ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນໍ້າຖ້ວມທີ່ໄທ ອາດເຮັດໃຫ້ລາຄາເຂົ້າ ຢູ່ໃນຕະຫລາດໂລກ ປັ່ນປ່ວນເລັກນ້ອຍ (ເບີ່ງວີດີໂອ)


ພວກຊາວນາໄທດໍານາ ຢູ່ໃກ້ກັບເຂດແມ່ສະຣຽງ ຂອງປະເທດໄທໃນລະດູຝົນທີ່ຜ່ານມານີ້.
ພວກຊາວນາໄທດໍານາ ຢູ່ໃກ້ກັບເຂດແມ່ສະຣຽງ ຂອງປະເທດໄທໃນລະດູຝົນທີ່ຜ່ານມານີ້.

ໄທ​ເປັນ​ປະ​ເທ​ດສົ່ງ​ອອກ​ເຂົ້າອັນ​ດັບ​ນຶ່ງ​ຂອງ​ໂລກ ​ແລະ​ໃນ​ປີ​ນີ້​ ໄທ​ໄດ້​ສູນ​ເສຍ​ຜືນ​ນາ​ປູກ​ເຂົ້າ ​ໄປ​ຫລາຍ​ພັນ​ເຮັກຕ້າ ​ຍ້ອນໄພ​ນໍ້າ​ຖ້ວມ​ຮ້າຍ​ແຮງເປັນ​ປະວັດ​ການ ທີ່​ໄດ້​ກະທົບໄປ​ທົ່ວ​ປະ​ເທດ. ຜົນ​ເສຍ​ຫາຍ​ຈາກ​ອຸ​ທົກ​ກະໄພ​ຄັ້ງ​ນີ້ ​​ໄດ້ສ້າງຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ລາຄາ​ເຂົ້າ ​​ແລະ​ປະລິມານເຂົ້າ​ຢູ່​ໃນ​ຕະຫລາດ​ໂລກ. ​ແຕ່​ພວກ​ນັກວິ​ເຄາະ​ຕະຫລາດ​ເຂົ້າກ່າວ​ວ່າ ຜົນເກັບ ​ກ່ຽວທີ່​ໄດ້​ຫລາຍ​ເປັນ​ປະວັດ​ການປະລິມານ​ເຂົ້າ ​ທີ່​ມີ​ເຫລືອຄວາມ​ຕ້ອງການ​ຢູ່​ໃນ​ທົ່ວໂລກ ​ແລະ​ການ​ປູ​ກ​ເຂົ້າຊຸດ​ທີສອງ​ນັ້ນ ຄວນ​ປ້ອງ​ກັນບໍ່​ໃຫ້​ມີການ​ລົບ​ກວນຢ່າງ​ໃຫຍ່​ໃດໆ ຕໍ່​ສະຖາ ​ນະ​ການ​ດ້ານ​ເຂົ້າຂອງ​ໂລກ. ບົວ​ສະ​ວັນ ມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບຕໍ່​ໄປ:

ປະ​ເທດໄທ​ສົ່ງ​ອອກເຂົ້າ ຫລາຍ​ເຖິງ 10 ລ້ານ​ຕັນຕໍ່​ປີ ຊຶ່ງ​ເປັນ​ປະລິມານ​ນຶ່ງ​ສ່ວນ​ສາມ​
ຂອງ​ເຂົ້າທັງ​ໝົດ​ຂອງ​ຕະຫລາດ​ໂລກ.

ແຕ່​ໃນ​ປີ​ນີ້ ໄພ​ນໍ້າ​ຖ້ວມໄດ້ສ້າງ​ຄວາ​ມຫາ​ຍະ​ນະ​ໃຫ້​ແກ່ ​ມຽນມາ ກໍາປູ​ເຈຍ ລາວ ​ໄທ ​ແລະ
​ຫວຽດນາມ ​ໂດຍໄດ້​ເອົາ​ຊີວິດ​ປະຊາຊົນ​ໄປ​ຫລາຍ​ຮ້ອຍ​ຄົນ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ
ແກ່ທົ່ງ​ໄຮ່​ທົ່ງ​ນາ ​ຢ່າງ​ກວ້າງຂວາງ.

ອຸ​ທົກ​ກະໄພຄັ້ງ​ນີ້ ແມ່ນກະທົບ​ປະ​ເທດໄທ ​ໜັກໜ່ວງກວ່າ​ໝູ່.ພື້ນ​ທີ່​ນຶ່ງ​ສ່ວນ​ສີ່​ຂອງ​ປະ
​ເທດຖືກ​ນໍ້າ​ຖ້ວມ ສ່ວນ​ໃຫຍ່​ແມ່ນ​ສວນຟາ​ມແລະ​ທົ່ງ​ນາປູກ​ເຂົ້າ.

ທ່ານ ສາມາ​ເຣນດູ ​ໂມ​ຮັນ​ຕີ (Samarendu Mohanty) ຫົວໜ້າ​ນັກ​ເສດຖະສາ​ດປະ​ຈໍາ
​ສະຖາ​ບັນ​ຄົ້ນຄວ້າ​ເຂົ້າ​ແຫ່ງ​ຊາດ​ໃນ​ຟິລິບ​ປິນປະ​ເມີນ​ວ່າ ຜົນລະປູກ​ເຂົ້າຂອງ​ໄທຖືກ
​ທໍາລາຍ​ໄປ​ແລ້ວ ​ຫລາຍ​ເຖິງ​ເຈັດ​ລ້ານ​ຕັນ.

ທ່ານ​ ຊາ​ມາ​ເຣັນດູ ​ເວົ້າ​ວ່າ: “ພວກ​ເຂົາ​ເຈົ້າ​ໄດ້ຄາດ​ຫວັງວ່າ ​ຈະ​ໄດ້ຜົນເກັບ
​ກ່ຽວ​ສູງເປັນ​ປະວັດ​ການ ຄື​ປະມານ 25 ລ້ານຕັນ ຊຶ່ງ​ເປັນ​ປະລິ​ມານ ທີ່ຫລວງ
ຫລາຍ ​ແລະປະມານ​ນຶ່ງ​ສ່ວນ​ສີ່ຂອງ​ຜົນລະປູກ​ນັ້ນ​ໄດ້ຖືກ​ທໍາ ລາຍ. ​ແຕ່​ວ່າ
ໃນ​ຂະນະ​ດຽວ​ກັນ ຂ້າພະ​ເຈົ້າຢາກ​ຈະເວົ້າວ່າ ຖ້າ​ພວກ​ເຮົາ​ພິດ​ຈາລະ​ນາ​ເຖິງ​
ສິ່ງ​ທີ່​ກໍາລັງ​ເກີດ​ຂຶ້ນຢູ່​ໃນ​ພາກສ່ວນ​ອື່ນໆຂອງໂລກ​ ແລະລະດັບ​ປະລິມານ​ເຂົ້າ
ທີ່ມີ​ສະ​ສົມ​ໃນມົ່ວ​ໂລກ​ເວລາ​ນີ້​ແລ້ວ ກໍ​ແມ່ນ​ວ່າ ພວກ​ເຮົາຍັງ​ຢູ່​ໃນສະພາບ
​ທີ່ສະບາຍ​ໃຈ​ໄດ້​ຢູ່.”

ທ່ານ ຊາ​ມາ​ເຣັນດູ ກ່າວ​ວ່ ເຂົ້າທີ່​ມີສະ​ສົມ​ໄວ້​ໃນ​ທົ່ວ​ໂລກ​ເວລາ​ນີ້ ​ແມ່ນ​ມີ​ຢ່າງ​ໜ້ອຍ 20
ລ້ານຕັນ ຫລາຍກວ່າ​ປີ 2008 ​ເວລາ​ບາງ​ປະ​ເທດ​ໄດ້​ຈໍາກັດການ​ສົ່ງ​ອອກ ​ແລະ​ລາຄາ
​ເຂົ້າ​ໄດ້ຖີບ​ຕົວ​ສູງຂຶ້ນຢ່າງ​ໄວ​ເປັນ​ສອງ​ເທົ່າ​ໂຕ ຍ້ອນ​ມີຄວາມ​ເປັນ​ຫ່ວງ​ວ່າ ຈະ​ບໍ່​ມີ​ເຂົ້າ​
ພຽງພໍຢູ່​ໃນ​ຕະຫລາດ​ໂລກ.

ພວກ​ນັກວິ​ເຄາະ​ດ້ານ​ຕະຫລາດ​ເຂົ້າກ່າວ​ວ່າ ​ໄພ​ນໍ້າ​ຖ້ວມ​ອາດສົ່ງ​ຜົນ​ໃຫ້​ລາຄາ​ເຂົ້າຂື້ນໆ
​ລົງ​ໆໄປ​ຊົ່ວ​ໄລຍະ​ນຶ່ງ ​ແຕ່​ພວກ​ເຂົາ​ເຈົ້າກ່າວ​ວ່າລາຄາ​ເຂົ້າ ຈະ​ບໍ່ຂຶ້ນ​ຫລາຍ ​ເພາະວ່າ​
ມີ​ພວກ​ຜະລິດ​ເຂົ້າລາຍ​ໃໝ່ໆ​ ເຂົ້າມາ​ຮ່ວມ​ໃນ​ຕະຫລາດ.

ການໄຖນາຂອງຊາວນາມຽນມາ ຊຶ່ງໃນອະດີດເຄີຍເປັນປະເທດນຶ່ງ ທີ່ອອກເຂົ້າໄປຂາຍຕ່າງປະເທດລາຍໃຫຍ່ຂອງໂລກ (AP Photo)
ການໄຖນາຂອງຊາວນາມຽນມາ ຊຶ່ງໃນອະດີດເຄີຍເປັນປະເທດນຶ່ງ ທີ່ອອກເຂົ້າໄປຂາຍຕ່າງປະເທດລາຍໃຫຍ່ຂອງໂລກ (AP Photo)

ໂຕ​ຢ່າງ ປະ​ເທດອິນ​ເດຍ
ທີ່​ໄດ້​ຍົກ​ເລີກ​ການ​ຫ້າມ
ສົ່ງ​ອອກ​ເຂົ້າທີ່ບໍ່ແມ່ນ​
ພັນ Basamati ໃນ
​ເດືອນ​ກັນຍາ​ຜ່ານ​ມາ​ນີ້

ການ​ສົ່ງ​ອອກເຂົ້າ​ທີ່ເພີ່ມ
​ໃສ່​ຕະຫລາດ​ໂລກຈາກ
ອິນ​ເດຍ ​ແລະ​ການ​ເກັບ
​ກ່ຽວ​ເຂົ້າ​ທີ່​ໄດ້ຜົນ​ດີ​ໃນ
​ທົ່ວ​ປະ​ເທດອື່ນ​ໆໃນ
​ຂົງ​ເຂດ​ເອ​ເຊຍຄາດ​ວ່າ
​ຈະ​ສາມາດຊົດ​ເຊີຍ​ເຂົ້າ
ທີ່​ສູນ​ເສຍ​ໄປ​ໃນ​ຂົງ​ເຂດ
​ເອ​ເ​ຊຍຕາ​ເວັນ​ອອກສຽງ​ໃຕ້ໄດ້​ຫລາຍ ແລະ​ປ້ອງ​ກັນ​ບໍ່​ໃຫ້​ລາຄາ​ເຂົ້າຖີບຂຶ້ນ.

ທ່ານ ກົງ​ເຊບຊົງ ກາລ​ເປ (Concepcion Calpe) ​ເປັນນັກ​ເສດຖະສາດ​ອາວຸ​ໂສ​ປະ​ຈໍາ
​ອົງການ​ອາຫານ​ແລະ​ການ​ກະ​ເສດ​ຂອງ​ສະຫະ​ປະຊາ​ຊາດ ທີ່​ກຸງ​ໂຣມ.

ທ່ານ ກາລ​ເປ ກ່າວ​ວ່າ “ແລະ​ສ່ວນ​ໃຫຍ່ແລ້ວ ນີ້​ແມ່ນ​ເປັນ​ຍ້ອນ​ຜົນ​ລະ​ປູກ
​ທີ່ໄດ້ຜົນດີ​ຫລາຍ​ ຢູ່​ໃນ​ພວກ​ປະ​ເທດ​ຜະລິດເຂົ້າລາຍ​ໃຫຍ່ໆ ຊຶ່ງ​ສ່ວນ​ໃຫຍ່​
ແມ່​ນ ຈີນ ອິນ​ເດຍ ບັງ​ກລາ​ເດ​ສ ​ແລະ ຫວຽດນາມ. ​ໃນ​ພວກ​ປະ​ເທດ​ຜູ້​
ຜະລິດ​ລາຍ​ໃຫຍ່ໆ​ທັງຫລາຍ​ນັ້ນ​ ມີ​ອິນ​ໂດ​ເນ​ເຊ​ຍປະ​ເທດດຽວ​ເທົ່າ​ນັ້ນ​ທີ່​ອາດ
​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ເພາະວ່າ​ອິນ​ໂດເນ​ເຊຍ​ມີ​ບັນຫາ​ບາງ​ຢ່າງ​. ​ກ່ອນ​ໜ້າ
​ນີ້ ຈົນ​ກະ​ທັງເມື່ອ​ໝໍ່ໆ​ມາ​ນີ້​ເອງ ລັດຖະບານໄດ້ຄາດ​ການ​ວ່າ​ ຈະໄດ້ຜົນການ​
ເກັບ​ກ່ຽວ​ໃນ​ປະລິມານ​ຫລວງຫລາຍ​ຢູ່ທີ່​ນັ້ນ​ ເຊັ່ນ​ກັນ.”

ທ່ານ Calpe ກ່າວ​ຕື່ມ​ວ່າ ກ່ອນ​ໄພ​ນໍ້າ​ຖ້ວມ​ນັ້ນ ມີ​ການ​ປະ​ເມີນ​ກັນວ່າ​ ໄທ​ມີ​ເຂົ້າສະ​ສົມ​ໄວ້
​ໃນ​ປະລິມານ ​5 ຫາ 6 ​ລ້ານ​ຕັນ. ​ແລະ​ດັ່ງ​ດຽວ​ກັບ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກ​ທັງ​ໝົດ
​ໄທ​ກໍ​ຈະ​ສາມາດ​ປູກ​ເຂົ້າ​ໄດ້​ອີກ​ຊຸດ​ນຶ່ງ ຫລັງ​ຈາກ​ນໍ້າ​ໄດ້​ຕໍ່າລົງ​ໄປ​ແລ້ວ​.

ທ່ານ ກາລ​ເປ ​ເວົ້າ​ວ່າ “ພວກ​ເຮົາ​ບໍ່​ເຊື່ອ​ວ່າ​ ນໍ້າ​ຖ້ວມ​ຈະ​ມີ​ຜົນ​ກະທົບທີ່​ຍາວ​
ນານ​ໄປ​ກວ່າ ​ໄລຍະ​ຊົ່ວຄາວ​. ແຕ່ພວກ​ເຮົາ​ມອງເຫັນ​ຜົນ​ເສຍ​ຫາຍ​ ທີ່​ມາ​ຈາກ
​ດ້ານແຜນການ​ຈັດ​ສົ່ງ​ຫລາຍ​ກ່ວາ ຄື​ບໍ່​ສາມາດເຄຶ່ອນຍ້າຍ​ເຂົ້າ ໄປ​ສູ່​ຈຸດໝາຍ​
ໄດ້ ​ແທນ​ທີ່​ຈະ​ມາ​ຈາກການ​ຂາດ​ເຂີນສະບຽງ​ເອງນັ້ນ.”

ເປັນ​ທີ່ຄາດ​ໝາຍ​ເຊ່ນ​ກັນວ່າ ນະ​ໂຍບາຍໃໝ່​ດ້ານລາຄາ​ເຂົ້າ​ໃນ​ໄທ​ນັ້ນ ຈະໃຫ້​ເຮັດ
​ປະລິມານ​ການສົ່ງ​ອອກ​ເຂົ້າປີ 2012 ຂອງໄທ ຫລຸດ​ລົງ.

ທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ນາຍົກລັດຖະມົນຕີໄທ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນ ຍາ​ທີ່​ຈະ​ຊື້​ເຂົ້າ
ຈາກ​ພວກ​ຊາວນາ​ໃນ​ລາຄາ​ສູງ​ກວ່າ​ຕະຫລາດ ​ເພື່ອເພິ່ມ​ລາຍ​ໄດ້​ຂອງ​ພວກ​ຊົນນະບົດ
​ໃຫ້​ສູງ​ຂຶ້ນ.

ພາຍ​ໃຕ້​ແຜນການ​ດັ່ງກ່າວນັ້ນ ຄາດ​ກັນ​ວ່າພວກ​ເຈົ້າໜ້າ​ທີ່​ໄທຈະ​ຈ່າຍລາຄາ​ເຂົ້າ ​ເພີ່ມ​ຂຶ້ນ
ເຖິງ 50 ​ເປີ​ເຊັນ. ​ເຖິງ​ແມ່ນ​ວ່າ​ ແຜນການ​ນີ້​ຈະ​ເພີ່ມ​ສະບຽງ​ເຂົ້າພາຍ​ໃນ​ປະ​ເທດໃຫ້​ຫລາຍ
​ຂຶ້ນ ໂດຍ​ການ​ຊຸກຍູ້​ໃຫ້ຊາວນາ​ປູກ​ ເຂົ້າຫລາຍ​ຂຶ້ນ ຍ້ອນລາຄາທີ່ສູງ​ຂຶ້ນ​ນັ້ນ ​ແຕ່​ກໍ​ຄາດ​ວ່າ
​ມັນ​ຈະ​ເຮັດ​ໃຫ້​ ​ເຂົ້າ​ຂອງໄທ ສາມາດ​ແຂ່ງຂັນ​ໄດ້ໜ້ອຍ​ລົງ​ ໃນ​ຕະຫລາດ​ໂລກ ​ແລະ​ກໍ​ອາດ
​ມີ​ສ່ວນ​ເຮັດ​ໃຫ້​ໄທ​ສູນ​ເສຍ​ສະຖານະ​ພາບ​ຂອງ​ຕົນ ຈາກການ​ເປັນຜູ້​ສົ່ງ​ອອກ​ເຂົ້າອັນ​ດັບ​ນຶ່ງ
ຂອງ​ໂລກ ​ໃນ​ຂະນະ​ທີ່​ພວກ​ສົ່ງ​ອອກເຂົ້າລາຍ​ອື່ນໆ ເຊັ່ນອິ​ນ​ເດຍ ​ແລະ​ຫວຽດນາມນັ້ນ
​ເຄຶ່ອນຍ້າຍ​ເຂົ້າໄປ​ແທນຢູ່​ໃນ​ຕະຫລາດ​ສົ່ງຂອງ​ໄທນັ້ນ.

ນັກວິ​ເຄາະ ຊາ​ມາ​ເຣັນ​ດູ ກ່າວ​ວ່າ ລາຄາ​ເຂົ້າທີ່​ສູງ​ຂຶ້ນກວ່າເກົ່າ​ຂອງ​ໄທ ອາດ​ເປັນ​ສົ່ງ​ຜົນ
​ດີ​ໃຫ້​ແກ່​ພວກປະ​ເທດ​ປູກ​ເຂົ້າທີ່​ທຸກ​ຈົນ​ກວ່າ ​ເຊັ່ນພະມ້າ ຫລື​ມຽນມາ​ນັ້ນ.

ທ່ານ ຊາ​ມາ​ເຣັນ​ດູ ກ່າວ​ວ່າ: “ມັນ​ອາດ​ຊຸກຍູ້ໃຫ້ມຽນມາ ຫລື​ກໍາປູ​ເຈຍ ​ໂຜ່​ໂຕ
​ຂຶ້ນມາ​ເປັນ​ຜູ້​ສົ່ງ​ອອກ​ເຂົ້າ ​ເພາະ​ວ່າ​ມັນ​ໄດ້​ລາຄາ​ສູງ. ສະ​ນັ້ນ​ ຂ້າ ພະ​ເຈົ້າຈຶ່ງ​ຄິດ
​ວ່າ​ ມັນ​ຈະບໍ່​ຂີ້ຮ້າຍ​ປານ​ໃດ​ສໍ​າລັບ​ຄວາມ​ໝັ້ນຄົງດ້ານ​ເຂົ້າ​ໂລກ ​ໃນ​ໄລຍະ​ຍາວ
ຖ້າ​ຫາກ​ຄໍາ​ນຶງ​ວ່າ​ ພວກ​ເຮົາ​ຕ້ອງການ​ໃຫ້​ມີ​ຜູ້​ສົ່ງ​ອອກ​ເຂົ້າຫລາຍໆ​ປະ​ເທດ
ເພື່ອ​ສ້າງ​ຄວາມ​ທຸ່ນ​ທ່ຽງ​ແກ່​ຕະຫລາດ​ນີ້.”

ມຽນມາ ​ເຄີຍເປັນ​ຜູ້​ສົ່ງ​ອອກ​ເຂົ້າລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ໃນ​ສະ​ໄໝທີ່​ເປັນ​ຫົວ​ເມືອງ
​ຂຶ້ນຂອງ​ອັງກິດ​ໃນ​ຊຸມ​ປີ 1930 ນັ້ນ ແຕ່​ຍ້​ອນສົງຄາມ​ກາງ​ເມືອງ ການ​ປົກຄອງ​ໂດຍ​ຝ່າຍ
​ທະຫານ ​ແລະ​ການ​ບໍລິຫານເສດຖະກິດ​ຢ່າງ​ຜິດພາດ ​ໄດ້​ສ້າງ​ຄວາມ​ຫາ​ຍະ​ນະ​ໃຫ້​ແກ່​
ຜົນ​ຜະລິດ ​ແລະນັບ​ແຕ່​ນັ້ນ ມາ​ ມຽນມາ​ກໍ​ບໍ່ສາມາດ​ກອບ​ກູ້​ສະຖານະ​ພາບຂອງ​ຕົນ​ທີ່​
ສູນ​ເສຍໄປ​ນັ້ນ ​ກັບ​ຄືນມາ​ໄດ້.

ເບິ່ງວິດີໂອລາຍງານຂ່າວທີ່ກ່ຽວຂ້ອງກັນ ເປັນພາສາອັງກິດ

XS
SM
MD
LG