ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວຢືນຢັນ ຂ່າວການຈັບ ຫົວໜ້າແກ້ງຢາເສບຕິດມຽນມາ


ທ່ານ ຊົ່ງເທົາ, ຜູ່ຊ່ວຍລັດຖະມົນຕີວ່າການຕ່າງປະເທດຈີນ ພົບປະກັບນັກການທູດຈາກມຽນມາ, ລາວ ແລະໄທ ຢູ່ທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ່ 13 ຕຸລາ, 2011.
ທ່ານ ຊົ່ງເທົາ, ຜູ່ຊ່ວຍລັດຖະມົນຕີວ່າການຕ່າງປະເທດຈີນ ພົບປະກັບນັກການທູດຈາກມຽນມາ, ລາວ ແລະໄທ ຢູ່ທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ່ 13 ຕຸລາ, 2011.

ລັດຖະມົນຕີການຕ່າງປະເທດໄທລະບຸວ່າ ທາງການລາວໄດ້ໃຫ້ການຢືນຢັນແລ້ວວ່າ ສາມາດຈັບກຸມຫົວໜ້າແກ້ງຄ້າຢາເສບຕິດ ທີ່ລົງມືສັງຫານລູກເຮືອຈີນ 13 ຄົນໃນເຂດ ສາມຫລ່ຽມຄໍາ ເມື່ອປີກາຍນີ້ ໄດ້ແລ້ວ.

ທ່ານສຸຣະພົງ ໂຕວິຈັກໄຊກຸລ ລັດຖະມົນຕີການຕ່າງປະເທດຂອງໄທໄດ້ຢືນຢັນວ່າທາງ
ການລາວສາມາດຈັບກຸມ ທ້າວໜໍ່ຄໍາ ຫົວໜ້າກອງກໍາລັງຕິດອາວຸດຊາວໄທໃຫຍ່ສັນ
ຊາດພະມ້າ ທີ່ລັກລອບຄ້າຢາເສບຕິດ ຢູ່ໃນເຂດສາມຫລ່ຽມຄໍາ ໄດ້ໃນຊ່ວງທ້າຍ
ເດືອນເມສາທີ່ຜ່ານມາ. ໃນຂະນະນີ້ ທາງການລາວ ແລະຈີນກໍກໍາລັງຮ່ວມກັນສອບ
ສວນຜູ້ກ່ຽວ ຢູ່ສະຖານກັກຂັງແຫ່ງນຶ່ງ ໃນເຂດນະຄອນວຽງຈັນ.

ທ່ານສຸຣະພົງ ໂຕວິຈັກໄຊກຸລ ລັດຖະມົນຕີການຕ່າງປະເທດຂອງໄທ
ທ່ານສຸຣະພົງ ໂຕວິຈັກໄຊກຸລ ລັດຖະມົນຕີການຕ່າງປະເທດຂອງໄທ

ທັງນີ້ ເນື່ອງຈາກວ່າ
ທາງການລາວ ແລະ
ຈີນ ຮວມທັງພະມ້າ
ແລະໄທອີກດ້ວຍນັ້ນ
ຕ່າງກໍສົງໃສວ່າທ້າວ
ໜໍ່ຄໍາ ແລະລູກນ້ອງ
ອີກຫລາຍສິບຄົນໄດ້
ຮ່ວມກັນລົງມືສັງຫານ
ລູກເຮືອຂົນສົ່ງສິນຄ້າ
ຂອງຈີນ ຈໍານວນ 13
ສົບ ເມື່ອຕົ້ນເດືອນຕຸລາ
2011 ແລະກໍເປັນເຫດໃຫ້ທາງການໄທ ໄດ້ປະຕິບັດການດ້ວຍກໍາລັງອາວຸດເຂົ້າສະ
ກັດຈັບເຮືອຂົນສົ່ງສິນຄ້າຂອງຈີນ 2 ລໍາ ເພາະສົງໃສວ່າ ໄດ້ລັກລອບຂົນສົ່ງຢາເສບ
ຕິດນັ້ນເອງ.

ທ້າວໜໍ່ຄໍາ ຫົວໜ້າກອງກໍາລັງຕິດອາວຸດ ທີ່ຖືກຈັບໃນທ້າຍເດືອນ ເມສາ, 2012
ທ້າວໜໍ່ຄໍາ ຫົວໜ້າກອງກໍາລັງຕິດອາວຸດ ທີ່ຖືກຈັບໃນທ້າຍເດືອນ ເມສາ, 2012

ໃນຂະນະທີ່ກໍາລັງທະຫານໄດ້ເຂົ້າ
ຄວບຄຸມເຮືອຂົນສົ່ງສິນຄ້າທັງ 2
ລໍາດັ່ງກ່າວນັ້ນ ກໍໄດ້ກວດພົບຢາ
ບ້າເກືອບ 9 ລ້ານເມັດ ຊຶ່ງພາຍ
ຫຼັງທີ່ໄດ້ສືບສວນໃນທາງລັບແລ້ວ
ນັ້ນ ທາງການໄທກໍຍັງພົບອີກ
ດ້ວຍວ່າ ມີກອງກໍາລັງຕິດອາວຸດ
ທີ່ຢູ່ເຂດສາມຫຼ່ຽມຄໍາ 2 ກຸ່ມ
ໃຫຍ່ທີ່ຂັດແຍ້ງຜົນປະໂຫຍດຈາກ
ການຄ້າຢາເສບຕິດ ເຊິ່ງກໍຄືກຸ່ມ
ຕິດອາວຸດຂອງທ້າວ ໜໍ່ຄໍາ ອາ
ດີດມືຂວາຂອງຂຸນສ່າ ລາຊາ
ຄ້າຢາເສບຕິດຂອງໂລກ ກັບກຸ່ມ
ຕິດອາວຸດຊົນຊາດວ້າ ພາຍໃຕ້ການນໍາພາຂອງ ຈ້າວເຫວີ່ຍ ແລະທັງສອງກຸ່ມດັ່ງກ່າວ
ນີ້ ກໍຍັງເປັນ ກຸ່ມກອງກໍາລັງອິດສະຫຼະທີ່ລັດຖະບານທະຫານພະມ້າບໍ່ສາມາດຄວບຄຸມ
ໄດ້ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ເຫດການທີ່ເກີດຂຶ້ນດັ່ງກ່າວເຮັດໃຫ້ລູກເຮືອຂົນສົ່ງສິນ
ຄ້າຂອງຈີນຕ້ອງເສຍຊີວິດໄປອີກເຖິງ 13 ຄົນ ແລະທັງຍັງເປັນເຫດການ ທີ່ເກີດຂຶ້ນໃນເຂດ ຕິດຕໍ່ຊາຍແດນໃນແມ່ນໍ້າຂອງ ທີ່ສາມຫລ່ຽມຄໍາລະຫວ່າງມຽນມາ, ລາວ ແລະໄທອີກ
ດ້ວຍນັ້ນ ຈຶ່ງເຮັດໃຫ້ທາງການຈີນ ໂດຍທ່ານຊົ່ງ ເທົາ, ຜູ່ຊ່ວຍລັດຖະມົນຕີວ່າການຕ່າງປະ
ເທດຂອງຈີນ ໄດ້ພົບປະເປັນກໍລະນີພິເສດ ກັບນັກການທູດຈາກມຽນມາ, ລາວ ແລະໄທ
ຢູ່ທີ່ນະຄອນຫຼວງປັກກິ່ງ ເມື່ອກາງເດືອນຕຸລາປີກາຍນີ້ ເພື່ອຮຽກຮ້ອງໃຫ້ທາງການຂອງ
ທັງ3 ປະເທດ ໃຫ້ການຮ່ວມມືກັບທາງກຸງປັກກິ່ງ ໃນການສືບສວນສອບສວນຫາຄວາມ
ຈິງຂອງເຫດການທີ່ເກີດຂຶ້ນໃຫ້ໄດ້ໄວທີ່ສຸດ.

ເຮືອຂອງຕໍາຫຼວດທາງນໍ້າຈີນໃຫ້ການຄຸ້ມຄອງເຮືອຂົນສົ່ງສິນຄ້າ 28 ລໍາ, ໃນລະຫວ່າງເດີນເຮືອກັບຄືນຈີນໃນເດືອນຕຸລາ 2011
ເຮືອຂອງຕໍາຫຼວດທາງນໍ້າຈີນໃຫ້ການຄຸ້ມຄອງເຮືອຂົນສົ່ງສິນຄ້າ 28 ລໍາ, ໃນລະຫວ່າງເດີນເຮືອກັບຄືນຈີນໃນເດືອນຕຸລາ 2011

ທັ້ງນີ້ ທາງການຈີນ ໄດ້ຈັດສົ່ງ
ຄະນະເຈົ້າໜ້າທີ່ມາປະສານ
ງານຮ່ວມກັບຄະນະເຈົ້າໜ້າທີ່
ຂອງທາງການມຽນມາ, ລາວ
ແລະໄທ ນັບຕັ້ງແຕ່ວັນທີ 15
ຕຸລາເປັນຕົ້ນມາແລ້ວ,​ ພ້ອມກັນ
ນັ້ນ ກໍຍັງໄດ້ຈັດສົ່ງກໍາລັງຕໍາ
ຫຼວດທາງນໍ້າ ຈາກມົນທົນຢູ
ນານ ເພື່ອໃຫ້ການຄຸ້ມຄອງເຮືອ
ຂົນສົ່ງສິນຄ້າຈໍານວນ 28 ລໍາ,
ພ້ອມດ້ວຍລູກເຮືອອີກ 168
ຄົນ ໃນລະຫວ່າງການເດີນເຮືອ
ກັບຄືນໄປຈີນ ແລະຍັງໄດ້ຢຸດການເດີນເຮືອຂົນສົ່ງສິນຄ້າມາໃນເຂດສາມຫລ່ຽມຄໍາ ຢ່າງ
ບໍ່ມີກໍານົດ ຫຼື ຈົນກວ່າທາງການມຽນມາ, ລາວ ແລະໄທ ຈະສາມາດຈັບກຸມ ຜູ້ທີ່ລົງມືໃນ ເຫດການດັ່ງກ່າວໄດ້ຢ່າງຄັກແນ່ເສຍກ່ອນ.

ແຕ່ຢ່າງໃດກໍ່ຕາມ ການທີ່ທາງການລາວສາມາດຈັບກຸມທ້າວໜໍ່ຄໍາໄດ້ແລ້ວນີ້ ກໍ່ເຮັດໃຫ້
ຫຼາຍຝ່າຍເຊື່ອວ່າສະ ຖານະການຈະດີຂຶ້ນ ທັງຍັງເປັນການສະແດງໃຫ້ເຫັນເຖິງການ
ຮ່ວມມືຢ່າງໃກ້ຊິດ ລະຫວ່າງທາງການລາວ, ຈີນ, ພະມ້າ, ແລະໄທ ອີກດ້ວຍດັ່ງທີ່ ພົນ
ເອກ ປະລະຍຸກ ຕັນໂອຊາ ຜູ້ບັນຊາການກອງທັບບົກຂອງໄທໄດ້ໃຫ້ການຢືນຢັນວ່າ:

ພົນເອກປຣາຢຸດ ຕັນໂອຊາ ຜູ້ບັນຊາການກອງທັບບົກຂອງໄທ
ພົນເອກປຣາຢຸດ ຕັນໂອຊາ ຜູ້ບັນຊາການກອງທັບບົກຂອງໄທ

ກໍເປັນທີ່ໜ້າຍີນດີ ທີ່
ມີການຈັບກຸມໄດ້ໃນ
ຂະນະນີ້ກໍຊາບວ່າ ໄດ້
ມີການນໍາຕົວໄປສອບ
ສວນໃນສ່ວນກາງຂອງ
ປະເທດລາວຢູ່ ແລະກໍ່
ຄົງຈະຕ້ອງລໍຜົນການ
ສອບສວນວ່າຢ່າງໃດ
ຕະຫຼອດໄລຍະເວລາ
ທີ່ຜ່ານມານັ້ນ ເຂົາກໍ
ໄດ້ຮັບການກ່າວຫາວ່າ
ເປັນຫົວໜ້າໃນເລື້ອງ
ຂອງການປຸ້ນຂ້າຕາມ
ລໍາແມ່ນໍ້າຂອງ ທີ່ກ່ຽວ
ກັບເລື່ອງຂະບວນເຮືອ
ຕ່າງໆທີ່ຜ່ານໄປມາ ຊຶ່ງ
ກໍ່ຕ້ອງລໍຂະບວນການສອບ
ສວນຢູ່.


ທາງການລາວ, ຈີນ, ພະມ້າ ແລະໄທໄດ້ເຊື່ອມຕໍ່ການເດີນເຮືອຂົນສົ່ງສິນຄ້າ ແລະໂດຍສານ
ໃນລໍາແມ່ ນໍ້າຂອງນັບແຕ່ປີ 2001 ເປັນຕົ້ນມາໂດຍໃນປັດຈຸບັນນີ້ ທັງສີ່ປະເທດ ໄດ້ຮ່ວມກັນ ພັດທະນາເສັ້ນທາງເດີນເຮືອ ຈົນສາມາດຮອງຮັບເຮືອຂົນສົ່ງສິນຄ້າຂະໜາດ 300 ໂຕນ
ໄດ້ເກືອບຕະຫຼອດປີ ສ່ວນເປົ້າໝາຍໃນໄລຍະຕໍ່ໄປ ກໍ່ຄືການພັດທະນາເສັ້ນທາງເດີນເຮືອໃຫ້ ສາມາດຮອງຮັບເຮືອຂົນສົ່ງສິນຄ້າຂະໜາດ 500 ໂຕນ ໃຫ້ໄດ້ຕະຫຼອດເສັ້ນທາງຈາກທ່າເຮືອ
ຊຽງຮຸ່ງຂອງຈີນ ຈົນເຖິງທ່າເຮືອຫຼວງພະບາງຂອງລາວ ຫາກແຕ່ກໍຍັງຖືກຄັດຄ້ານ ຈາກເຄືອ
ຂ່າຍອານຸລັກສິ່ງແວດລ້ອມທໍາມາຊາດ ໃນແມ່ນໍ້າຂອງເລື້ອຍມາ ຈົນບໍ່ສາມາດດໍາເນີນການ
ຕາມເປົ້າ ໝາຍດັ່ງກ່າວໄດ້ຈົນເຖິງທຸກມື້ນີ້.

XS
SM
MD
LG