ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານໄທ ຢືນຢັນວ່າ ມີການລັກລອບຄ້າມະນຸດຂ້າມຊາດຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນລາວ


ຄົນຈີນ ເດີນທາງມາຫຼິ້ນການພະນັນທີ່ບ່ອນກາສິໂນ King Roman ຫຼາຍເປັນພິເສດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນແຂວງບໍແກ້ວ ເມືອງຕົ້ນເຜິ້ງ ຂອງ ສປປ ລາວ.
ຄົນຈີນ ເດີນທາງມາຫຼິ້ນການພະນັນທີ່ບ່ອນກາສິໂນ King Roman ຫຼາຍເປັນພິເສດ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນແຂວງບໍແກ້ວ ເມືອງຕົ້ນເຜິ້ງ ຂອງ ສປປ ລາວ.

ນັກຊ່ຽວຊານໄທ ຢືນຢັນວາ ມີການລັກລອບຄ້າມະນຸດຂ້າມຊາດຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳໃນລາວ ໂດຍເປັນຂະບວນການຄ້າມະນຸດຂ້າມຊາດ ທີ່ເຊື່ອມໂຍງກັນໃນທົ່ວເຂດລຸ່ມແມ່ນ້ຳຂອງ.

ນັກຊ່ຽວຊານດ້ານສັງຄົມສາດໃນເຂດລຸ່ມນ້ຳຂອງແຫ່ງມະຫາວິທະຍາໄລຊຽງໃໝ່ ໃຫ້ການຢືນຢັນວ່າ ການລັກລອບຄ້າມຸນຸດຂ້າມຊາດໂດຍແກັ່ງອາຊະຍາກອນຈີນ ໃນລຸ່ມແມ່ນ້ຳຂອງ ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍຫລ້າສຸດມີຊາວຈີນ ກຸ່ມນຶ່ງທີ່ຕົກເປັນເຫຍື່ອຂອງການຄ້າມະນຸດດັ່ງກ່າວ ສາມາດຫລົບໜີອອກມາຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ຢູ່ທີ່ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວນັ້ນ ໄດ້ໃຫ້ການຢືນຢັນວ່າ ພວກເຂົາເຈົ້າຖືກຫລອກ ແລະຖືກບັງຄັບໃຫ້ມາເຮັດວຽກໃຫ້ກັບເຄືອຂ່າຍການພະນັນ ແລະອາຊະຍາກຳທາງ ອິນເຕີເນັດ ຫຼື ຄອລ ເສັນເຕີ້ ທີ່ແຝງໂຕຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເປັນເຂດສຳປະທານຂອງກຸ່ມບໍລິສັດງິ້ວຄຳຈາກຈີນ ນັ້ນ ແລະຍັງເປັນເຄືອຂ່າຍທີ່ເຊື່ອມໂຍງກັບແກັ່ງອາຊະຍາກອນຈີນ ທີ່ຢູ່ໃນເຂດຊາຍແດນຂອງປະເທດມຽນມາດ້ວຍ ດັ່ງທີ່ນັກຊ່ຽວຊານຂອງໄທ ໄດ້ໃຫ້ການຢືນຢັນວ່າ:

“ເມື່ອຕົ້ນປີນີ້ເອງ ກໍຄືເປັນຄົນຈີນ ຊຶ່ງຖືກຫລອກເຂົ້າໄປເຮັດວຽກ call center ແລ້ວກະຖືກຂາຍຕໍ່ຈາກເຂດສາມຫຼ່ຽມທອງຄຳຫັ້ນ ໄປທີ່ຝັ່ງແມ່ສອດ ສຸດທ້າຍກະໜີອອກມາເນາະ ອັນນີ້ ທາງໂຄງການວິໄຈຂອງຂ້ອຍ ໄດ້ເຂົ້າໄປສຳພາດເຫຍື່ອໂດຍກົງ ເຂົາກະລະບຸແຈ້ງວ່າ ພື້ນທີ່ແຫ່ງນັ້ນນະ ເປັນພື້ນທີ່ກົງກັນຂ້າມກັບທາງຊຽງແສນ ຖ້າເປັນຢ່າງນັ້ນຫັ້ນ ມັນເປັນປະເດັນທີ່ຂ້ອນຂ້າງໜ້າເປັນຫ່ວງ ໜ້າກັງວົນ ເພາະວ່າ ເມື່ອພິຈາລະນາຈາກຫຼາຍໆເຄສຂອງເຫຍື່ອທີ່ຖືກຂາຍຕໍ່ຈາກສາມຫຼ່ຽມທອງຄຳມາທີ່ແມ່ສອດຫັ້ນ ເຄືອຂ່າຍການຄ້າມະນຸດໜິ ມັນເຊື່ອມຕໍ່ກັນ.”

ສ່ວນທ່ານ ຣັງສິມັນ ໂຣມ ສະມາຊິກລັດຖະສະພາໄທ ໃຫ້ການຢືນຢັນວ່າ ອາຊະຍາກຳທາງ ອິນເຕີເນັດ ແລະການຮຄ້າມະນຸດຂ້າມຊາດ ຍັງມີທ່າອ່ຽງ ທີ່ຈະເພີ້ມລະດັບຂອງຄວາມຮຸນແຮງຫຼາຍຂຶ້ນອີກ ຖ້າຫາກບໍ່ມີການຮ່ວມມືລະຫວ່າງປະເທດ ເພື່ອດຳເນີນມາດຕະການາປາບປາມຢ່າງຈິງຈັງ ໂດຍສະເພາະແມ່ນຢູ່ທີ່ເຂດຊາຍແດນໃນລຸ່ມແມ່ນ້ຳຂອງລະຫວ່າງ ມຽນມາ-ລາວ-ໄທ ຫຼືເຂດສາມຫຼ່ຽມຄຳນັ້ນ ກໍຄືເຂດທີ່ມີບັນຫາອາຊະຍາກຳດັ່ງກ່າວ ເກີດຂຶ້ນຫຼາຍທີ່ສຸດ ເພາະເປັນອາຊະຍາກຳທີ່ມີສ່ວນກ່ຽວຂ້ອງໂດຍກົງກັບຂະບວນການຄ້າ”າເສບຕິດ ຈຶ່ງມີຄວາມຈຳເປັນເລັ່ງດ່ວນທີ່ສຸດ ທີ່ຈະຕ້ອງຮ່ວມມືກັນປາບປາມຢ່າງຈິງຈັງ ໃນທົ່ວເຂດລຸ່ມແມ່ນ້ຳຂອງ ແລະໃນລະດັບນານາຊາດດ້ວຍ ດັ່ງທີ່ ທ່ານຣັງສິມັນ ໄດ້ໃຫ້ການຢືນຢັນວ່າ:

“ເທົ່າທີ່ເຮົາຊາບເນາະ ກະ ຄອນເຟີມ ໄດ້ວ່າ ມັນມີແທ້ ແລ້ວກະທາງຈີນ ກະມີການມາດຳເນີນການກວດລ້າງ ເປັນໄລຍະ ຢ່າງໃດກໍຕາມ ເລື້ອງຂອງອາຊະຍາກຳຂ້າມຊາດຫັ້ນ ມັນບໍ່ແມ່ນພົບກັບຄົນຈີນເທົ່ານັນ ແຕ່ຍັງມີຕໍ່ຄົນໄທດ້ວຍ ດັ່ງນັ້ນ ເຮົາເອງກະຄົງຕ້ອງເພີ້ມບົດບາດຂອງປະເທດໄທ ໃນເລື້ອງນີ້ໃນການທີ່ຈະແກ້ບັນຫາກັບອາຊະຍາກຳຂ້າມຊາດ ຊຶ່ງພື້ນທີ່ຫລັກໆ ກໍຈະມີຢ່າງ King Roman ແມ່ນບໍ່ຫລະ? ຢ່າງມີຢູ່ Shwe Kok Ko, KK Park ບໍລິເວນມຽວ-ວະດີ ຫັ້ນ ກະເປັນພື້ນທີ່ສຳຄັນທີ່ເຮົາຕ້ອງຍອມຮັບວ່າ ມີເລື້ອງແບບນີ້ຢູ່ ມັນມີຄວາມກ່ຽວຂ້ອງກັນຢູ່ ເຖິງແມ່ນຈະເປັນກຸ່ມທຸລະກິດຄົນລະກຸ່ມ ແຕ່ມັນກໍມີຄວາມກ່ຽວຂ້ອງກັນ ໃນລັກສະນະຂອງອາຊະຍາກຳ.”

ກ່ອນໜ້ານີ້ ທ່ານຊູວິທ ກະມົນວິສິດ ຮັກທຸລະກິດດ້ານສະຖານບັນເທີງ ແລະອະດີດວຸດທິສະມາຊິກໄທ ໄດ້ໃຫ້ການຢືນຢັນ່າ ກາສິໂນ King Roman ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວ ນອກຈາກຈະເປັນບ່ອນຮອງຮັບບັນດານັກຫຼິ້ນການພະນັນຈາກຈີນ ເປັນສ່ວນໃຫຍ່ແລ້ວ ກໍຍັງມີນັກການພະນັນທີ່ເປັນຊົນຊາດວ້າ ຈາກເຂດປົກຄອງຕົນເອງໃນພາກເໜືອຂອງລັດສານ ໃນມຽນມາ ດ້ວຍທີ່ໄດ້ພາກັນເດີນທາງມາຫຼິ້ນການພະນັນຢູ່ບ່ອນກາສິໂນ King Roman ແລະເປັນທີ່ຮັບຮູ້ກັນເປັນການພາຍໃນວ່າ ສິ່ງທີ່ນັກຫຼິ້ນການພະນັກຊົນຊາດວ້າ ໄດ້ນຳມາແລກປ່ຽນເປັນທຶນສຳລັບຫຼິ້ນການພະນັນນັ້ນ ກໍຄື ຢາບ້າ ແລະຢາໄອຊ໌ ທີ່ມີການຜະລິດຢ່າງຫຼວງຫຼາຍຢູ່ໃນເຂດຢຶດຄອງຂອງກອງກຳລັງວ້າ ໃນມຽນມາດັ່ງກ່າວ ເພາະສະນັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳໃນລາວ ກໍຄື ທ່ານຈ້າວ ເຫວີຍ ນັກທຸລະກິດຈີນ ນັ້ນ ຈະບໍ່ຮູ້ເລື້ອງດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ທ່ານຈ້າວ ເຫວີຍ ກໍໄດ້ຖະແຫລງຕອບໂຕ້ການກ່າວຫາຂອງທ່ານຊູວິທ ດັ່ງກ່າວວ່າ ບໍ່ມີມູນຄວາມຈິງ ເພາະຕົວທ່ານເອງ ກໍບໍ່ເຄີຍພົວພັນກັບການຄ້າຢາເສບຕິດ ແຕ່ໄດ້ດຳເນີນທຸລະກິດໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ພາກໃຕ້ລະບຽບກົດໝາຍຂອງລາວ ຢ່າງຄົບຖ້ວນ ຈຶ່ງບໍ່ມີສ່ວນກ່ຽວຂ້ອງກັບແກັ່ງອາຊະຍາກຳຂ້າມຊາດແຕ່ຢ່າງໃດ ຫາກແຕ່ສະມາຊິກສະພາແຫ່ງຊາດລາວ ກໍໄດ້ຕັ້ງຂໍ້ສົງໄສວ່າ ການບັງຄັບໃຊ້ກົດໝາຍໃນລາວ ໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມງວດຫຼືບໍ່? ເພາະເມື່ອພິຈາລະນາຈາກຜົນງານທີ່ຜ່ານມານັ້ນ ຕ້ອງຖືວ່າ ຍັງມີປະສິດທິພາບໃນລະດັບທີ່ຕ່ຳຫຼາຍ ເນື່ອງຈາກຍັງປ່ອຍໃຫ້ບັນຫາອາຊະຍາກຳເກີດຂຶ້ນ ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳເລື້ອຍມາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG