ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT ຕົກລົງຮັບຊື້ກະແສໄຟຟ້າ ຈາກໂຄງການເຂື່ອນໄຟຟ້າພະລັງນ້ຳ ປາກແບງ


ສະຖານທີ່ກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ປາກແບງ ເທິງແມ່ນ້ຳຂອງໃນລາວ
ສະຖານທີ່ກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ປາກແບງ ເທິງແມ່ນ້ຳຂອງໃນລາວ

ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫຼື EGAT ຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນປາກແບງ ເທິງແນວນ້ຳຂອງໃນລາວ ສ່ວນເຄືອຂ່າຍປະຊາ ຊົນໄທ ຈະສືບຕໍ່ຄັດຄ້ານຢ່າງບໍ່ຢຸດຢັ້ງ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ການລົງນາມໃນສັນຍາຊື້-ຂາຍພະລັງງານໄຟຟ້າຈາກໂຄງການເຂື່ອນປາກແບງ ເທິງແນວແມ່ນ້ຳຂອງໃນລາວ ໄດ້ມີຂຶ້ນຢ່າງເປັນທາງການໃນທ້າຍເດືອນກັນຍາ 2023 ທີ່ຜ່ານມາ ຊຶ່ງເປັນການລົງນາມລະຫວ່າງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ກັບ ບໍລິສັດ China Datang Oversea Investment ຈາກຈີນ ໃນຖານະຜູ້ຂາຍແລະຜູ້ລົງທຶນກໍ່ສ້າງເຂື່ອນປາກແບງທີ່ມີກຳລັງຕິດຕັ້ງ 912 MW ໂດຍສັນຍາດັ່ງກ່າວ ມີໄລຍະເວລາ 29 ປີ ນັບຈາກປີ 2033 ເປັນຕົ້ນໄປ ແລະກຳນົດລາຄາການຊື້-ຂາຍກະແສໄຟຟ້າທີ່ອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດ/ໂມງ.

ໂຄງການເຂື່ອນປາກແບງ ຈະນຳໃຊ້ເງິນທຶນກໍ່ສ້າງທັງໝົດປະມານ 1 ແສນລ້ານບາດ ໂດຍເປັນການຮ່ວມທຶນລະຫວ່າງ ບໍລິສັດ China Datang Oversea Investment ຈາກຈີນ ກັບ ບໍລິສັດ Gulf Energy Development (ມະຫາຊົນ) ຈາກໄທ ໃນສັດສ່ວນ 51 ເປີເຊັນ ຕໍ່ 49 ເປີເຊັນ ຊຶ່ງການລົງນາມໃນສັນຍາດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງຂອງຂໍ້ຕົກລົງລະຫວ່າງ ລັດຖະບານລາວ ແລະໄທ ທີ່ວ່າດ້ວຍການຊື້ພະລັງງານໄຟຟ້າຈາກລາວ ໃນປະລິມານລວມ 10,500 MW ອັນຈະເປັນຜົນເຮັດໃຫ້ກຸ່ມລົງທຶນໃນໂຄງການສາມາດທີ່ຈະຫາແຫລ່ງເງິນທຶນກູ້ຢືມໃນປະເທດໄທ ໄດ້ໃນໄລຍະຕໍ່ໄປ ໂດຍຄາດວ່າ ຈະດຳເນີນການແລ້ວສຳເລັດ ແລະເລີ້ມການກໍ່ສ້າງໄດ້ພາຍໃນປີ 2024 ເພາະວ່າ ເຂື່ອນປາກແບງ ຖືເປັນໂຄງການທີ່ຈະສົ່ງຜົນດີ ຕໍ່ການພັດທະນາທາງເສດຖະກິດທັງໃນລາວ ແລະໄທ ດັ່ງເຈົ້າໜ້າທີ່ກະຊວງພະລັງງານແລະບໍ່ແຮ່ ຢືນຢັນວ່າ:

“ການສ້າງເຂື່ອນໄຟຟ້າຈາກພະລັງງານນໍ້ານີ້ ເປັນພະລັງງານທີ່ສະອາດຖ້າທຽບໃສ່ພະລັງງານອື່ນໆແລ້ວ ກະພະລັງງານໄຟຟ້ານີ້ ອາດຈະເປັນໂຕຂັບເຄື່ອນ ແລະການພັດທະນາອຸດສາຫະກຳ ແລະການບໍລິການຕ່າງໆໃຫ້ເກີດມີການຈ້າງງານ ມີເສດຖະກິດທີ່ດີຂຶ້ນໃນຂົງເຂດທັງລາວ ແລະໄທ ດ້ວຍ ເພາະວ່າ ການສຶກສານີ້ຜ່ານມາ ພວກເຮົາກະໃຊ້ວິຊາການ ໃຊ້ຊ່ຽວຊານຕ່າງໆ ໂດຍສະເພາະແມ່ນບັນ ຫາທີ່ຕິດພັນກັບພີ່ນ້ອງ-ປະຊາຊົນໂດຍກົງຫັ້ນ.”

ສ່ວນຜູ້ປະສານງານເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນ້ຳຂອງ ກໍເປີດເຜີຍວ່າ ເຄືອຂ່າຍປະຊາຊົນໄທ ໄດ້ດຳເນີນການສຶກສາວິໄຈ ແລະລວບລວມຂໍ້ມູນກ່ຽວກັບຜົນກະທົບຈາກການສ້າງເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງສຳເສັດແລ້ວ ເມື່ອບໍ່ດົນມານີ້ ໂດຍຈະໄດ້ນຳສະເໜີຕໍ່ຄະນະລັດຖະບານຊຸດໃໝ່ຂອງໄທ ພາຍໃນທ້າຍປີ 2023 ນີ້ ເພື່ອຈະຂໍໃຫ້ລັດຖະບານໄທ ສະໜັບສະໜຸນການຕັ້ງກອງທຶນບັນເທົາຜົນກະທົບຈາກການກໍ່ສ້າງເຂື່ອນໄຟຟ້າເທິງແມ່ນ້ຳຂອງ ໂດຍເງິນສົມທົບເຂົ້າກອງທຶນນັ້ນ ຈະໄດ້ຈາກບໍລິສັດທີ່ລົງທຶນກໍ່ສ້າງເຂື່ອນທີ່ສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດໃນແມ່ນ້ຳຂອງ ເປັນຫລັກ ທັງຍັງຈະມີການຟ້ອງຮ້ອງຕໍ່ສານໃນກໍລະນີທີ່ເຈລະຈາ ແລ້ວຕົກລົງກັນບໍ່ໄດ້ ອີກດ້ວຍ ເພາະວ່າ ຜົນກະທົບທີ່ເກີດຂຶ້ນນັ້ນ ຖືເປັນຄວາມຮັບຜິດຊອບໂດຍກົງຂອງບົນດາບໍລິສັດທີ່ລົງທຶນກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງ ໂດຍສະເພາະແມ່ນບັນດາບໍລິສັດເອກະຊົນໄທ ທີ່ລົງທຶນສ້າງເຂື່ອນໃນລາວ ທີ່ສົ່ງຜົນກະທົບຂ້າມພົມແດນຈາກລາວມາໄທນັ້ນ ດັ່ງຜູ້ປະສານງານເຄືອຂ່າຍປະຊາຊົນໄທ ຢືນຢັນວ່າ:

“ເຂື່ອນປາກແບງທີ່ຈະເກີດຂຶ້ນໃໝ່ຂະນະນີ້ ເປັນເຂື່ອນທີ່ຢູ່ໃກ້ເຂດແດນປະເທດໄທ ຫຼາຍເຂື່ອນອັນນີ້ ການສຶກສາແມ່ນຫຍັງຕ່າງໆ ມັນຍັງບໍ່ລົງເລິກ ທີ່ຈະແນມໃຫ້ເຫັນທຸກພາບອັນຊັດເຈນໃດ ແຕ່ກະມີຄວາມພະຍາຍາມຊຸກຍູ້ໃຫ້ເກີດ ນັ້ນກະຄືຫວັງຜົນປະໂຫຍດຢ່າງດຽວ ເລື້ອງເສດຖະກິດ ເພາະສະນັ້ນ ຂ້ອຍຄຶດວ່າ ຖ້າເຂື່ອນປາກແບງເກີດຂຶ້ນຫັ້ນ ຜົນກະທົບມັນຈະຕ້ອງມີແນ່ນອນ ພີ່ນ້ອງ-ຊາວບ້ານຫ່ວງເລື້ອງການຍົກລະດັບຂອງນ້ຳ ເພາະວ່າ ຕ້ອນນີ້ເຂື່ອນທາງຕອນເທິງ ກະຄວບຄຸມນ້ຳຢູ່ ແລະການ Operate ນ້ຳ ການປິດເປີດນ້ຳຕ່າງໆຫັ້ນ ມັນຈະເປັນບັນຫາໃໝ່.”

ນອກຈາກນັ້ນ ຄະນະຜູ້ແທນຂອງລັດຖະບານໄທ ຍັງໄດ້ສະເໜີຕໍ່ກອງປະຊຸມມີຄະນະກຳມາທິການແມ່ນ້ຳຂອງ ຫຼື MRC ທີ່ນະຄອນວຽງຈັນ ໃນເດືອນເມສາ 2023 ຜ່ານມາ ໂດຍຂໍໃຫ້ມີການສຶກສາ ແລະວິໄຈ ເພື່ອປ້ອງກັນຜົນກະທົບແບບຂ້າມພົມແດນໃນທຸກໂຄງການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງ ທີ່ໄດ້ມີການສະເໜີເຂົ້າສູ່ຂະບວນການປຶກສາຫາລືລະຫວ່າງ ປະເທດສະມາຊິກ ກ່ອນທີ່ຈະເລີ້ມລົງມືກໍ່ສ້າງໂຕຈິງ ແຕ່ວ່າ ຄະນະຜູ້ແທນຂອງລັດຖະບານລາວ ກໍໄດ້ສະແດງທ່າທີບໍ່ເຫັນດ້ວຍ ແລະສະເໜີໃຫ້ມີການເຈລະຈາໃນລາຍລະອຽດ ຢ່າງຮອບດ້ານເສຍກ່ອນ ຊຶ່ງການສະແດງທ່າທີບໍ່ເຫັນດ້ວຍ ແລະສະເໜີໃຫ້ມີການເຈລະຈາ ໃນລາຍລະອຽດຢ່າງຮອບດ້ານເສຍກ່ອນ ຊຶ່ງການສະແດງທ່າທີດັ່ງກ່າວຂອງ ຄະນະຜູ້ແທນຂອງລັດຖະບານລາວ ເພາະຢ້ານວ່າ ຈະສົ່ງຜົນກະທົບຕໍ່ແຜນການກໍ່ສ້າງເຂື່ອນເທິງແມ່ນ້ຳຂອງໃນລາວ.

XS
SM
MD
LG