ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດໄທ ໃຫ້ຮ່ອງຮອຍ ໃນການຟື້ນໂຕຄືນ ລຸນຫຼັງ ລັດຖະປະຫານ


ພວກທະຫານ ກວດເບິ່ງສາງເຂົ້າ ທີ່ຈັງຫວັດອະຍຸດທະຍາ ທາງທິດເໜືອ ຂອງບາງກອກ (3 ກໍລະກົດ 2014)
ພວກທະຫານ ກວດເບິ່ງສາງເຂົ້າ ທີ່ຈັງຫວັດອະຍຸດທະຍາ ທາງທິດເໜືອ ຂອງບາງກອກ (3 ກໍລະກົດ 2014)

ເສດຖະກິດໄທ ສະແດງຮ່ອງຮອຍໃຫ້ເຫັນເຖິງການຟື້ນໂຕຄືນ
ລຸນຫລັງທີ່ໄດ້ເກີດ ຄວາມສັບສົນວຸ້ນວາຍທາງດ້ານການເມືອງ
ເປັນເວລາຫລາຍໆເດືອນ ທີ່ນຳພາໄປສູ່ ການເຮັດລັດຖະປະ
ຫານຂອງພວກທະຫານ. Ron Corben ຜູ້ສື່ຂ່າວວີໂອເອລາຍ
ງານມາຈາກບາງກອກກ່ຽວກັບການຈັດຕັ້ງປະຕິບັດການປະຕິ
ຮູບທາງດ້ານເສດຖະກິດແລະຊຸກຍູ້ການລົງທຶນທີ່ໄວຂຶ້ນ ຂອງ
ລັດຖະບານທະຫານດັ່ງໄພສານມີລາຍລະອຽດມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ທະນາຄານກາງຂອງໄທກ່າວວ່າ ຕົນຄາດວ່າຈະເຫັນຮ່ອງຮອຍ
ຂອງການເຕີບໂຕ ທາງດ້ານເສດຖະກິດ ພາຍໃນເຄິ່ງທີ 2 ຂອງ
ປີ 2014 ຂະນະທີ່ລັດຖະບານທະຫານ ພວມກົດດັນ ໃຫ້ມີການ
ປະຕິຮູບຕ່າງໆແລະການປ່ຽນໂຄງສ້າງໃໝ່. ທະນາຄານກາງທຳ
ນາຍວ່າ ຈະມີອັດຕາການເຕີບໂຕ 5.5 ເປີເຊັນ ໃນປີ 2015.

ໃນລະຫວ່າງ 3 ເດືອນທຳອິດ ຂອງປີນີ້ ເວລາການຕັດສິນໃຈ ຂອງລັດຖະບານ ຊຶ່ງສ່ວນ ໃຫຍ່ແລ້ວໄດ້ເປັນອຳມະພາດໄປ ຍ້ອນຄວາມສັບສົນວຸ້ນວາຍທາງດ້ານການເມືອງ ເສດ ຖະກິດໄດ້ຫົດໂຕເຂົ້າ 2.1 ເປີເຊັນ ເມື່ອສົມທຽບໃສ່ກັບໄລຍະ 3 ເດືອນກ່ອນໜ້ານັ້ນ.

ແຕ່ລຸນຫລັງທີ່ໄດ້ມີການຂັບໄລ່ ລັດຖະບານພົນລະເຮືອນ ເມື່ອວັນທີ 22 ພຶດສະພາຜ່ານ
ມາ ການສຳຫຼວດສະແດງໃຫ້ເຫັນວ່າຄວາມເຊື່ອໝັ້ນທາງດ້ານທຸລະກິດແລະການຄ້າໄດ້ ຟື້ນໂຕຄືນມາ ແລະຕະຫຼາດຮຸ້ນ ມີລາຄາສູງຂຶ້ນ.

ທ່ານນະຣົງໄຊ ອັກຄະຣະເສນີ ທີ່ປຶກສາ ຂອງຄະນະຮັກສາຄວາມສະຫງົບແຫ່ງຊາດ ຫລື NCPO ພ້ອມທັງເປັນສະມາຊິກ ຂອງອົງການຄຸ້ມຄອງເງິນຕາ ທະນາຄານກາງ ຂອງໄທ ກ່າວວ່າ ເສດຖະກິດພວມຟື້ນໂຕຄືນໃນຂະນະທີ່ລັດຖະບານໄດ້ຮ່າງງົບປະມານໃໝ່ແລະ ການລົງທຶນຕ່າງໆ.

ທ່ານນະຣົງໄຊ ເວົ້າວ່າ “ນະໂຍບາຍຫລາຍໆຢ່າງທີ່ໄດ້ມີການຈັດຕັ້ງປະຕິບັດ ໂດຍ ລັດຖະບານຊຸດກ່ອນ ບໍ່ສາມາດທີ່ຈະດຳເນີນການໄດ້ ຫຼືນະໂຍບາຍບາງຢ່າງໄດ້ ມີການນຳໃຊ້ ໃນທາງທີ່ບໍ່ຄ່ອຍດີ ດັ່ງນັ້ນ ລັດຖະບານໃໝ່ແມ່ນພະຍາຍາມ ທີ່ຈະ ກຳຈັດບັນຫາເຫຼົ່ານີ້ ພວກເຮົາກຳລັງຟື້ນໂຕຄືນ ພວກເຮົາໄດ້ຕົກຢູ່ໃນທ່າທີທີ່ລຳ ບາກມາໄດ້ຫຼາຍປີແລ້ວ. ຢູ່ໃນສາຍຕາຂອງພວກນັກລົງທຶນຕ່າງປະເທດຈຳນວນ ຫຼວງຫຼາຍ ຂ່າວຄາວທີ່ຂ້າພະເຈົ້າຢາກເວົ້າກໍຄື ພວກເຮົາກຳລັງຟື້ນໂຕຄືນ.”

ພວກນັກວິເຄາະເສດຖະກິດກ່າວວ່າ ພວກທະຫານປາກົດວ່າໄດ້ຖອດຖອນບົດຮຽນຈາກ ການກໍ່ລັດຖະປະຫານເທື່ອແລ້ວ ໃນປີ 2006 ທີ່ຂໍ້ສະເໜີການປະຕິຮູບຂອງຕົນ ໄດ້ຕົກຢູ່ ໃນສະພາບບໍ່ໄປບໍ່ມານັ້ນ. ລັດຖະບານຊຸດປັດຈຸບັນ ໄດ້ເຄື່ອນໄຫວຢ່າງວ່ອງໄວ ກ່ຽວກັບ ບັນຫາຫຼາຍໆຢ່າງ ຮວມທັງຈ່າຍເງິນທີ່ຍັງຕິດຄ້າງໃຫ້ແກ່ພວກຊາວນາແລະເລີ້ມລົງມືໂຄງ ການຂົນສົ່ງຂະໜາດໃຫຍ່ອັນໃໝ່ ແລະໂຄງການໂຄງລ່າງພື້ນຖານ ເລື່ອງນ້ຳ. ຜູ້ອຳນວຍ ການບໍລິຫານບໍລິສັດຫລັກຊັບ Macquirie ແຫ່ງປະເທດໄທທ່ານ Angus Kent ກ່າວວ່າ ການເຄື່ອນໄຫວຂັ້ນຕົ້ນ ຂອງພວກທະຫານ ແມ່ນຖືກເບິ່ງກັນ ໄປໃນທາງບວກ ໂດຍທຸລະ ກິດຮວມທັງພວກ ນັກລົງທຶນຕ່າງປະເທດ.

ທ່ານ Angus ເວົ້າວ່າ “ມັນມາລົງທີ່ ໂຄງການປະຕິຮູບ ໃນດ້ານ ໂຄງລ່າງພື້ນຖານ. ຂ້າພະເຈົ້າຄິດວ່າການເຂົ້າພົວພັນຂອງຄະນະຮັກສາຄວາມສະຫງົບແຫ່ງຊາດກັບ ສະພາການຄ້າ ແລະພະແນກການອື່ນໆ ແມ່ນເຮັດໃຫ້ ເປັນໄປໃນທາງບວກຢ່າງ ໃຫຍ່. ນອກນັ້ນຍັງເບິ່ງຄືວ່າ ເປັນຄວາມຮູ້ສຶກອັນຮີບດ່ວນທີ່ຈະດຳເນີນການເຮັດ ໃຫ້ທຸກຢ່າງລຸລ່ວງໄປ ຊຶ່ງຂ້າພະເຈົ້າຄິດວ່າ ຈາກປະສົບການຂອງຫຼາຍໆຄົນ ທີ່ຢູ່ ໃນຫ້ອງ ຄວາມຮີບດ່ວນ ໃນອະດີດຜ່ານມາ ບໍ່ແມ່ນສິ່ງທີ່ພວກເຮົາໄດ້ປະສົບພົບ ເຫັນມາກ່ອນ.”

ນອກນັ້ນພວກທະຫານຍັງໄດ້ເລີ້ມລົງມືທຳການປະຕິຮູບລະບົບບໍລິຫານທີ່ມີພິທີຫຼາຍເກີນ ໄປແລະຕັດຮອນອິດທິພົນຂອງທ່ານທັກສິນ ຊິນນະວັດ ອະດີດຜູ້ນຳຂອງໄທ ທີ່ໄປລີ້ໄພຢູ່ ຕ່າງປະເທດ ນັບແຕ່ປີ 2008 ເປັນຕົ້ນມາ ເພື່ອຫຼີກລ່ຽງບໍ່ຢາກຖືກຈຳຄຸກ ຍ້ອນສໍ້ລາດບັງ ຫຼວງ.

ທ່ານນາງປະວິດາ ປະນານົນ ຮອງສາສະດາຈານສະຖາບັນທຸລະກິດຂອງມະຫາວິທະຍາ ໄລທຳມະສາດກ່າວວ່າ ພວກທະຫານເລີ້ມທຳການເຄື່ອນໄຫວເພື່ອປາບປາມການສໍ້ລາດ ບັງຫຼວງ ພ້ອມທັງປັບປຸງໂຄງສ້າງໃໝ່ ຂອງບໍລິສັດລັດວິສາຫະກິດຕ່າງໆ.

ທ່ານນາງປະວິດາເວົ້າວ່າ “ອີກຂົງເຂດນຶ່ງ ກໍແມ່ນ ຄວາມຕັ້ງໃຈ ທີ່ຈະສະສາງລ້າງ ສ່ວຍການສໍ້ລາດບັງຫຼວງ. ມັນເປັນການເຄື່ອນໄຫວທີ່ໜ້າຍິນດີ. ພວກເຮົາໃນເວ ລານີ້ ສາມາດມອງເຫັນວ່າ ມີຫຼາຍໆຢ່າງໄດ້ຮັບການແກ້ໄຂ ຕົວຢ່າງເຊັ່ນຄະນະ ກຳມະການຂອງບໍລິສັດລັດວິສາຫະກິດໄດ້ມີການລາອອກຫຼາຍໆຄົນແລະນັກວິ ຊາການອະວຸໂສບາງຄົນ ໄດ້ຖືກຍົກຍ້າຍ ໃຫ້ໄປຢູ່ໃນຕຳແໜ່ງ ທີ່ບໍ່ໄດ້ເຮັດວຽກ ຢູ່ໃນສຳນັກງານນາຍົກ.”

ລັດຖະບານໄດ້ກຳນົດ ທີ່ຈະໃຊ້ຈ່າຍເງິນ 75 ພັນລ້ານໂດລາ ກ່ຽວກັບໂຄງການສ້າງທາງ ລົດໄຟໃໝ່ແລະທາງຫຼວງສາຍຕ່າງໆ. ແຕ່ໃນຂະນະດຽວກັນກໍໄດ້ຢຸດເຊົາໂຄງການຕ່າງໆ ຂອງລັດຖະບານຊຸດກ່ອນ ທີ່ເຂົາເຈົ້າກ່າວອ້າງວ່າ ຫລາຍໆໂຄງການແມ່ນມີຮອຍເປື້ອນ ຍ້ອນການສໍ້ລາດບັງຫຼວງນັ້ນ.

XS
SM
MD
LG