ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານໄທ ອາດຊະນະ ການທ້າທາຍ ດ້ານກົດໝາຍຕ່າງໆ ແຕ່ ເລື້ອງເສດຖະກິດ ກຳລັງປະຈັກໜ້າ


ນາ​ຍົກ​ລັດ​ຖະ​ມົນ​ຕີຂອງໄທ ທ່ານປ​ຣະ​ຢຸດ ຈັນ​ໂອ​ຊາ, ກາງ, ເດີນທາງໄປຮ່ວມການຖ່າຍຮູບ ກັບບັນດາສະມາຊິກ ຄະນະລັດຖະບານ ຊຸດໃໝ່ ຂອງໄທ ຢູ່ທີ່ ລັດຖະສະພາ ໃນນະຄອນຫຼວງ ບາງກອກ, ວັນທີ 16 ກໍລະກົດ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີຂອງໄທ ທ່ານປ​ຣະ​ຢຸດ ຈັນ​ໂອ​ຊາ, ກາງ, ເດີນທາງໄປຮ່ວມການຖ່າຍຮູບ ກັບບັນດາສະມາຊິກ ຄະນະລັດຖະບານ ຊຸດໃໝ່ ຂອງໄທ ຢູ່ທີ່ ລັດຖະສະພາ ໃນນະຄອນຫຼວງ ບາງກອກ, ວັນທີ 16 ກໍລະກົດ 2019.

ບໍ່​ເຖິງ​ສອງ​ເດືອນ​ໃນ​ການ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ລັດ​ຖະ​ບານ ຫຼັງ​ຈາກ ​ການປົກຄອງໂດຍ
​ທະ​ຫານ​ຂອງໄທ ແມ່ນ​ກຳ​ລັງຫຼົບຫຼີກ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ ທີ່ປະເຊີນໜ້າ​ເຂົາ​ເຈົ້າຢູ່ນັ້ນ,
ລວມ​ທັງຄວາມ​ວຸ່ຍ​ວາຍ​ທ​າງ​ການ​ເມືອງ​ທີ່​ເພີ່ມ​ຂຶ້ນ ກ່ຽວ​ກັບ ການບໍ່​ສາ​ມາດ​ໃຫ້​ຄຳ​ສາ​
ບານ​ເຂົ້າ​ຮັບ​ຕຳ​ແໜ່ງ​ຢ່າງ​ຄົບຖ້ວນ ຂອງ​ຄະ​ນະ​ລັດ​ຖະ​ມົນ​ຕີນັ້ນ.

ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ໄດ້​ເຮັດ​ໃຫ້​ຜູ້​ນຳ​ການ​ກໍ່​ລັດ​ຖະ​ປະ​ຫານ​
ໃນ​ປີ 2014, ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣະ​ຢຸດ ຈັນ​ໂອ​ຊາ ກັບ​ຄືນ​ສູ່​ຕຳ​ແໜ່ງ ທ່າມ​ກາງ​
ການ​ວິ​ພາກວິ​ຈານ​ຢ່າງກ​ວ້າງ​ຂວາງ ທີ່​ວ່າ​ລັດ​ຖະ​ບານ​ທະ​ຫານ​ຂອງ​ທ່ານ​ໄດ້​ຄວບ​ຄຸມ
​ການ​ແຂ່ງ​ຂັນ​ເພື່ອ​ສະ​ໜັບ​ສະ​ໜູນ​ທ່ານ. ສອງ​ເດືອນ​ຕໍ່​ມາ ປະ​ເທດ​ໄດ້​ແຕ່ງ​ຕັ້ງ ມະຫາ
ວະຈິ​ຣາ​ລົງ​ກອນ ​ເປັນເຈົ້າ​ຊີ​ວິດ​ຄົນ​ໃໝ່, ຜູ້​ທີ່​ໄດ້​ສືບ​ທອດ​ອຳ​ນາດ​ຢູ່​ໃນ​ວັງຫຼວງ ນັບ
​ຕັ້ງ​ແຕ່​ການ​ສິ້ນ​ພະ​ຊົນ​ຂອງ​ບິ​ດາ​ຂອງ​ເພິ່ນ, ເຈົ້າ​ຊີ​ວິດ ພູ​ມິ​ພົນ ອະ​ດຸນ​ຍະ​ເດດ ໃນ​ປີ
2016. ການ​ເຕີບ​ໂຕ​ຂອງ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ​ປະ​ເທດ​ໄດ້​ຕົກ​ລົງ​ຕ່ຳ​ທີ່​ສຸດ
ນັບ​ຕັ້ງ​ແຕ່​ມີ​ການ​ຈະ​ລາ​ຈົນ ​ເລັກ​ນ້ອຍ.

ບັນ​ດາ​ນັກ​ວິ​ເຄາະ​ຄາດ​ວ່າ ສານ​ຂອງ​ປະ​ເທດ​ຈະ​ຊ່ວຍ​ລັດ​ຖະ​ບານ​ໃໝ່​ຂອງ​ທ່ານ
ປ​ຣະ​ຢຸດ ຈາກ​ການ​ພັງ​ລົງ​ໄດ້. ເຂົາ​ເຈົ້າ​ເວົ້າ​ວ່າ, ເຖິງ​ແມ່ນ​ວ່າການ​ຕໍ່​ສູ້​ທີ່​ຍັ​ງ​ລໍ​ຖ້າ ​ຢູ່​ໃນ
​ສະ​ພາ​ຕ່ຳ​ໃນ​ອາ​ທິດ​ໜ້າ ກ່ຽວ​ກັບ ການ​ສາ​ບານ​ຕົນ​ທີ່ຜິດ​ພາດ​ນັ້ນ ອາດ​ເຮັດ​ໃຫ້​ພາບ
​ພົດ​ທີ່​ບໍ່​ດີ​ຢູ່​ແລ້ວ​ຂອງ​ເຂົາ​ເຈົ້າ​ບໍ່​ດີ​ຕື່ມ​ອີກ, ໂດຍ​ສະ​ເພາະ​ຖ້າ​ເສ​ດ​ຖະ​ກິດ​ຍັງ​ບໍ່​ໝັ້ນ​ຄົງ​
ຕໍ່​ໄປ.

ທ່ານ ພອ​ລ ແຊມ​ເບີ​ສ໌ (Paul Chambers) ນັກ​ວິ​ເຄາະ​ການ​ເມືອງ ແລະ ຜູ້​ບັນ​ຍາຍ
​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ນະ​ເຣ​ສວນ​ ຂອງ ໄທ ກ່າວ​ວ່າ “ດ້ວຍ​ການ​ຂັດ​ແຍ້ງ​ຄວາມ​ຖືກ
​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ລັດ​ຖະ​ບານ, ບັນ​ດາ​ພັກ​ຝ່າຍ​ຄ້ານ​ແມ່ນ “ກຳ​ລັງ​ພະ​ຍາ​ຍາມ​ທີ່
​ຈະ​ປຸກ​ປະ​ຊາ​ຊົນ ໄທ ຂຶ້ນຕໍ່​ເລື່ອງ​ທີ່​ວ່ານີ້ ບໍ່​ແມ່ນ​ປະ​ຊາ​ທິ​ປະ​ໄຕ, ນີ້​ແມ່ນ​ການ​ສືບ​ຕໍ່​ລັດ​
ຖະ​ບານ​ທະ​ຫານ​ດ້ວຍ​ຮູບ​ແບບ​ທີ່​ແຕກ​ຕ່າງ.

ໃນ​ພິ​ທີ​ສາ​ບານ​ຕົນ​ເມື່ອ​ວັ​ນ​ທີ 16 ກໍ​ລະ​ກົດ​ທີ່​ຜ່ານ​ມາ, ທ່ານ ປ​ຣະ​ຢຸດ ແລະ ລັດ​ຖະ​ມົນ-
​ຕີ 35 ຄົນ​ຂອງ​ທ່ານ ໄດ້​ລຽນ​ແຖວ​ກັນ​ຢູ່​ຕໍ່​ໜ້າ​ເຈົ້າ​ຊີ​ວິດ ແລະ ໄດ້​ໃຫ້ຄຳປະຕິ​ຍານ
​ຄວາມ​ຈົງ​ຮັກພັກ​ດີ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຍັງ​ໄດ້​ສາ​ບານ​ທີ່​ຈະ​ເຮັດ​ວຽກ​ເພື່ອ​ປະ​ຊາ​ຊົນ
ແລະປະ​ເທດ ແຕ່​ບໍ່​ໄດ້​ເວົ້າ​ສອງ​ສາມ​ຄຳ ໃນ​ການ​ສາ​ບານ​ຕົວ​ຢ່າງເປັນ​ທາງ​ການ​ຂອງ
​ເຂົາ​ເຈົ້າ, ເຊິ່ງ​ລວມ​ມີ​ການ​ປະ​ຕິ​ຍານ​ທີ່​ຈະ “ສະ​ໜັບ​ສະ​ໜູນ ແລະ ປະ​ຕິ​ບັດ​ຕາມ​ລັດ​
ຖະ​ທຳ​ມະ​ນູນ​ຂອງ ລາ​ຊະ​ອາ​ນາ​ຈັກ ໄທ ດ້ວຍ​ຄວາມ​ເຄົາ​ລົບ.”

ພັກ​ຝ່​າຍ​ຄ້າ​ເວົ້າ​ວ່າ ການ​ລະ​ເວັ້ນ​ຄຳ​ສາ​ບານ​ດັ່ງ​ກ່າວ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ສົງ​ໄສ​ໃໝ່
ກ່ຽວ​ກັບ ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ ປ​ຣະ​ຢຸດ ຕໍ່​ລະ​ບຽບ​ກົດ​ໝາຍ. ໃນ​ທິດ​ສະ​ດີ​ທີ່​ອາດ
​ຈະຕ່າວ​ປີ້ນ​ທຸກ​ຢ່າງ​ທີ່​ທ່ານ ແລະ ຄະ​ນະ​ລັດ​ຖະ​ມົນ​ຕີ​ຂອງ​ທ່ານ​ໄດ້​ເຮັດ ນັບ​ຕັ້ງ​ແຕ່
​ການ​ສາ​ບານ​ຕົນ ລວມ​ທັງ​ການ​ຮັບ​ຮອງ​ຮ່າງ​ງົບ​ປະ​ມານ​ປີ 2020 ແລະ ແຜນ​ການ​ກະ​
ຕຸ້ນ​ເສດ​ຖະ​ກິດ ຖ້າ​ສິດ​ທິ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ເຂົາ​ເຈົ້າ​ແມ່ນ​ຖື​ວ່າບໍ່​ຖືກ​ຕ້ອງ​
ຕາມ​ກົດ​ໝາຍໃນ​ທີ່​ສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG