ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທ ຈະໃຫ້ການຊ່ວຍເຫຼືອ ໃນທຸກດ້ານເພື່ອຊຸກຍູ້ໃຫ້ມີການເຈລະຈາ ແບບຫຼາຍຝ່າຍ ທີ່ແນໃສ່ການແກ້ໄຂບັນຫາຂັດແຍ້ງໃນມຽນມາ


ລັດຖະບານໄທ ໄດ້ຈັດສົ່ງເຂົ້າສານ-ອາຫານແຫ່ງ ແລະເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ ຈຳນວນ 20,000 ຊຸດ ເຂົ້າໄປໃນເຂດຊາຍແດນຂອງປະເທດມຽນມາ.
ລັດຖະບານໄທ ໄດ້ຈັດສົ່ງເຂົ້າສານ-ອາຫານແຫ່ງ ແລະເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ ຈຳນວນ 20,000 ຊຸດ ເຂົ້າໄປໃນເຂດຊາຍແດນຂອງປະເທດມຽນມາ.

ລັດຖະບານໄທ ຈະໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນທຸກດ້ານເພື່ອຊຸກຍູ້ໃຫ້ມີການເຈລະຈາແບບຫຼາຍຝ່າຍ ທີ່ແນໃສ່ການແກ້ໄຂບັນຫາຂັດແຍ້ງທາງການເມືອງ ແລະການສ້າງສັນຕິພາບໃນປະເທດມຽນມາ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສີຫສັກ ພວງເກດແກ້ວ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຂອງໄທ ໃຫ້ການຢືນຢັນວ່າ ການຊ່ວຍເຫຼືອດ້ານມະນຸດສະທຳທີ່ລັດຖະບານໄທ ຈັດສົ່ງໃຫ້ແກ່ປະຊາຊົນມຽນມາຜູ້ທີ່ໄດ້ຮັບຜົນກະທົບຈາກຄວາມຂັດແຍ້ງທາງການເມືອງໃນມຽນມາ ເມື່ອວັນທີ 25 ມີນາ 2024 ນັ້ນ ຖືເປັນການໃຫ້ການຊ່ວຍເຫຼືອຄັ້ງທີ 1 ສຳລັບປະຊາຊົນຊາວມຽນມາ 20,000 ຄົນ ແລະຍັງຈະມີການຈັດສົ່ງການຊ່ວຍເຫຼືອຄັ້ງຕໍ່ໄປໃນໄວໆນີ້ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ຖືເປັນ 1 ໃນສັນທາມະຕິ 5 ຂໍ້ຂອງອາຊຽນທີ່ວ່າດ້ວຍການແກ້ໄຂບັນຫາຂັດແຍ້ງໃນມຽນມາ ທີ່ລັດຖະບານໄທ ເປັນພາກສ່ວນຮັບຜິດຊອບດຳເນີນການແລະໄດ້ຮັບການເຫັນຊອບຈາກທຸກຝ່າຍທີ່ລວມເຖິງລັດຖະລານທະຫານມຽນມາດ້ວຍ ສະນັ້ນ ຈຶ່ງຖືເປັນການເລີ້ມຕົ້ນໃນການແກ້ໄຂບັນຫາໃນມຽນມາໄດ້ຢ່າງເປັນຮູບປະທຳຄັ້ງທຳອິດນັບແຕ່ປີ 2021 ເປັນຕົນມາ ຊຶ່ງລັດຖະບານໄທ ກໍຍັງຈະສືບຕໍ່ການໃຫ້ການຊ່ວຍເຫຼືອດັ່ງກ່າວນີ້ ເພື່ອທີ່ຈະນຳໄປສູ່ການສະໜັບສະໜຸນໃຫ້ມີການເຈລະຈາສັນຕິພາບແບບຫຼາຍຝ່າຍໃນມຽນມາ ໃຫ້ໄດ້ໄວທີ່ສຸດ ໂດຍລັດຖະບານໄທ ຈະໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນທຸກດ້ານໃນຖານະທີ່ເປັນປະທານຂອງອາຊຽນໃນຕະຫຼອດປີ 2024 ນີ້ດ້ວຍ ດັ່ງທີ່ ທ່ານ ສີຫສັກ ໄດ້ໃຫ້ການຢືນຢັນວ່າ:

“ເຖິງແມ່ນການດຳເນີນການນີ້ ເປັນການດຳເນີນການ 2 ຝ່າຍກັບລັດຖະບານມຽນມານີ້ ແຕ່ສິ່ງທີ່ເຮົາເຮັດກໍໄດ້ຮັບການສະໜັບສະໜຸນຈາກລັດຖະມົນຕີຕ່າງປະເທດອາຊຽນທຸກປະເທດ ຂ້າພະເຈົ້າກໍພົບກັບ ທ່ານທູດ ອະລຸນແກ້ວ ຊຶ່ງມີຕຳແໜ່ງເປັນຜູ້ແທນພິເສດເລື້ອງມຽນມາຂອງອາຊຽນ ກໍໄດ້ລົມກັນ ທ່ານກໍສະໜັບສະໜຸນຍິນດີທີ່ເຮົາສາມາດປະຕິບັດການດ້ວຍຄວາມສຳເລັດ ເພາະປະເທດໄທ ໜິ ກໍເພື່ອສະໜັບສະໜຸນອາຊຽນ ແລະເຮົາກໍພ້ອມທີ່ຈະສະໜັບສະໜຸນປະທານອາຊຽນ ແລ້ວກໍການເຮັດໜ້າທີ່ຂອງຜູ້ແທນພິເສດຂອງອາຊຽນ.”

ທັງນີ້ ໂດຍລັດຖະບານໄທ ໄດ້ຈັດສົ່ງເຂົ້າສານ-ອາຫານແຫ່ງ ແລະເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ ຈຳນວນ 20,000 ຊຸດ ເຂົ້າໄປໃນເຂດຊາຍແດນຂອງປະເທດມຽນມາທີ່ເມືອງເມຍວະດີ ເຂດລັດກະຫຼ່ຽງ ທີ່ຕັ້ງຢູ່ກົງກັນຂ້າມກັບເຂດອຳເພີແມ່ສອດ ຈັງຫວັດຕາກຂອງໄທ ທີ່ມີການປະທະກັນດ້ວຍກຳລັງອາວຸດ ເກີດຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ເດືອນກຸມພາ 2021 ເປັນຕົ້ນມາ.

ໂດຍການຊ່ວຍເຫຼືອດັ່ງກ່າວ ເປັນໄປຕາມມະຕິຕົກລົງຈາກກອງປະຊຸມລັດຖະມົນຕີວ່າການຕ່າງປະເທດຂອງອາຊຽນ ທີ່ນະຄອນຫຼວງພະບາງໃນຊ່ວງວັນທີ 28-29 ມັງກອນ 2024 ຜ່ານມາ ຊຶ່ງໄດ້ໃຫ້ຄວາມສຳຄັນເປັນພິເສດໃນການຮ່ວມມືກັນເພື່ອແກ້ໄຂບັນຫາຂັດແຍ້ງທາງການເມືອງໃນມຽນມາ ດ້ວຍການຈັດຕັ້ງປະຕິບັດຕາມສັນທາມະຕິ 5 ຂໍ້ທີ່ໄດ້ກຳນົດໃນກອງປະຊຸມວາລະພິເສດຂອງຜູ້ນຳອາຊຽນ ຢູ່ທີ່ນະຄອນຈາກາຕາ ອິນໂດເນເຊຍ ເມື່ອເດືອນເມສາ 2021 ນັ້ນ ຊຶ່ງການຊ່ວຍເຫຼືອດ້ານມະນຸດສະທຳແກ່ຊາວມຽນມາ ກໍຄື 1 ໃນສັນທາມະຕິ 5 ຂໍ້ດັ່ງກ່າວ ແຕ່ເນື່ອງຈາກວ່າ ການແກ້ໄຂຄວາມຂັດແຍ້ງທາງການເມືອງໃນມຽນມາ ໃນໄລຍະທີ່ຜ່ານມາ ໄດ້ດຳເນີນໄປຢ່າງຊັກຊ້າ ຈຶ່ງເຮັດໃຫ້ລັດຖະບານໄທ ຕ້ອງສະແດງບົດບາດຫຼາຍຂຶ້ນ ເພາະໄດ້ຮັບຜົນກະທົບໂດຍກົງຈາກຄວາມຂັດແຍ້ງໃນມຽນມາ ດັ່ງທີ່ສະມາຊິກສະພາໄທ ໄດ້ໃຫ້ການຢືນຢັນວ່າ:

“ຕ້ອງຍອມຮັບວ່າ ການປ່ອຍໄປເລື້ອຍໆແບບນີ້ ບໍ່ສົ່ງຜົນດີຕໍ່ປະເທດໄທ ແລ້ວນີ້ຄືຜົນປະໂຫຍດຂອງປະເທດໄທ ທີ່ເຮົາຕ້ອງເຂົ້າໄປເບິ່ງໄດ້ແລ້ວ ແຕ່ຕ້ອງຍອມຮັບວ່າ ກົດໝາຍລະຫວ່າງປະເທດ ນີ້ນະ ການທີ່ເຮົາຈະເຂົ້າໄປແຊກແຊງຫັ້ນ ມັນກໍອາດຈະມີຄວາມອ່ອນໄຫວ ມີຄວາມລະອຽດອ່ອນໃນເລື້ອງນີ້ດ້ວຍ ດັ່ງນັ້ນເນາະ ຄົງຕ້ອງຫາຈຸດທີ່ມັນພໍດີ ທີ່ຈະເຮັດຈັ່ງໃດ ໃຫ້ບໍ່ລະເມີດໃນເລື້ອງຂອງຄວາມສຳພັນລະຫວ່າງປະເທດ ຂ້າພະເຈົ້ຮເຊື່ອວ່າ ປະເທດໄທທີ່ມີພົມແດນເຊື່ອມກັບມຽນມາ 2,401 ກິໂລແມັດຫັ້ນ ເຮົາກໍໜ້າຈະມີສັກກະຍະພາບໃນການປະສານທາງການແດ່ ປະສານຢ່າງລັບໆແດ່ ແຕ່ວ່າບາງຄັ້ງມັນກໍໄດ້ຜົນ ແຕ່ຂ້າພະເຈົ້າເຊື່ອວ່າ ປະເທດໄທ ມີສັກກະຍະພາບ.”

ທັງນີ້ ສັນທາມະຕິ 5 ຂໍ້ດັ່ງກ່າວ ປະກອບດ້ວຍ ການຢຸດຢັ້ງກນໃຊ້ຄວາມຮຸນແຮງໃນທັນທີ ການຈັດໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງເຈລະຈາກັນຢ່າງສັນຕິ ການໃຫ້ຜູ້ແທນພິເສດຂອງອາຊຽນເປັນຜູ້ປະສານງານການເຈລະຈາ ການຊ່ວຍເຫຼືອໃນດ້ານມະນຸດຊະທຳໃນມຽນມາ ຜ່ານສູນປະສານງານກ່ຽວກັບການຈັດການໄພພິບັດຂອງອາຊຽນ ແລະການອະນຸຍາດໃຫ້ຜູ້ແທນພິເສດອາຊຽນພົບປະກັບທຸກຝ່າຍທີ່ກ່ຽວຂ້ອງໃນມຽນມາໄດ້ຢ່າງອິດສະຫຼະ ຊຶ່ງລັດຖະບານລາວ ໃນຖານະປະທານຂອງອາຊຽນ ໄດ້ແຕ່ງຕັ້ງ ທ່ານອະລຸນແກ້ ກິດຕິຄຸນ ເປັນທູດພິເສດຂອງອາຊຽນ ແລະໄດ້ເດີນທາງເຂົ້າພົບ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ນຳລັດຖະບານທະຫານມຽນມາ ທີ່ນະຄອນຫຼວງເນປີດໍ ເມື່ອເດືອນມັງກອນ 2024.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG