ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ວາງແຜນການພັດທະນາປະເທດ ໃຫ້ເປັນສູນກາງການເຊື່ອມຕໍ່ການຄົມມະນາຄົມແລະຂົນສົ່ງ ຂອງອາຊຽນ


ພິທີເລີ້ມການກໍ່ສ້າງໂຄງການຮ່ວມມືລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ແລະສາທາລະນະລັດປະຊາຊົນຈີນ ຂອງທາງລົດໄຟຄວາມໄວສູງ ຈາກບາງກອກຫາໜອງຄາຍ.
ພິທີເລີ້ມການກໍ່ສ້າງໂຄງການຮ່ວມມືລະຫວ່າງລັດຖະບານແຫ່ງຣາຊະອານາຈັກໄທ ແລະສາທາລະນະລັດປະຊາຊົນຈີນ ຂອງທາງລົດໄຟຄວາມໄວສູງ ຈາກບາງກອກຫາໜອງຄາຍ.

ລັດຖະບານໄທ ວາງແຜນການພັດທະນາປະເທດໄທ ໃຫ້ເປັນສູນກາງການເຊື່ອມຕໍ່ການຄົມມະນາຄົມແລະຂົນສົ່ງຂອງອາຊຽນກັບລະບົບໂຄງຂ່າຍໃນແຜນການນຶ່ງແລວ-ນຶ່ງເສັ້ນທາງຂອງຈີນ ໃນປີ 2029 ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສັກສະຢາມ ຊິດຊອບ ລັດຖະມົນຕີກະຊວງຄົມມະນາຄົມໄທ ຖະແຫລງວ່າ ຄະນະກຳມະການເພື່ອຄວາມຮ່ວມມືດ້ານລົດໄຟລະຫວ່າງໄທກັບຈີນ ໄດ້ຕົກລົງຮ່ວມກັນວ່າ ຈະຈັດໃຫ້ມີກອງປະຊຸມ 3 ຝ່າຍລະຫວ່າງ ລາວ-ຈີນ-ໄທ ໃຫ້ໄດ້ໄວທີ່ສຸດ ເພື່ອຮ່ວມກັນສ້າງຕັ້ງຄະນະປະຕິບັດງານຮ່ວມ 3 ຝ່າຍ ເພື່ອຮັບຜິດຊອບການປະສານງານກັນຢ່າງໃກ້ຊິດ ໂດຍແນໃສ່ການຮັບປະກັນໃຫ້ໄດ້ວ່າ ການດຳເນີນງານຮ່ວມກັນໄດ້ເປັນໄປຕາມແຜນການທີ່ວາງໄວ້ໃນທຸກດ້ານ ໂດຍສະເພາະແມ່ນການເຊື່ອມຕໍ່ທາງລົດໄຟ ລາວ-ຈີນ-ໄທ ໃຫ້ໄດ້ຕາມແຜນການແລະເປົ້າໝາຍທີ່ວາງໄວ້ໃນປີ 2029 ນັ້ນ.

ໂດຍການກໍ່ສ້າງທາງລົດໄຟຄວາມໄວສູງໃນໄທເພື່ອເຊື່ອມຕໍ່ລາວແລະຈີນ ຈະສຳ ເລັດແລະເລີ້ມການເດີນລົດໄຟໄດ້ ໃນປີ 2029 ທີ່ເຊື່ອມຕໍ່ຈາກເມືອງຄຸນໝິງໃນແຂວງຢູນໜານຂອງຈີນ ກັບນະຄອນວຽງຈັນແລະບາງກອກ ໂດຍການກໍ່ສ້າງທາງລົດໄຟໃນໄທ ໄດ້ແບ່ງເປັນ 2 ໄລຍະ ກໍຄື ໄລຍະທີ 1 ທີ່ກຳລັງກໍ່ສ້າງໃນປັດຈຸບັນນີ້ ເປັນການເຊື່ອມຕໍ່ຈາກບາງກອກ-ນະຄອນຣາຊະສີມາ (ໂຄຣາດ) ສ່ວນໄລຍະທີ 2 ຈະເປັນການເຊື່ອມຕໍ່ຈາກໂຄຣາດ-ໜອງຄາຍ ແລະກໍ່ສ້າງຂົວຂ້າມນ້ຳຂອງໄປເຊື່ອມຕໍ່ກັບນະຄອນວຽງຈັນ ຊຶ່ງຖືເປັນພາກສ່ວນນຶ່ງໃນແຜນການພັດທະນາປະເທດໄທ ໃຫ້ເປັນສູນກາງການເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງຢ່າງຄົບວົງຈອນຂອງອາຊຽນກັບລະບົບໂຄງຂ່າຍໃນແຜນການ ນຶ່ງແລວ-ນຶ່ງເສັ້ນທາງ (BRI) ຂອງລັດຖະບານຈີນໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ ທ່ານສັກສະຢາມ ໄດ້ໃຫ້ການຢືນຢັນວ່າ:

“ເຮົາກໍຈະມີການສ້າງຈາກເໜືອລົງໃຕ້ 3 ເສັ້ນທາງດ້ວຍກັນ ເສັ້ນທາງທຳອິດ ກໍຈະມາຈາກຈັງຫວັດຊຽງຣາຍ ໄປຍັງສົງຂລາ ເສັ້ນທາງທີ 2 ກໍຈະເປັນລະຫວ່າງຈັງຫວັດໜອງຄາຍ ມາຍັງແຫຼມສະບັງ ຊຶ່ງບ່ອນນີ້ໜິ ເປັນໂຄງການທີ່ຈະສ້າງລົດໄຟຄວາມໄວສູງໄທກັບຈີນ ສ່ວນແລວທີ 3 ກໍຄືຈາກຈັງຫວັດບຶງການມາຍັງຈັງຫວັດສຸຣິນ ຊຶ່ງບ່ອນນີ້ໜິ ບຶງການ ຂະນະນີ້ ມີການກໍ່ສ້າງຂົວຂ້າມໄປຍັງແຂວງບໍລິຄຳໄຊ ສ່ວນແລວທີ່ຈະເຊື່ອມຈາກທິດຕາເວັນຕົກໄປຍັງທິດຕາເວັນອອກ ກໍຈະມີ 6 ແລວດ້ວຍກັນ ຈະເປັນການວາງພື້ນຖານໃນການທີ່ຈະສ້າງປະເທດໄທ ໃຫ້ເປັນສູນກາງຂອງອາຊຽນ.”

ທັງນີ້ ການກໍ່ສ້າງທາງລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ ຈາກບາງກອກ-ໂຄຣາດ-ໜອງຄາຍດັ່ງກ່າວ ມີໄລຍະທາງລວມ 608 ກິໂລແມັດ ໂດຍລັດຖະບານໄທລົງ ທຶນ 100 ເປີເຊັນກໍຄືຫຼາຍກວ່າ 13,000 ລ້ານໂດລາ ແລະວ່າຈ້າງກຸ່ມບໍລິສັດລົດໄຟແຫ່ງປະເທດຈີນ ເປັນທີ່ປຶກສາໃນໂຄງການ ໂດຍໄລຍະທີ 1 ຈາກບາງ ກອກ ມາຍັງໂຄຣາດນັ້ນ ມີກຳນົດກໍ່ສ້າງແລ້ວສຳເລັດໃນປີ 2026 ສ່ວນໄລຍະທີ 2 ຈາກໂຄຣາດມາໜອງຄາຍ ທີ່ລວມເຖິງການກໍ່ສ້າງຂົວຂ້າມນ້ຳຂອງມາທີ່ນະຄອນວຽງຈັນດ້ວຍນັ້ນ ມີກຳນົດແລ້ວສຳເລັດໃນປີ 2029.

ສ່ວນທາງລົດໄຟ ລາວ-ຈີນ ໃນລາວ ກໍເປັນພາກສ່ວນນຶ່ງ ໃນແຜນການ BRI ຂອງຈີນດ້ວຍເຊັ່ນກັນ ໂດຍລັດຖະບານ ລາວ-ຈີນ ໄດ້ມອບໝາຍໃຫ້ລັດວິສາຫະກິດລົດໄຟ 2 ຝ່າຍຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນລົດໄຟ ລາວ-ຈີນ ຂຶ້ນມາຮັບຜິດຊອບບໍລິຫານ ໂຄງການທັງໝົດ ໂດຍຝ່າຍລາວກັບຈີນ ຮ່ວມທຶນໃນສັດ ສ່ວນ 30 ເປີເຊັນຕໍ່ 70 ເປີເຊັນຂອງມູນຄ່າລົງທຶນລວມ 37,450 ລ້ານຢວນ ໃນນີ້ແບ່ງເປັນທຶນເລີ້ມຕົ້ນ 40 ເປີເຊັນ ທີ່ລັດວິສາຫະກິດລົດໄຟ ລາວ-ຈີນ ຮັບຜິດ ຊອບຮ່ວມກັນ ສ່ວນອີກ 60 ເປີເຊັນນັ້ນ ກໍຮັບຜິດຊອບໂດຍບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ທີ່ໄດ້ກູ້ຢືມຈາກທະນາຄານຂອງລັດຖະບານຈີນ.

ພາຍໃຕ້ການຕົກລົງດັ່ງກ່າວ ລັດວິສາຫະກິດລົດໄຟລາວ ກູ້ຢືມຈາກທະນາຄານຈີນ ເພື່ອປະກອບສ່ວນເປັນທຶນເລີ້ມຕົ້ນ 40 ເປີເຊັນ ໃນມູນຄ່າ 4,494 ລ້ານ ຢວນກັບຝ່າຍຈີນ ປະກອບສ່ວນ 10,486 ລ້ານຢວນ ສ່ວນບໍລິສັດທາງລົດໄຟ ລາວ-ຈີນ ທີ່ຮັບຜິດຊອບທຶນ 60 ເປີເຊັນ ຫຼື 22,470 ລ້ານຢວນນັ້ນ ກໍປະກອບມີ 4 ຂາຮຸ້ນ ຄືບໍລິສັດລົງທຶນລົດໄຟບໍ່ຫານ-ວຽງຈັນ (ຈີນ) 40 ເປີເຊັນ ລັດວິສາຫະກິດລົດໄຟແຫ່ງຊາດລາວ 30 ເປີເຊັນ ກຸ່ມບໍລິສັດລົງທຶນແຫ່ງຊາດຈີນ 20 ເປີເຊັນ ແລະກຸ່ມບໍລິສັດລົງທຶນແຂວງຢຸນນານ 10 ເປີເຊັນ ຕາມລຳດັບ.

ທັງນີ້ ໂດຍບັນດາບໍລິສັດຈາກຈີນ ກໍຍັງເປັນກຸ່ມລົງທຶນລາຍໃຫຍ່ທີ່ຄຸມສຳປະທານໂຄງການຕ່າງໆ ໃນຕະຫຼອດເສັ້ນທາງລົດໄຟ ລາວ-ຈີນ ໃນລາວຫຼາຍທີ່ສຸດດ້ວຍ ນັບແຕ່ດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ມາເຖິງນະຄອນວຽງຈັນ ເຊັ່ງໂຄງການພັດ ທະນາເມືອງໃໝ່ວັງວຽງ ແຂວງວຽງຈັນ ທີ່ຈະລົງທຶນ 5,000 ລ້ານໂດລາ ເພື່ອພັດທະນາເມືອງໃໝ່ ຢູ່ຝັ່ງຕາເວັນຕົກຂອງນ້ຳຊອງ ບົນພື້ນທີ່ສຳປະທານ 7,000 ເຮັກຕາ ໃຫ້ເປັນເຂດທ່ອງທ່ຽວຄົບວົງຈອນ ທີ່ດຶງດູດເອົານັກທ່ອງທ່ຽວຈີນໃຫ້ໄດ້ 9 ລ້ານຄົນຕໍ່ປີ ນອກຈາກນັ້ນ ບັນດາບໍລິສັດຈີນ ຍັງເປັນຜູ້ລົງທຶນພັດທະນາດ້ານ Logistics ໃນຕະຫຼອດເສັ້ນທາງລົດໄຟ ລາວ-ຈີນ ໃນລາວອີກດ້ວຍ.

XS
SM
MD
LG