້ານ
ໂຄງການ ສ້າງເຂື່ອນໄຟຟ້າ ເທີງແນວແມ່ນ້ຳຂອງໃນເຂດລາວອີກດ້ວຍ ເຊັ່ນ ໂຄງການເຂື່ອນໄຊຍະບູລີ ໂຄງການເຂື່ອນດອນສະໂຮງ ແລະໂຄງການເຂື່ອນ
ປາກແບງ ທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນເວລານີ້ ຊຶ່ງທ່ານບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ກໍຢືນຢັນວ່າ ໂຄງການເຂື່ອນດອນສະໂຮງ ມີຜົນກະທົບ ຕໍ່ສະພາບແວດລ້ອມທຳມະຊາດ ໃນລະດັບຕ່ຳ ແລະມີປະຊາຊົນພຽງ 14 ຄອບຄົວ ເທົ່ານັ້ນ ທີ່ຈະຖືກຍົກຍ້າຍອອກໄປຈາກເຂດກໍ່ສ້າງ ໂດຍກຸ່ມຜູ້ລົງທຶນ ຈະປຸກເຮືອນຢູ່ ຢ່າງຖາວອນໃຫ້ ພ້ອມທັງສົ່ງເສີມວິຊາຊີບເພື່ອໃຫ້ປະຊາຊົນ ມີອາຊີບຄົງທີ່ ແລະ ມີລາຍຮັບທີ່ໝັ້ນຄົງອີກດ້ວຍ.

ທາງດ້ານທ່ານຫຸມພອນ ບຸລິຍະຜົນ ຕາງໜ້າບໍລິສັດຜູ້ພັດທະນາເຂື່ອນໄຟຟ້າ ດອນສະໂຮງ ຖະແຫລງວ່າ ໂຄງການເຂື່ອນດອນສະໂຮງ ເປັນການກໍ່ສ້າງເຂື່ອນ ກັ້ນນ້ຳຊົ່ວຄາວທີ່ຍາວ 400 ແມັດ ກວ້າງ 10 ແມັດ ໂດຍການກໍ່ສ້າງຈະສຳເລັດ ແລະ ເລີ້ມຜະລິດໄຟຟ້າໃນປີ 2019.

ໂຄງການເຂື່ອນດອນສະໂຮງເປັນການຮ່ວມລົງທຶນ ລະຫວ່າງ ບໍລິສັດ Mega First Corporation ຈາກປະເທດມາເລເຊຍ ກັບລັດວິສາຫະກິດໄຟຟ້າລາວ ດ້ວຍສັດສ່ວນ
80 ເປີເຊັນ ຕໍ່ 20 ເປີເຊັນ ຂອງມິນຄ່າການລົງທຶນທັງໝົດ 500 ລ້ານໂດລາ ໂດຍມີ ຂະໜາດກຳລັງຕິດຕັ້ງ 260 ເມກາວັດ ທີ່ສາມາດຜະລິດໄຟຟ້າໄດ້ ສະເລ່ຍ 2,028 ລ້ານກິໂລວັດ/ໂມງ/ປີ ໂດຍທັງໝົດຈະຕອບສະໜອງໃຫ້ແກ່ການຊົມໃຊ້ພາຍໃນລາວ.

ທາງການລາວ ໄດ້ວາງແຜນການທີ່ຈະກໍ່ສ້າງເຂື່ອນເທີງແນວແມ່ນ້ຳຂອງຈຳນວນ 9 ໂຄງການ ໂດຍທີ່ໄດ້ລົງມືກໍ່ສ້າງ ແລະຄືບໜ້າໄປແລ້ວກວ່າ 50 ເປີເຊັນ ຂອງແຜນການ ກໍຄືເຂື່ອນໄຊຍະບູລີ ແລະໂຄງການເຂື່ອນດອນສະໂຮງ ກໍຖືເປັນໂຄງການທີ 2 ທີ່ໄດ້ ເລີ້ມລົງມືກໍ່ສ້າງແລ້ວ ສ່ວນເຂື່ອນປາກແບງ ທີ່ຢູ່ໃນຂັ້ນຕອນຂອງການປຶກສາຫາລື ຮ່ວມກັນ ໃນຄະນະກຳມາທິການແມ່ນ້ຳຂອງ (MRC) ນັ້ນ ກໍຄາດວ່າ ຈະສາມາດລົງມື ກໍ່ສ້າງໄດ້ໃນໄຕມາດທີ 1 ຂອງປີ 2017 ຕໍ່ໄປ.

XS
SM
MD
LG